• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບກົງສຸນກິດຕິມະສັກ ຫວຽດນາມ ແລະ ພົບປະປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອຽກລັງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ທ່ານ Patrick McKillen ຈະສວມບົດບາດເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງ 2 ຝ່າຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານປະທານກຸ່ມບໍລິສັດ Pacific Land, ກົງສຸນກິດຕິມະສັກຂອງ ຫວຽດນາມ ຢູ່ອຽກລັງ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ອຽກລັງ, ວັນທີ 03 ຕຸລາ, ຢູ່ນະຄອນຫຼວງ Dublin, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານປະທານກຸ່ມບໍລິສັດ Pacific Land, ກົງສຸນກິດຕິມະສັກຂອງ ຫວຽດນາມ ຢູ່ອຽກລັງ Patrick McKillen. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ທ່ານ Patrick McKillen ຈະສວມບົດບາດເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງບັນດາທ້ອງຖິ່ນ ແລະ ວິສາຫະກິດຂອງ 2 ຝ່າຍ; ຊຸກຍູ້ວິສາຫະກິດ ອຽກລັງ ສືບຕໍ່ເປີດກວ້າງການເຄື່ອນໄຫວຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ໄດ້ພົບປະກັບຜູ້ແທນຊາວ ຫວຽດນາມ ອາໄສຢູ່ ອຽກລັງ 130 ຄົນທີ່ພວມດຳລົງຊີວິດ, ຮໍ່າຮຽນ, ເຮັດວຽກຢູ່ ອຽກລັງ ແລະ ພະນັກງານສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທັງຮັບຜິດຊອບ ອຽກລັງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກວິທະຍາສາດ ແລະ ນັກວິສະວະກອນຍິງພາກພື້ນ ອາຊີ - ປາຊີຟິກ

ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ຖັນແຖວນັກປັນຍາຊົນ, ໃນນັ້ນມີນັກປັນຍາຊົນຍິງ, ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມສຸດຈິດສຸດໃຈຂອງຕົນຢ່າງສຸດຂີດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກປັນຍາຊົນຍິງ, ນັກວິທະຍາສາດຍິງເຂົ້າຮ່ວມບັນດາການເຄື່ອນໄຫວ startup.

Top