• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຄະນະພັກຕຳຫຼວດສູນກາງ

ກອງປະຊຸມຄະນະພັກຕຳຫຼວດສູນກາງ ຫວຽດນາມ ໄລຍະ 6 ເດືອນຕົ້ນປີ 2024 ຈັດຂຶ້ນໃນຕອນເຊົ້າວັນທີ 04 ກໍລະກົດ, ຢູ່ ຮ່າໂນ້ຍ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ກຳມະການຄະນະປະຈຳຄະນະພັກຕຳຫຼວດສູນກາງ, ໄດ້ສົ່ງເນື້ອໃນບົດກ່າວປາໃສຊີ້ນຳ ເພື່ອໃຫ້ກອງປະຊຸມທາມທາມຄວາມເຫັນໃນວິວັດການປຶກສາຫາລື. ທ່ານພົນເອກ ໂຕເລິມ, ປະທານປະເທດ, ກຳມະການຄະນະປະຈຳພັກຕຳຫຼວດສູນກາງ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ກຳມະການຄະນະປະຈຳຄະນະພັກຕຳຫຼວດສູນກາງ, ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.

ໃນບົດຂຽນສົ່ງເຖິງກອງປະຊຸມ, ເມື່ອເຕື້ອງທິດທາງ, ມາດຕະການໃນໄລຍະ 6 ເດືອນທ້າຍປີ 2024, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກເຖິງເລື່ອງຕ້ອງເພີ່ມທະວີບັນດາມາດຕະການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ. ຕາມທ່ານເລຂາທິການໃຫຍ່ແລ້ວ, ກອງປະຊຸມສູນກາງພັກຄັ້ງທີ 10 ຊຸດທີ 13 ຈະມາເຖິງ, ຈະປຶກສາຫາລື ແລະ ປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ກຳລັງຕຳຫຼວດປະຊາຊົນ ຕ້ອງກຳແໜ້ນສະພາບການ, ປະຕິບັດວຽກງານປົກປັກຮັກສາພື້ນຖານແນວຄິດຂອງພັກ; ຜັນຂະຫຍາຍມາດຕະການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດຢ່າງຄົບຊຸດ, ຂ້ຽວຂາດ, ກຳແໜ້ນສະພາບການ, ແກ້ໄຂຢ່າງມີປະສິດທິຜົນແຕ່ກ່ອນ, ໂດຍສະເພາະແມ່ນມີບັນດາມາດຕະການສະກັດກັ້ນຄວາມສ່ຽງ, ສິ່ງທ້າທາຍຈາກເຄືອຂ່າຍອິນເຕີເນັດໃຫ້ບັນລຸປະສິດທິຜົນກວ່າ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ໂຕເລິມ ໄດ້ຊົມເຊີຍບັນດາຜົນງານ, ໝາກຜົນພົ້ນເດັ່ນຂອງຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດບັນລຸໄດ້ໃນໄລຍະຜ່ານມາ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ໂຕເລິມ ສະເໜີໃຫ້ຄະນະພັກຕຳຫຼວດສູນກາງ ຕ້ອງສືບຕໍ່ຊີ້ນຳ, ນຳພາປະຕິບັດວຽກງານໃຫ້ຄຳປຶກສາ, ຍຸດທະສາດ ; ປະຕິບັດວຽກງານປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຕໍ່ສູ້ ປ້ອງກັນ, ຕ້ານອາດຊະຍາກຳ; ຍົກສູງປະສິດທິຜົນວຽກງານຄຸ້ມຄອງລັດກ່ຽວກັບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ… ໃຫ້ເປັນຢ່າງດີ.

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ຄະນະພັກຕຳຫຼວດສູນກາງເປັນເຈົ້າການກຳແໜ້ນ, ຄາດຄະເນສະພາບການໃຫ້ເປັນຢ່າງດີ, ເປັນເສນາທິການຕໍ່ພັກ, ລັດ ເພື່ອປະກາດໃຊ້ບັນດາແຜນນະໂຍບາຍ, ມາດຕະການແກ້ໄຂໃຫ້ສອດຄ່ອງກັບສະພາບການຜັນແປຂອງໂລກຢ່າງທັນການ.

(ແຫຼ່ງຄັດຈາກ VOV)

ວັນ​ບຸນ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ

ວັນ​ບຸນ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ

ຕອນບ່າຍວັນທີ 5 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ຫວຽດນາມ ໄດ້ດຳເນີນວັນບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ແຂວງ ດົ່ງນາຍ ປີ 2024.

Top