• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະລາວ ແບ່ງປັນບົດຮຽນກ່ຽວກັບການປັບປຸງລັດຖະທຳມະນູນ

ຕອນເຊົ້າວັນທີ 4 ກໍລະກົດ ຢູ່ ນະຄອນຫລວງ ວຽງຈັນ, ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ ລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບການປັບປຸງລັດຖະທຳມະນູນ. ທ່ານ ປອ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ເປັນປະທານຮ່ວມກອງປະຊຸມສຳມະນາ.
  ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ ລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບການປັບປຸງລັດຖະທຳມະນູນ. (ພາບ: ໜັງສືພິມເອເລັກໂຕຣນິກ ລັດຖະບານ)  

ທີ່ກອງປະຊຸມສຳມະນາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ແບ່ງປັນເລື່ອງປັບປຸງ, ເພີ່ມເຕີມລັດຖະທຳມະນູນ ແມ່ນວຽກງານສຳຄັນຍິ່ງຂອງແຕ່ລະປະເທດ; ໃຫ້ຮູ້ວ່າ: ທັດສະນະຊີ້ນຳຂອງພັກກອມມູນິດຫວຽດນາມ ໃນການປັບປຸງ,ເພີ່ມເຕີມລັດຖະທຳມະນູນ;ສະພາບການກໍ່ສ້າງ, ປະກາດໃຊ້ລັດຖະທຳມະນູນ; ແນວຄິດ, ການນຳນົດທິດຂອງພັກໃນການປັບປຸງ, ເພີ່ມເຕີມລັດຖະທຳມະນູນ; ການຜັນຂະຫຍາຍປະຕິບັດລັດຖະທຳມະນູນ ແລະນຳເອົາລັດຖະທຳມະນູນເຂົ້າປະຕິບັດໃນຊີວິດ

ທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ເນັ້ນຫນັກຢ່າງແຮງບັນດາບົດຮຽນປະສົບການກ່ຽວກັບການປັບປຸງລັດຖະທຳມະນູນ ຊື່ງ ຫວຽດນາມ ໄດ້ແບ່ງປັນໃນຄັ້ງນີ້ ແມ່ນບັນດາບົດຮຽນມີຄວາມໝາຍສຳຄັນສຳລັບຄະນະກຳມະການແຫ່ງຊາດກ່ຽວກັບການປັບປຸງລັດຖະທຳມະນູນປີ 2015 ຂອງລາວ.ເລື່ອງໝູນໃຊ້ບົດຮຽນປະສົບກັນກ່ຽວກັບການປັບປຸງລັດຖະທຳມະນູນຂອງຫວຽດນາມ ຈະຊ່ວຍໃຫ້ວຽກງານປັບປຸງລັດຖະທຳມະນູນປີ 2015 ຂອງລາວ ໃຫ້ມີເນື້ອໃນອຸດົມສົມບູນ, ເຄັ່ງຄັດກວ່າ, ຮັບປະກັນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃນກົງຈັກຂອງພັກ, ລັດ ຂອງ ລາວ, ຮັບປະກັນການຮັບໃຊ້ສິດ ແລະຜົນປະໂຫຍດຢ່າງຍຸຕິທຳໃຫ້ແກ່ປະຊາຊົນ ລາວ ຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

ວັນ​ບຸນ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ

ວັນ​ບຸນ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ

ຕອນບ່າຍວັນທີ 5 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ຫວຽດນາມ ໄດ້ດຳເນີນວັນບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ແຂວງ ດົ່ງນາຍ ປີ 2024.

Top