• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ທຽນມົນດ້າວ-ຄວາມຍອດຍິ່ງຂອງດິນແດນມວຍ ແມ່ນຳ້ ໄດ໋

ບ້ານ ຢືສາເຖື້ອງ, ຕາແສງ ຮ່ວານາມ, ເມືອງ ອຶງຮ່ວາ, ນະຄອນ ຮ່າໂນ້ຍ ຕັ້ງຢູ່ແຄມແມ່ນຳ້ ໄດ໋ ຊຶ່ງວົງການມວຍ ຫວຽດນາມ ຮູ້ເຖິງ ຍ້ອນທີ່ນີ້ ຍັງຮັກສາໄວ້ໄດ້ນິກາຍມວຍ ທຽນມົນດ້າວ- ວິ ຊາມວຍ ທີ່ມີຊື່ສຽງໂດ່ງດັງ ໄດ້ຮັບສ້າງຕັ້ງມາ ແຕ່ສະໄໝ ເຈົ້າຊີວິດ ດິງຕຽນຮ່ວາງ (968-979). 
ຜູ້ທີ່ເຮັດໃຫ້ວິຊາມວຍ ທຽນມົນດ້າວ ກາຍເປັນນິກາຍມວຍໜຶ່ງ ທີ່ມີຊື່ສຽງໂດ່ງດັງ ແມ່ນທ່ານ ຫງວຽນຄັ໊ກກົງ, ແມ່ທັບຄົນໜຶ່ງ ທ່ີໄດ້ເຂົ້າຮ່ວມໃນການຕໍ່ສູ້ຕ້ານການຮຸກຮານ ຈາກພາຍນອກ ໃນສະໄໝເຈົ້າຊີວິດ ກວາງຈຸງ (1788-1792). ດ້ວຍຄວາມ ເກ່ັງກ້າສາມາດຂອງຕົນ, ທ່ານ ຫງວຽນຄັ໊ກກົງ ຍາດໄດ້ຊະນະ ໃນການສູ້ຮົບ ຢູ່ຄ້າຍ ຫງອກໂຮ່ຍ. ໃນການສູ້ຮົບດັ່ງກ່າວ, ທ່ານໄດ້ສັງຫານສັດຕູຫຼາຍຄົນ ດ້ວຍອາວຸດ ແທ໋ງລອງດາວ ຂອງຕົນ. 

ພາຍຫຼັງເອົາຊະນະສັດຕູ, ທ່ານ ຫງວຽນຄັ໊ກກົງ ໄດ້ກັບມາບ້ານ ຢືສາເຖື້ອງ ແລ້ວເປີດຄ້າຍສອນມວຍ ແລະ ເຜີຍແຜ່ໂຄສະນາ ຄວາມຍອດຍິ່ງຂອງວິຊາມວຍ ທຽນມົນດ້າວ. ບັນດາອາຈານ ມວຍ 5 ລຸ້ນຕໍ່ມາ ໄດ້ຖືເພິ່ນເປັນແບບຢ່າງ ໃນຄວາມມານະ ພະຍາຍາມ ໃນການຝຶກຝົນ, ເຜີຍແຜ່ສິນລະປະການຕໍ່ສູ້, ຊ່ວຍເຫຼືອ ປະຊາຊົນ.


ຊົ່ວໂມງຝຶກຊ້ອມການສະແດງ ຂອງ ບັນດານັກມວຍ ຢູ່ນິກາຍມວຍ ທຽນມົນດ້າວ. 


ການຮຽນວິຊາມວຍຂອງ ທຽນມົນດ້າວ ມີຫຼາຍຫຼັກສູດໃນການ ຝຶກທ່ີແຕກຕ່າງກັນ ສຳລັບໃຫ້ນັກຮຽນແຕ່ລະລຸ້ນ.


ບັນດາຊົ່ວໂມງຝຶກແອບມວຍ ຂອງນັກມວຍ ຢູ່ນິກາຍມວຍ ທຽນມົນດ້າວ.


ໂຮງຮຽນ ສິນລະປະການຕໍ່ສູ້ ທຽນມົນດ້າວ ແມ່ນເຕັມໄປດ້ວຍສິນລະປະການຕໍ່ສູ້  ເພື່ອສອນໃຫ້ນັກຮຽນມວຍທຸກລຸ້ນ ມີສຸຂະພາບທີ່ເຂັ້ມແຂງ, 

ຕອບສະໜອງ ໃຫ້ແກ່ ຄວາມຕ້ອງການຂອງ ຊີວິດການເປັນຢູ່.


ອາຈານມວຍ ຫງວຽນຄັ໊ກເຝີ໊ນ ສອນບັນດາທ່າມວຍທີ່
ເປັນພື້ນຖານໃຫ້ແກ່ນັກຮຽນ ທີ່ມາໃໝ່. 


ອາຈານມວຍ ຫງວຽນຄັ໊ກເຝີ໊ນ ສອນບັນດາທ່າມວຍທີ່
ເປັນພື້ນຖານໃຫ້ແກ່ນັກຮຽນ ທີ່ມາໃໝ່. 


ອາຈານມວຍ ຫງວຽນຄັ໊ກເຝີ໊ນ ສອນບັນດາທ່າມວຍທີ່
ເປັນພື້ນຖານໃຫ້ແກ່ນັກຮຽນຢ່າງຕັ້ງໃຈ.



ບັນດາຊົ່ວໂມງຝຶກແອບການສະແດງ ຂອງ ນັກມວຍ ຢູ່ນິກາຍມວຍ ທຽນມົນດ້າວ.


ການຮຽນວິຊາມວຍຂອງ ທຽນມົນດ້າວ ມີຫຼາຍຫຼັກສູດໃນການ ຝຶກທ່ີແຕກຕ່າງກັນ ສຳລັບໃຫ້ນັກຮຽນແຕ່ລະລຸ້ນ.


ນອກຈາກການຝຶກແອບບັນດາທ່າມວຍ, ນິກາຍມວຍ ທຽນມົນດ້າວ
ຍັງມີການສຶກສາກ່ຽວກັບແບບແຜນວິຖິຊີວິດ ໃຫ້ແກ່ບັນດານັກຮຽນ ຂອງ ຕົນອີກດ້ວຍ. 



ການສະແດງ ສິນລະປະການຕໍ່ສູ້ ຈາກກໍາລັງພາຍໃນຂອງ ທຽນມົນດ້າວ ສ້າງຄວາມປະທັບໃຈໃນບັນດາໂອກາດ
ງານບຸນ, ສະແດງສິລະປະການຕໍ່ສູ້ຕ່າງໆ. 


ດ້ວຍປະຫວັດຄວາມເປັນມາອັນຍາວນານ ແລະ ຄວາມມານະ ພະຍາຍາມ ໃນການຮັກສາ ແລະ ພັດທະນາ, ປັດຈຸບັນ ທຽນມົນດ້າວ ບໍ່ພຽງແຕ່ຮັກສາມູນເຊື້ອຂອງມວຍ ຫວຽດ ໃຫ້ແກ່ແຜ່ນດິນແມ່ນຳ້ ໄດ໋ ເທ່ົານັ້ນ, ຫາກຍັງຢາກ ພັດທະນາ ຢ່າງກວ້າງຂວາງ ໃນທ່ົວປະເທດ ດ້ວຍສະໜາມມວຍ 16 ແຫ່ງ, ສະໂມສອນ 20 ແຫ່ງ ແລະ ມີນັກຮຽນກວ່າ 10.000 ຄົນອີກດ້ວຍ.

ການຮຽນວິຊາມວຍຂອງ ທຽນມົນດ້າວ ມີຫຼາຍຫຼັກສູດໃນການ ຝຶກທ່ີແຕກຕ່າງກັນ ສຳລັບໃຫ້ນັກຮຽນແຕ່ລະລຸ້ນ, ການຝຶກ ຂັ້ນພື້ນຖານ ໄປຈົນເຖິງການຝຶກເພື່ອກຳລັງກາຍ, ການສະແດງ, ການຕໍ່ສູ້, ເພື່ອສຸຂະພາບ ແລະ ອື່ນໆ. ນອກຈາກການຝຶກແອບບັນດາທ່າມວຍ, ​ນິກາຍມວຍ ທຽນມົນດ້າວ ຍັງມີການສຶກສາກ່ຽວກັບແບບແຜນວິຖິຊີວິດ ໃຫ້ແກ່ບັນດານັກຮຽນ ຂອງ ຕົນອີກດ້ວຍ. 

ອາຈານມວຍ ຫງວຽນຄັ໊ກເຝີນ, ຫົວໜ້າຄູຝຶກຂອງນິກາຍມວຍ ທຽນມົນດ້າວ ໃຫ້ຮູ້ວ່າ: “ທຽນມົນດ້າວ ຍາມໃດ ກໍ່ເອົາໃຈໃສ່ ເຖິງການເຝິກແອບທຸກສ່ວນ ຂອງ ການພັດທະນາ ທາງດ້ານ ຮ່າງກາຍ ແລະ ສະຕິປັນຍາ. ໂຮງຮຽນ ສິນລະປະການຕໍ່ສູ້ ທຽນມົນດ້າວ ແມ່ນເຕັມໄປດ້ວຍສິນລະປະການຕໍ່ສູ້ ຈາກ ກໍາລັງພາຍໃນ, ພາຍນອກ, ເພື່ອສຸຂະພາບ ແລະ ຈາລິຍະທໍາ ເພື່ອສອນໃຫ້ນັກຮຽນມວຍທຸກລຸ້ນ ມີສຸຂະພາບທີ່ເຂັ້ມແຂງ, ຕອບສະໜອງ ໃຫ້ແກ່ ຄວາມຕ້ອງການຂອງ ຊີວິດການເປັນຢູ່. 
ບົດ ແລະ ພາບ: ແຄ໋ງລອງ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top