• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕ້ອງ​ມີ​ມາດ​ຕະ​ການ​ເພື່ອ​ໜູນ​ຊວ່ຍ​ວິ​ສາ​ຫະ​ກິດ ພັດ​ທະ​ນາການຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ

ຕອນເຊົ້າວັນທີ 23 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດ ປຶກສາຫາລື ຕາມໜ່ວຍ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2023 ແລະ ຊຸມເດືອນຕົ້ນປີ 2024.
ກອງປະຊຸມ ສະໄໝສາມັນ ເທື່ອທີ 7, ສະພາແຫ່ງຊາດຊຸດທີ XV (ພາບ: quochoi.vn)

ຕີລາຄາສູງຄວາມມານະພະຍາຍາມປ່ອຍ ເງິນລົງທຶນພາກລັດ ໃນຊຸມເດືອນຕົ້ນປີບັນລຸລະດັບສູງທີ່ສຸດໃນ 4 ປີມານີ້, ບັນດາສະມາຊິກສະພາແຫ່ງຊາດ ກໍ່ສະເໜີຕ້ອງມີວິທີການໂດຍພື້ນຖານເພື່ອໜູນຊ່ວຍວິສາຫະກິດ ພັດທະນາການຜະລິດ, ດຳເນີນທຸລະກິດ. ໂດຍຖືວ່າ ລັດຖະບານ ຕ້ອງມີນະໂຍບາຍບຸກທະລຸກ່ວາ ເພື່ອໃຫ້ບັນດາວິສາຫະກິດພັດທະນາ, ທ່ານ ຫງວຽນຍືຊໍ ສະມາຊິກສະພາແຫ່ງຊາດ ແຂວງ ບັກນິງ ສະເໜີວ່າ:

ຕ້ອງສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງນະໂຍບາຍປີການເງິນຢ່າງສຸດຂີດ, ຊ່ວຍໃຫ້ວິສາຫະກິດເຂົ້າເຖິງ ນະໂຍບາຍການເງິນຢ່າງວ່ອງໄວ, ທັນການ ແລະ ມີກຳລັງແຜ່ກະຈາຍ. ບັນດານະໂຍບາຍກ່ຽວກັບພາສີອາກອນ, ການຊົມໃຊ້ ໄດ້ຮັບຄວາມເອົາໃຈໃສ່ ເພື່ອກະຕຸກຊຸກຍູ້ການຊົມໃຊ້, ຕ້ອງຕີລາຄາຄືນປະສິດທິຜົນນະໂຍບາຍອາກອນ VAT 2% ໃນໄລຍະຜ່ານມາ ແລະ ກ້າແກ່ນເປີດກວ້າງອັດຕາ 4 – 5%.

ຢູ່ນອກກອງປະຊຸມຄັ້ງນີ້, ມີຜູ້ແທນຫຼາຍທ່ານຖືວ່າ: ກົດໝາຍວ່າດ້ວຍທີ່ດິນມີຜົນສັກສິດໂດຍໄວ ຈະຜັນຂະຫຍາຍແຫຼ່ງກຳລັງ ເພື່ອພັດທະນາປະເທດຊາດ.ທ່ານ ໂດດຶກຢຸຍ ເລຂາຄະນະພັກແຂວງ ອຽນບາຍ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ແຂວງ ອຽນບ໊າຍ ໄດ້ຢັ້ງຢືນວ່າ ກົດໝາຍວ່າດ້ວຍທີ່ດິນ 2024 ເຂົ້າສູ່ຊີວິດຍິງໄວ ຈະຍິງເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນ, ປະສິດທິຜົນຂອງແຫຼ່ງກຳລັງຈາກດິນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ຫວຽດນາມ ເພີ່ມທະວີການຮ່ວມມື 2 ຝ່າຍກັບ UNESCO ແລະ ບັນດາປະເທດສະມາຊິກ

ການນຳ UNESCO ແລະ ຫົວໜ້າຄະນະຜູ້ຕາງໜ້າລ້ວນແຕ່ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ກັບ UNESCO ແລະ ບັນດາປະເທດສະມາຊິກ

Top