• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວດົນຕີປະສານສຽງ “ຫວຽດນາມ ແຫ່ງຄວາມຮັກ” ໄດ້ໄປເຖິງຊາວໜຸ່ມຜູ້ປະສົບກັບຄວາມຫຍຸ້ງຍາກ

ຄ່ຳຄືນສະແດງດົນຕີແມ່ນຂອງຂວັນທີ່ລ້ຳຄ່າ ສະຫງວນໃຫ້ຊາວໜຸ່ມທີ່ມາຈາກບັນດາສູນອຸປະກາລະສັງຄົມ, ບ້ານເດັກ
ການສະແດງດົນຕີປະສານສຽງ “ຫວຽດນາມ ແຫ່ງຄວາມຮັກ” (ພາບ: TTXVN)

ຕອນຄ່ຳວັນທີ 29 ມິຖຸນາ, ການເຄື່ອນໄຫວສະແດງດົນຕີປະສານສຽງ “ຫວຽດນາມ ແຫ່ງຄວາມຮັກ” ໄດ້ຈັດຂຶ້ນຢູ່ນະຄອນ ເຫ້ວ. ຄ່ຳຄືນສະແດງດົນຕີແມ່ນຂອງຂວັນທີ່ລ້ຳຄ່າ ສະຫງວນໃຫ້ຊາວໜຸ່ມທີ່ມາຈາກບັນດາສູນອຸປະກາລະສັງຄົມ, ບ້ານເດັກ ຫຼື ບັນດາຜູ້ມີຄວາມສ່ຽງສູງກວ່າເພີ່ນ, ຄົນພິການ… ຢູ່ ເທື່ອທຽນ - ເຫ້ວ. ບໍ່ພຽງແຕ່ໄດ້ຮັບຟັງຮັບຊົມການສະແດງດົນຕີເທົ່ານັ້ນ, ຫາກພວກນ້ອງຍັງໄດ້ຝຶກຮ້ອງເພງ, ສະແດງພ້ອມກັບວົງດົນຕີປະສານສຽງໃນລາຍການນຳອີກ.

ນີ້ແມ່ນຄັ້ງທຳອິດທີ່ວົງດົນຕີປະສານສຽງ ຢໍ໊ແຊັງ ເກືອບ 200 ສະມາຊິກສະແດງຢູ່ ເຫ້ວ ແລະ ແມ່ນໜຶ່ງໃນຈຳນວນສະຖານທີ່ 3 ແຫ່ງໃນການເຄື່ອນໄຫວຈັດການສະແດງດົນຕີປະສານສຽງ ໃນປີ 2024.

ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2019, ວົງດົນຕີປະສານສຽງ ຢໍ໊ແຊັງ ແມ່ນວົງດົນຕີປະສານສຽງປະຊາຄົມທຳອິດ, ໃຫຍ່ທີ່ສຸດຢູ່ ຫວຽດນາມ. ເປົ້າໝາຍຂອງວົງດົນຕີແມ່ນນຳສິລະປະປະສານສຽງດົນຕີເຂົ້າໃກ້ກັບທຸກຄົນກວ່າ, ນຳໃຊ້ສຽງດົນຕີເພື່ອເຊື່ອມຕໍ່ມະນຸດດ້ວຍກັນ, ພ້ອມກັບນຳມາເຊິ່ງບັນດາຄຸນຄ່າອັນດີງາມໃຫ້ແກ່ປະຊາຄົມ.

(ແຫຼ່ງຄັດຈາກ VOV)

ອົງການ​ຮ່ວມ​ມື ຊຽງ​ໄຮ້ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ບົດ​ບາດ​ດ້ານ​ຄວາມ​ໝັ້ນ​ຄົງ

ອົງການ​ຮ່ວມ​ມື ຊຽງ​ໄຮ້ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ບົດ​ບາດ​ດ້ານ​ຄວາມ​ໝັ້ນ​ຄົງ

ໂດຍໄດ້ດຳເນີນແຕ່ວັນທີ 03 – 04 ກໍລະກົດ, ຢູ່ນະຄອນຫຼວງ Astana ຂອງ ກາຊັກສະຖານ, ກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ້ (SCO) ປີນີ້ ໄດ້ສຸມໃສ່ປຶກສາຫາລືໃນການເພີ່ມທະວີການເຊື່ອມຕໍ່ດ້ານການຄ້າພາຍໃນກຸ່ມ, ປັບປຸງການຮ່ວມມືພະລັງງານ, ຄວາມໝັ້ນຄົງ ແລະ ຂະຫຍາຍສະມາຊິກ ໃນສະພາບການທີ່ຄວາມຂາດສະຖຽນລະພາບດ້ານພູມີສາດການເມືອງມີທ່າອ່ຽງເພີ່ມຂຶ້ນໃນໂລກ.

Top