ຄົ້ນພົບ ເຂດອະນຸສອນສະຖານ ຈໍ ຫງວນຈິ່ງ ຫງວຽນບິ່ງຄຽມ
ເຂດອະນຸສອນສະຖານ ລວມມີກິດຈະການຫຼາຍແຫ່ງເຊັ່ນ: ຫໍວິ ຫານ, ຫໍບູຊາບັນພະບູລຸດ, ຫໍສີລາ, ສວນຕົ້ນແປກ ແລະ ໜອງບົວ. ໃນນັ້ນ, ວິຫານບູຊາຫຼັກ ເປັນກິດຈະການໃຈກາງ ຖືກສ້າງຂຶ້ນ ຕາມ ສະຖາປັດຕະຍະກຳ ດັ້ງເດີມ. ວິຫານ ລວມສາມຫ້ອງໃຫຍ່, ມີສອງ ຫ້ອງນ້ອຍຢູ່ຂ້າງ, ຫຼັງຄາ ມຸງດ້ວຍດິນຂໍເກັດປາ, ຂອບຫຼັງຄາໂຄ້ງ ຂຶ້ນ. ລະບົບເສົາ ສີຍົວ ທັງໝົດເຮັດດ້ວຍໄມ້ດູ່ທີ່ມີຄ່່າ, ຖືກ ແກະສະ ຫຼັກຢ່າງລະອຽດ ດ້ວຍລວດລາຍຮູບ ສີ່ສັກສິດ, ສີ່ລະດູ, ດອກໄມ້ທີ່ ຫັນເປັນສັນຍະລັກໂດດເດັ່ນ ມີສີສັນສິລະປະ ແບບດັ້ງເດີມໃນສະ ໄໝ ລາຊະວົງ ເລ-ມາກ.
ເມື່ອເຂົ້າໄປພາຍໃນວິຫານ, ພື້ນທີ່ໄດ້ຖືກການຕົກແຕ່ງ ຢ່າງເຄັ່ງ ຂຶມ. ຢູ່ໃຈກາງແມ່ນແທ່ນບູຊາຂະໜາດໃຫຍ່ ວາງຮູບປັ້ນ ຈໍຫງວນ ຈິ່ງ ຫງວຽນບິ່ງຄຽມ ໃນທ່ານັ່ງສະມາທິ, ຢູ່ດ້ານໜ້າມີ ໂຕະຂຽນ ໜັງ ສື, ປາກກາໄກ່ ແລະ ເຄື່ອງຝົນລັບ. ສອງຂ້າງແມ່ນແຜ່ນປ້າຍ ບັນ ທຶກຊື່, ອາຍຸ ແລະ ຕຳແໜ່ງ ຂອງ ບິດາ ມານດາ ແລະ ສະມາຊິກ ໃນຄອບຄົວ. ຢູ່ເທິງແຜ່ນປ້າຍໂຕໜັງສື, ຄໍາກອນຄູ່ ແມ່ນຕົວໜັງສື ຫານ ທີ່ຍ້ອງຍໍຄຸນງາມຄວາມດີ, ຄວາມສາມາດ ແລະ ຄຸນສົມບັດ ຂອງເພິ່ນ.
ຫໍສີລາ ເປັນບ່ອນເກັບຮັກສາເອກະສານ ທີ່ມີຄ່າຫຼາຍຢ່າງ ກ່ຽວກັບ ຊີວິດ ແລະ ພາລະກິດ ຂອງ ຈໍຫງວນຈິ່ງ ຫງວຽນບິ່ງຄຽມ. ຢູ່ບໍລິ ເວນນີ້, ມີແຜ່ນສີລາຈາລຶກບົດຂຽນ “ແບັກເວິນອາມກີ໋” ໂດຍເພິ່ນ ຂຽນເອງ, ເລົ່າກ່ຽວກັບ ການສ້າງສຳນັກສົງ ທີ່ມີຊື່ວ່າ ແບັກເວິນ ແລະ ໃນຊຸມເດືອນປີ ເພິ່ນໃຊ້ຊີວິດແບບງຽບໆ, ສອນໜັງສື. ສວນ ຕົ້ນແປກ ກວ້າງໃຫຍ່ທີ່ມີຕົ້ນໄມ້ໃຫຍ່ ອາຍຸຫຼາຍຮ້ອຍປີ ສ້າງຍ່ານ ເວຫາງຽບສະຫງົບ. ນີ້ແມ່ນບ່ອນທີ່ເພິ່ນມັກ ນັ່ງສະມາທິ, ອ່ານກະ ວີ, ຕ້ອນຮັບແຂກ ແລະ ສິດສອນ.
ໃນຖານະ ທີ່ເປັນນັກແນວຄິດ ຜູ້ຍິ່ງໃຫຍ່, ຈໍ ຫງວນຈິ່ງ ໄດ້ປະໄວ້ ຜົນງານທີ່ມີຄ່າຫຼາຍຢ່າງເຊັ່ນ “ແບັກເວິິນທີເຕິບ”, “ແບັກເວິນກວັກ ງື້ ທີເຕິບ”, “ເຊີ໋ມ ຈໍ ຫງວນຈິ່ງ”... ແນວຄິດຂອງເພິ່ນເຕັມໄປດ້ວຍ ຈິດໃຈແຫ່ງມະນຸດສະທຳ, ຮັກຊາດ ແລະ ຮັກປະຊາຊົນ. ເພິ່ນຖືສຳ ຄັນຄຸນຄ່າຂອງຄຸນສົມບັດ ແລະ ສິນທຳ ໃນການປັບປຸງຕົນເອງ ແລະ ການສຶກສາຄົນຢູ່ສະເໝີ. ຄຳທໍານາຍ ຂອງ ເພິ່ນ ກ່ຽວກັບ ຊະ ຕາກຳ ຂອງປະເທດ ໄດ້ກາຍເປັນເຂັມຊີ້ທິດ ໃຫ້ຄົນຮຸ່ນຫຼັງ ຫຼາຍ ຮຸ່ນຄົນ.
ໃນແຕ່ລະປີ, ເຂດອະນຸສອນສະຖານ ໄດ້ຈັດກິດຈະກຳວັດທະນະ ທຳ ແລະ ງານບຸນ ທີ່ສຳຄັນຫຼາຍຢ່າງ, ໂດຍສະເພາະແມ່ນງານບຸນ ລະລຶກເຖິງ ຈໍ ຫງວນຈິ່ງ ໃນວັນທີ 28 ເດືອນ ທັນວາ, ຊຶ່ງດຶງດູດ ປະ ຊາຊົນ ແລະ ນັກທ່ອງທ່ຽວ ຫຼາຍພັນຄົນ ເຂົ້າຮ່ວມ. ງານບຸນບໍ່ພຽງ ແຕ່ ເປັນໂອກາດລະລຶກ ເຖິງຄຸນງາມຄວາມດີ ຂອງເພິ່ນເທົ່ານັ້ນ, ມັນຍັງປະກອບສ່ວນເຂົ້າໃນການສຶກສາ ປະເພນີ ແລະ ຈະລິຍະທຳ ໃຫ້ຄົນຮຸ່ນໜຸ່ມ.
ໃນປັດຈຸບັນ, ເຂດອະນຸສອນສະຖານ ໄດ້ຮັບຄວາມສົນໃຈ ຈາກ ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ໃນການອະນຸລັກ ຮັກສາ ແລະ ບູລະນະ. ຫຼາຍກິດຈະການ ໄດ້ຮັບການປັບປຸງ, ສ້ອມ ແປງ ແຕ່ຍັງຄົງຮັກສາຮູບແບບສະຖາປັດຕະຍະກຳ ທີ່ເກົ່າແກ່ໄວ້ ຄືເກົ່າ. ວຽກງານການຄຸ້ມຄອງ, ປົກປ້ອງຮັກສາ ຮ່ອງຮອຍປະຫວັດ ສາດ ໄດ້ຮັບການປະຕິບັດຢ່າງເຂັ້ມງວດ. ກິດຈະກຳການທ່ອງທ່ຽວ ແລະ ການຄົ້ນຄວ້າ ໄດ້ຮັບການຈັດຕັ້ງ ຢ່າງເປັນລະບຽບ.
ດ້ວຍຄຸນຄ່າອັນໃຫຍ່ຫຼວງ ທາງດ້ານວັດທະນະທຳ, ປະຫວັດສາດ ແລະ ສະຖາປັດຕະຍະກຳ ສິລະປະ, ເຂດອະນຸສອນສະຖານ ຈໍ ຫງວນຈິ່ງ ຫງວຽນບິ່ງຄຽມ ບໍ່ພຽງແຕ່ເປັນຄວາມພາກພູມໃຈ ຂອງ ປະຊາຊົນ ຫາຍຟ່ອງ ເທົ່ານັ້ນ, ແຕ່ຍັງເປັນຊັບສົມບັດ ອັນລ້ຳຄ່າ ຂອງຊາດ ອີກດ້ວຍ. ການຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຂອງ ສະຖານທີ່ດັ່ງກ່າວ ມີຄວາມໝາຍສຳຄັນ ໃນການສຶກສາມູນເຊື້ອ ຮັກຊາດ, ເຄົາລົບນັບຖືຄູບາອາຈານ ໃຫ້ແກ່ຄົນຮຸ່ນຫຼັງ.
ຫງວຽນບິ່ງຄຽມ ເກີດໃນປີ 1491 ໃນຄອບຄົວ ທີ່ມີມູນເຊື້ອການສຶກ ສາ ຂົງຈື້. ໃນໄວເດັກ, ເພິ່ນໄດ້ຮຽນ ຢູ່ທີ່ວັດ ແມັດ ກັບອາຈານ ເຈິ່ນ ໂອງຊອ໋ກ. ໃນປີ 1535, ເພິ່ນເສັງ ໄດ້ເປັນຕຳແໜ່ງ ຈໍຫງວນ ຈິ່ງ ແລະ ໄດ້ຮັບການແຕ່ງຕັ້ງ ໂດຍລາຊະວົງ ໃຫ້ເປັນ ຈິ່ງຕວ່ຽນເຮົ່າ (ພະຍາ ໝູ່ບ້ານ ຈິ່ງຕວ່ຽນ). ຢ່າງໃດກໍຕາມ, ຫຼັງຈາກ 7 ປີເປັນ ຂ້າ ລາຊະການ, ເພິ່ນຈຶ່ງຂໍສະລະຕຳແໜ່ງ ແລ້ວ ກັບຄືນບ້ານເກີດ ສ້າງ ສໍານັກສົງ ຕັ້ງຊື່ວ່າ ແບັກເວິນ ໃຊ້ຊີວິດຢ່າງງຽບໆ ແລະ ເປີດ ໂຮງ ຮຽນ. ຢູ່ທີ່ນີ້, ເພິ່ນໄດ້ສອນລູກສິດ ຫຼາຍຄົນໃຫ້ກາຍເປັນລູກສິດ ທີີ່ດີເດັ່ນເຊັ່ນ: ຫງວຽນຄັກຄວານ, ຫງວຽນຢື໊, ເລືອງຫື້ວແຄ໋ງ...
- ບົດ ແລະ ພາບ: ກົງດາດ - ແປໂດຍ: ບິກລຽນ