• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ບັ້ນຮົບກວາງຈຸງ: ເລັ່ງລັດກໍ່ສ້າງເຮືອນຢູ່ໃຫ້ປະຊາຊົນ ເພື່ອຕ້ອນຮັບບຸນເຕັດ

ເລີ່ມຈາກ "ຄຳສັ່ງແຫ່ງຫົວໃຈ", ບັນດາກຳລັງໄດ້ "ຜ່ານຜ່າແສງແດດ ແລະ ຝົນຕົກ" (ສູ້ທົນທຸກສະພາບອາກາດ) ເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກ, ດ້ວຍຄວາມມຸ່ງຫວັງທີ່ຈະສຳເລັດການກໍ່ສ້າງໃຫ້ທັນກ່ອນບຸນປີໃໝ່ປະເພນີ (ບຸນເຕັດ) ປີ 2026 ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ມີເຮືອນໃໝ່ຕ້ອນຮັບບຸນເຕັດ.
ກຳລັງຈາກກົມທະຫານຮາບທີ 6, ກອງບັນຊາການທະຫານນະຄອນ ເຫວ້ ເຂົ້າຮ່ວມການກໍ່ສ້າງເຮືອນໃນບັ້ນຮົບກວາງຈຸງ. ພາບ: ມາຍຈາງ/VNA
ກຳລັງຈາກກົມທະຫານຮາບທີ 6, ກອງບັນຊາການທະຫານນະຄອນ ເວ້ ເລັ່ງລັດກໍ່ສ້າງເຮືອນໃຫ້ປະຊາຊົນຢູ່ຕາແສງ ເຄວເຈ. ພາບ: ມາຍຈາງ/VNA
ກຳລັງພາກັນອະນາໄມ ເພື່ອໃຫ້ປະຊາຊົນໄດ້ຍ້າຍເຂົ້າໄປຢູ່ເຮືອນຫຼັງໃໝ່ໂດຍໄວ. ພາບ: ມາຍຈາງ/VNA

VNA/VNP

ພິທີແຫ່ນ້ຳສັກສິດ ຢູ່ແຄມແມ່ນໍ້າແດງ

ພິທີແຫ່ນ້ຳສັກສິດ ຢູ່ແຄມແມ່ນໍ້າແດງ

ແຕ່ດົນນານມາແລ້ວ, ແມ່ນ້ຳແດງ ບໍ່ພຽງແຕ່ທັບຖົມ ດິນສັນດອນ ໃຫ້ແກ່ ບັນດາໝູ່ບ້ານທີ່ອຸດົມສົມບູນເທົ່ານັ້ນ, ແຕ່ຍັງລ້ຽງດູ ຊີວິດ ການເປັນຢູ່ ທາງດ້ານວັດທະນະທຳ, ຄວາມເຊື່ອຖື ຂອງ ປະຊາຊົນ ຢູ່ແຄມ ແມ່ນ້ຳ ອີກດ້ວຍ. ໃນຄັງສົມບັດ ມໍລະດົກນັ້ນ, ພິທີແຫ່ນ້ຳ ແມ່ນພິທີກຳ ອັນສັກສິດ, ສະແດງໃຫ້ເຫັນ ຄວາມເຄົາລົບນັບຖື ຕໍ່ກັບສາຍນ້ຳ ແລະ ຄວາມມຸ່ງຫວັງ ໃຫ້ຟ້າຝົນຕົກຖືກຕ້ອງຕາມລະດູການ. ໝູ່ບ້ານແຕ່ລະແຫ່ງ ຈະມີວິທີການປະຕິບັດ ສະເພາະ ຊຶ່ງຕິດພັນກັບ ປະຫວັດສາດ, ອາຊີບ ແລະ ບັນດາເລື່ອງລາວຕຳນານຂອງຊຸມຊົນ.

Top