ຫາດຫີນ ຮ່ອນຈົ່ງ ປະກອບດ້ວຍກ້ອນຫີນໃຫຍ່ຫຼາຍກ້ອນ ຢູ່ແຄມຝັ່ງທະເລ, ໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ໜ້າຈັບໃຈ ຂອງນະຄອນ ຍາຈາງ (ແຂວງ ແຄ໋ງຮວ່າ) ມາແຕ່ດົນນານແລ້ວ.
ຄວາມມະຫັດສະຈັນຂອງຫາດຫີນ ຮ່ອນຈົ່ງ
ມາທີ່ນີ້, ນັກທ່ອງທ່ຽວ ສາມາດຮູ້ສຶກໄດ້ວ່າ ຫາດຫີນ ຮ່ອນຈົ່ງ ເປັນຈຸດຕັດກັນລະຫວ່າງພູ ກັບ ທະເລ ແລະ ໄດ້ຮັບຟັງຫຼາຍເລື່ອງທີ່ໜ້າສົນໃຈກ່ຽວກັບນິທານ ຂອງ ຫາດຫີນແຫ່ງນີ້.
ຮ່ອນຈົ່ງ ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອ ຂອງ ນະຄອນ ຍາຈາງ, ຂຶ້ນກັບຄຸ້ມບ້ານ ຫວິ໊ງເຟືອກ, ຫ່າງຈາກໃຈກາງຖະໜົນ ເຈິ່ນຝູ ປະມານ 3 ກິໂລແມັດ. ອ້ອມແອ້ມ ຮ່ອນຈົ່ງ ແມ່ນ ຮ່ອນດໍ, ຮ່ອນຣົ່ວ, ໄກໆ ແມ່ນ ຮ່ອນແຈ, ທາງໜ້າແມ່ນພູ ໂກຕຽນ. |
ມີເລື່ອງເລົ່າພື້ນເມືອງ ທີ່ໜ້າສົນໃຈ ໄດ້ເລົ່າສູ່ຟັງ ກ່ຽວກັບຕໍານານ ຂອງ ຮ່ອນຈົ່ງ, ແປກປະຫຼາດທີ່ສຸດແມ່ນຢູ່ເທິງ ກ້ອນຫີນໃຫຍ່ ກ້ອນໜຶ່ງ ທີ່ຕັ້ງຢູ່ເທິງຈອມພູສູງສຸດ ຂອງ ຮ່ອນຈົ່ງ ມີຮ່ອງຮອຍ ຂອງ ຝ່າມື ໃຫຍ່ໜຶ່ງ ໄດ້ຝັງເລິກຢູ່ໃນຫີນ, ຄົບທັງ ຫ້ານີ້ວ ແລະ ລາຍມື, ຄືກັບວ່າ ເມື່ອພູຫາກໍ່ຖືກສ້າງຂຶ້ນ, ຫີນຍັງບໍ່ທັນແຂງ, ມີຝ່າມືໃຫຍ່ໜຶ່ງຈັບໃສ່ ເຊິ່ງເຮັດໃຫ້ ຮ່ອງຮອຍຝັງເລິກຢູ່ໃນຫີນ ຈົນເຖິງປັດຈຸບັນນີ້.
ເຂດທ່ອງທ່ຽວ ຮ່ອນຈົ່ງ ໄດ້ປະກອບດ້ວຍກ້ອນຫີນໃຫຍ່ຫຼາຍກ້ອນທີ່ມີຫຼາກຫຼາຍຮູບຊົງ, ຈາກຝັ່ງສູງລົງສູ່ທະເລ. ພາບ: ແທງຢາງ/VNPຖ້າມາແຕ່ເຊົ້າ, ນັກທ່ອງທ່ຽວສາມາດເບິ່ງຕາເວັນຂຶ້ນທີ່ສວຍງາມຢູ່ທີ່ນີ້. ພາບ: ແທງຢາງ/VNP  ກ້ອນຫີນຂະໜາດໃຫຍ່ ແລະ ນ້ອຍຫຼາຍກ້ອນທັບຊ້ອນກັນຢູ່ໃນບໍລິເວນຫາດຊາຍ ຮ່ອນຈົ່ງ. ພາບ: ແທງຢາງ/VNP |
ປະຊາຊົນຢູ່ເຂດແຄມຝັ່ງທະເລ ຍາຈາງ ຍັງເລົ່າສູ່ຟັງ ເລື່ອງກ່ຽວກັບຊາຍຕຶກຄຶກ ຄົນໜຶ່ງທີ່ເຄີຍມາແຫ່ງນີ້ ເພື່ອສ້າງພູ ແລະ ສ້າງອ່າວ ຍາຈາງ ໃນປັດຈຸບັນ. ມື້ໜຶ່ງ, ເມື່ອຊາຍຕຶກຄຶກ ກຳລັງ ນັ່ງຕຶກປາ, ໄດ້ມີປາໃຫຍ່ໂຕໜຶ່ງ ມາສວບເຫຍື່ອ ແລະ ລາກມັນ ອອກໄປ, ເພິ່ນຕ້ອງດຶງຖອຍຫຼັງ, ມືໜຶ່ງຈັບຄັນເບັດ, ມືໜຶ່ງຈັບກ້ອນຫີນ ເພື່ອເລັ່ງແຮງ, ເຮັດໃຫ້ມືຂອງເພິ່ນ ຂ້າງໜຶ່ງກົດລົງໃສ່ຫີນ ແລະ ສ້າງເປັນຮອຍມື ຄືເຫັນໃນປັດຈຸບັນ.
ມີອີກຕໍານານເລົ່າວ່າ ແຕ່ກ່ອນໜຶ່ງ, ມີຊາຍໜຸ່ມຄົນໜຶ່ງມາແຜ່ນ ດິນແຫ່ງນີ້ ເພື່ອຊົມທັດສະນີຍະພາບ, ໄດ້ພົບກັບນາງຟ້າ ກຸ່ມໜຶ່ງພວມອາບນ້ຳ, ຊາຍໜຸ່ມໄດ້ລັກເບິ່ງ ແລະ ບັງເອີນໄດ້ພະລາດລົ້ມ, ແລ້ວລາວ ກໍຟ້າວເອົາມືຈັບໃສ່ພູ ຈຶ່ງເຮັດໃຫ້ພູເຂົາພັງລົງມາ, ກ້ອນຫີນໄດ້ຫຼຸດລົງ ເຊິ່ງເຮັດໃຫ້ຮອຍມືຖືກຝັງເລິກຢູ່ໃນຫີນ. ຜູ້ຄົນຢູ່ທີ່ນີ້ ຍັງເລົ່າສູ່ຟັງອີກວ່າ ຢູ່ເທິງຫາດຫີນ ແຫ່ງນີ້ ມີກ້ອນຫີນກ້ອນໜຶ່ງ ທີ່ມີຮູບຊົງຄືກັບຄົນໜຶ່ງ ພວມນັ່ງຫັນໜ້າອອກໄປເບິ່ງພູ ໂກຕຽນ (ນາງ ຟ້າ). ນິທານເລົ່າວ່າ ນາງຟ້າ ຜູ້ຫຼ້າ ຍັງຄົງຢາກຢູ່ກັບຄວາມງາມຂອງໂລກ, ບໍ່ຢາກ ກັບຄືນສູ່ສະຫວັນ, ສະນັ້ນ ນາງຈຶ່ງກາຍເປັນພູໜ່ວຍນີ້. ປັດຈຸບັນ, ພູເຂົາເຫຼົ່ານີ້ ໄດ້ຮັບການພັດທະນາການທ່ອງທ່ຽວ ໃສ່ຊື່ວ່າ ຫາດ ຕຽນ.

ນັກທ່ອງທ່ຽວໄດ້ສຳຜັດກັບບັນດາການເຄື່ອນໄຫວດ້ານ
ວັດທະນະທຳ, ສິລະປະຢູ່ເຂດທ່ອງທ່ຽວ ຮ່ອນຈົ່ງ. ພາບ: ແທງຢາງ/VNP

ໃນເວລາທີ່ບໍ່ມີການແຜ່ລະບາດຂອງພະຍາດໂຄວິດ 19, ໃນແຕ່ລະມື້, ເຂດທ່ອງທ່ຽວ ຮ່ອນຈົ່ງ ໄດ້ຕ້ອນຮັບແຂກທ່ອງທ່ຽວນັບຮ້ອຍເທື່ອຄົນ. ພາບ: ແທງຢາງ/VNP
ບັນດາກ້ອນຫີນໃຫຍ່ທີ່ມີຮູບຊົງ ແລະຈຸດທີ່ຕັ້ງເປັນເອກະ ລັກສະເພາະ ຄືກັບການຈັດລຽງດ້ວຍມືຂອງມະນຸດ. ພາບ: ແທງຢາງ/VNP ເທິງ ກ້ອນຫີນໃຫຍ່ ກ້ອນໜຶ່ງ ທີ່ຕັ້ງຢູ່ເທິງຈອມພູສູງສຸດ ຂອງ ຮ່ອນຈົ່ງ ມີຮ່ອງຮອຍ ຂອງ ຝ່າມື ໃຫຍ່ໜຶ່ງ ໄດ້ຝັງເລິກຢູ່ໃນຫີນ, ຄົບທັງ ຫ້ານີ້ວ ແລະ ລາຍມື, ຄືກັບວ່າ ເມື່ອພູຫາກໍ່ຖືກສ້າງຂຶ້ນ. ພາບ: ແທງຢາງ/VNP
ຍັງມີນິທານອີກເລື່ອງໜຶ່ງກ່ຽວກັບ ຮ່ອນຈົ່ງ ວ່າ: ມື້ໜຶ່ງ, ມີເຮືອ ຂອງ ຜົວເມຍຄູ່ໜຶ່ງ ຖືກລົມ ແລະ ຄື້ນທະເລ ພັດເຂົ້າມາເຂດ ທະເລແຫ່ງນີ້. ຄື້ນທະເລໄດ້ຍູ້ເຮືອທັບໃສ່ຜາຫີນ ຈົນແຕກໝົດ. ຄື້ນຟອງໃຫຍ່ດຶງເມຍອອກໄປ. ຜູ້ເປັນຜົວຟ້າວອອກໄປດຶງເມຍເຂົ້າມາ, ແຕ່ຄື້ນນັບມື້ນັບແຮງຂຶ້ນ. ຜູ້ເປັນຜົວກອດເມຍດ້ວຍມືເບື້ອງໜຶ່ງ, ອີກມືໜຶ່ງຈັບໃສ່ກ້ອນຫີນ. ດັ້ງເດີນກ້ອນຫີນ ຢາກລົ້ມຢູ່ແລ້ວ, ດຽວນີ້ ດ້ວຍກຳລັງ ຂອງ ຜູ້ເປັນຜົວ ພວມຈັບໃສ່ ຈຶ່ງເຮັດ ໃຫ້ກ້ອນຫີນ ຕົກລົງສູ່ທະເລ ແລະ ຝັງສົບຄູ່ຜົວເມຍນີ້. ເຂົາເຈົ້າຕາຍໄປ, ແຕ່ຮອຍມືຂອງຜູ້ເປັນຜົວ ຍັງຝັງໄວ້ໃນກ້ອນຫີນ ແລະ ຖືກຮັກສາໄວ້ຕະຫຼອດໄປ. ສ້າງເປັນຮ່ອນຈົ່ງ-ຮ່ອນເວີ້ ໃນປັດຈຸບັນ (ກ້ອນຫີນຜົວ-ກ້ອນຫີນເມຍ).
ນິທານທີ່ກ່າວມາຂ້າງເທິງນີ້ ເບິ່ງຄືວ່າ ໄດ້ປະດັບປະດາ ຄວາມງາມອັນລຶກລັບ ຂອງ ຫາດຫີນ ຮ່ອນຈົ່ງ.
ຢູ່ທີ່ນີ້, ທິວທັດແມ່ນມີສະເໜ່. ພູເຂົາ, ທະເລ ແລະ ຝັ່ງແມ່ນຢູ່ ໃກ້ກັນ. ຢູ່ທີ່ນີ້, ນັກທ່ອງທ່ຽວ ສາມາດນັ່ງຢູ່ເທິງໂງ່ນຫີນ ເພື່ອຕຶກປາ ຫຼື ເຄື່ອນຍ້າຍຫຼາຍສິບແມັດໄປຫາຝັ່ງ ເພື່ອລອຍນ້ຳເທິງດິນຊາຍທີ່ລຽບງ່າຍ. ນ້ໍາທະເລ ແມ່ນໃສສະອາດ ແລະ ສະຫງົບ.
ຖ້າເບິ່ງກັບມາຕົວເມືອງແລ້ວ, ບາງທີເຂດ ຮ່ອນຈົ່ງ ແມ່ນໜຶ່ງ ໃນບັນດາຈຸດ ນັ່ງເບິ່ງນະຄອນແຄມຝັ່ງທະເລ ທີ່ສວຍງາມທີ່ສຸດ ດ້ວຍເສັ້ນໂຄ້ງຂອງຫາດຊາຍລຽບ ຕາມຖະໜົນ ເຈິ່ນຝູ; ປະດັບປະດາ ດ້ວຍຕົ້ນໝາກພ້າວ ເປັນແຖວສູງສະຫງ່າ ເພື່ອຕ້ອນຮັບຄື້ນ ທະ ເລ.
ປະຕິບັດ: ແທງຢາງ ແລະ ກົງດາດ - ແປໂດຍ: ຢືຟຽນ