• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ບັນຍາກາດທີ່ຄຶກຄື້ນຢູ່ງານມະໂຫລານ ເຫວ້ 2022

ນັກ​ທ່ອງ​ທ່ຽວ ​ແລະ ​ຊາວ​ເມືອງ​ເກົ່າ ​ເຫ້ວ ນັບ​ໝື່ນ​ຄົນ​ໄດ້​ອອກ​ຖະ​ໜົນ​ຫົນ​ທາງຫຼາຍສາຍ​ເພື່ອ​ເຈືອຈານເຂົ້າກັບບັນ​ຍາ​ກາດ​ທີ່ຄຶກ​ຄື້ນ​ຂອງ​ງານບຸນຕາມທ້ອງຖະໜົນໃນງານມະໂຫລານ ເຫວ້ 2022 

ດ້ວຍ​ຫົວ​ຂໍ້ ສີສັນ​ວັດທະນະທຳ”, ງານບຸນຕາມທ້ອງຖະໜົນໃນງານມະໂຫລານ ເຫວ້ 2022 ໄດ້ດຳ​ເນີນ​ເປັນ​ເວລາ 3 ວັນ​ລຽນຕິດ​ແຕ່​ວັນ​ທີ 26 28 ມິຖຸນາ​ ​ເຊິ່ງນຳ​ມາໃຫ້ນັກ​ທ່ອງ​ທ່ຽວ ​ແລະ ຊາວ​ເມືອງ ​ເຫ້ວ ງານ​ລ້ຽງ ໜຶ່ງທີ່ເຕັມໄປດ້ວຍ​ສຽງດົນຕີ ​ແລະ ຈັງຫວະ​ຟ້ອນ​ຂອງ​ບັນດາ ຄະນະ​ສິລະ​ປະ​ທີ່​ມາ​ຈາກ​ບັນດາ​ເຂດ​ແຄວ້ນຕ່າງໆ ​ໃນ​ທົ່ວ​ປະ​ເທດ ​ແລະ ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ ​ມີ​ຄະນະ​ສິລະ​ປະ​ທີ່​ມີ​ຊື່​ສຽງ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຄື: ຄະນະ​ສິລະ​ປະ​ຟ້ອນ​ສິງ​ໂຕ ​ແລະ ມັງກອນ ເຫວ້, ຄະນະ​ສິລະ​ປະ​ຊົນ​ເຜົ່າ ​ລາວ​ກາຍ, ດົນຕີ​ພື້ນ​ເມືອງ Belogorie (ຣັດ​ເຊຍ), ວົງ​ດົນຕີ Viet Bambas (ບຣາຊິ​ນ), ຄະນະຟ້ອນ​ຊົນ​ເຜົ່າ ດັກລັກ, ​ສະ​ຫະ​ພັນ ກາຍຍະສິນ ຫວຽດ​ນາມ, ໂຮງດົນຕີ​ພື້ນ​ເມືອງ ຫວຽດ​ບັກ, ວົງ​ການ​ຟ້ອນ Unity Crew...

ບັນດາການເຄື່ອນໄຫວ​ສະ​ແດງ​ຕາມທ້ອງຖະໜົນດ້ວຍສີສັນ ດ້ານວັດທະນະທຳທີ່​ຫຼາກ​ຫຼາຍ ໄດ້​ຮັບ​ຄວາມ​ຊົມເຊີຍ ຈາກ​ຊາວ​ເມືອງ ​ແລະ ນັກ​ທ່ອງ​ທ່ຽວ, ສ້າງ​ບັນຍາກາດ​ທີ່ຟົດ​ຟື້ນ​ມ່ວນ​ຊື່ນ​ຢູ່​ຖະໜົນ​ຫຼາຍ​ສາຍ​ຂອງ​ນະຄອນ​ ເຫ້ວ ​ໃນ​ຂອບເຂດຂອງງານມະໂຫລານ ເຫວ້ 2022.

ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ຕົ້ນຕໍ​ທີ່​ປະຊາຊົນ​ຄອຍ​ຖ້າ​ເປັນ​ພິ​ເສດ, ປະກອບສ່ວນ​ເຂົ້າ​ໃນ​ລັກສະນະ​ພິ​ເສດ​ຂອງງານມະໂຫລານ ເຫ້ວ, ຜ່ານ​ນັ້ນ ​ຢືນຢັນ ​ແລະ ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ.

ບັນ​ຍາ​ກາດ​ທີ່ຟົດຟື້ນ​ຢູ່​ເຂດ​ຫົວ​ຂົວ ເຈື່ອງ​ຕ່ຽນ. ພາບ: ກົງດາດ/VNP
ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ​ນັບ​ໝື່ນ​ຄົນ ​ໄດ້​​ເຂົ້າ​ຮ່ວມ​ງານ​ບຸນຕາມທ້ອງຖະ​ໜົນ ເຫ້ວ ພ້ອມກັບບັນດາ​ຄະ​ນະ​ນັກ​ສິ​ລະ​ປິນ. ພາບ: ກົງດາດ/VNP
ການສະແດງຂອງບັນດານັກສິລະປິນມາຈາກ ຣັດເຊຍ. ພາບ: ກົງດາດ/VNP
ສີສັນຂອງ ວ່າວ ລາດຊະວົງ ເຫວ້. ພາບ: ກົງດາດ/VNP
ບັນດານັກສິລະປິນ ມາຈາກ ໄຕຫງວຽນ. ພາບ: ກົງດາດ/VNP
ສຽງຈາກພູເຂົາ. ພາບ: ກົງດາດ/VNP
ຂະບວນແຫ່ລົດບູຮານ. ພາບ: ກົງດາດ/VNP
ຊາວ​ເມືອງ​ ເຫ້ວ ​ຮູ້ສຶກ​ຕື່ນ​ເຕັ້ນ​ທີ່​ໄດ້​ມີ​ການ​ພົວພັນ​ກັບ​ນັກ​ສິລະ​ປິນ ຣັດ​ເຊຍ. ພາບ: ແທງຮ່ວາ/VNP
ບັນດາຈັງຫວະເຕັ້ນຢູ່ທ້ອງຖະໜົນ. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ຍິງ ມາຈາກ​ຕ່າງ​ປະ​ເທດ​ຮູ້ສຶກປະທັບໃຈຕໍ່​ບັນ​ຍາ​ກາດ​ທີ່ຟົດຟື້ນຂອງ​ງານ​ບຸນ. ພາບ: ແທງຮ່ວາ/VNP
ຈັງຫວະເຕັ້ນຢ່າງຮຸນແຮງຂອງບັນດານັກສິລະປິນຊາຍ. ພາບ: ແທງຮ່ວາ/VNP
ຟ້ອນ ມັງກອນ ຢູ່ທ້ອງຖະໜົນ. ພາບ: ແທງຮ່ວາ/VNP
ນັກສະແດງຕະຫຼົກ. ພາບ: ແທງຮ່ວາ/VNP
ຄວາມຕື່ນເຕັ້ນຂອງບັນດານັກສິລະປິນມາຈາກ ບຣາຊິນ. ພາບ: ແທງຮ່ວາ/VNP
ການສະແດງໄດ້ດຶງດູດຄວາມສົນໃຈຂອງນັກສິລະປິນມາຈາກ ເຂດຕາເວັນຕົກສ່ຽງເໜືອ. ພາບ: ແທງຮ່ວາ/VNP
ຄວາມງາມຂອງນັກສິລະປິນຍິງ ມາຈາກພາກຕາເວັນຕົກ ສ່ຽງເໜືອ. ພາບ: ແທງຮ່ວາ/VNP
ຄວາມງາມຂອງຍິງສາວ ເຫວ້. ພາບ: ແທງຮ່ວາ/VNP
ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ລົງສູ່ທ້ອງ​ຖະ​ໜົນ​ເພື່ອ​ເຂົ້າ​ຮ່ວມ​ ​ງານ​ບຸນ. ພາບ: ແທງຮ່ວາ/VNP
ຂະ​ບວນ​ແຫ່​ຂອງນັກ​ສິ​ລະ​ປິນ​ໄດ້​ຜ່ານ​ຖະ​ໜົນ ຮຸ່ງ​ເວືອງ. ພາບ: ກົງດາດ/VNP
ນັກທ່ອງທ່ຽວຕ່າງປະເທດຮູ້ສຶກປະທັນໃຈຕໍ່ບັນຍາກາດຂອງ ງານບຸນຈາກລະບຽງຂອງໂຮງແຮມ. ພາບ: ແທງຮ່ວາ/VNP
ປະຕິບັດ: ແທງຮ່ວາ, ກົງດາດ 

ອຸມົງ ວິ້ງໂມກ - ໂລກທ່ີລຶກລັບພາຍໃຕ້ ສົງຄາມ

ອຸມົງ ວິ້ງໂມກ - ໂລກທ່ີລຶກລັບພາຍໃຕ້ ສົງຄາມ

ອຸມົງ ວິ້ງໂມກ ແລະ ລະບົບ ໝູ່ບ້ານ ຫວິ໊ງລິງ ແມ່ນໂຄງສ້າງ ທາງທະຫານ ທ່ີຍິ່ງໃຫຍ່ ຖືກຂຸດລົງໄປໃຕ້ພື້ນດິນ ຍາວຫຼາຍ ສິບ ກິໂລແມັດ ຖືກສ້າງຂຶ້ນໃນສະໄໝສົງຄາມຕໍ່ ສູ້ກູ້ຊາດ ຕ້ານ ຈັກກະພັດ ອາເມລິກາ, ເປັນບ່ອນ ທີ່ທະຫານ ແລະ ປະຊາຊົນ ຊາວ ຫວິ໊ງລິງ ໄດ້ຢຶດໝັ້ນ ໃນການຕໍ່ສູ້ ປົກປັກຮັກສາ ບ້ານເກີດເມືອງນອນ ແລະ ຮັກສາເສັ້ນທາງ ເຊື່ອມຕໍ່ ການຄົມມະນາຄົມ ອອກສູ່ ແນວໜ້າ. 

Top