• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ກຸບ ຫວິງຖິ້ງ

ຜະລິດຕະພັນ ກຸບ ມູນເຊື້ອ ທີ່ບ້ານ ຫວິງຖິ້ງ, ຕາແສງ ດ້າຍອ໊າງ (ເມືອງ ແທງຈີ່, ຮ່າໂນ້ຍ) ໄດ້ມີຊື່ສຽງມາເປັນເວລາກວ່າຮ້ອຍປີ, ໄດ້ຮັບຄວາມນິຍົມ ຈາກຜູ້ບໍລິໂພກ ເປັນຈໍານວນຫຼາຍ. 
ຕົ້ນຊຸມປີ 2000 ຖືເປັນຊ່ວງສູງສຸດ ຂອງໝູ່ ບ້ານຜະລິດ ກຸບ ຫວິງຖິ້ງ. ຜະລິດຕະພັນກຸບ ຂອງ ໝູ່ບ້ານ ແຫ່ງນີ້ ໃນໄລຍະນັ້ນ ສ່ວນຫຼາຍແມ່ນຂາຍໃຫ້ ບັນດາພໍ່ຄ້າຊາວ ຈີນ ເປັນຈຳນວນ ຫຼາຍລ້ານໜ່ວຍຕໍ່ເດືອນ. ເຮັດໃຫ້ເສດຖະກິດຂອງຊາວບ້ານ ຫຼາຍຄອບຄົວ ພັດທະນາ ຂຶ້ນໃນໄລຍະນັ້ນ. 

ທ່ານ ຫງວຽນບ໋າຕິ້ງ, ຮອງນາຍບ້ານ ຫວິງຖິ້ງ ໃຫ້ຮູ້ວ່າ ອາຊີບ ຜະລິດກຸບ ຢູ່ທີ່ນີ້ ໄດ້ຖ່າຍທອດ ມາເປັນເວລາຫຼາຍເຊັ່ນຄົນ ແລ້ວ. ບັນດາຜູ້ເຖົ້າຜູ້ແກ່ໃນບ້ານ ຈື່ບໍ່ໄດ້ຢ່າງແນ່ນອນວ່າ ອາ ຊີບຜະລິດ ກຸບ ຂອງ ໝູ່ບ້ານແຫ່ງນີ້ ໄດ້ກຳເນີດເກີດຂຶ້ນມາແຕ່ ເມື່ອໃດ. ເຂົາເຈົ້າພຽງແຕ່ຮູ້ວ່າ ຕັ້ງແຕ່ນ້ອຍ, ຕົນເອງກໍ່ໄດ້ພໍ່ແມ່ ຖ່າຍທອດອາຊີບເຮັດ ກຸບໃຫ້ແລ້ວ. 

ທຸກໆ ຂັ້ນຕອນເພື່ອເຮັດອອກມາກຸບໜ່ວຍໜຶ່ງ ຍັງໄດ້ເຮັດຕາມ ແບບຫັດຖະກຳ. ກ່ອນອື່ນໝົດ ແມ່ນຂັ້ນຕອນການຄັດເລືອກ ວັດຖຸດິບ ເພື່ອຜະລິດກຸບ. ຫຼັງຈາກໄມ້ພາງ, ໄມ້ເຮ້ຍ ໄດ້ຊື້ ມາ ຈະນຳໄປແຊ່ໃນໜອງນໍ້າ ເປັນເວລາໜຶ່ງເດືອນ ແລ້ວຈຶ່ງເອົາໄປຜ່າ. ເພາະສະນັ້ນ, ກຸບ ທີ່ໄດ້ເຮັດມາ ຈະບໍ່ຖືກມອດກິນ. 
 

ຫຼັງຈາກໄມ້ພາງ, ໄມ້ເຮ້ຍ ໄດ້ຊື້ມາ ຈະນຳໄປແຊ່ໃນ ໜອງ ນໍ້າ ເປັນເວລາໜຶ່ງເດືອນ ແລ້ວຈຶ່ງເອົາໄປຜ່າ ແລະ ຕາກແດດ ໃຫ້ແຫ້ງ. ພາບ: ແທງຢາງ/VNP


ໃບກຸບ ໄດ້ທໍາຄວາມສະອາດ ແລະ ລີດໃຫ້ພຽງ. ພາບ: ແທງຢາງ/VNP


ແລະ ລີດໃຫ້ພຽງ. ພາບ: ແທງຢາງ/VNP



ຂັ້ນຕອນການເຮັດຂອບກຸບ. ພາບ: ແທງຢາງ/VNP


ໃບກຸບ ໄດ້ຕັດໃຫ້ພໍດີ ກັບຄວາມຍາວ ຂອງກຸບ ເພື່ອ ປະຕິ ບັດຂັ້ນຕອນການຍິບ. ພາບ: ແທງຢາງ/VNP


ການຈັດສັນໃບກຸບ ໄດ້ບັນດານາຍຊ່າງເຮັດຢ່າງຊຳນິຊຳນານ. ພາບ: ແທງຢາງ/VNP
 

ຂັ້ນຕອນການຍິບຂອບກຸບ. ພາບ: ແທງຢາງ/VNP


ບັນດານາຍຊ່າງພວມສຳເລັດຂັ້ນຕອນການຜະລິດ ກຸບ ຫວິງຖິ້ງ. ພາບ: ແທງຢາງ/VNP


ກຸບ ຫວິງຖິ້ງ ຈະໄດ້ເກັບຊື້ ແລະ ຂົນສົ່ງມາເຕົ້າໂຮມຢູ່ໃນສາງ. ພາບ: ແທງຢາງ/VNP

ເຖິງວ່າ ມັນບໍ່ລະອຽດຊັບຊ້ອນ ເກີນໄປ, ແຕ່ເພື່ອຜະລິດ ອອກ ມາໄດ້ກຸບໜ່ວຍໜຶ່ງ ຍັງຕ້ອງການຫຼາຍ ຂັ້ນຕອນ. ຕາມປົກກະ ຕິ, ບັນດາຂັ້ນຕອນການເຮັດກຸບ ໄດ້ແບ່ງວຽກໃຫ້ ທຸກຄົນໃນ ຄອບຄົວຢ່າງເໝາະສົມ. ແມ່ຍິງ ເປັນຜູ້ມີສີໄມ້ລາຍມືດີ, ທັງ ເປັນຜູ້ມີຄວາມສຳຄັນໃນການເຮັດກຸບ, ສະນັ້ນ ເຂົາເຈົ້າມີ ໜ້າ ທີ່ສຳເລັດຂັ້ນຕອນສຸດທ້າຍໃນການ ເຮັດກຸບ. 

ອາຊີບມູນເຊື້ອ ໄດ້ຮັກສາມາເປັນຫຼາຍເຊັ່ນຄົນ, ສະນັ້ນ ຊາວ ບ້ານໃນຕາແສງ ໄດ້ມີການຜະລິດ ກຸບ ເປັນມືອາຊີບ. ກຸບຂອງ ຊາວບ້ານ ຫວິງຖິ້ງ ຜະລິດອອກມາ ໄດ້ຮັບການຕີລາຄາສູງ ຈາກຜູ້ບໍລິໂພກ ກ່ຽວກັບຮູບຊົງ ແລະ ຄຸນນະພາບ. ພິເສດ ແມ່ນ ບັນດາປະເພດ ກຸບ ສິລະປະ ເຊິ່ງໄດ້ແສ່ວລາຍດອກໄມ້ ຫຼື ປະ ເພດ ກຸບ ສິລະປະ ຮັບໃຊ້ໃຫ້ແກ່ການປະດັບປະດາ, ກຸບ ຊຸດ ໜຶ່ງມີ 5 ໜ່ວຍ ມີເສັ້ນຜ່າກາງແຕ່ 10-40 ຊມ ໄດ້ນັກ ທ່ອງທ່ຽວ ນິຍົມຊື້ຫຼາຍ. 
 

ກຸບ ຫວິງຖິ້ງ ໄດ້ມີໜ້າເທິງເວທີສະແດງສິລະປະ ໃນງານ ມະໂຫລານ ວັດທະນະທຳ ພື້ນເມືອງ ໃນຊີວິດ ຍຸກປັດຈຸບັນ 2020. ພາບ: ແທງຢາງ/VNP


ກຸບ ຫວິງຖິ້ງ ໄດ້ວາງຂາຍຢູ່ຕະຫຼາດນັດ ແລະ ງານວາງສະແດງໃນທົ່ວປະເທດ. ພາບ: ແທງຢາງ/VNP


ນັກທ່ອງທ່ຽວຕ່າງປະເທດ ເລືອກຊື້ບັນດາຜະລິດຕະພັນ ກຸບ ຫວິງຖິ້ງ. ພາບ: ແທງຢາງ/VNP


ຜະລິດຕະພັນກຸບ ຫວິງຖິ້ງ ໄດ້ມີໜ້າ ໃນງານມະໂຫລານ ວັດທະນະທຳ ພື້ນເມືອງ ໃນຊີວິດ ຍຸກປັດຈຸບັນ 2020. ພາບ: ແທງຢາງ/VNP

ປີ 2020, ບັນດາຄອບຄົວທີ່ທຳອາຊີບຜະລິດ ກຸບ ໃນບ້ານ ໄດ້ ເປັນເອກະສັນກັນ ສ້າງຕັ້ງສະຫະກອນ ອຸດສາຫະກຳ ຂະໜາດ ນ້ອຍ ຜະລິດ ແລະ ຄ້າຂາຍກຸບ ຫວິງຖິ້ງ-ດ້າຍອ໊າງ, ຕາມແຜນ ອະນຸລັກຮັກສາ ແລະ ພັດທະນາອາຊີບ, ໝູ່ບ້ານອາຊີບຂອງ ນະຄອນ ຮ່າໂນ້ຍ. 

ພິເສດ, ປັດຈຸບັນ ບ້ານ ຫວິງຖິ້ງ ຍັງຮັກສາໄດ້ຕະຫຼາດຂາຍກຸບ ທີ່ມີມາ ເມື່ອເກືອບຮ້ອຍປີກ່ອນ. ນີ້ແມ່ນສັນຍາລັກພິເສດທີ່ຫາໄດ້ຍາກຂອງບັນດາໝູ່ບ້ານອາຊີບມູນເຊື້ອ. ຕະຫຼາດຂາຍກຸບ ໄດ້ຈັດໃນວັນທີ່ມີຕົວເລກຕາມຫຼັງແມ່ນ 2, 4, 6, 9 (ຕາມ ຈັນ ທະປະຕິທິນ) ໃນເດືອນ. ນີ້ເປັນບ່ອນແລກປ່ຽນ, ຊື້ຂາຍ ຜະ ລິດຕະພັນ ກຸບ ລະຫວ່າງບັນດາຄອບຄົວໃນຕາແສງ ກັບບັນ ດາຊາວຄ້າຂາຍຍ່ອຍ ຢູ່ພາຍໃນ ແລະ ນອກຕາແສງ, ຫຼັງຈາກ ນັ້ນ ກຸບຈະໄດ້ນຳໄປຂາຍຢູ່ບັນດາຕະຫຼາດຂາຍຍົກໃນທົ່ວ ປະ ເທດ ຫຼື ສົ່ງອອກໄປຍັງຕ່າງປະເທດ. 

ທ່ານ ຫງວຽນວັນຮຶງ, ປະທານຄະນະກຳມະການ ປະຊາຊົນ ຕາ ແສງ ດ້ານອ໊າງ ໃຫ້ຮູ້ວ່າ ບ້ານໄດ້ຖືເອົາການອະນຸລັກ ຮັກສາ ອາຊີບຜະລິດກຸບ ມູນເຊື້ອ ເປັນສ່ວນໜຶ່ງ ຂອງ ແນວທາງ ແລະ ແຜນພັດທະນາ “ໝູ່ບ້ານທ່ອງທ່ຽວ ທຳມະຊາດ-ການສອບເສັງ” ໃນຊຸມປີຈະມາເຖິງ. ຈາກນັ້ນ, ກຸບ ດ້າຍອ໊າງ ຈະໄດ້ແນະນຳ ແລະ ໂຄສະນາ ໃຫ້ກາຍເປັນ ຜະລິດຕະພັນ ທ່ອງທ່ຽວໜຶ່ງ ຂອງ ນະຄອນຫຼວງ ຮ່າໂນ້ຍ. 

ບົດ: ຖາວວີ - ພາບ: ແທງຢາງ

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top