• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

TVO-ສະຖານທີ່ເຜີຍແຜ່ຄວາມຮັກພາສາ ຫວຽດ ໃຫ້ແກ່ ຄົນຕ່າງປະເທດ

ສູນ​ພາສາ​ ຫວຽດ ເອີຍ (TVO)

 

ໂອ້ລົມກັບເພື່ອນ 3 ຄົນຄື ທ້າວ Dan, David Evans (ຄົນ ອາ ເມລິກາ), John (ຄົນ ອົດສະຕຣາລີ) ຢູ່ຫ້ອງຮຽນພາສາຫວຽດ ເອີຍ, ຂ້າພະເຈົ້າຮູ້ສຶກວ່າ ຕົນເອງໄດ້ຖ່າຍທອດອາລົມ ກ່ຽວ ກັບພາສາແມ່ ຂອງ ປະເທດຕົນເອງຫຼາຍຂຶ້ນ. ເຂົາເຈົ້າໄຂ ຄວາມໃນໃຈອອກມາວ່າ ການຮຽນພາສາ ຫວຽດ ແມ່ນທັງ ມ່ວນ ແລະ ທັງຍາກ, ແຕ່ກໍ່ໜ້າຈັບໃຈ ແລະ ຮຽນແລ້ວແມ່ນມັກເລີຍ. ທັງທ້າວ John, Dan ແລະ Davit Evans ລ້ວນ​ແຕ່​ແມ່ນ​ຄູ​ສອນ ​ວິຊາ​ຄະນິດສາດ ​ແລະ ພາສາ​ ອັງກິດ ຢູ່​ບັນດາ​ໂຮງຮຽນ​ສາກົນ​ຢູ່ ຫວຽດນາມ, ດັ່ງ​ນັ້ນ​ ເຂົາເຈົ້າຢາກ​ຮຽນ​ພາ ສາ ຫວຽດ ​ເພື່ອ​ສາມາດສອນ ໃຫ້​ຄົນ ຫວຽດນາມ ​ແລະ ເພື່ອໃຫ້ມີຄວາມເຂົ້າ​ໃຈ​​​ ກ່ຽວ​ກັບ​ວັດທະນະທຳ ​ແລະ ຊີວິດ ການເປັນຢູ່​ຂອງ​ຜູ້ຄົນ ຫວຽດນາມ ຫຼາຍຂຶ້ນ.

ທ້າວ Dan ໄດ້​ອາ​ໄສ​ຢູ່​ ຫວຽດ​ນາມ ​ເປັນ​ເວ​ລາ 6 ປີ​ ແລະ​ ຮຽນ​ຮູ້​ພາ​ສາ ​ຫວຽດ ​ໄດ້ 6 ປີ​. ທ້າວ David Evans ​ໄດ້​ຮຽນ​ພາສາ​ ຫວຽດ ​ເປັນ​ເວລາ 5 ປີ, ລາວ​ພະຍາຍາມ ເພື່ອໃຫ້ມື້ໃດ ມື້ໜຶ່ງ​ຈະ​ສາມາດ​ສອນ​ຄະ​ນິດ​ສາດ​ໃຫ້​ນັກ​ຮຽນ​ດ້ວຍພາສາ​ ຫວຽດ ໄດ້. ທ່ານ David Evans ​ມີ​ຄວາມ​ໝັ້ນ​ໃຈ​ໄປເຂົ້າ​ຮ່ວມ​​ລາຍ ການແຂ່ງຂັນ ​ພາສາ ​ຫວຽດ​ ​ຢູ່​ທາງ​ໂທ​ລະ​ພາບ. ທ່ານ John ​ໄດ້​ຮຽນ​ພາສາ ​ຫວຽດ ​ເປັນ​ເວລາ 4 ປີ ​ແລະ ເພິ່ນພວມ​ພະຍາຍາມ​ສ້າງ ​ວີດີ​ໂອ​ ກ່ຽວກັບການສິດ​ສອນຂອງຕົນດ້ວຍ​ພາສາ ​ຫວຽດ, ຈາກນັ້ນຈະຊ່ວຍ​ໃຫ້​ໝູ່​ເພື່ອນ​ສາມາດຮຽນ​ພາສາ ​ຫວຽດ ຜ່ານ ​ວີດີ​ໂອ​ ຂອງ ເພິ່ນ.



ການສອນ​ພາ​ສາ​ ຫວຽດ ​ໃຫ້​ແກ່ຊາວ​ຕ່າງ​ປະ​ເທດ​ຢູ່ TVO ໃນຊົ່ວໂມງໜຶ່ງ. ພາບ: ກົງດາດ/VNP
ໃນ​ບົດຮຽນ​ ແມ່ນ​ມີ​ບັນດາ​ເກມ​ນ້ອຍໆ​ເພື່ອ​ໃຫ້​ນັກ​ສຶກສາ​ຮູ້ຈັກ​ກັບພາສາ ​ຫວຽດນາມ. ພາບ: ກົງດາດ/VNP
ບາງຄັ້ງກໍ່ເອົາຄຳທວາຍຕ່າງໆ ມາໃຫ້ນັກຮຽນແກ້ ໃນຊົ່ວໂມງຮຽນ. ພາບ: ກົງດາດ/VNP

ຄູມອບບົດຝຶກຫັດໃຫ້ນັກຮຽນຕ່າງປະເທດຝຶກຊ້ອມໃນຫ້ອງຮຽນ. ພາບ: ກົງດາດ/VNP

ເກມມ່ວນ ແລະ ໜ້າສົນໃຈໃນບັນດາຊົ່ວໂມງຮຽນ. ພາບ: ເອກະສານ

ສູນຍັງຈັດການສົນທະນາເພື່ອປັບປຸງລະດັບຂອງນັກຮຽນ. ພາບ: ເອກະສານ

ການສອນ​ພາ​ສາ​ ຫວຽດ ​ໃຫ້​ແກ່ຊາວ​ຕ່າງ​ປະ​ເທດ​ຢູ່ TVO ໃນຊົ່ວໂມງໜຶ່ງ. ພາບ: ກົງດາດ/VNP
ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຂອງ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ເມື່ອ​ໄດ້​ຮຽນ​ພາ​ສາ​ ຫວຽດ ​ຜ່ານ​ສຳ​ນວນ ແລະ ຄຳກອນ. ພາບ: ເອກະສານ

ນອກຈາກຫ້ອງຮຽນທີ່ຮຽນລວມແລ້ວ, ສູນຍັງຈັດຫ້ອງຮຽນໜຶ່ງຕໍ່ໜຶ່ງເພື່ອປັບປຸງລະດັບຂອງນັກຮຽນ. ພາບ: ກົງດາດ/VNP

ໃນ​ເວລາ​ທີ່​ໂລກ​ລະບາດ​ໂຄ​ວິດ-19, ສູນ​ພາສາ​ ຫວຽດນາມ ຍັງ​ຈັດ​ຕັ້ງ​ຫ້ອງ​ຮຽນ​ການ​ສອນ​ທາງ​ອອນ​ລາຍ. ພາບ: ກົງດາດ/VNP

ນັກສຶກສາຕ່າງປະເທດຂຽນບັດອວຍພອນຄູ ຫວຽດນາມ. ພາບ: ເອກະສານ

ບັນດາຄູສອນຂອງສູນພາສາ ຫວຽດນາມ ຢູ່ ຮ່າໂນ້ຍ. ພາບ: ເອກະສານ

TVO ໄດ້​ຮັບ​ການ​ສ້າງ​ຕັ້ງ​ໂດຍ​ເພື່ອນ​ສອງ​ຄົນ​ຄື ນາງ ລານ ແລະ ທ້າວ ຫວ່າງແອ໋ງ ເມື່ອ​ປີ 2013. ໃນ​ເວ​ລາ​ນັ້ນ, ນາງ ລານ ແລະ ທ້າວ ຫວ່າງແອ໋ງ ພວມເປັນ​ຄູ​ສອນພາສາ ຫວຽດ​. ທັງສອງຄົນ​ມີແນວຄວາມຄິດວ່າ ຈະສ້າງສະຖານທີ່ແຫ່ງໜຶ່ງ ​ ເພື່ອ​ໃຫ້ບັນດາ​ຄູ​ສອນ​ພາສາ ຫວຽດ ​ມາແລກປ່ຽນ ວຽກງານ, ​ແບ່ງປັນບົດຮຽນ​ເຊິ່ງກັນ ​ແລະ ກັນ ເພື່ອພ້ອມກັນ ພັດທະນາ​, ພິ​ເສດ​ແມ່ນ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ ຂອງພາສາ ຫວຽດ ກັບປະຊາຄົມຊາວຕ່າງປະເທດທີ່ພວມອາໄສ ແລະ ເຮັດວຽກຢູ່ ຫວຽດນາມ. ​ໃນ 8 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, TVO ​ໄດ້​ດຶງ​ດູດ​ນັກ​ສຶກສາ​ຕ່າງປະ​ເທດ​ເກືອບ 1500 ຄົນ ມາເຂົ້າຮ່ວມ ແລະ ປັດຈຸ​ບັນ TVO ມີ​ຄູ​ອາຈານ ທັງໝົດ 40 ກວ່າ​ຄົນ ​ຢູ່ພາກ​ເໜືອ, ພາກ​ກາງ ແລະ ພາກໃຕ້.

ນັກສຶກສາຕ່າງປະເທດ ທີ່ເຂົ້າມາຮຽນຢູ່ TVO ມີຄວາມຮູ້ສຶກຄື ກັນວ່າ ອາຈານຢູ່ທີ່ນີ້ ເປັນຄົນມີນໍ້າໃຈ, ມີຄວາມຕັ້ງໃຈໃນການສອນ, ຄູສອນເໝືອນກັບເພື່ອນ, ທັງຫຼິ້ນ ແລະ ທັງ ແບ່ງ ປັນວຽກງານກັບນັກຮຽນ. ບັນດາ​ນັກຮຽນ ​ແລະ ຄູ​ອາ​ຈານ ​ຢູ່ທີ່ນີ້ ຖື​ວ່າ ການ​ຮຽນ​ພາສາ ​ຫວຽດ ​ແມ່ນ​ວຽກ​ງານ​ທີ່​ຈິງ​ຈັງ, ​ເຂົາ ເຈົ້າໄດ້ແລກປ່ຽນ, ​ໄດ້ເປີດ​ກວ້າງ​ຄວາມ​ຮູ້​ໃນ​ຊີວິດ ​ແລະ ຄົ້ນ​ພົບ​ຄວາມ​ງາມ​ດ້ານ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ຊາວ ຫວຽດນາມ. ນາງ ມິງແອ໋ງ ​ໄດ້​ແບ່ງປັນ​ວ່າ: ຂ້າພະ​ເຈົ້າ​ມີ​ນັກຮຽນຄົນໜຶ່ງ ພຽງແຕ່​ຮຽນໄດ້ 10 ມື້​ໃນ 9 ​ເດືອນ​ເທົ່າ​ນັ້ນ. ສາເຫດແມ່ນເມື່ອໃກ້ເຂົ້າຫ້ອງຮຽນ ຈະເຊີນອາຈານ ອອກໄປຫຼິ້ນ, ໄປກິນເຂົ້ານຳກັນ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ພວກ​ເຂົາ​​ບໍ່​ພຽງ​ແຕ່​ແມ່ນ​ນັກ​ຮຽນ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ເພື່ອນ​ສະ​ໜິດ​ສະ​ໜົມ​ອີກ​ດ້ວຍ, ຜ່ານ​ການ​ພົບ​ປະ​ແລກ​ປ່ຽນ​, ພາສາ ຫວຽດ​​ຂອງ​ພວກ​ເຂົານັບ​ມື້​ນັບ​ດີ​ຂຶ້ນ ເພາະ​ມີ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ພົວ​ພັນ​ສົນ​ທະ​ນາ.

ນັກ​ສຶກສາ​ຕ່າງປະ​ເທດ​ ເມື່ອ​ຮຽນ​ພາສາ ​ຫວຽດ, ​ເຂົາ​ເຈົ້າ​ຕ້ອງ ການ​ຄູ​ສອນ ​ລະດັບ​ສູງ, ​ເຂົາ​ເຈົ້າ​ເອງ​ກໍ່​ພະຍາຍາມ​ຮຽນ​ຢ່າງ​ ຕັ້ງໃຈ. ສະ​ນັ້ນ, ການ​ຄັດ​ເລືອກ​ຄູ​ສອນ ຂອງ TVO ​ແມ່ນ​ໄດ້​ຮັບ​ການ​ກວດກາ​ຢ່າງ​ລະອຽດ. ຄູ​ອາ​ຈານຕ້ອງ​ເກັ່ງ​ດ້ານ​ພາ​ສາ ​ອັງ​ກິດ, ມີ​ທັກ​ສະ​ການສອນ​ ແລະ ຄວາມ​ຮູ້​ທົ່ວ​ໄປ​ໃນ​ສັງ​ຄົມ... ນາງ ຈາງ ໃຫ້​ຮູ້​ວ່າ: ເມື່ອ​ຂ້າ​ພະ​ເຈົ້າ​ຂຶ້ນຫ້ອງຮຽນ​ມື້ທໍາ​ອິດ, ເຫັນນັກ​ສຶກ​ສາຄົນໜຶ່ງ ມີລະດັບຄວາມຮູ້ສູງ​. ຕັ້ງແຕ່ມື້ ທຳອິດ ລາວ ກໍ່ມີຄໍາຮ້ອງຂໍພິເສດແລ້ວ. ຂ້າພະເຈົ້າບໍ່​ໄດ້ແປ, ບໍ່​ໄດ້ນຳ​ໃຊ້​ພາສາ ​ອັງກິດ​ ​ແລະ​ ຕ້ອງ​ສອນ​ລາວ​ກ່ຽວ​ກັບຄຳ​ສັບ​ວິຊາ​ສະເພາະຂອງພາສາ​ ຫວຽດ. ທຸກໆ ມື້ ຂ້າພະເຈົ້າຕ້ອງນອນເດິກ ເພື່ອກະກຽມ ຮ່າງເນື້ອໃນບົດສອນໃຫ້ນັກຮຽນຄົນນີ້. ​ແຕ່​ພາຍຫຼັງ 2 ສົກຮຽນ​ຕິດ​ຕໍ່​ກັນ ດ້ວຍ​ຄວາມ​ເຂັ້ມ​​ 3 ມື້​ຕໍ່​ອາທິດ, ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ລະດັບ​ການ​ສອນ​ພາສາ ​ຫວຽດ ຂອງ​ຕົນໄດ້​ຂຶ້ນ​ສູ່​ລະດັບສູງ​ໃໝ່ ​ແລະ ຂ້າພະ​ເຈົ້າຮູ້ສຶກ​ໝັ້ນ​ໃຈ​ກວ່າ ເມື່ອ​ຮັບ​ເອົາ​ນັກຮຽນ​ທີ່​ຍາກ ​ຄື​ແນວ​ນີ້.

ໃນ 2 ປີຜ່ານມາ, ຍ້ອນ​ຜົນກະທົບ ​ຂອງ​ ການ​ລະບາດ​ ໂຄ​ວິດ-19, ນອກຈາກ​ບັນດາ​ຫ້ອງ​ຮຽນ​ສອນໂດຍກົງແລ້ວ, TVO ຍັງ​ໄດ້​ຈັດ​ຕັ້ງ​ບັນດາ​ຫ້ອງ​ຮຽນ​ສອນພາສາ​ ຫວຽດ ຜ່ານ​ທາງ​ອອນ​ລາຍອີກດ້ວຍ. ພື້ນທີ່ຫ້ອງຮຽນ ກໍ່ໄດ້ຮັບການຂະຫຍາຍ, ລວມທັງບັນດານັກຮຽນທີ່ບໍ່ອາໄສຢູ່ ຫວຽດນາມ ແຕ່ສາມາດ ຮຽນ ຜ່ານທາງອິນເຕີເນັດໄດ້. TVO ໄດ້​ເຊື່ອມ​ໂຍງ ​ແລະ ​ຊ່ວຍ ເຫຼືອ ​ບັນດາ​ນັກ​ສຶກສາ ​ທີ່​ມີ​ຄວາມ​ຮັກ​ກັບພາສາ ຫວຽດ ໃນ​ທົ່ວ​ໂລກ ສາມາດຊອກ​ຮູ້ກ່ຽວກັບປະເທດຊາດ, ​ຜູ້ຄົນ ແລະ ວັດທະນະທຳ ຫວຽດນາມ ໄດ້.

 

ບົດ: ບິກເວິນ - ພາບ: ກົງດາດ, ເອກະສານ - ແປໂດຍ: ຢືຟຽນ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top