ຊົມເມກ ເທິງຍອດພູ ເຮົ່າຖ່າວ

ຊົມເມກ ເທິງຍອດພູ ເຮົ່າຖ່າວ

 

ຊາປາ ມີຊື່ສຽງ ໃນດ້ານສະຖານທີ່ທ່ອງທ່ຽວ ທີ່ສວຍງາມ ຫຼາຍ ແຫ່ງ ດ້ວຍພູຜາປ່າໄມ້ ທີ່ໃຫຍ່ໂຕມະໂຫຖານ, ທົ່ງນາຂັ້ນໄດ ທີ່ສະ ຫຼັບຊັບຊ້ອນ ແລະ ອາກາດ ທີ່ບໍລິສຸດ ຂອງພູດອຍ ພາກຕາເວັນ ຕົກສ່ຽງເໜືອ. ໃນບັນດາສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈ ເຫຼົ່າ ນັ້ນ, ຕາແສງ ເຮົ່າຖ່າວ ພວມກາຍເປັນ ສະຖານທີ່ຊົມເມກ ທີ່ ເໝາະສົມ ສຳລັບນັກທ່ອງທ່ຽວ ທີ່ມັກຄົ້ນຫາ ທຳມະຊາດ.

ກຸ່ມເມກເລື່ອນລອຍ ຕາມສາຍລົມ ຜ່ານໝູ່ບ້ານຕ່າງໆ.

 

ຈາກໃຈກາງເມືອງ ຊາປາ (ແຂວງ ລາວກາຍ), ໄປຕາມເສັ້ນທາງ ຕາວານ ປະມານ 5 ກມ, ພວກຂ້າພະເຈົ້າ ກໍໄປເຖິງ ເຂດແດນ ຂອງ ຕາແສງ ເຮົ່າຖ່າວ. ໃຈກາງຕາແສງ ເຮົ່າຖ່າວ ຕັ້ງຢູ່ທີ່ລະດັບ ຄວາມສູງປະມານ 1700 ມ ເມື່ອທຽບກັບໜ້ານ້ຳ ທະເລ ໂດຍມີ ຮ່ອມພູ ຫຼາຍແຫ່ງ ທີ່ຕັ້ງຢັ່ງຢາຍ, ເພາະສະນັ້ນຈຶ່ງເປັນຈຸດທີ່ ເໝາະສົມ ສຳລັບການຊົມເມກ ລ່ອງລອຍຢູ່ ຊາປາ. ມາຍັງທີ່ນີ້, ການໄດ້ສຳຜັດກັບທຳມະຊາດ ອັນຍິ່ງໃຫຍ່ ຂອງພູຜາປ່າໄມ້ ທີ່ສະຫຼັບຊັບຊ້ອນ ໄດ້ຊ່ວຍໃຫ້ຈິດໃຈຂອງພວກຂ້າພະເຈົ້າ ໄດ້ຜ່ອນຄາຍ, ລືມຄວາມວຸ້ນວາຍ ໃນຕົວເມືອງໄປເລີຍ.

 

ໂບດບ້ານ ຮາງດ໋າ ຖືກສ້າງຂຶ້ນ ຢູ່ໃກ້ກັບຮ່ອມພູເມກ ທີ່ໜາ ແໜ້ນ.

 

ຕາມການບອກເລົ່າຂອງຊາວບ້ານທີ່ນີ້, ເມື່ອອາກາດໜາວເຢັນ ພັດມາ (ແຕ່ເດືອນ ກັນຍາ ຫາ ເດືອນ ເມສາ ຂອງທຸກປີ), ອຸ່ນຫະ ພູມຈະຫຼຸດລົງຕໍ່າ, ມີໝອກໜາປົກຄຸມກາຍເປັນ ທະເລໝອກ ທີ່ ເລື່ອນລອຍ ປົກຄຸມທົ່ວເຂດພູຜາປ່າໄມ້ ຂອງຕາແສງ ເຮົ່າຖ່າວ. ໂດຍສະເພາະ, ໃນຍາມເຊົ້າໆ ຫຼື ຄ້ອຍຄ່ຳ, ເມື່ອຕາເວັນ ຂຶ້ນ ຫຼື ຕາເວັນ ໃກ້ຈະຕົກດິນ, ແສງແດດສ່ອງຜ່ານຊັ້ນເມກ ສ້າງເປັນພາບ ທີ່ມະຫັດສະຈັນ ຊຶ່ງບໍ່ມີບ່ອນໃດ ສາມາດ ປຽບທຽບໄດ້.

 

 

ສະຖານທີ່ພັກເຊົາ ແຫ່ງໜຶ່ງ ທີ່ຖືກສ້າງຂຶ້ນ ຢູ່ຕາມເປີ້ນພູ ຊ່ວຍ ໃຫ້ນັກທ່ອງທ່ຽວ ສາມາດຊົມທິວທັດ ໄດ້ຢ່າງສະດວກສະບາຍ.
 

ເສັ້ນທາງຂຶ້ນ ເຮົ່າຖ່າວ ຂ້ອນຂ້າງແຄບ, ມີກ້ອນຫີນ ຄຸກຄະ ດັ່ງນັ້ນ ການທ່ອງທ່ຽວ ຈຶ່ງຍັງບໍ່ທັນພັດທະນາ ເທົ່າທ່ີຄວນ. ຈົນມາຮອດ ບໍ່ ເທົ່າໃດປີ ຜ່ານມາ, ດ້ວຍການເລັງເຫັນເຖິງ ທ່າແຮງ ການພັດທະ ນາການທ່ອງທ່ຽວ ຂອງ ເຮົ່າຖ່າວ, ນັກລົງທຶນຫຼາຍຄົນ ຈຶ່ງໄດ້ຮ່ວມ ມືກັບອຳນາດ ການປົກຄອງທ້ອງຖິ່ນ ວາງແຜນ ແລະ ກໍ່ສ້າງສະ ຖານທີ່ ພັກເຊົາ, ຊົມທິວທັດ ສຸດທີ່ເໝາະສົມ ເຊິ່ງສົ່ງຜົນກະທົບ ຕໍ່ ຄວາມງາມແບບທຳມະຊາດ ເດີມ ຂອງບ່ອນນີ້ ໃຫ້ໜ້ອຍທີ່ສຸດ.

ຈຸດຊົມທິວທັດຕ່າງໆ ທີ່ຖືກຕັ້ງຢູ່ແຄມທາງ ຊ່ວຍໃຫ້ ນັກທ່ອງ ທ່ຽວ ສາມາດເບິ່ງເຫັນຮ່ອມພູ ເມື່ອງຮວາ ໄດ້ທັງໝົດ.

 ເສັ້ນທາງຄົດໂຄ້ງ ທີ່ປົກຄຸມດ້ວຍໝອກໜາ ເຮັດໃຫ້ການເບິ່ງເຫັນ ຖືກ ຈຳກັດບາງສ່ວນ, ແຕ່ມັນກໍເປັນສິ່ງທ້າທາຍ ທີ່ທົດສອບຄວາມ ອົດທົນ ແລະ ຄວາມທົນທານ ສຳລັບຜູ້ທີ່ມັກ ການຍ່າງຂຶ້ນພູ.

 ໃນການເດີນທາງຂຶ້ນສູ່ຕາແສງ ເຮົ່າຖ່າວ, ນັກທ່ອງທ່ຽວສາມາດ ເລືອກຈຸດຊົມເມກ ທີ່ສວຍງາມບາງແຫ່ງ ເຊັ່ນ: ຍອດພູສູງ ຢູ່ ບ້ານ ຮາງດ໋າ, ເຂດເຮືອນພັກ, ພື້ນທີ່ກວ້າງຂວາງ ແຄມທາງ ຫຼື ບ້ານ ເຮົ່າຈືງ່າຍ ທີ່ຕັ້ງຢູ່ກາງພູ... ແຕ່ລະສະຖານທີ່ນີ້ ລ້ວນແຕ່ມີ ມຸມ ມອງຂອງຕົນເອງ ນຳມາເຊິ່ງປະສົບການທີ່ແຕກຕ່າງກັນ ໃນການ ເດີນທາງຊົມເມກ.

 

ຈາກ ເຮົ່າຖ່າວ, ນັກທ່ອງທ່ຽວ ສາມາດຊົມ ທົ່ງນາຂັ້ນໄດ ທີ່ ສວຍງາມຢູ່ເຂດຮ່ອມພູ ເມື່ອງຮວາ.

 ນອກຈາກການຊົມເມກແລ້ວ, ນັກທ່ອງທ່ຽວ ຍັງສາມາດສຳຜັດ ກັບ ກິດຈະກຳ ທີ່ໜ້າສົນໃຈອື່ນໆ ຢູ່ເຮົ່າຖ່າວ ເຊັ່ນ: ການຍ່າງປ່າ ຜ່ານເສັ້ນ ທາງນ້ອຍໆ, ລັດລອດຜ່ານທົ່ງນາຂັ້ນໄດ ແລະ ຄົ້ນຫາ ຊີວິດການເປັນຢູ່ ຂອງຊາວທ້ອງຖິ່ນ ຈະນຳມາເຊິ່ງ ປະສົບການ ທີ່ ໜ້າຈົດຈຳ ສຳລັບທ່ານ. 



 

 

ເພື່ອໃຫ້ໄດ້ປະສົບການ ທີ່ໜ້າສົນໃຈ ຢູ່ ເຮົ່າຖ່າວ, ສິ່ງນັກທ່ອງ ທ່ຽວ ຄວນເອົາໃຈໃສ່:

ເພື່ອໄປເຖິງ ເຮົ່າຖ່າວ, ນັກທ່ອງທ່ຽວ ສາມາດເດີນທາງ ຈາກໃຈ ກາງເມືອງ ຊາປາ ດ້ວຍລົດຈັກ ຫຼື ລົດໃຫຍ່. ເສັ້ນທາງໄປຍັງ ບ່ອນ ນີ້ ຂ້ອນຂ້າງຊັນ ແລະ ຄົດໂຄ້ງ, ແຕ່ໃນທາງກັບກັນ, ທ່ານ ຈະໄດ້ ສຳຜັດກັບຄວາມຮູ້ສຶກ ຂອງ ການເອົາຊະນະ ເສັ້ນທາງພູດອຍ ທີ່ ສວຍງາມ ທ່າມກາງທຳມະຊາດ ທີ່ບໍລິສຸດ.

ນັກທ່ອງທ່ຽວ ຄວນຕິດຕາມ ພະຍາກອນອາກາດ ກ່ອນອອກເດີນ ທາງ ເພື່ອເລືອກມື້ທີ່ມີໂອກາດ ເກີດທະເລເມກ ຫຼາຍສຸດ.

ນັກທ່ອງທ່ຽວ ຄວນກະກຽມເຄື່ອງນຸ່ງ ເພື່ອຮ່າງກາຍຈະໄດ້ອົບອຸ່ນ ຍ້ອນສະພາບອາກາດ ຢູ່ ເຮົ່າຖ່າວ ຂ້ອນຂ້າງໜາວ,ໂດຍສະເພາະ ໃນຕອນເຊົ້າ ແລະ ຕອນກາງຄືນ.

  • ບົດ ແລະ ພາບໂດຍ: ເຕິດເຊີນ/VNP - ແປໂດຍ: ບິກລຽນ

 



Top