ກ່ຽວຂ້ອງເຖິງເປົ້າໝານບັນລຸລະດັບເຕີບໂຕສູງ ທີ່ໄດ້ປຶກສາຫາລືກ່ອນຈັດກອງປະຊຸມໃຫຍ່ຄັ້ງທີ 14, ທ່ານສາດສະດາຈານ ຊຸຍຊາງ ຖືວ່າ ເປົ້າໝາຍບັນລຸລະດັບເຕີບໂຕ 10% ແມ່ນມີຄວາມຫວັງຢ່າງສູງ, ແຕ່ບໍ່ແມ່ນບໍ່ມີພື້ນຖານ.
ທ່ານສາດສະດາຈານ ຊຸຍຊາງ, ຜູ້ທີ່ເຮັດວຽກຢູ່ມະຫາວິທະຍາໄລຊົນເຜົ່າສູນກາງ ຈີນ (ພາບ: TTXVN)
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນຂີດໝາຍທີມີຄວາມໝາຍສຳຄັນພິເສດ, ເປີດໄລຍະພັດທະນາໃໝ່ມີລັກສະນະ “ບຸກທະລຸຍຸດທະສາດ”, ໃນນັ້ນ ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການປະຕິຮູບລະບອບລະບຽບການສວມບົດບາດຫຼັກແຫຼ່ງ. ນັ້ນແມ່ນຂໍສັງເກດຂອງທ່ານສາດສະດາຈານ ຊຸຍຊາງ, ຜູ້ທີ່ເຮັດວຽກຢູ່ມະຫາວິທະຍາໄລຊົນເຜົ່າສູນກາງ ຈີນ, ພ້ອມທັງເປັນນັກຊ່ຽວຊານໃຫ້ຄຳວິຈານຂອງລະບົບໂທລະພາບທົ່ວໂລກ ຈີນ.
ກ່ຽວຂ້ອງເຖິງເປົ້າໝານບັນລຸລະດັບເຕີບໂຕສູງ ທີ່ໄດ້ປຶກສາຫາລືກ່ອນຈັດກອງປະຊຸມໃຫຍ່ຄັ້ງທີ 14, ທ່ານສາດສະດາຈານ ຊຸຍຊາງ ຖືວ່າ ເປົ້າໝາຍບັນລຸລະດັບເຕີບໂຕ 10% ແມ່ນມີຄວາມຫວັງຢ່າງສູງ, ແຕ່ບໍ່ແມ່ນບໍ່ມີພື້ນຖານ. ທ່ານສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ຈະແມ່ນກອງປະຊຸມໃຫຍ່ມີຄວາມໝາຍພິເສດ, ກຳນົດທິດຍຸດທະສາດການພັດທະນາຂອງ ຫວຽດນາມ ໃນຫຼາຍປີຈະມາເຖິງ, ບໍ່ພຽງແຕ່ສົ່ງຜົນສະທ້ອນຢ່າງເລິກເຊິ່ງ, ກວາງຂວາງຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງແຜ່ກະຈາຍອອກສູ່ພາກພື້ນ ແລະ ໂລກໃນສະພາບການທີ່ເຕັມໄປດ້ວຍການຜັນແປຄືໃນປະຈຸບັນອີກດ້ວຍ.
(ແຫຼ່ງຄັດຈາກ VOV)