ຂ່າວສານ ວັນບຸນ ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍຄວາມສາມັກຄີ 07/07/2024 ຕອນບ່າຍວັນທີ 5 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ຫວຽດນາມ ໄດ້ດຳເນີນວັນບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ແຂວງ ດົ່ງນາຍ ປີ 2024. ນັກສຶກສາລາວ ແລະ ຫວຽດນາມ ແລກປ່ຽນການສະແດງສິລະປະ (ພາບ: baodongnai.com.vn)ໃນວັນບຸນ, ນັກສຶກສາ, ຊາວໜຸ່ມ ແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ໄດ້ເຂົ້າຮ່ວມການພົບປະແລກປ່ຽນສະແດງສິລະປະວັນນະຄະດີ, ການລະຫຼີ້ນພື້ນເມືອງ, ຮັບຊົມງານວາງສະແດງພາບຖ່າຍກ່ຽວກັບການພົວພັນມິດຕະພາບ ຫວຽດນາມ - ລາວ. ນັກສຶກສາ, ຊາວໜຸ່ມ ດົ່ງນາຍ ແລະ ນັກສຶກສາ ລາວ ກໍໄດ້ຮັບຟັງການບັນລະຍາຍຈອງທ່ານ ພອນສີ ບຸນມີໄຊ ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນປະຫວັດສາດ ກໍຄື ປັດຈຸບັນ. ນອກຈາກນັ້ນ, ຜູ້ຕາງໜ້າ ສະຫະພພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ດົ່ງນາຍ ກໍໄດ້ລາຍງານໂດຍສັງເຂບກ່ຽວກັບວຽກງານການທູດປະຊາຊົນ. ຜ່ານນັ້ນ, ເພີ່ມທະວີຄວາມສະໜິດຕິດພັນ, ຊ່ວຍຊາວໜຸ່ມສອງປະເທດມີສະຕິຄວາມຮັບຮູ້ຢ່າງຄົບຖ້ວນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ ແລະ ຜູກພັນກັນຢ່າງໜຽວແໜ້ນມາແຕ່ດົນນານ ຂອງສອງປະເທດ. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 5 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ຫວຽດນາມ ໄດ້ດຳເນີນວັນບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ແຂວງ ດົ່ງນາຍ ປີ 2024. ນັກສຶກສາລາວ ແລະ ຫວຽດນາມ ແລກປ່ຽນການສະແດງສິລະປະ (ພາບ: baodongnai.com.vn)ໃນວັນບຸນ, ນັກສຶກສາ, ຊາວໜຸ່ມ ແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ໄດ້ເຂົ້າຮ່ວມການພົບປະແລກປ່ຽນສະແດງສິລະປະວັນນະຄະດີ, ການລະຫຼີ້ນພື້ນເມືອງ, ຮັບຊົມງານວາງສະແດງພາບຖ່າຍກ່ຽວກັບການພົວພັນມິດຕະພາບ ຫວຽດນາມ - ລາວ. ນັກສຶກສາ, ຊາວໜຸ່ມ ດົ່ງນາຍ ແລະ ນັກສຶກສາ ລາວ ກໍໄດ້ຮັບຟັງການບັນລະຍາຍຈອງທ່ານ ພອນສີ ບຸນມີໄຊ ຫົວໜ້າສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນ ໂຮ່ຈີມິນ ກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນປະຫວັດສາດ ກໍຄື ປັດຈຸບັນ. ນອກຈາກນັ້ນ, ຜູ້ຕາງໜ້າ ສະຫະພພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ດົ່ງນາຍ ກໍໄດ້ລາຍງານໂດຍສັງເຂບກ່ຽວກັບວຽກງານການທູດປະຊາຊົນ. ຜ່ານນັ້ນ, ເພີ່ມທະວີຄວາມສະໜິດຕິດພັນ, ຊ່ວຍຊາວໜຸ່ມສອງປະເທດມີສະຕິຄວາມຮັບຮູ້ຢ່າງຄົບຖ້ວນ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ ແລະ ຜູກພັນກັນຢ່າງໜຽວແໜ້ນມາແຕ່ດົນນານ ຂອງສອງປະເທດ.
ບັນດາບົດຕໍ່ໄປ ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ05/10/2024ຂ່າວສານລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຖັນແຖວນັກປັນຍາຊົນ, ໃນນັ້ນມີນັກປັນຍາຊົນຍິງ, ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມສຸດຈິດສຸດໃຈຂອງຕົນຢ່າງສຸດຂີດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກປັນຍາຊົນຍິງ, ນັກວິທະຍາສາດຍິງເຂົ້າຮ່ວມບັນດາການເຄື່ອນໄຫວ startup. ຢັ້ງຢືນບົດບາດຂອງ ຫວຽດນາມ ໃນປະຊາຄົມໃຊ້ພາສາ ຝະລັ່ງ ແລະ ຊຸກຍູ້ການຮ່ວມມືກັບ ສ.ຝະລັ່ງ05/10/2024ຂ່າວສານທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ຕາງໜ້າວິສາຫະກິດ, ນັກທຸລະກິດເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ05/10/2024ຂ່າວສານນຳການພົວພັນ ຫວຽດນາມ - ອຽກລັງ ຂຶ້ນສູ່ລະດັບສູງໃໝ່05/10/2024ຂ່າວສານທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບກົງສຸນກິດຕິມະສັກ ຫວຽດນາມ ແລະ ພົບປະປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອຽກລັງ05/10/2024ຂ່າວສານທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລີ່ມຕົ້ນເຂົ້າຮ່ວມກອງປະຊຸມສຸດຍອດຝລັ່ງໂກໂຟນີ ຄັ້ງທີ 19 ແລະ ຢ້ຽມຢາມ ຝລັ່ງ ຢ່າງເປັນທາງການ05/10/2024ຂ່າວສານຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສສົນທະນາການຮ່ວມມື ອາຊີ ຄັ້ງທີ 305/10/2024ຂ່າວສານ ອ່ານເພີ່ມ