• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ງານວາງສະແດງ ຂອງນັກປະພັນ-ຈິດຕະກອນ ເຈິ່ນທິເຈື່ອງ

ໃນຊຸມມື້ທ້າຍ ຂອງ ປີ 2019, ຢູ່ເຮືອນເລກທີ 16, ຖະໜົນ ໂງກວ່ຽນ, ຮ່າໂນ້ຍ ໄດ້ໄຂງານວາງສະແດງ “ຄວາມຮູ້ສຶກ ດ້ວຍສີສັນ” ຂອງ ນັກປະພັນ, ຈິດຕະກອນ ເຈິ່ນທິເຈື່ອງ. ງານ ວາງສະແດງຄາດວ່າ ຈະເປີດເປັນເວລາ 10 ມື້, ແຕ່ຫຼັງຈາກ ນັ້ນ ຜູ້ຈັດງານວາງສະແດງ ຕ້ອງໄດ້ອອກມາຂໍໂທດ ຕໍ່ຜູ້ຊົມ ຍ້ອນສຸດເຫດວິໄສເຊັ່ນ: “ຮູບແຕ້ມ ຖືກຂາຍໝົດ”. ຜູ້ອຳນວຍ ການຫ້ອງວາງສະແດງ ເລກທີ 16 ຖະໜົນ ໂງກວ່ຽນ ສະຖານ ທ່ີຈັດງານວາງສະແດງ  ຂອງ ຈິດຕະກອນ ເຈິ່ນທິເຈື່ອງ ໄດ້ ອອກມາສະຫຼຸບ ດ້ວຍ ຄວາມຕື່ນຕົກໃຈວ່າ: “ນັບຕັ້ງແຕ່ປີ 1995, ນີ້ແມ່ນປະກົດການທຳອິດ ຂອງ ຫ້ອງວາງສະແດງ”.
ກ່ອນອື່ນໝົດ, ຈາກມູມມອງດ້ານສິລະປະ, ຫົວຂໍ້ໃນງານວາງ ສະແດງ ບໍ່ແມ່ນເລື່ອງໃໝ່, ນັ້ນແມ່ນຮູບແຕ້ມເຊັ່ນ: ໂຖດອກ, ເຕົ້ານ້ຳຊາ, ຈອກນໍ້າ ຫຼື ຕະກຽງນ້ຳມັນ ແລະ ອື່ນໆ... ແຕ່ ຈິດ ຕະກອນ ເຈິ່ນທິເຈື່ອງ ໄດ້ມີວິທີເຂົ້າເຖິງໃໝ່ ຊຶ່ງທ່ານນາງ ໃຫ້ ຮູ້ວ່າ: “ສະຫງົບ ແຕ່ ບໍ່ສະຫງົບ”. ພວກຂ້າພະເຈົ້າເອີ້ນທ່ານ ນາງ ແບບມ່ວນໆ ວ່າ “ຜູ້ເຮັດໃຫ້ວັດຖຸບູຮານມີ ສີສັນໃໝ່”. ນັ້ນແມ່ນໜຶ່ງໃນຫຼາຍເຫດຜົນ, ມີຜູ້ຊົມຫຼາຍຄົນ ເມື່ອມາຢ້ຽມຊົມງານວາງສະແດງ ແລະ ໄດ້ຕັດສິນໃຈ ຊື້ຮູບແຕ້ມ ຂອງຈິດຕະກອນ ເຈີ່ນທິເຈື່ອງ ແຕ່ນາທີ ທຳອິດທີ່ໄດ້ຊົມ.
 

ພິທີເປີດງານວາງສະແດງ: “ຄວາມຮູ້ສຶກ ດ້ວຍສີສັນ”ຂອງຈິດຕະກອນ ເຈິ່ນທິເຈື່ອງ ຈັດຂຶ້ນ ໃນທ້າຍປີ 2019. ພາບ: ໂດຍ ຜູ້ກ່ຽວສະໜອງໃຫ້


ທ່ານນາງ Pam DeVolder, ທີ່ປຶກສາດ້ານຖະແຫຼງຂ່າວ-ວັດ ທະນະທຳ, ສະຖານທູດ ອາເມລິກາ ໄດ້ມອບດອກໄມ້ເພື່ອ ສະແດງຄວາມຊົມເຊີຍ ຈິດຕະກອນ ເຈິ່ນທິເຈື່ອງ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້


ພະນັກງານສະຖານທູດ ອາເມລິກາ ຮັບຮູບແຕ້ມ ທ່ານນາງ Kamala Harris ຮອງປະທານາທິບໍດີ ສ ອາເມລິກາ ໂດຍນັກ ຈິດຕະກອນ ເຈິ່ນທິເຈື່ອງ ມອບ. ພາບ: ໂດຍຜູ້ກ່ຽວສະໜອງ ໃຫ້


ຈິດຕະກອນ ເຈິ່ນທິເຈື່ອງ ເຮັດວຽກ ຢູ່ໃນຫ້ອງແຕ້ມຮູບ. ພາບ: ເຈິ່ນແທງຢາງ/VNP


ຄຽງຄູ່ກັບຜົນສຳເລັດ ກ່ຽວກັບ ການລະບາຍສີ, ນັກແຕ້ມ ເຈິ່ນທິເຈື່ອງ ຍັງເປັນທ່ີຮູ້ຈັກ ໃນນາມນັກປະພັນ ທ່ີມີຜົນງານເຊັ່ນ:
ໂຟ໋ຮ່ວາຍ, ດອກໄມ້ຝົນ, ການເວລາ ອວ່າຍໜ້າໜີ...ພາບ: ເຈິ່ນແທງຢາງ/VNP

 

ຈິດຕະກອນ ເຈິ່ນທິເຈື່ອງ ໃນຂະບວນການສຳເລັດຮູບແຕ້ມ. ພາບ: ເຈິ່ນແທງຢາງ/VNP
 

ຜົນງານວັນນະຄະດີ ຂອງ ຈິດຕະກອນ, ນັກປະພັນ ເຈິ່ນທິ ເຈື່ອງ. ພາບ: ເຈິ່ນແທງຢາງ/VNP

ຈິດຕະກອນ ເຈິ່ນທິເຈື່ອງ ເປັນທີ່ຮູ້ຈັກ ຂອງ ຜູ້ອ່ານວ່າ ເປັນ ນັກປະພັນ ທີ່ມີບົດປະພັນດີເດັ່ນຫຼາຍບົດ ໃນຊຸມປີ 90 ຂອງ ສະຕະວັດກ່ອນ. ເພາະສະນັ້ນ, ເມື່ອຈັດງານວາງສະແດງ, ຫຼາຍຄົນ ຍັງຄິດວ່າ ເປັນຈຸດຜ່ອນຄາຍອາລົມ ເພື່ອຊອກຫາ ຄວາມຮູ້ສຶກ ຂອງ ສຳນວນວັນນະຄະດີ ຕໍ່ໄປ.

ແຕ່ເມື່ອ “ກໍານົດເປົ້າໝາຍ” ງານວາງສະແດງຂອງທ່ານນາງ, ຜູ້ຊົມຫຼາຍຄົນທີ່ມັກການຂີດຂຽນ ຂອງທ່ານນາງ ກໍຕ້ອງປະ ຫຼາດໃຈ ກັບເປັນມືອາຊີບ ໃນເຕັກນິກ ການລະບາຍສີ ຂອງ ຮູບແຕ້ມແຕ່ລະແຜ່ນ, ນຶກຈາກບັນດາຄຸນຄ່າ ທາງອຸດົມການ ແລະ ສານພິເສດ ຂອງເພິ່ນ ທີ່ຖືກສະແດງອອກມາ ຢູ່ໃນນັ້ນ.

ນັກປະພັນ ແລະ ຈິດຕະກອນ ເຈິ່ນທິເຈື່ອງ ໃຫ້ຮູ້ວ່າ ທ່ານນາງ ຖືຟອຍແຕ້ມ ກ່ອນຈັບປາກກາຂຽນ ວັນນະຄະດີ. ສິລະປິນຍິງ ຄົນນີ້ ເຄີຍເສັງເຂົ້າ ມະຫາວິທະຍາໄລ ອຸດສາຫະກຳວິຈິດ ສິນ ລຸ້ນທີ 73 ຄະນະ ເຄື່ອງປັ້ນດິນເຜົາ, ແຕ່ຮຽນພຽງ ປີທີ 2 ກໍເລີກຮຽນ ກາງທາງ. ເພາະສະນັ້ນ, ຄວາມຫຼົງໄຫຼ ໃນເບື້ອງ ຕົ້ນກໍ່ຖືກຂາດສະບັ້ນ.

ດ້ວຍບຸກຄະລິກກະພາບ, ເຮັດຫຍັງກໍຕ້ອງເຮັດຈົນສຸດຄວາມສາມາດ ແລະ ຕ້ອງທຸ້ມເທ ທັງຈິດວິນຍານໃຫ້ກັບມັນ, ຫຼັງ ຈາກຕັດສິນໃຈ ກັບຄືນສູ່ການແຕ້ມຮູບ, ນັກປະພັນ ເຈິ່ນທິເຈື່ອງ ໃຫ້ຮູ້ວ່າ ທ່ານນາງ ເປັນຜູ້ໂຊກດີຫຼາຍ ເມື່ອມີອາຈານ ສອນ ທ່ານໜຶ່ງ ໃຈດີ ແລະ ພ້ອມຈະເປັນເພື່່ອນຮ່ວມທາງ, ນັ້ນຄື ຈິດຕະກອນ ຫາຍກຽນ, ອາຈານສອນຢູ່ໂຮງຮຽນສ້າງຄູ ສິລະປະ ສູນກາງ.

ໃຊ້ເວລາ 6 ເດືອນ, ຈິດຕະກອນ ເຈິ່ນທິເຈື່ອງ ໄດ້ໃຫ້ກຳເນີດຮູບແຕ້ມ 40 ກວ່າແຜ່ນ, ຊຶ່ງໄດ້ຮັບການຊື່ນຊົມ ຈາກຜູ້ມັກ ສິ ລະປະການແຕ້ມ ແລະ ນັກວິຊາການ. ມີຮູບແຕ້ມ ບາງແຜ່ນ ເມື່ອແຕ້ມ ຫາກໍສໍາເລັດ ໄດ້ມີ ຜູ້ລວບລວມ ຊອກຫາທັນທີ.


ຜົນງານຮູບແຕ້ມ ຈຳນວນໜຶ່ງຂອງຈິດຕະກອນ ເຈິ່ນທິເຈື່ອງ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້


















ນັກປະພັນ ເຈິ່ນທິເຈື່ອງ ໃຫ້ຮູ້ວ່າ ຮູບແຕ້ມທີ່ສວຍງາມ ຕ້ອງມີທັງ 3 ປັດໄຈຄື: ສີ, ຮູບຮ່າງ ແລະ ເນື້ອໃນ. ສອງປັດໄຈຕົ້ນແມ່ນເຕັກນິກສີລະປະ ແລະ ປັດໄຈທີສາມ ແມ່ນໄດ້ ນັກວິ ຈານ ໃນວົງການຕີລາຄາສູງ, ເພາະວ່າ ຈິດຕະກອນ ເຈິ່ນທິເຈື່ອງ ໄດ້ສ້າງຂຶ້ນ ການສົນທະນາ ລະຫວ່າງຜູ້ຊົມ ແລະ ຮູບ ແຕ້ມ, ດ້ວຍສີສັນ ແລະ ຮູບຮ່າງ. ຮູບແຕ້ມ ກາຕົ້ມນໍ້າ, ຄວາມ ຊົງຈຳ ຂອງ ຮ່າໂນ້ຍ ໃນສະໄໝເກື້ອກູນ, ໄດ້ປະກົດຕົວຂຶ້ນ ເໝືອນດັ່ງ ປຸກ ສິ່ງຄວາມຊົງຈຳ ຂອງ ຊ່ວງໄລຍະໜຶ່ງ ທີ່ໄດ້ ຜ່ານໄປແລ້ວ... ນັກປະພັນ ເຈິ່ນທິເຈື່ອງ ໄດ້ກ່າວວ່າ: “ຂ້າ ພະເຈົ້າເຫັນວ່າ ທຸກສິ່ງຂອງ ຢູ່ອ້ອມຂ້າງ ຂ້າພະເຈົ້າ ຕ່າງກໍ ມີວິນຍານ, ຂ້າພະເຈົ້າ ວາດພາບວິນຍານຂອງມັນ”.

ພິເສດແມ່ນໃນປີ 2019, ຄຽງຄູ່ກັບ ຜົນສຳເລັດ ກ່ຽວກັບ ການ ລະບາຍສີີ, ນັກປະພັນ ເຈິ່ນທິເຈື່ອງ ສືບຕໍ່ນຳສະເໜີ ຕໍ່່ທ່ານຜູ້ຊົມ ນະວະນິຍາຍ “ໂຟ໋ຮວ່າຍ” ຊຶ່ງສ້າງຂຶ້ນປະກົດການໜຶ່ງ, ໄດ້ຮັບການຕີລາຄາວ່າ “ຄືຫໍພິພິທະພັນດ້ານພາສາ ກ່ຽວກັບ ສະໄໝເກື້ອກູນ”. ແນວນັ້ນຈຶ່ງເຫັນໄດ້ ພະລັງປະດິດສ້າງ ໃນ ໄວອາຍຸ 70 ຂອງ ຜູ້ຮັກຊີວິດ ແມ່ນແນວໃດ?… ກ່ອນສິ້ນສຸດການສົນທະນາກັບພວກຂ້າພະເຈົ້າ, ນັກປະພັນ ແລະ ຈິດຕະກອນ ເຈິ່ນທິເຈື່ອງ ຍັງໄດ້ເຕືອນຂ້າພະເຈົ້າວ່າ ໃຫ້ຊ່ວຍທ່ານນາງ ສົ່ງສານເຖິງຜູ້ອ່ານວ່າ “ບໍ່ມີ ການເລີ່ມຕົ້ນໃດ ແມ່ນຊ້າ, ຢ່າຢ້ານທີ່ຈະຊ້າ”.
ບົດ: ຖາວວີ - ພາບ: ແທງຢາງ, ຂ້ໍມູນໂດຍ ຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top