• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ທ່ຽວຊົມ ວັດ ດຸກ

ເມືອງເກາະ ຫຼີເຊີນ (ແຂວງ ກວ່າງຫງ໊າຍ) ບໍ່ພຽງແຕ່ ມີຊື່ສຽງ ກ່ຽວ ກັບສະຖານທ່ີ ກອງທະຫານເຮືອ ຮວ່າງຊາ ເທົ່ານັ້ນ, ແຕ່ຍັງມີວັດ ດຸກ ມີຊື່ອັກສອນຈີນ ວ່າ ດິ໊ງລຽມຕື້, ເປັນວັດທ່ີໂດດດ່ຽວ, ມີ ພູມ ພາບທີ່ສວຍງາມ ກັບ ບັນຍາກາດ ທີ່ງຽບສະຫງົບ ຢ່າງໜ້າອັດສະ ຈັນ ອີກດ້ວຍ. 
ຕັ້ງຢູ່ຫວ່າງກາງພູ ຢ໋ຽງຕ່ຽນ, ຈອມພູເຂົາໄຟ ຢູ່ເທິງເກາະ ໄດ້ຢຸດ ການພົ່ນລາວາ ອອກມາ ມາເປັນເວລາ ຫຼາຍພັນປີແລ້ວ, ຍ່າງ ຕາມຂັ້ນໄດ ຫີນ 139 ຂັ້ນ ຈະເຫັນວັດ ດຸກ ປະກົດຂຶ້ນຢູ່ຕໍ່ໜ້າ, ເຖິງວ່າ ມີຂະນ້ອຍ ແຕ່ສຸດພິເສດ. ຕາມບັນທຶກທາງປະຫວັດສາດ, ໃນຊຸມປີ 60 ຂອງ ສະຕະວັດ ຜ່ານມາ, ນະແຫ່ງນີ້ ເຄີຍເປັນ ຖໍ້າ ເສືອ, ຫຼັງຈາກນັ້ນ ໄດ້ຄູບາ ຢ໋າກຕ໋ວນ ເລືອກເປັນສະຖານທີ່ປະ ຕິບັດທໍາ. ແຕ່ວ່າ ຈົນເຖິງຕົ້ນປີ 2000 ວັດ ແຫ່ງນີ້ ຈຶ່ງໄດ້ ຮັບການ ຕົກແຕ່ງ ໃຫ້ສະອາດ ແລະ ສວຍງາມ.

ຕັ້ງຢູ່ບໍລິເວນ ທັດສະນີຍະພາບ ທ່ີສວຍງາມ, ວັດ ດຸກ ມີຮູບປັ້ນ ເຈົ້າແມ່ກວນອິນ ສູງ 27 ແມັດ, ພາໄປເຖິງ ຫໍບູຊາ ທີ່ເກົ່າແກ່ ຫຼາຍ ແຫ່ງ ຕັ້ງເລິກ ຢູ່ໃນພູ ຊຶ່ງຖືກປົກຄຸມເຕັມແຕ່ໄຄນໍ້າ. 

ຮູບປັ້ນ ເຈົ້າແມ່ກວນອິນ ສູງ 27 ແມັດ, ຕັ້ງຢູ່ເທິງຖານ ດອກ ບົວຂາວ, ຕັ້ງຢູ່ຕີນພູ ຢ໋ຽງຕ່ຽນ, ເຊິ່ງເປັນເສັ້ນທາງຫຼັກ ໄປຫາວັດ ດຸກ. ພາບ: ກົງດາດ/VNP


ອ້ອມຮອບຮູບປັ້ນເຈົ້າແມ່ນກວນອິນ ມີກ້ອນຫີນ ລາວາຫຼາຍກ້ອນ ມີຮູບຊົງທີ່ແປກປະຫຼາດ ແລະ ເປັນຕາຈັບໃຈ. ພາບ: ກົງດາດ/VNP


 

ວັດ ດຸກ ມີຖ້ຳໃຫຍ່, ນ້ອຍ ສາມແຫ່ງ ທີ່ແຕກຕ່າງກັນ. ຖ້ຳ ທຳອິດ ມີເນື້ອທີ່ປະມານ 65 ມ3, ທາງກາງ ແລະ ສອງດ້ານ ແມ່ນ ແທ່ນບູຊາ ພະພຸດທະຮູບ. ຢູ່ເຄິ່ງກາງ ແມ່ນສຳລັບ
ສັກກາລະບູຊາ ພະສາດສະດາ, ເບື້ອງຊ້າຍແມ່ນ ບູຊາເຈົ້າແມ່ກວນອິນ, ເບື້ອງຂວາແມ່ນບູຊາ ເຈົ້າອາວາດ ຜູ້ທຳອິດຂອງວັດ. ພາບ: ກົງດາດ/VNP



ວັດ ດຸກ ມີຖ້ຳໃຫຍ່, ນ້ອຍ ສາມແຫ່ງ ທີ່ແຕກຕ່າງກັນ. ຖ້ຳ ທຳອິດ ມີເນື້ອທີ່ປະມານ 65 ມ3, ທາງກາງ ແລະ ສອງດ້ານ ແມ່ນ ແທ່ນບູຊາ ພະພຸດທະຮູບ. ຢູ່ເຄິ່ງກາງ ແມ່ນສຳລັບ
ສັກກາລະບູຊາ ພະສາດສະດາ, ເບື້ອງຊ້າຍແມ່ນ ບູຊາເຈົ້າແມ່ກວນອິນ, ເບື້ອງຂວາແມ່ນບູຊາ ເຈົ້າອາວາດ ຜູ້ທຳອິດຂອງວັດ. ພາບ: ກົງດາດ/VNP



T
ຕໍ່ໜ້າວັດ ດຸກ ແມ່ນບຶງ ບ່າຣີ໋, ບ່ອນຊາວເກາະ ຫຼີເຊີນ ແລະ ນັກທ່ອງທ່ຽວ ມັກໄປ ອາບນ້ຳທະເລ. ບຶງ ບ໋າຣີ ຕາມເລື່ອງເລົ່າສືບ ທອດກັນມາວ່າ ເປັນສະຖານທີ່ ກອງທະຫານເຮືອ ຮ່ວາງຊາ
ຝຶກ ແອບ ກ່ອນໄປ ປະຕິບັດໜ້າທີ່ ປົກປັກຮັກສາ, ປັກຫຼັກໝາຍ, ວັດ ແທກທາງເດີນທະເລ ໃນສະຕະວັດທີ XVI – XVII. ພາບ: ກົງດາດ/VNP
ຕາມເລື່ອງເລົ່າທີ່ສືບທອດກັນມາ ຈາກຜູ້ນັບຖືສາສະໜາພຸດ, ເຈົ້າ ແມ່ກວນອິນ ໄດ້ເລືອກແຫ່ງນີ້ເປັນບ່ອນປະຕິບັດທໍາ ເພື່ອປົກປ້ອງ ຄຸ້ມຄອງ ໃຫ້ປະຊາຊົນ ຢູ່ ເທິງເກາະ ປັດສະຈາກໄຟທຳມະຊາດ, ໄດ້ໃຊ້ຊີວິດ ໃນຄວາມສະຫງົບສຸກ. ພະພຸຸດທະຮູບ ກໍຄືທາງຂຶ້ນ ວັດ ໄດ້ຮັບການ ກໍ່ສ້າງໃນປີ 2010 ແລະ ເປີດນຳໃຊ້ ຢ່າງເປັນ ທາງ ການໃນປີ 2012 ດ້ວຍການ ບໍລິຈາກ ຂອງ ພະສົງສຳມະ ເນນ ແລະ ພຸດທະສາສະນິກະຊົນ ແລະ ກຳລັງເຫື່ອແຮງ ຂອງ ຊາວ ເມືອງເກາະ ຫຼີເຊີນ.

ຈາກວັດ ດຸກ ຫັນໜ້າສູ່ ທະເລ, ທິວທັດທຳມະຊາດ ທີ່ສວຍງາມ ດັ່ງພາບແຕ້ມ. ສິ່ງທີ່ໜ້າ ສົນໃຈທີສຸດ ຄືການປີນຂຶ້ນຈອມພູ ລຽມ ຕື້ ເພື່ອຊົມ ປາກພູເຂົາໄຟ ຊຶ່ງມາຮອດ ປັດຈຸບັນໄດ້ກາຍເປັນທົ່ງ ຫຍ້າຂຽວ ຮູບໝໍ້ຂາງ. ຈາກ ຈອມພູ ດັ່ງກ່າວ ສາມາດແນມເຫັນ ທັດສະນີຍະພາບທັງໝົດ ຂອງ ເກາະທະເລ ຫຼີເຊີນ ເພື່ອເຂົ້າໃຈ ໄດ້ວ່າ ເປັນຫຍັງສະຖານທີ່ແຫ່ງນີ້ ຖືກປຽບທຽບກັບ ບ່ອນຢູ່ ສະ ຫວັນຊັ້ນຟ້າ.

ປັດຈຸບັນ, ວັດ ດຸກ ມີຖ້ຳໃຫຍ່, ນ້ອຍ ສາມແຫ່ງທີ່ແຕກຕ່າງກັນ. ຖ້ຳໃຫຍ່ ແລະ ສູງທີ່ສຸດ ຕັ້ງຢູ່ກາງ ແມ່ນ ສຳລັບ ສັກກາລະບູຊາ ພະສາດສະດາ, ເຈົ້າແມ່ກວນອິນ, ຜູ້ກໍ່ຕັ້ງພູ. ຖໍ້ານ້ອຍ ກວ່າສຳລັບ ການບູຊາ ພະພຸດທະຮູບ ຢູ່ຊັ້ນເທິງສຸດ. ໃນຂະນະດຽວກັນ, ຖ້ຳ ນ້ອຍສຸດແມ່ນ ວຽນຢ໋າກ ເປັນບ່ອນທີ່ ພະສົງ ນັ່ງສໍາມະທິ. ຂ້າງ ວັດ ມີຫ້ອງສັນອາຫານ, ມີເດີ່ນກວ້າງ ປະມານ 20 ມ2. 

ວັດ ດຸກ ຕັ້ງຫ່າງຈາກຊຸມຊົນ, ສະນັ້ນ ຈິ່ງມີຄວາມງຽບສະຫງົບ ທີ່ ສຸດ, ເໝາະກັບການປະຕິບັດທໍາ ຂອງ ພະພິຂຸສົງ. ຮູບປັ້ນເຈົ້າແມ່ ກວນອິນ ຫັນໜ້າສູ່ທະເລ ເພື່ອປົກປ້ອງ ຊາວປະມົງ ທີ່ໄປຫາສິນ ທະເລ ຈະພົບແຕ່ຄວາມໂຊກລາບ ແລະ ປັດສະຈາກ ໄພອັນຕະ ລາຍ ທັງປວງ.

ປະຕິບັດ: ກົງດາດ - ແປໂດຍ: ບິກລຽນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top