• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ລອດເຂົ້າ TOP 100 ລະບົບນິເວດເລີ່ມຕົ້ນທຸລະກິດທົ່ວໂລກ

ນະຄອນ ໂຮ່ຈີມິນ ຫຍັບຂຶ້ນ 12 ຂັ້ນເມື່ອທຽບໃສ່ປີ 2025, ບືນຕົວຂຶ້ນຢືນອັນດັບທີ 98 ແລະ ເປັນຄັ້ງທຳອິດທີ່ນອນໃນ Top 100 ລະບົບນິເວດເລີ່ມຕົ້ນທຸລະກິດທົ່ວໂລກ.
  (ພາບ​ປະ​ກອບ: TTXVN)  

ຕາມ​ບົດ​ລາຍ​ງານ​ດັດ​ຊະ​ນີ​ລະ​ບົບ​​ນິ​ເວດເລີ່ມ​ຕົ້ນ​ທຸ​ລະ​ກິດ (startup) ​ທົ່ວ​ໂລກ 2026 ຂອງ​ອົງ​ການ StartupBlink, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອົງ​ການ​ມີ​ອິດ​ທິ​ພົນ​ຊື່​ສຽງ​ຕີ​ລາ​ຄາ​ສະ​ເພາະ​ລະ​ບົບ​ນິ​ເວດ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ປະ​ດິດ​ຄິດ​ສ້າງ​ໃນ​ທົ່ວ​ໂລກ, ຫ​າ​ກໍ່​ປະ​ກາດວ່າ​ ນະ​ຄອນ ໂຮ່​ຈີ​ມິນ ​ຫຍັບ​ຂຶ້​ນ 12 ຂັ້ນ​ເມື່ອ​ທຽບ​ໃສ່​ປີ 2025, ບືນ​ຕົວ​ຂຶ້ນ​ຢືນ​ອັນ​ດັບ​ທີ 98 ແລະ ເປັນ​ຄັ້ງ​ທຳ​ອິດ​ທີ່ນອນ​ໃນ Top 100 ລະ​ບົບ​ນິ​ເວດເລີ່ມ​ຕົ້ນ​ທຸ​ລະ​ກິດ​ທົ່ວ​ໂລກ. ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ໂດຍ​ພະ​ແນກວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ນະ​ຄອນ ໂຮ່​ຈີ​ມິນ ຍົກ​ອອກ​ມາ​ໃນ​ຕອນ​ບ່າຍ​ວັນ​ທີ 19 ພຶດ​ສະ​ພາ.

ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ​້, ນະ​ຄອນ ໂຮ່​ຈິ​ມິນ ໄດ້​ຈັດ​ອັນ​ດັບ​ທີ 5 ກ່ຽວ​ກັບ​ລະ​ບົບ​ນິ​ເວດ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ປະ​ດິດ​ຄິດ​ສ້າງ ແລະ ຢືນ​ອັນ​ດັບ​ທີ 2 ກ່ຽວ​ກັບ​ການ​ເຕີບ​ໃຫຍ່​ຂອງ​ລະ​ບົບ​ນິ​ເວດ (Ecosystem Maturity). Fintech ແມ່ນ​ຂົງ​ເຂດ​ມາ​ແຮງ​ທີ່​ສຸດ​ຂອງ​ນະ​ຄອນ, ຢືນ​ອັນ​ດັບ​ທີ 3 ຢູ່ ອາ​ຊ​ີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ ແລະ ຢືນ​ອັນ​ດັບ​ທີ 60 ໃນ​ທົ່​ວ​ໂລກ; Blockchain ຢືນ​ອັນ​ດັບ​ທີ 5 ຢູ່ ອາ​ຊ​ີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ ແລະ ຢືນ​ອັນ​ດັບ​ທີ 70 ໃນ​ທົ່​ວ​ໂລກ. ຕາມ StartupBlink ແລ້ວ, ນະຄອນ ໂຮ່​ຈິ​ມິນ ນອນ​ໃນ​ກຸ່ມນ​ຳ​ໜ້າ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກ່ຽວ​ກັບ​ລະ​ດັບ​ເຕີບ​ໃຫຍ່​ຂອງ​ລະ​ບົບ​​ນິ​ເວດ ແລະ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສູນ​ເລີ່ມ​ຕົ້ນ​ທຸ​ລະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອນ​ທີ່​ສຸດ​ຢູ່​ພາກ​ພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ການຢ້ຽມຢາມແມ່ນເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຢືນຢັນຄືນໃໝ່ ແລະ ຍົກລະດັບການພົວພັນຮ່ວມມື ເຊິ່ງການນຳຂັ້ນສູງ 2 ຝ່າຍໄດ້ເປັນເອກະພາບ

Top