• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນິງ​ບິງ​ລອດ​ເຂົ້າ “Top 10 ການ​ລົງ​ພຶ​ດ​ຕິ​ກຳ​ຕົວ​ຈິງ​ທີ່ ​ດຶງ​ດູດ​ໃຈ​ທີ່​ສຸດ​ໃນ​ປີ 2024”

ມາຫວຽດນາມ ເຂົ້າຮ່ວມ Tour ທ່ອງທ່ຽວນິງບິງໃນໜຶ່ງວັນເດີນທາງຈາກຮ່າໂນ້ຍ (Full-Day Ninh Binh Highlights Tour from Hanoi) ກໍ່ໄດ້ຮັບການຄັດເລືອກເຂົ້າອັນດັບທີ 9 ໃນຈຳນວນ “Top 10 ການລົງພຶດຕິກຳຕົວຈິງທີ່ ດຶງດູດໃຈທີ່ສຸດໃນປີ 2024.
ພາບປະກອບ: TTXVN

ວັນທີ 3 ກໍລະກົດ, ພະແນກທ່ອງທ່ຽວ ແຂວງນິງບິ່ງ ໃຫ້ຮູ້ວ່າ ໂປຼແກຼມແນະນຳການທ່ອງທ່ຽວ TripAdvisor (ອາເມລິກາ) ຫາກໍ່ປະກາດບັນຊີລາຍຊື່ສະຖານທີ່ຍາດໄດ້ໄຊຊະນະໃນລາຍການ “ບັນດາສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດ, ໂດຍແຂກທ່ອງທ່ຽວຄັດເລືອກໃນປີ 2024”. ໃນນັ້ນ, ນິງບິ່ງ ໄດ້ຮັບການຄັດເລືອກເຂົ້າ “Top 10 ການລົງພຶດຕິກຳຕົວຈິງທີ່ດຶງດູດໃຈທີ່ສຸດໃນປີ 2024” ຈາກແຂກທ່ອງທ່ຽວ.

ມາຫວຽດນາມ ເຂົ້າຮ່ວມ Tour ທ່ອງທ່ຽວນິງບິງໃນໜຶ່ງວັນເດີນທາງຈາກຮ່າໂນ້ຍ (Full-Day Ninh Binh Highlights Tour from Hanoi) ກໍ່ໄດ້ຮັບການຄັດເລືອກເຂົ້າອັນດັບທີ 9 ໃນຈຳນວນ “Top 10 ການລົງພຶດຕິກຳຕົວຈິງທີ່ ດຶງດູດໃຈທີ່ສຸດໃນປີ 2024. TripAdvisor ເນັ້ນໜັກວ່າ tour ທ່ອງທ່ຽວ: “ແທນທີ່ຄວາມຄຶກຄື້ນຂອງນະຄອນຫຼວງຮ່າໂນ້ຍຂອງ ຫວຽດນາມ, ແຂກທ່ອງທ່ຽວຈະເຊື່ອມຕົວເຂົ້າກັບຄວາມງາມຂອງທຳມະຊາດຜ່ານ tour ທ່ອງທ່ຽວທີ່ມີຄວາມໝາຍທີ່ສຸດນີ້. ຜ່ານນັ້ນແຂກທ່ອງທ່ຽວ ຈະໄດ້ລົງຕົວຈິງການຍ່າງ ຫຼືຖີບລົດຖີບຮັບຊົມ ໝູ່ບ້ານທີ່ມີງາມຄືດັ່ງພາບແຕ້ມ ກໍ່ຄືມີໂອກາດຖ່າຍຮູບບັນດາທິວທັດທຳມະຊາດທີ່ສວຍງາມດັ່ງໃນຝັນ. Tour ທ່ອງທ່ຽວນິງບິງໃນມື້ ອອກເດີນທາງຈາກຮ່າໂນ້ຍ ກໍ່ນຳການສົມທົບການເຄື່ອນໄຫວທາງກາຍຍະພາບທີ່ເປັນໜ້າສົນໃຈມາໃຫ້ແຂກທ່ອງທ່ຽວ”.

(ແຫຼ່ງຄັດຈາກ VOV)

ວັນ​ບຸນ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ

ວັນ​ບຸນ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ

ຕອນບ່າຍວັນທີ 5 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ຫວຽດນາມ ໄດ້ດຳເນີນວັນບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ແຂວງ ດົ່ງນາຍ ປີ 2024.

Top