• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ​ ຮາ​ມາດ - ອິດ​ສະ​ຣາ​ແອນ: ມີ​ນັກ​ໂທດ 50 ຄົນ​ໄດ້ຮັບ​ການ​ປ່ອຍ​ຕົວເປັນ​ອິດ​ສະ​ຫລະ

ວັນທີ 1 ກໍລະກົດ, ບັນດາແຫລ່ງຂ່າວ ອິດສະຣາແອນ ໄດ້ຢັ້ງຢືນວ່າ: ກອງທັບປະເທດນີ້ໄດ້ປ່ອຍຕົວນັກໂທດ ປາແລດສະຕິນ ປະມານ 50 ຄົນທີ່ຖືກຈັບຕົວໃນບັນດາການປະທະກັນລະຫວ່າງ ອິດສະຣາແອນ ແລະ ຮາມາດ.
ມີນັກໂທດ 50 ຄົນໄດ້ຮັບການປ່ອຍຕົວເປັນອິດສະຫລະ (ພາບ: AP/TTXVN)

ຖະແຫລງການຂອງຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອນ ໃຫ້ຮູ້ວ່າ: ການປ່ອຍຕົວບັນດານັກໂທດແມ່ນໄດ້ຮັບການປະຕິບັດພາຍຫລັງສານສູງສຸດຂອງປະເທດນີ້ ເປີດວາລະອະພິປາຍການຮ້ອງຟ້ອງບັນດາກຸ່ມປົກປ້ອງສິດທິມະນຸດກ່ຽວກັບສະພາບເຄັ່ງຄັດຢ່າງຮ້າຍແຮງໃນບັນດາຄ້າຍກັກຂັງ.

ເຫດການກ່ຽວຂ້ອງ, ໃນວັນດຽວກັນ, ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບກັບທ່ານ Hakan Fidan , ລັດຖະມົນຕີການຕ່າງປະເທດ ຕວກກີ, ທ່ານ Ali Bagheri Kani, ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຕຳຫນິຕິຕຽນບັ້ນຮົບການທະຫານຂອງ ອິດສະຣາແອນ ຢູ່ ເຂດກາຊາ ແລະ ໃສ່ໃຈວ່າ ໃນບໍ່ວ່າການກະທຳໃດຂອງ ອິດສະຣາແອນ ທີ່ມີຕໍ່ ລີບັງ ຈະຕ້ອງຮັບການໂຕ້ຕອບຢ່າງແຮງ.

ຢູ່ ອິດສະຣາແອນ, ວັນທີ 1 ກໍລະກົດ, ມີນັກເຄື່ອນໄຫວສັນຕິພາບຂອງປະເທດນີ້ ນັບພັນໆຄົນ ລວມທັງ ຊາວຢິວ ແລະ ຊາວອິດສະຣາແອນ ເຊື້ອຊາດ ອາຣັບ ໄດ້ຈັດຕັ້ງເວທີປາໄສພິເສດຢູ່ ນະຄອນ Tel Aviv ເພື່ອແນໃສ່ຮຽກຮ້ອງລັດຖະບານ ແລະ ກອງທັບປະເທດນີ້ ຢຸດຕິການປະທະກັນ ຊື່ງໄດ້ແກ່ຍາວເກືອບ 9 ເດືອນຜ່ານມາ ຢູ່ ເຂດກາຊາ ຢ່າງທັນທີ. ສານລວມທີ່ບັນດານັກປະຖະກະຖາຢາກເຕື້ອງເຖິງນັ້ນແມ່ນ: “ມີພຽງແຕ່ສັນຕິພາບຈຶ່ງນຳມາເຊິ່ງຄວາມໝັ້ນຄົງໄດ້”

(ແຫຼ່ງຄັດຈາກ VOV)

ແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມມືກັນເພື່ອການພັດທະນາ

ແມ່ຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມມືກັນເພື່ອການພັດທະນາ

ຜ່ານການເຄື່ອນໄຫວດັ່ງກ່າວ, ສະຫະພັນແມ່ຍິງ 3 ປະເທດ ຈະສືບຕໍ່ແລກປ່ຽນບົດຮຽນ ແລະ ຮູບແບບທີ່ດີ, ພ້ອມທັງເຊື່ອມຕໍ່ນັກທຸລະກິດຍິງຂອງ 3 ປະເທດ

Top