• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ບຸນວັນເພັງ 15 ຄໍ່າ ເດືອນຈຽງ ຢູ່ ໂຮ້ຍອານ - ມໍລະດົກ ວັດທະນະທຳຂອງຊາດ

ຜ່ານການເວລານັບ​ຫຼາຍ​ຮ້ອຍ​ປີ, ບັນດາ​ຄຸນຄ່າ​ທາງວັດທະນະທຳ​ທີ່​ເປັນ​ເອກະລັກ​ ຂອງ​ ບຸນວັນເພັງ 15 ຄໍ່າ ເດືອນຈຽງ ​ໂຮ້ຍ​ອານ ​ໄດ້​ຮັບ​ການ​ຮັກສາ ​ແລະ ​ເສີມຂະຫຍາຍ ຈາກ ຊາວ​ເມືອງ​ເກົ່າ ​ໂຮ້ຍ​ອານ, ປະກອບສ່ວນເຮັດໃຫ້ສີສັນ ວັດທະນະທຳ ແຫ່ງຊາດ ເວົ້າລວມ ແລະ ຂອງເມືອງ ໂຮ້ຍອານ, ແຂວງ ກວ໊າງນາມ ເວົ້າສະເພາະ ໄດ້ອຸດົມສົມບູນຍິ່ງຂຶ້ນ. ວັນທີ 2 ກຸມພາ 2023, ບຸນວັນເພັງ 15 ຄໍ່າ ເດືອນຈຽງ ​ໄດ້​ຮັບ​ການ​ຮັບຮອງ​ ຈາກ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ວ່າ ເປັນ​ມໍລະດົກ​ ວັດທະນະ ທຳ ທີ່ເປັນນາມມະທຳ ຂອງ​ຊາດ. 

ຢູ່ ໂຮ້ຍອານ, ຫຼັງ ວັນທີ 7 ເດືອນ ຈຽງ, ປະຊາຊົນ ໄດ້ກະກຽມ ຕ້ອນຮັບ ບຸນວັນເພັງ 15 ຄໍ່າ ເດືອນຈຽງ ດ້ວຍຄວາມກະຕືລືລົ້ນ. ນີ້ແມ່ນບຸນໃຫຍ່ທີສຸດຂອງປີ, ຖັດຈາກບຸນປີໃໝ່ປະຈຳຊາດ, ແມ່ນ ເຫດການວັດທະນະທຳ ຂອງ ທົ່ວປວງຊົນ ໂຮ້ຍອານ ຊຶ່ງຕິດພັນກັບຂະບວນການ ປະກົດຕົວ ແລະ ພັດທະນາຂອງຕົວເມືອງ - ທ່າ ເຮືອການຄ້າ ໂຮ້ຍອານ ແຕ່ໃນອະດີດຈົນເຖິງ ປັດຈຸບັນ. 

ບຸນວັນເພັງ 15 ຄໍ່າ ເດືອນຈຽງ ຢູ່ ໂຮ້ຍອານ ມີຄຸນຄ່າວັດທະນະ ທຳ ທີ່ເປັນເອກະລັກສະເພາະ ເມື່ອທຽບກັບຫຼາຍແຫ່ງອື່ນໆ ຢູ່ ຫວຽດນາມ ແລະ ອາຊີ ໂດຍໄດ້ກຳເນີດບົນພື້ນຖານ ມູນເຊື້ອ ວັດ ທະນະທຳ ທ້ອງຖິ່ນຂອງ ຫວຽດນາມ ແລະ ມີການແຊກແຊງ, ຫັນ ປ່ຽນດ້ານວັດທະນະທຳ ກັບ ຈີນ ແລະ ຍີ່ປຸ່ນ ໃນສະໄໝຮຸ່ງເຮືອງ ເມື່ອ ໂຮ້ຍອານ ແມ່ນທ່່າເຮືອການຄ້າໃຫຍ່ ຂອງພາກພື້ນ.

ໃນໂອກາດນີ້, ບັນດາສຳນັກສະມາຄົມ, ສາລາ, ວັດ, ເຮືອນຊານຂອງຊາວ ໂຮ້ຍອານ ລ້ວນແຕ່ຈັດພິທີ ໄຫວ້ບູຊາ ຕ່ຽນຮ່ຽນ (ຜູ້ທີ່ມີຄຸນຄວາມດີ ໃນການບຸກເບີກ ຖາກຖາງທີ່ດິນ, ຕັ້ງໝູ່ບ້ານ), ຂໍຄວາມຢູ່ເຢັນເປັນສຸກ, ຂໍຄວາມໂຊກລາບ ໃນຕົ້ນປີໃໝ່.

ພິທີໄຫວ້ບູຊາໃນ ບຸນວັນເພັງ 15 ຄໍ່າ ເດືອນຈຽງ ຢູ່ສາລາບ້ານ ໂຮ້ຍອານ. ພາບ: ແທງຮ່ວາ/VNP 
ທູບວົງ ອະທິຖານຄວາມໂຊກລາບ ຖືກແຂວນໄວ້ ໃນຫໍສາລາ, ວັດ ແລະ ສຳນັກສະມາຄົມ ເປັນຈໍານວນຫຼາຍ. ພາບ: ແທງຮ່ວາ/VNP
ປະຊາຊົນໄປເອົາບຸນສະແຫວງຫາຄວາມໂຊກດີ ຢູ່ບັນດາ ສຳນັກສະມາຄົມ. ພາບ: ແທງຮ່ວາ/VNP
ປູ່ໂສມຄຸນຊັບ, ສະແດງເຖິງຄວາມໂຊກລາບ ໃນບຸນ ວັນເພັງ 15ຄໍ່າ ເດືອນຈຽງ. ພາບ: ແທງຮ່ວາ/VNP
ຂະ​ບວນການແຫ່ໃບຮັບຮອງ ບຸນວັນເພັງ 15 ຄໍ່າ ເດືອນຈຽງ ແມ່ນ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ​ຂອງ​ຊາດ.                 ພາບ: ແທງຮ່ວາ/VNP

ພິທີຕ້ອນຮັບໃບຢັ້ງຢືນ ບຸນ ວັນເພັງ 15 ຄໍ່າ ເດືອນຈຽງ ຂອງ ໂຮ້ຍອານ ແມ່ນມໍລະດົກວັດທະນະທຳ ທີ່ເປັນນາມມະທຳຂອງຊາດ. ພາບ: ແທງຮ່ວາ/VNP

ບຸນວັນເພັງ 15 ຄໍ່າ ເດືອນຈຽງ ມີບົດບາດສຳຄັນທີ່ສຸດ ໃນຊີວິດ ດ້ານວັດທະນະທຳ ຂອງ ຊາວໂຮ້ຍອານ. ມັນຕອບສະໜອງ ຄວາມຕ້ອງການ ດ້ານວັດທະນະທຳ, ຄວາມເຊື່ອຖືທາງໃຈ, ຜູກພັນວົງຄະນາຍາດ, ທັງມີບັນດາກິດຈະກຳສິລະປະ, ວັດທະນະທຳ ແລະ ການບັນເທີງປະເພນີທີ່ເປັນເອກະລັກ ຊຶ່ງດຶງດູດທົ່ວປວງຊົນເຂົ້າຮ່ວມ.

ປັດຈຸ​ບັນ, ບຸນ​ວັນເພັງ 15 ຄໍ່າ ເດືອນຈຽງ ຢູ່ ໂຮ້ຍອານ ບໍ່ພຽງ​ແຕ່​ເປັນ​ການ​ເຄື່ອນ​ໄຫວ​ທາງວັດທະນະທຳ, ການເຊື່ອຖືທາງໃຈ ມູນເຊື້ອທີ່ ໄດ້ຮັບຄວາມຄອງຄອຍ ຈາກປະຊາຊົນເທົ່ານັ້ນ, ແຕ່ຍັງເປັນຜະລິດຕະພັນທ່ອງທ່ຽວ​ ທີ່​ເປັນ​ເອກະລັກ​ ສໍາລັບນັກນັກ​ທ່ອງ​ທ່ຽວ​ ໃນໂອກາດ​ ຕົ້ນ​ປີ​ໃໝ່​ອີກດ້ວຍ. 

ຍິງສາວ ໂຮ້ຍອານ ພາກັນແຫ່ໂຄມໄຟ ເພື່ອສະເຫຼີມສະຫຼອງ ບຸນວັນເພັງ 15 ຄໍ່າ ເດືອນຈຽງ. ພາບ: ແທງຮ່ວາ/VNP
ຟ້ອນມັງກອນ ເພື່ອສະເຫຼີມສະຫຼອງ ບຸນວັນເພັງ 15 ຄໍ່າ ເດືອນຈຽງ.  ພາບ: ແທງຮ່ວາ/VNP
ຂະບວນແຫ່ດອກໄມ້ຢູ່ຄຸ້ມເມືອງເກົ່າ. ພາບ: ແທງຮ່ວາ/VNP
ຮູບ​ພາບ​ “ຕຽນດົ່ງງອກນື້” (ລູກສິດຂອງ ພະໂພທິສັດ) ​ໃນ​ບຸນວັນ ເພັງ 15 ຄໍ່າ ເດືອນຈຽງ ຢູ່​ເມືອງ ໂຮ້ຍອານ. ພາບ: ແທງຮ່ວາ/VNP
ບັນດາຜູ້ອາວຸໂສ ຢູ່​ ໂຮ້ຍອານ​ ໄປບຸນ ວັນເພັງ 15 ຄໍ່າ ເດືອນຈຽງ.     ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ມ່ວນ​ຊື່ນ​ຊອກ​ຮູ້ ​ບຸນວັນເພັງ 15 ຄໍ່າເດືອນຈຽງ ​ຢູ່ ​ໂຮ້ຍອານ. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ ລຽນແຖວ ເຂົ້າ​ຢ້ຽມ​ຊົມ​ ເຮືອນ​ບູ​ຮານ ເຕິນກີ໋ ຢູ່​ໂຮ້ຍ​ອານ. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ ລຽນແຖວ ເຂົ້າ​ຢ້ຽມ​ຊົມ​ ເຮືອນ​ບູ​ຮານ ເຕິນກີ໋ ຢູ່​ໂຮ້ຍ​ອານ. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ ໄດ້​ຮັບ​ຟັງ​ “ຮໍ່ກວ໊າງ” (ໜຶ່ງໃນສີ່ທຳນອງ ຂອງ ສິລະປະຂັບ ບ່າຍຈ່ອຍ ຢູ່ແຂວງ ກວ໊າງນາມ) ເທິງແມ່ນໍ້າຮວ່າຍ ​ໃນ​ຄ່ຳ​ຄືນ ວັນເພັງ 15 ຄໍ່າ ເດືອນຈຽງ. ພາບ: ແທງຮ່ວາ/VNP
ແມ່ນ້ຳ ຮວ່າຍ ທີ່ງົດງາມໃນຄືນ ວັນເພັງ 15 ຄໍ່າ ເດືອນຈຽງ. ພາບ: ແທງຮ່ວາ/VNP

ປະຕິບັດໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top