ດ່າໜັງ: ລະດູ ດອກຝາງເຫຼືອງ ແລະ ຄ່າງຫ້າສີ

ດ່າໜັງ: ລະດູ ດອກຝາງເຫຼືອງ ແລະ ຄ່າງຫ້າສີ

ຄ່າງໃຫຍ່ໂຕໜຶ່ງທີ່ສວຍງາມ ກຳລັງນັ່ງຢູ່ໃຕ້ຮົ່ມ ໃນຕອນແລງ. ພາບ: ແທງຮ່ວາ/VNP

ທຸກໆ ປີ, ເມື່ອເຖິງເດືອນ ມີນາ-ເມສາ, ປ່າໄມ້ ຢູ່ແຫຼມ ເຊີນຈ່າ ນະຄອນ ດ່າໜັງ ຈະເບັ່ງບານໄປດ້ວຍສີເຫຼືອງ ສົດໃສຂອງ ດອກຝາງເຫຼືອງ ແລະ ນີ້ກໍເປັນຊ່ວງເວລາ ຕົ້ນໄມ້ໃນປ່າ ຈະ ເລີນເຕີບໂຕໄດ້ດີ, ມີໃບອ່ອນ ປົ່ງອອກມາຫຼາຍ, ດຶງດູດ ສັດກິນໃບ ໃຫ້ເຂົ້າມາຫາກິນ, ໂດຍສະເພາະແມ່ນ ຄ່າງຫ້າສີ, ສັດ ທີ່ສວຍງາມຢ່າງຍິ່ງ ຊຶ່ງໄດ້ຮັບການຂະໜານນາມວ່າ ເປັນ “ລາຊນີ ຂອງ ບັນດາປະເພດ ລີງ”...

ໃນລະດູບານໃໝ່, ປ່າ ເຊີນຈ່າ ກາຍເປັນສີເຫຼືອງ ຂອງ ດອກ ຝາງເຫຼືອງ. ພາບ: ແທງຮ່ວາ/VNP 

ຄ່າງຫ້າສີ (Pygathrix nemaeus) ຖືກຈັດຢູ່ໃນກຸ່ມລີງ ກິນໃບ, ແຕ່ບາງຄັ້ງ ພວກມັນ ກໍກິນໝາກໄມ້ ຫຼື ແກ່ນຕາມລະດູການທີ່ ແຕກຕ່າງກັນ.

ຄອບຄົວຄ່າງຫ້າສີ ພາກັນ ອອກໄປຫາກິນ ຢູ່ເທິງຕົ້ນໄມ້ ທີ່ມີ ດອກສີເຫຼືອງ. ພາບ: ແທງຮ່ວາ/VNP 

ຄ່າງຫ້າສີ ມັກຈະອາໄສ ແລະ ເຄື່ອນໄຫວຢູ່ເທິງ ຕົ້ນໄມ້ ໃນປ່າ ເທົ່ານັ້ນ, ແຕ່ບາງຄັ້ງ ພວກມັນກໍລົງມາພື້ນດິນ ເພື່ອດື່ມນ້ຳ ຫຼື ກິນດິນເພື່ອເພີ່ມແຮ່ທາດ.

ການສະແດງອອກທີ່ໜ້າສົນໃຈ ຂອງຄ່າງຫ້າສີ ຢູ່ ເຊີນຈ່າ. ພາບ: ແທງຮ່ວາ/VNP

ຄ່າງຫ້າສີ ເປັນປະເພດລີງ ທີ່ມີຄ່າຫາຍາກ, ໃຊ້ຊີວິດສະເພາະ ຢູ່ ໃນພາກພື້ນ ອິນດູຈີນ, ຖືກຈັດຢູ່ໃນບັນຊີສັດໃກ້ສູນພັນ ໃນ ປຶ້ມແດງ ຂອງ ຫວຽດນາມ ແລະ ອົງການ IUCN ໂລກ. ປັດຈຸ ບັນ ມີຄ່າງຫ້າສີ ປະມານ 1.300 ໂຕ ທີ່ອາໄສ ຢູ່ໃນປ່າທຳມະຊາດ ແລະ ນີ້ກໍເປັນກຸ່ມໃຫຍ່ທີ່ສຸດ ແລະ ໝັ້ນຄົງທີ່ສຸດ ຂອງ ສັດຊະນິດນີ້ ໃນປັດຈຸບັນ.

ຄ່າງອາໄສຢູ່ເທິງຕົ້ນໄມ້ສູງເປັນຕົ້ນຕໍ, ເພື່ອໃຫ້ປັບຕົວເຂົ້າກັບ ສະພາບແວດລ້ອມ, ບາງຄັ້ງພວກມັນກໍລົງມາບ່ອນຕ່ຳ. ພາບ: ແທງຮ່ວາ/VNP

ຂຶ້ນກັບແຕ່ລະທ້ອງຖິ່ນ, ຄ່າງຫ້າສີ ຈະມີຊື່ເອີ້ນທີ່ແຕກຕ່າງກັນ. ຕົວຢ່າງ: ລີງ ເຈັດສີ, ລີງ ທະຫານ, ລີງ ສັນທະປະປາ, ສັດ ເຊື່ອງຫົວເປີດຫາງ... ອີງຕາມ ການສັງເກດ ຂອງພວກຂ້າພະ ເຈົ້າ, ຄ່າງຫ້າສີ ສ່ວນໃຫຍ່ຢູ່ ເຊີນຈ່າ ໃນປັດຈຸບັນ ລ້ວນແຕ່ມີ ລູກນ້ອຍ, ບໍ່ເທົ່ານັ້ນ, ບາງຝູງໃຫຍ່ ກໍມີລູກນ້ອຍເຖິງ ສອງສາມ ໂຕ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຄ່າງ ມີການຈະເລີນເຕີບ ໂຕ ແລະ ປັບຕົວເຂົ້າກັບສະພາບແວດລ້ອມໃນເຂດນີ້ໄດ້ດີ.

ຄ່າງ ອາໄສຢູ່ເປັນຝູງ, ໂດຍມີໂຕຜູ້ເປັນຜູ້ນໍາ. ພາບ: ແທງຮ່ວາ/VNP

ການຄົ້ນຄວ້າ ຖອດລະຫັດພັນທຸກຳ ເມື່ອບໍ່ດົນມານີ້ ໄດ້ກຳນົດ ປະຫວັດຄວາມເປັນມາ ຂອງສາຍພັນ ຄ່າງຫ້າສີ ມາເປັນເວລາ ກວ່າ 1 ລ້ານປີແລ້ວ ແລະ ສະແດງໃຫ້ເຫັນວ່າ ສັດຊະນິດນີ້ ມີ ຄວາມສຳພັນໃກ້ຊິດ ກັບຄ່າງຂາສີເທົາ (Pygathrix cinerea) ຫຼາຍກວ່າຄ່າງຂາສີດຳ (Pygathrix nigripes).

ຄ່າງຫ້າສີ ມີຊື່ສຽງຍ້ອນຂົນ ທ່ີສວຍງາມ ແລະ ການສະແດງ ອາລົມ ທີ່ໜ້າສົນໃຈ, ສະນັ້ນຈຶ່ງດຶງດູດຜູ້ຊົມຢູ່ສະເໝີ. ພາບ: ແທງຮ່ວາ/VNP

ຢູ່ແຫຼມ ເຊີນຈ່າ, ກຸ່ມ ຄ່າງຫ້າສີ ໄດ້ຖືກຄົ້ນພົບ ແຕ່ຊຸມປີ 1969 ໂດຍ Van Peenen ແລະ ເພື່ອນຮ່ວມງານ. 

ແມ່ຄ່າງ ແລະ ລູກນ້ອຍ. ພາບ: ແທງຮ່ວາ/VNP

 ຜົນການບັນທຶກ ຈາກສະພາບຄວາມເປັນຈິງ ຢູ່ປ່າທຳມະຊາດ ຈົນເຖິງສູນອະນຸລັກສັດ ໄດ້ບັນທຶກໄວ້ວ່າ ຄ່າງຫ້າສີ ສາມາດ ສືບພັນ ໄດ້ຕະຫຼອດປີ. ເຖິງຢ່າງໃດກໍຕາມ, ຊ່ວງເວລາສືບພັນ ສູງສຸດໃນປີ ມັກຈະເປັນລະດູແລ້ງ ເພາະອາດຈະກ່ຽວຂ້ອງ ເຖິງ ຄວາມອຸດົມສົມບູນ ຂອງແຫຼ່ງອາຫານ ແລະ ສະພາບອາກາດ ທີ່ເອື້ອອໍານວຍ ຕໍ່ການຈະເລີນເຕີບໂຕ ຂອງ ລູກນ້ອຍ.

ແຫຼ່ງອາຫານທີ່ອຸດົມສົມບູນ ຂອງ ເຊີນຈ່າ ບໍ່ພຽງແຕ່ເຮັດໃຫ້ ຄ່າງ ມີການຈະເລີນເຕີບໂຕ ໄດ້ດີເທົ່ານັ້ນ, ແຕ່ຍັງມີສັດອື່ນໆ ອີກຫຼາຍ ຊະນິດ, ໃນນັ້ນມີລີງ. ພາບ: ແທງຮ່ວາ/VNP

ຄ່າງຫ້າສີ ເປັນກຸ່ມສັດທີ່ເຄື່ອນໄຫວ ໃນຕອນກາງເວັນ ແລະ ອາ ໄສ ຢູ່ເທິງຕົ້ນໄມ້ເປັນສ່ວນໃຫຍ່. ຄອບຄົວຄ່າງ ມັກເລືອກ ຕົ້ນໄມ້ສູງ, ໃຫຍ່, ມີຮົ່ມໜາ ເພື່ອພັກຜ່ອນ, ໂດຍສະເພາະພວກມັນຈະບໍ່ນອນຢູ່ໃນຖ້ຳ ຫຼື ໜ້າຜາ. 

ກ່ຽວກັບຊີວິດສັງຄົມ, ຄ່າງຫ້າສີ ອາໄສຢູ່ເປັນຄອບຄົວ ໂດຍສະ ເພາະ, ມີພຽງໂຕຜູ້ໃຫຍ່ 1 ໂຕ, ໂຕ ແມ່ 2-3 ໂຕ ແລະ ລູກ. ບາງຄັ້ງຫຼາຍຄອບຄົວ ກໍສາມາດມາລວມຕົວກັນ ເປັນຝູງໃຫຍ່ ຫຼາຍກວ່າ 50 ໂຕ.

ຢູ່ ເຊີນຈ່າ, ການອະນຸລັກກຸ່ມ ຄ່າງຫ້າສີ ໄດ້ດີບໍ່ພຽງແຕ່ເຮັດ ໃຫ້ ລະບົບນິເວດທີ່ເປັນເອກະລັກ ຂອງເຂດອະນຸລັກແຫ່ງນີ້ ອຸດົມສົມບູນຂຶ້ນເທົ່ານັ້ນ, ແຕ່ຍັງສ້າງຄວາມດຶງດູດ ໃຫ້ແກ່ ຂະແໜງການທ່ອງທ່ຽວ ແບບສຳຫຼວດທຳມະຊາດ ທີ່ຍັງບໍ່ທັນໄດ້ຮັບການບຸກເບີກ ນອກເໜືອໄປຈາກ ກິດຈະກຳການທ່ອງທ່ຽວ ທາງທະເລ ທີ່ເປັນຈຸດແຂງຂອງທ້ອງຖິ່ນ ອີກດ້ວຍ. 

  • ບົດ ແລະ ພາບໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ

Top