• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານສະເໜີວິທີການຮ່ວມມືກັບ ຫວຽດນາມ ເພື່ອປະຕິບັດເປົ້າໝາຍອະນຸລັກຮັກສາປາຫິມະຢູ່ ຂົ້ວໂລກໃຕ້

CDS ແມ່ນລະບົບເອເລັກໂຕນິກທັງໝົດ ເຊິ່ງໄດ້ຜະລິດອອກເພື່ອຕິດຕາມປາຫິມະ ຈາກການສົ່ງເຂົ້າທຽບທ່າໃນຕະຫຼອດເຖິງການເຄື່ອນໄຫວຮອບວຽນດ້ານການຄ້າ.
(ພາບປະກອບ: TTXVN)
ຄະນະກຳມະການອະນຸລັກຮັກສາຊັບພະຍາກອນຊີວະສັດທະເລຂົ້ວໂລກໃຕ້ (CCAMLR) ໄດ້ຕິດຕໍ່ກັບລັດຖະບານ ຫວຽດນາມ, ສະເໜີໂອກາດຮ່ວມມືກັບຄະນະກຳມະການນີ້ ຜ່ານການສະໝັກໃຈເຂົ້າຮ່ວມແຜນຮ່າງເອກະສານຫາປາ (CDS) ສະຫງວນໃຫ້ແກ່ປາຫິມະຂອງຄະນະກຳມະການດັ່ງກ່າວ. ຂໍ້ສະເໜີດັ່ງກ່າວໂດຍທ່ານ Todd Dubois, ຜູ້ຄຸ້ມຄອງການຕິດຕາມ ແລະ ປະຕິບັດຕາມອາຊີບຫາປາຂອງ CCAMLR ຍົກອອກມາ, ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ຫວ່າງມໍ່ໆມານີ້ ຢູ່ ອົດສະຕາລີ. ທ່ານ Todd Dubois ໃຫ້ຮູ້ວ່າ, CDS ແມ່ນລະບົບເອເລັກໂຕນິກທັງໝົດ ເຊິ່ງໄດ້ຜະລິດອອກເພື່ອຕິດຕາມປາຫິມະ ຈາກການສົ່ງເຂົ້າທຽບທ່າໃນຕະຫຼອດເຖິງການເຄື່ອນໄຫວຮອບວຽນດ້ານການຄ້າ. CCAMLR ໄດ້ຕິດຕໍ່ ແລະ ສົ່ງເສີມໃຫ້ ຫວຽດນາມ ພິຈາລະນາຮ່ວມມືກັບຄະນະກຳມະການ. ທ່ານ Todd Dubois ຢືນຢັນວ່າ, CCAMLR ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນທຸກດ້ານ ຖ້າຫາກ ຫວຽດນາມ ປາດຖະໜາຢາກຮ່ວມມືກັບ CCAMLR ຜ່ານການເຂົ້າຮ່ວມ CDS. ດ້ວຍວິທີດັ່ງກ່າວ, ຫວຽດນາມ ກໍ່ຈະໜູນຊ່ວຍ CCAMLR ປະຕິບັດບັນດາເປົ້າໝາຍອະນຸລັກຮັກສາ, ພ້ອມທັງໜູນຊ່ວຍບັນດາຄວາມມານະພະຍາຍາມຂອງທົ່ວໂລກ ເພື່ອຕ້ານຄືນການເຄື່ອນໄຫວຫາປາ IUU.

(ແຫຼ່ງຄັດຈາກ VOV)

ແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມມືກັນເພື່ອການພັດທະນາ

ແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມມືກັນເພື່ອການພັດທະນາ

ຜ່ານການເຄື່ອນໄຫວດັ່ງກ່າວ, ສະຫະພັນແມ່ຍິງ 3 ປະເທດ ຈະສືບຕໍ່ແລກປ່ຽນບົດຮຽນ ແລະ ຮູບແບບທີ່ດີ, ພ້ອມທັງເຊື່ອມຕໍ່ນັກທຸລະກິດຍິງຂອງ 3 ປະເທດ

Top