ໃນໄລຍະຜ່ານມາ, ຂົງເຂດລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ກາຍເປັນພາກສ່ວນສຳຄັນຂອງພື້ນຖານເສດຖະກິດຫວຽດນາມ, ປະກອບສ່ວນຊຸກຍູ້ການເຕີບໂຕ, ການສົ່ງອອກ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ປັດຈຸບັນ, ເຂດ FDI ໄດ້ຊ່ວຍຫວຽດນາມເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ, ປະກອບສວ່ນຫຼາຍພໍສົມຄວນເຂົ້າ GDP, ລາຍຮັບງົບປະມານ ແລະ ສ້າງວຽກເຮັດງານທຳ. ພິເສດໄລຍະ 2021 – 2025, ຍອດເງິນລົງທຶນ FDI ປະຕິບັດບັນລຸກ່ວາ 158 ຕື້ USD, ລື່ນກາຍຄາດໝາຍວາງອອກແມ່ນແຕ່ 100 – 150 ຕື້ USD. ເຖິງຢ່າງໃດກໍຕາມ, ອັດຕາສ່ວນການປະກອບສ່ວນຂອງ FDI ເຂົ້າຍອດເງິນລົງທຶນທົ່ວສັງຄົມມີທ່າອ່ຽງຫຼຸດລົງ, ລະດັບແຜ່ກະຈາຍເຕັກໂນໂລຢີ ແລະ ຍົກສູງຄວາມສາມາດອຸດສາຫະກຳພາຍໃນຮປະເທດຍັງຈຳກັດ, ພື້ນຖານເສດຖະກິດຍັງຕ້ອງເອື່ອຍອິ່ງເຂົ້າເຂດ FDI ໃນບັນດາຂົງເຂດຫຼັກແຫຼ່ງຈຳນວນໜຶ່ງ ຫຼາຍພໍສົມຄວນ. ຄວາມຮຽກຮ້ອງຕ້ອງການໃນປັດຈຸບັນແມ່ນ ໃນໄລຍະຈະມາເຖິງ ຕ້ອງຫັນປ່ຽນຢ່າງແຮງຈາກການດຶງດູດ FDI ຕາມຈຳນວນ ມາເປັນ ຄຸນນະພາບ ແລະ ມີຄວາມສາມາດແຜ່ກະຈາຍ. ທ່ານ ຟ້າມແທັງບິ່ງ ຜູ້ອຳນວຍການສູນສົ່ງເສີມຂໍ້ມູນໜູນຊ່ວຍການລົງທຶນທາງທິດເໜືອ, ກົມລົງທຶນຕ່າງປະເທດ, ກະຊວງການເງິນ ຖືວ່າ:
ຫວຽດນາມຕ້ອງມີບັນດາມາດຕະການ ແລະ ການກະທຳລະອຽດຄືປະຕິບັດລະບອບລະບຽບການ ແລະ ນະໂຍບາຍລົງທຶນໃຫ້ສົມບູນແບບ, ເພີ່ມທະວີລັກສະນະເປັນປົກກະຕິ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ. ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຍົກລະດັບພື້ນຖານໂຄງລ່າງ, ພິເສດແມ່ນ logistics, ພະລັງງານ ແລະ ພື້ນຖານໂຄງລ່າງເຂດອຸດສາຫະກຳຕາມທິດທັນສະໄໝ - ສີຂຽວ - ອັດສະລິຍະ. ເພີ່ມທະວີການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການເຕັກໂນໂລຢີທັນສະໄໝ.
(ແຫຼ່ງຄັດຈາກ VOV)