ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບການນຳບັນດາປະເທດໃນນັ້ນມີ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ທ່ານປະທານາທິບໍດີ ນີເຈເຣຍ Bola Ahmed Tinubu, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: VGP)
ວັນທີ 6 ກໍລະກົດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງຢູ່ນະຄອນ Rio de Janeiro, ບຣາຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບການນຳບັນດາປະເທດໃນນັ້ນມີ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ທ່ານປະທານາທິບໍດີ ນີເຈເຣຍ Bola Ahmed Tinubu, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov ແລະ ທ່ານນາງ ຜູ້ອຳນວຍການໃຫຍ່ WTO Ngozi Okonjo-Iweala, ທ່ານປະທານາທິບໍດີ ອາບຟຼິກກາໃຕ້ Cyril Ramaphosa.
ທີ່ການພົບປະກັບທ່ານ ປະທານາທິບໍດີ ອາຟຼິກກາໃຕ້ Cyril Ramaphosa, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ ຫວຽດນາມຖື ອາບຟຼິກກາໃຕ້ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ອາບຟຼຼິກກາ, ຕີລາຄາສູງຖານະບົດບາດ, ອິດທິພົນຊື່ສຽງຂອງ ອາບຟຼິກກາໃຕ້ບົນເວທີສາກົນ ແລະ ພາກພື້ນ, ໃນນັ້ນມີການຮັບດຳລົງຕຳແໜ່ງບົດບາດເປັນປະທານ G20 ໃນປີ 2025, ພ້ອມທັງປາດຖະໜາຢາກຊຸກຍູ້ການພົວພັນ ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາລະຫວ່າງ ຫວຽດນາມ ອາບຟຼິກກາໃຕ້ໃຫ້ຫຼາຍກ່ວາອີກ. ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດເຊິ່ງ ອິນເດຍ ບັນລຸໄດ້ພາຍໃຕ້ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ Narendra Modi, ພ້ອມທັງຕີລາຄາສູງບົດບາດນັບມື້ນັບສຳຄັນຂອງ ອິນເດຍ ຢູ່ບັນດາເວທີປາໄສສາກົນ, ໃນນັ້ນມີ BRICS.
ທີ່ການພົບປະກັບທ່ານປະທານາທິບໍດີ ນີເຈເຣຍ Bola Ahmed Tinubu, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງສອງປະເທດ ແລະ ຂໍສົ່ງຄຳເຊື້ອເຊີນປະທານາທິບໍດີມາຢ້ຽມຢາມ ຫວຽດນາມ ຂອງການນຳຂັ້ນສູງ ຫວຽດນາມ.
ທີ່ການພົບປະກັບທ່ານລັດຖະມົນຕີ ການຕ່າງປະເທດ ລັດເຊຍ Sergei Lavrov, ສອງຝ່າຍໄດ້ຢັ້ງຢືນຄືນບັນດາຫຼັກການ, ການກຳນົດທິດໃຫຍ່ເພື່ອຍູ້ແຮງ ແລະ ເພີ່ມທະວີການຮ່ວມມື, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ.
(ແຫຼ່ງຄັດຈາກ VOV)