• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​​ຜັນ​ຂະ​ຫຍາຍ​ການ​ຕໍ່​ໄຟ​ຟ້າ​ສຳ​ລັບສາຍ​ສົ່ງ​ໄຟ​ຟ້າ 500 kv ວົງ​ຈ​ອນ 3 ກ່ອນ​ວັນ​ທີ 30 ມິ​ຖຸ​ນາ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ສຳຫຼວດກວດຄືນ, ມີຄວາມເອົາໃຈໃສ່ເຂົ້າໂຄງການນີ້ຢ່າງສູງ ເພື່ອນຳເຂົ້າເຄື່ອນໄຫວກ່ອນວັນທີ 30 ມິຖຸນາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 23 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ກ່ຽວຂ້ອງກ່ຽວກັບຄວາມຄືບໜ້າການຜັນຂະຫຍາຍໂຄງການສາຍສົ່ງໄຟຟ້າ 500 ກິໂລວັດ ວົງຈອນ 3 ໂຝໂນຍ (ຮຶງອຽນ) - ກວ໋າງແຈກ (ກວ໋າງບິ່ງ); ສະພາບການ, ຄວາມສາມາດສະໜອງໄຟຟ້າໃນຊຸມເດືອນຈຸດສູງ ປີ 2024, 2025 ແລະ ຊຸມປີຕໍ່ໄປ; ສະພາບການຜັນຂະຫຍາຍແຜນຜັງໄຟຟ້າ VIII. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກ.

ຕາມກຸ່ມບໍລິສັດໄຟຟ້າ ຫວຽດນາມ, ໄລ່ຮອດປັດຈຸບັນ ໂຄງການສາຍສົ່ງໄຟຟ້າ 500  ກິໂລວັດ ວົງຈອນ 3 ດັ່ງກ່າວ ໄດ້ບຸກເບີກໜ້າພຽງສຳເລັດແລ້ວ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ສຳຫຼວດກວດຄືນ, ມີຄວາມເອົາໃຈໃສ່ເຂົ້າໂຄງການນີ້ຢ່າງສູງ ເພື່ອນຳເຂົ້າເຄື່ອນໄຫວກ່ອນວັນທີ 30 ມິຖຸນາ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ການນຳ UNESCO ແລະ ຫົວໜ້າຄະນະຜູ້ຕາງໜ້າລ້ວນແຕ່ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ກັບ UNESCO ແລະ ບັນດາປະເທດສະມາຊິກ

Top