• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ສະຖານະການ "ສຸດເຫຼືອເຊື່ອ" ທີ່ອາດເກີດຂຶ້ນໃນສາຍຂອງ U23 ຫວຽດນາມ

ສາກລະຄອນ "ສຸດເຫຼືອເຊື່ອ" ຈະເກີດຂຶ້ນໃນສາຍ A ຂອງການແຂ່ງຂັນ U23 ຊິງແຊ້ມອາຊີ 2026 ຖ້າຫາກວ່າ U23 ຫວຽດນາມ ສາມາດເອົາຊະນະ U23 ຊາອຸດິດ ອາຣັບບີ ໃນຂະນະທີ່ U23 ກຽກກີສະຖານ ຊະນະ U23 ຈໍແດນ ດ້ວຍຜົນຕ່າງ 2 ປະຕູ.
U23 ກຽກກີສະຖານ ຈະສາມາດສ້າງສິ່ງທີ່ຜິດຄາດ ຕໍ່ກັບ U23 ຈໍແດນ ໄດ້ຫຼືບໍ່? (ແຫຼ່ງຂໍ້ມູນ: AFC)
U23 ຫວຽດນາມ ຕັດສິນໃຈແກ້ "ອາຖັນ" ໃນການພົບກັບ ຊາອຸດິດ ອາຣັບບີ. (ແຫຼ່ງຂໍ້ມູນ: AFC)
U23 ຫວຽດນາມ ອາດມີສ່ວນຊ່ວຍໃຫ້ U23 ກຽກກີສະຖານ ສ້າງສິ່ງທີ່ "ເຫຼືອເຊື່ອ" ໃນການແຂ່ງຂັນ U23 ຊິງແຊ້ມ ອາຊີ 2026. (ແຫຼ່ງຂໍ້ມູນ: AFC)

VNA/VNP

ຍາຈາງ ພັດທະນາການທ່ອງທ່ຽວ ຕິດພັນກັບບັນດາເຫດການກິລາ

ຍາຈາງ ພັດທະນາການທ່ອງທ່ຽວ ຕິດພັນກັບບັນດາເຫດການກິລາ

ນະຄອນ ຍາຈາງ ແຂວງ ແຄ໋ງຮ່ວາ ບໍ່ພຽງແຕ່ດຶງດູດນັກທ່ອງທ່ຽວ ດ້ວຍຄວາມງາມຂອງທະເລສີຄາມ, ຊາຍຂາວ, ແສງແດດເຫຼືອງເຫຼື້ອມເທົ່ານັ້ນ ແຕ່ຍັງແມ່ນຍ້ອນບັນດາກິດຈະກຳກິລາ ແລະ ການບັນເທີງ ລະດັບສາກົນອີກດ້ວຍ. ນອກຈາກບັນດາການແຂ່ງຂັນແບບມືອາຊີບແລ້ວ, ຍາຈາງ ຍັງແມ່ນຈຸດໝາຍປາຍທາງອັນດີເລີດ ສຳລັບຜູ້ທີ່ມັກຮັກກິລາກາງແຈ້ງ.

Top