ປະດິດສ້າງ ເຄື່ອງປະດັບ ໃຫ້ແປ້ນພິມ

ປະດິດສ້າງ ເຄື່ອງປະດັບ ໃຫ້ແປ້ນພິມ

ຕັ້ງຢູ່ເຂດຊຸມຊົນແຫ່ງໜຶ່ງ ໃນຮ່ອມຖະໜົນ ຫງວຽນຈ໊າຍ (ເມືອງ ແທງຊວນ) ແມ່ນຮ້ານວາງສະແດງຜະລິດຕະພັນ, ທັງແມ່ນບ່ອນ ປະດິດສ້າງເຄື່ອງປະດັບໃຫ້... ແປ້ນພິມຄອມພິວເຕີ ຂອງ ນາງ ດ່າວທິຮວ່ຽນທູ. 

ເຖິງວ່າຮຽນຈົບຈາກຂະແໜງ ສະຖາປັດຕະຍະກຳ, ແຕ່ໃນຂະນະ ກຳລັງຮຽນ, ນາງ ຮວ່ຽນທູ ໄດ້ເລີ່ມຜະລິດ ອຸປະກອນເສີມ ໃຫ້ແກ່ ກ້ອງຖ່າຍຮູບ. ເວລານັ້ນ, ວົງການແປ້ນພິມ ກົນຈັກ ຫາກໍກຳເນີດ ຂຶ້ນ, ເພາະສະນັ້ນ ຮວ່ຽນທູ ໄດ້ເລີ່ມຜະລິດ ຜະລິດຕະພັນ ໜຶ່ງ ທີ່ມີຮູບ ດອກເໝີຍ. ຮວ່ຽນທູ ໃຫ້ຮູ້ວ່າ: “ຕອນນັ້ນ ຕ້ອງໃຊ້ເວລາ ໜຶ່ງເດືອນ ຈຶ່ງເຮັດສຳເລັດ, ແຕ່ໃນເວລານັ້ນ ພຽງແຕ່ເຮັດ ເພື່ອການທົດລອງ, ດັ່ງນັ້ນ ຜະລິດຕະພັນ ບໍ່ມີຄວາມ ປານີດແນບນຽນ ແລະ ບໍ່ມີຄຸນນະພາບ ເທົ່າກັບປັດຈຸບັນ. ຈາກນັ້ນ, ໂດຍບັງເອີນ, ມີລູກຄ້າຄົນໜຶ່ງຊາວ ໄຕ້ຫວັນ ໄດ້ມາ ເບິ່ງອຸປະກອນເສີມ ຂອງກ້ອງຖ່າຍຮູບ ແລະ ຊື້ມັນໄປ, ດັ່ງນັ້ນຂ້າ ພະເຈົ້າຄິດວ່າ ສາມາດ ໄປຕາມທິດທາງ ທີ່ຈະເຮັດເຄື່ອງ keycap ເພື່ອຂາຍ”. 

 

ນາງ ຮວ່ຽນທູ ໄດ້ຜະລິດ ບັນດາຜະລິດຕະພັນ keycap ເພື່ອຕົກ ແຕ່ງໃຫ້ ແປ້ນພິມ ເປັນເວລາເກືອບ 10 ປີແລ້ວ.

 

ຈາກນັ້ນ ເມື່ອຄົ້ນຄວ້າລົງເລິກ ກ່ຽວກັບຜະລິດຕະພັນ ແລະ ຕະ ຫຼາດ ຮວ່ຽນທູ ໄດ້ໃຫ້ຂໍ້ສັງເກດວ່າ ຖ້າເຮັດແບບງ່າຍໆ, ມັນຈະບໍ່ ສ້າງຄວາມດຶງດູດໃຫ້ລູກຄ້າມາຊື້. ດັ່ງນັ້ນ, ນາງ ເລີ່ມຄົ້ນຄວ້າບັນ ດາແບບລາຍດອກທີ່ເປັນເອກະລັກ ເພືື່ອໃຫ້ຜະລິດຕະພັນ ທ່ີຜະ ລິດອອກມາ ຈະມີຊີວິດຊີວາຍິ່ງຂຶ້ນ. ປັດຈຸບັນ, ຜະລິດຕະພັນທີ່ ຮວ່ຽນທູ ພວມຜະລິດມີ 2 ຫົວຂໍ້ຄື: ວັດທະນະທຳ ຫວຽດ ແລະ ວັດທະນະທຳ ຕ່າງປະເທດ. ສຳລັບວັດທະນະທຳ ຫວຽດ, ຮວ່ຽນທູ ໄດ້ຜະລິດ ບັນດາຜະລິດຕະພັນ ມີແບບລວດລາຍ ທີ່ຄຸ້ນເຄີຍ ກັບຊາວ ຫວຽດນາມ ເຊັ່ນ: ມັງກອນ, ຫົງ, ເມກ, ໄຟ, ດອກບົວ... ສ່ວນ ວັດທະນະທຳ ຕ່າງປະເທດ ຈະສ້າງ ບັນດາ ຜະລິດຕະພັນ ທີ່ເປັນສັນຍາລັກ ຂອງໂລກເຊັ່ນ: ຫໍ Eiffel, ສັງວຽນ Rome…

 

 

ຮວ່ຽນທູ ໃຫ້ຮູ້ວ່າ ເພື່ອເຮັດໄດ້ຜະລິດຕະພັນ ຕົກແຕ່ງແປ້ນພິມ ໜຶ່ງ ຈະມີ 4 ຂັ້ນຕອນພື້ນຖານ. ກ່ອນອື່ນໝົດຕ້ອງມີຄວາມຄິດ ໃນການອອກແບບ. ຫຼັງຈາກນັ້ນ ແມ່ນສ້າງແມ່ພິມ ດ້ວຍສອງວິທີ, ໜຶ່ງແມ່ນສ້າງແມ່ພິມ ທຽນ ດ້ວຍມື, ສອງແມ່ນ ໃຊ້ເຕັກໂນໂລຊີ ເພື່ອ ສະໜັບສະໜູນ. ຫຼັງຈາກ ສ້າງເປັນ ຮູບແລ້ວ ຈະສືບຕໍ່ ປະຕິບັດ ອີກ ບາງຂັ້ນຕອນ ເພືື່ອໃຫ້ເປັນ ຜະລິດຕະພັນ ສໍາເລັດຮູບ.ໃນບັນດາຂັ້ນຕອນ, ການອອກແບບ ທີ່ມາຈາກ ແນວຄວາມຄິດ ແມ່ນໃຊ້ເວລາ ດົນທີ່ສຸດ. ໂດຍປົກກະຕິ, ມັນຍາກຫຼາຍ ຍ້ອນຕ້ອງສະແດງ ຮູບພາບ ໃນຫົວຄິດເປັນຮູບ ແຜນຜັງ, ນອກຈາກນັ້ນ, ຖ້າມັນ ເລີ່ມຈາກ ແນວຄວາມຄິດ ຂອງ ລູກຄ້າ, ເວລາຂຶ້ນຮູບແຜນຜັງ ຈະຍິ່ງດົນ.

 

 
 

ປັດຈຸບັນ, ຮວ່ຽນທູ ໄດ້ນຳໃຊ້ວັດສະດຸເງິນ 925 ເພື່ອຜະລິດອອກ ມາ ເປັນຜະລິດຕະພັນ ທີ່ຄວາມລະອຽດສູງ. ຜະລິດຕະພັນ ຕົກ ແຕ່ງ ແປ້ນພິມ ຕາມປົກກະຕິແລ້ວ ແມ່ນໄດ້ຜະລິດ ເປັນ 5 ຂະ ໜາດ ເຊິ່ງໄດ້ ສະແດງໃຫ້ເຫັນ ໂດຍຜ່ານແຕ່ລະຊຸດສະສົມ ເພື່ອ ໃຫ້ລູກຄ້າເລືອກ. ໂດຍປົກກະຕິ ຕ້ອງໃຊ້ເວລາ 1 ເດືອນ ເພື່ອ ເຮັດໃຫ້ ສຳເລັດຊຸດສະສົມໜຶ່ງ. ບັນດາຜະລິດຕະພັນ ເພື່ອປະດັບປະດາ ແປ້ນພິມ ຕົ້ນຕໍ ແມ່ນຂາຍໃຫ້ຊາວໜຸ່ມ ຫວຽດນາມ ແລະ ຕ່າງປະເທດຄື ສ ອາເມລິກາ, ຝຣັ່ງ, ຍີ່ປຸ່ນ... ໃນລາຄາ ແຕ່ 1-15 ລ້ານດົ່ງ/ອັນ. 

 


Top