ຊຸດປະຈຳ ເຜົ່າ ຊີລາ

ຊຸດປະຈຳ ເຜົ່າ ຊີລາ

ຊີລາ ແມ່ນໜຶ່ງໃນ ກຸ່ມຊົນເຜົ່າ ມີຈຳນວນປະຊາກອນ ໜ້ອຍທີ່ສຸດ ໃນວົງຄະນາຍາດ 54 ຊົນເຜົ່າ ຫວຽດນາມ ດຳລົງຊີວິດ ສ່ວນໃຫຍ່ ຢູ່ເມືອງ ເມື່ອງແຍ໋ (ແຂວງ ດ້ຽນບຽນ) ແລະ ເມື່ອງແຕ່ (ແຂວງ ລາຍເຈົາ). ຊຸດອາພອນ ຂອງຊາວເຜົ່າ ຊີລາ ມີຫຼາຍຈຸດທີ່ເປັນເອກະລັກສະເພາະ ຂອງ ເຜົ່າ. ໂດຍຜ່ານເຄື່ອງແຕ່ງກາຍ ສາມາດສະແດງ ໃຫ້ເຫັນ ລັກສະນະຈຳເພາະ ຂອງອາຍຸ ກໍຄືການສົມລົດ ແລະ ຄອບຄົວຂອງຜູ້ນຸ່ງຖືຢ່າງຊັດເຈນ. 

ຍິງສາວເຜົ່າ ຊີລາ ໄປຫຼິ້ນບຸນ ໃນຊຸດປະຈຳເຜົ່າ. 

ພິເສດ, ຊາວເຜົ່າ ຊີລາ ຍັງມີຄວາມລະອຽດອ່ອນຫຼາຍ ໃນການ ໃຊ້ ແພຄຽນຫົວ ເພື່ອຈຳແນກ ລະຫວ່າງຜູ້ຍິງ ຍັງບໍ່ທັນໄດ້ ແຕ່ງ ງານ ແລະ ຜູ້ຍິງ ແຕ່ງງານແລ້ວ. ທ່ານນາງ ຮູ່ໂກ໋ຊວນ-ນັກສິລະປິນ ຊາວເຜົ່າ ຊີລາ (ບ້ານ ແຊວໄຮ, ຕາແສງ ການໂຮ່) ໃຫ້ຮູ້ວ່າ: “ແພຄຽນຫົວ ທີ່ແມ່ຍິງເຜົ່າຊີລາ ໃຊ້ຄຽນຫົວມີ 2 ປະເພດຄື: ແພຄຽນຫົວສີຂາວ ແລະ ແພຄຽນຫົວສີດຳ, ແພຄຽນຫົວສີຂາວແມ່ນສຳລັບສາວນ້ອຍ, ແພຄຽນຫົວສີດຳ ແມ່ນສຳລັບຜູ້ທີ່ແຕ່ງງານແລ້ວ. ການຈຳແນກນີ້ ບໍ່ພຽງແຕ່ ຊ່ວຍໃຫ້ຄົນນອກ ຮັບຮູ້ໄດ້ຜູ້ທີ່ແຕ່ງງານແລ້ວ ແລະ ຍັງບໍ່ທັນ ແຕ່ງງານເທົ່ານັ້ນ, ແຕ່ຍັງມີຄວາມໝາຍ ສຳລັບ ຜູ້ທີ່ແຕ່ງງານແລ້ວ, ເພື່ອສະແດງຄວາມຮັກ ແບບ ຮັກດຽວໃຈດຽວ ຂອງເຂົາເຈົ້າ ທ່ີມີຕໍ່ຜົວຂອງຕົນ”.

 

ເສື້ອ ຂອງ ແມ່ຍິງ ຊີລາ ຖືກຫຍິບຈາກ ຜ້າຄາມສີດຳ, ຕົວເສື້ອສັ້ນ, ໂອບກອດ ພໍດີຮ່າງກາຍ. ຄໍ, ແຂນເສື້ອ ແລະ ຕີນເສື້ອ ຖືກຕົກແຕ່ງດ້ວຍເສັ້ນແຂບ ຫຼື ແຖບຜ້າ ທີ່ມີສີສັນ ສົດໃສ. ຈຸດເດັ່ນຂອງເສື້ອ ສ້າງຄວາມມີສະເໜ່ ໃຫ້ຜູ້ຍິງ ຊີລາ ແມ່ນສ່ວນເສື້ອຊ້ອນຢູ່ໜ້າເອິກ ຖືກຕິດດ້ວຍຫຼຽນເງິນ ທີ່ເຫຼື້ອມ ລະຍິບລະຍັບ ເຮັດໃຫ້ເພີ່ມ ຄວາມງາມຂອງເຂົາເຈົ້າ. ເສື້ອຊ້ອນ ຖືກຕິດຫຼຽນເງິນ 72 ຫຼຽນ ເປັນແຖວຕາມລວງຂວາງ ຫຼື ໂລຫະ ຕາມລວງຂວາງ ເພື່ອການຕົກແຕ່ງ.

 

 

ສິ້ນຂອງແມ່ຍິງເຜົ່າ ຊີລາ ແມ່ນ ຫຍິບເປັນວົງປິດ, ສີດໍາ, ຍາວ ຈາກແອວເຖິງຂໍ້ຕີນ. ສິ້ນແຕ່ລະຊຸດ ມີສອງສ່ວນ ທີ່ແຕກຕ່າງກັນ ຄື: ຫົວສິ້ນ ແລະ ຕົວສິ້ນ. ຫົວສິ້ນແມ່ນແຖບຜ້າທີ່ມີສີແຕກຕ່າງ, ກວ້າງ ປະມານ 20 ຊມ. ແຂບຕີນສິ້ນ ຖືກແສ່ວດ້ວຍໄໝຫຍິບ ສີແດງ ຢ່າງໂດດເດັ່ນ. ສາຍແອວຖືກເຮັດດ້ວຍຜ້າໄໝ ຫຼື ຜ້າຝ້າຍສີຂຽວ, ສອງສົ້ນໄດ້ຮັບການຕົກແຕ່ງ ດ້ວຍແຂບຜ້າ ມີສີສັນລວດລາຍ ທີ່ຫຼາກຫຼາຍ, ສາຍແອວ ຊ່ວຍຮັກສາ ໃຫ້ຫົວສິ້ນ ຮັດສ່ວນແອວ ໃຫ້ແໜ້ນ.

ຍິງສາວເຜົ່າ ຊີລາ ໄປຫຼິ້ນບຸນ ໃນຊຸດປະຈຳເຜົ່າ. 

ສຳລັບຊຸດປະຈຳເຜົ່າ ຂອງຜູ້ຊາຍ ເຜົ່າ ຊີລາ, ເຂົາເຈົ້າມັກ ນຸ່ງໂສ້ງ “ເຈີນແກ່ວ” (ຂາໂສ້ງກວ້າງ, ບໍ່ມີການຕໍ່ຢູ່ສ່ວນກົ້ນໂສ້ງ), ເສື້ອແຂນຍາວ ຖືກຕັດຢູ່ໜ້າເອິກ, ໃສ່ກະດຸມ, ຄໍຢືນ, ມີຖົງເສື້ອ 2 ຫຼື 3 ຖົງ, ສີຄາມ ແລະ ໃສ່ແພຄຽນຫົວສີຂາວ. ແຕ່ໃນທຸກວັນນີ້, ຜູ້ຊາຍເຜົ່າ ຊີລາ ໄດ້ຫັນມານຸ່ງຊຸດອາພອນຄືຊາວເຜົ່າ ກິງ ທັງໝົດ.

 

ຄຽງຄູ່ກັບການແຊກແຊງດ້ານວັດທະນະທຳ ກັບຊົນເຜົ່າອື່ນ, ຊຸດປະຈຳເຜົ່າ ກໍ່ມີລັກສະນະພິຖີພິຖັນ, ດັ່ງນັ້ນ ຊາວເຜົ່າ ຊີລາ ຈຶ່ງມັກນຳໃຊ້ຊຸດນີ້ໃນວັນບຸນ, ງານແຕ່ງດອງ ແລະ ໃນເຫດການ ໃຫຍ່ໆ ຂອງໝູ່ບ້ານເທົ່ານັ້ນ... ທັງນີ້ແມ່ນວິທີທີ່ ຊາວເຜົ່າ ຊີລາ ອະນຸລັກຮັກສາມູນເຊື້ອ ວັດທະນະທຳ ຂອງ ຊົນເຜົ່າຕົນ. 

ຍິງສາວເຜົ່າ ຊີລາ ໄປຫຼິ້ນບຸນ ໃນຊຸດປະຈຳເຜົ່າ. 
 

ປະຕິບັດໂດຍ: ກົງດາດ - ແປໂດຍ: ບິກລຽນ


Top