• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມເຄັ່ງຕຶງດ້ານການຄ້າ ອີຢູ - ຈີນ ແຜ່ລາມໄປສູ່ຂົງເຂດເຄື່ອງອຸປະກອນການແພດ

ການພົວພັນດ້ານການຄ້າລະຫວ່າງ ຈີນ ແລະ ອີຢູ ມີສັນຍານເຄັ່ງຕຶງຢ່າງຕໍ່ເນື່ອງ.
(ພາບປະກອບ: REUTERS/Dado Ruvic)

ວັນທີ 06 ກໍລະກົດ, ກະຊວງການເງິນ ຈີນ ໃຫ້ຮູ້ວ່າ, ຈະຈັດວາງມາດຈະການຈຳກັດສຳລັບບັນດາສັນຍາຊື້ເຄື່ອງອຸປະກອນການແພດທີ່ມີມູນຄ່າປະມານ 6,3 ລ້ານ USD ຈາກສະຫະພາບ ເອີລົບ (ອີຢູ). ນີ້ແມ່ນບາດກ້າວຕໍ່ໄປຂອງ ປັກກິ່ງ ພາຍຫຼັງທີ່ ອີຢູ ປະກາດໃຊ້ຂໍ້ຫ້າມທີ່ຄ້າຍຄືກັນນີ້ກັບບັນດາບໍລິສັດຂອງ ຈີນ.

ການພົວພັນດ້ານການຄ້າລະຫວ່າງ ຈີນ ແລະ ອີຢູ ມີສັນຍານເຄັ່ງຕຶງຢ່າງຕໍ່ເນື່ອງ. ວັນທີ 20 ມິຖຸນາ, ອີຢູ ແຈ້ງການຫ້າມບັນດາບໍລິສັດຂອງ ຈີນ ເຂົ້າຮ່ວມການປະມູນບັນດາສັນຍາຊື້ເຄື່ອງອຸປະກອນການແພດທີ່ມີມູນຄ່າປະມານ 5,8 ລ້ານ USD ຂຶ້ນໄປ, ດ້ວຍເຫດຜົນທີ່ວ່າ ບັນດາບໍລິສັດຂອງ ອີຢູ ບໍ່ໄດ້ສຳຜັດເຂົ້າຕະຫຼາດ ຈີນ ຢ່າງຍຸຕິທຳ. ຄະນະກຳມະການ ເອີລົບ (ອີຊີ) ໃຫ້ຮູ້ວ່າ: ນີ້ແມ່ນການກະທຳໂຕ້ຕອບຕໍ່ບັນດາເຄື່ອງອຸປະກອນການແພດຂອງກຸ່ມ ທີ່ບໍ່ໄດ້ເຂົ້າຮ່ວມບັນດາສັນຍາຂອງລັດຖະບານ ຈີນ.

(ແຫຼ່ງຄັດຈາກ VOV)

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖີ່ນຖານ ຢູ່ ຫວຽດນາມ ຈັດການໂອ້ລົມສົທະນາ ດ້ວຍຫົວຂໍ້ “ການເຊື່ອມຕໍ່ການກະທຳ: ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ ໃນການປະຕິບັດວຽກງານປ້ອງກັນ, ຕ້ານການຄ້າມະນຸດ”.

Top