• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ນັກອອກແບບ ເຟືອງແທງ ຜູ້ຫຼົງໄຫຼ ໃນແພໄໝ ຫວຽດ

ນັກອອກແບບ ເຟືອງແທງ ທຸ້ມເທສຸດຄວາມສາມາດ ຂອງຕົນ ເພື່ອ ນຳແພໄໝ ກ້າວຂຶ້ນສູ່ລະດັບສູງໃໝ່ ຜ່ານການສ້າງສັນຍາລັກ ແຟ ຊັ່ນ, ໂດຍສະເພາະ ສິ່ງຂອງສ່ວນຕົວ ຂອງຕົນເອງ ໃນວົງການແຟຊັ່ນ ຫວຽດນາມ. ເພິ່ນເຮັດວຽກຢ່າງໜັກ ໃນການອອກແບບ ເພື່ອວ່າ ເມື່ອ ການລະບາດ ໂຄວິດ ສິ້ນສຸດລົງ, ເພິ່ນ ຈະພັດທະນາ ຍີ່ຫໍ້ ແຟຊັ່ນ ທ່ີ ເຕັມໄປດ້ວຍສີສັນ ວັດທະນະທຳ ຫວຽດ ຂອງຕົນ. 
ນັກອອກແບບ ເຟືອງແທງ ເລີ່ມເຮັດວຽກໃນຂົງເຂດ ແຟຊັ່ນ ເມື່ອ ປີ 2005, ຫຼັງຈາກຮຽນຈົບມະຫາວິທະຍາໄລ. ໄລຍະທຳອິດ, ເພິ່ນໄດ້ ເລືອກເອົາຜ້າ cotton, linen... ທ່ີມີສີສັນສົດໃສ ໃຫ້ແກ່ ຊຸດອອກແບບ ຂອງຕົນ. ພາຍຫຼັງການເດີນທາງໄປຊອກຮູ້ ກ່ຽວກັບ ໝູ່ບ້ານທຳອາຊີບຕໍ່າຜ້າ ແລະ ປູກມອນລ້ຽງມ້ອນຫຼາຍແຫ່ງ, ແຕ່ເໜືອ ຫາໃຕ້, ນາງ ເຟືອງແທງ ເລີ່ມມີຄວາມຫຼົງໄຫຼ ກັບແພໄໝ ຜ່ານເລື່ອງລາວ ກ່ຽວກັບໂຕມ້ອນ ສ້າງໄຍໄໝ. 

ນາງ ເຟືອງແທງ ໃຫ້ຮູ້ວ່າ ແພໄໝ ເປັນໄໝປະເພດໜຶ່ງ ມີຄຸນຄ່າສູງ ທີ່ສຸດ ໃນບັນດາປະເພດໄໝ ທີ່ມີຕົ້ນກຳເນີດ ຈາກ ທຳມະຊາດ. ເພື່ອ ສຳເລັດການອອກແບບ ແຟຊັ່ນ ຊຸດໜ່ຶງ, ນາງ ຕ້ອງໃຊ້ເວລາແຕ່ 3-5 ເດືອນ, ຂຶ້ນກັບລະດັບ ແລະ ຂໍ້ປີກຍ່ອຍທີ່ຕ້ອງເຮັດດ້ວຍມື ຂອງບັນ ດາຊຸດອອກແບບ. ຊຸດສະສົມຂອງນາງ ສ່ວນຫຼາຍ ມີຫົວຂໍ້ ກ່ຽວກັບ ທຳມະຊາດ ແລະ ສິລະປະ ວັດທະນະທຳ ມູນເຊື້ອ ຂອງ ຫວຽດນາມ. ຫຼັງຈາກມີແນວຄວາມຄິດ, ນາງ ຈະເລືອກເອົາສີສັນແພໄໝ ໃຫ້ ເໝາະສົມກັບຊຸດສະສົມແລ້ວຈຶ່ງ ທໍາການອອກແບບ. 


ຢູ່ Vietnam Silk House, ນາງ ເຟືອງແທງ ແລະ ບັນດາ ຊ່າງຕໍ່າແພໄໝ ບ໋າວລົກ ພ້ອມກັນຄົ້ນຄວ້າ ບັນດາຜະລິດຕະພັນ ທີ່ມີຫຼາຍຮູບຫຼາຍແບບກວ່າ. ພາບ: ຫງວຽນລວນ/VNP


ພາຍຫຼັງການເດີນທາງໄປຊອກຮູ້ ກ່ຽວກັບໝູ່ບ້ານທຳ ອາຊີບຕໍ່າຜ້າ ແລະ ປູກມອນລ້ຽງມ້ອນຫຼາຍແຫ່ງ, ແຕ່ເໜືອ ຫາໃຕ້, ນາງ ເຟືອງແທງ ໄດ້ເລືອກເອົາແພໄໝ ເປັນວັດຖຸ ຕົ້ນຕໍ ໃຫ້ແກ່ ບັນດາຊຸດອອກແບບຂອງຕົນ. ພາບ: ຫງວຽນລວນ/VNP



ຊຸດອອກແບບຈໍານວນໜຶ່ງ ຂອງ ນັກອອກແບບ ເຟືອງແທງ. ພາບ: ຫງວຽນລວນ/VNP
















 

ໃນຊຸດສະສົມທີ່ ເຂົ້ົ້າຮ່ວມໃນລາຍການສະແດງ ແຟຊັ່ນ “ອ໋າວຢ່າຍ ຂອງ ພວກເຮົາ” ເຊິ່ງໄດ້ສະແດງຢູ່ ວັນມ້ຽວ-ກວັກຕື໋ຢາມ (ຮ່າໂນ້ຍ), ນາງ ເຟືອງແທງ ໄດ້ນຳ ທຸກສີສັນ, ຮູບລັກສະນະຂອງ ດອກ tulips ມາໃສ່ໃນຊຸດ ອ໋າວຢ່າຍ ທີ່ໃຊ້ແພໄໝ organza. ດ້ວຍການນຳໃຊ້ ລາຍດອກໄມ້ ແບບ 3D, ດອກ tulips ສະແດງອອກຢ່າງຈະແຈ້ງ ເທິງຜືນແພໄໝ ທີ່ອ່ອນນວນ. ສ່ວນແຂນເສື້ອ ໄດ້ປະສານສົມທົບ ກັບແພໄໝ organza, ຊຸດສະສົມ ແຟຊັ່ນ ດັ່ງກ່າວ ດຶງດູດໃຈທ່ານຜູ້ ຊົມ ຜ່ານການສະແດງ ຂອງບັນດານາງແບບເທິງເວທີ. 

ປັດຈຸບັນ, ນັກອອກແບບ ເຟືອງແທງ ແລະ Vietnam Silk House ໄດ້ຮ່ວມມືກັນມາໄດ້ 5 ປີ ແລ້ວ. ຢູ່ Vietnam Silk House, ນາງ ເຟືອງແທງ ແລະ ບັນດາ ຊ່າງຕໍ່າແພໄໝ ບ໋າວລົກ ພ້ອມກັນຄົ້ນຄວ້າ ບັນດາຜະລິດຕະພັນ ທີ່ມີຫຼາຍຮູບຫຼາຍແບບກວ່າ. ນອກຈາກ ບັນ ດາຜະລິດຕະພັນ ອ໋າວຢ່າຍ ແລະ ສິ້ນ ທີ່ຜະລິດດ້ວຍ ແພໄໝ, ຜ້າ ໄໝ ດ້ວຍລວດລາຍ ນົກຍາງ, ຕົ້ນໂພ ແລະ ທ່ານໍ້າ ຖືຮູບພາບ ໝູ່ ບ້ານຊົນນະບົດ ຫວຽດນາມ ຂອງ ນັກອອກແບບ ເຟືອງແທງ ຍັງໄດ້ ຄົນ ຫວຽດ ຫຼາຍຄົນ, ພິເສດແມ່ນນັກທ່ອງທ່ຽວຕ່າງປະເທດ ນິຍົມ ຊື້ຢ່າງຫຼວງຫຼາຍ. ນາງ ເຟືອງແທງ ໄດ້ໄຂຄວາມໃນໃຈອອກມາວ່າ: “ສິ່ງດັ່ງກ່າວ ເຮັດໃຫ້ຂ້າພະເຈົ້າຮູ້ສຶກ ດີໃຈຫຼາຍ, ຂ້າພະເຈົ້າ ຫວັງວ່າ ແພໄໝ ແລະ ວັດທະນະທຳ ຫວຽດນາມ ຈະໄດ້ຄົນຕ່າງປະເທດ ຮູ້ ຈັກຫຼາຍຍິ່ງຂຶ້ນ”.


ນັກອອກແບບ ເຟືອງແທງ ໃນລາຍການສະແດງ ແຟຊັ່ນ “ອ໋າວຢ່າຍ ຂອງ ພວກເຮົາ” ເຊິ່ງໄດ້ສະແດງຢູ່ ວັນມ້ຽວ-ກວັກຕື໋ຢາມ (ຮ່າໂນ້ຍ). ພາບ: ໂດຍຜູ້ກ່ຽວສະໜອງໃຫ້








ໃນຊຸດສະສົມທີ່ເຂົ້ົ້າຮ່ວມໃນລາຍການສະແດງ ແຟຊັ່ນ “ອ໋າວຢ່າຍ ຂອງ ພວກເຮົາ” ເຊິ່ງໄດ້ສະແດງຢູ່ ວັນມ້ຽວ-ກວັກຕື໋ຢາມ (ຮ່າໂນ້ຍ), ນາງ ເຟືອງແທງ ໄດ້ນຳທຸກສີສັນ, ຮູບລັກສະນະຂອງ ດອກ tulips ມາໃສ່ໃນຊຸດ ອ໋າວຢ່າຍ ທີ່ໃຊ້ແພໄໝ organza. ພາບ: ໂດຍຜູ້ກ່ຽວສະໜອງໃຫ້

ແບ່ງປັນກ່ຽວກັບວຽກງານອອກແບບ ແລະ ຂາຍຜະລິດຕະພັນໃນ ປັດຈຸບັນ ເມື່ອ ໂຄວິດ-19 ລະບາດ, ນັກອອກແບບ ເຟືອງແທງ ໃຫ້ຮູ້ ວ່າ ປັດຈຸບັນ ວິສາຫະກິດ ທຸກແຫ່ງ ມີຄວາມຫຍຸ້ງຍາກຄືກັນ ແລະ ຂະ ແໜງ ແຟຊັ່ນ ລະດັບສູງກໍ່ຄືກັນ. ໃນໄລຍະນີ້, ນາງ ເຟືອງແທງ ຈະຍູ້ ແຮງ ການຂາຍຜະລິດຕະພັນ ຜ່ານທາງອອນລາຍ ເພື່ອຮັກສາເຄື່ອງ ໝາຍການຄ້າ ກໍ່ຄືແກ້ໄຂ ບັນຫາການເປັນຢູ່ ໃຫ້ແກ່ ບັນດານາຍຊ່າງ ປັກແສ່ວດ້ວຍມື ທີ່ມີຄວາມສະໜິດຕິດພັນ ກັບນາງ ເປັນເວລາຫຼາຍ ປີ. ຍິ່ງກວ່ານັ້ນ, ນາງຍັງຮໍ່າຮຽນ ແລະ ຊອກຮູ້ ເພື່ອພັດທະນາບັນດາ ຜະລິດຕະພັນເສີມຄວາມງາມຈາກແພໄໝ, ເພື່ອລໍຖ້າ ເມື່ອການ ລະ ບາດ ໂຄວິດ-19 ຜ່ານໄປ ຈະສ້າງໂອກາດ ພັດທະນາທີ່ດີ ໃຫ້ແກ່ ເຄື່ອງໝາຍການຄ້າ ແຟຊັ່ນ ຂອງຕົນ. 
 
ບົດ: ເງິນຮ່າ - ພາບ: ຫງວຽນລວນ ແລະ ເອກະສານ ໂດຍຜູ້ກ່ຽວ ສະໜອງ 

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top