• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ເດຍ

ອິນ​ເດຍ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ, ເປີດກວ້າງ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ແລະ ທ່ານ Rajnath Singh ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ເດຍ (ພາບ: nhandan.vn)  

ຕອນ​ບ່າຍ​ວັນ​ທີ 19 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ກ່າວ​ຄຳ​ເຫັນ​ທີ່ກ​ານ​ຕ້ອນ​ຮັບທ່ານ Rajnath Singh ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ເດຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອິນ​ເດຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວ​ມ​ມື​ສຳ​ຄັນ​ແຖວ​ໜ້າ, ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້າ​ນ​ການ​ຄ້າ, ການ​ລົງ​ທຶນ; ເປີດກວ້າງ​ການ​ຮ່ວມ​ມື​ດ້າ​ນ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ເພີ່ມ​ທະ​ວີ​ເຊື່ອມ​ຕໍ່, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ, ນຳ​ກ​ານ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ.

ສ່ວນ​ທ່ານ Rajnath Singh ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ ຢັ້ງ​ຢືນ​ວ່າ ອິນ​ເດຍ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ, ເປີດກວ້າງ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ; ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັບ​ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ທຸກ​ໂຄງ​ການ​ຮ່ວມ​ມື​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ຂອບ​ເຂດ​ບ້ວງ​ສິນ​ເຊື່ອ ແລະ ໜູນ​ຊ່ວຍ​ດ້ານ​ປ້ອງ​ກັນ​ປ​າດ​ທີ່​ມີ​ຢູ່​ແລ້ວ​ໃນ​ປັດ​ຈຸ​ບັນ ແລະ ພິ​ຈາ​ລະ​ນາ ສືບ​ຕໍ່​ສະ​ໜອງ​ບ້ວ​ງ​ໜູນ​ຊ່ວຍ​ໃໝ່​ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ຄວາມ​ສາ​ສາດ​ຂອງ​ແຕ່​ລະ​ຝ່າຍ.

(ແຫຼ່ງຄັດຈາກ VOV)

ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ການຢ້ຽມຢາມແມ່ນເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຢືນຢັນຄືນໃໝ່ ແລະ ຍົກລະດັບການພົວພັນຮ່ວມມື ເຊິ່ງການນຳຂັ້ນສູງ 2 ຝ່າຍໄດ້ເປັນເອກະພາບ

Top