• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວິຖີຊີວິດ ຂອງ ຄົນ ຫວຽດ

S.hub Kids: ພື້ນທີ່ເຕັກໂນໂລຊີ ສຳລັບເດັກນ້ອຍ

ຫໍສະໝຸດ ເອເລັກໂຕຣນິກ ທີ່ໄດ້ລົງທຶນກໍ່ສ້າງ ແບບທັນສະໄໝ ທາງດ້ານເນື້ອໃນ, ເຄື່ອງໃຊ້ພາຍໃນ ແລະ ພິເສດແມ່ນ ນຳໃຊ້ ໂດຍບໍ່ເສຍຄ່າ. ນັ້ນແມ່ນພື້ນທີ່ ເຕັກໂນໂລຊີ ສຳລັບເດັກນ້ອຍ ທີ່ມີຊື່ວ່າ “S.hub Kids” ທີ່ຫໍສະໝຸດ ວິທະຍາສາດ ສັງລວມ ຢູ່ ນະຄອນ ໂຮ່ຈີມິນ.  
S.hub Kids ໄດ້ເປີດນຳໃຊ້ເມື່ອເດືອນ ກັນຍາ 2018 ໂດຍ ບໍລິສັດ ເອເລັກໂຕຣນິກ Samsung Vina ສົມທົບກັບ ຫໍສະໝຸດ ວິທະຍາສາດ ສັງລວມ ນະຄອນ ໂຮ່ຈີມິນ. ຈຸດປະສົງ ຂອງ ຫໍສະໝຸດ ແມ່ນຮັບໃຊ້ ໃຫ້ແກ່ຄວາມຕ້ອງການດ້ານການຮຽນ, ຊອກຮູ້ ບັນດາຫົວຂໍ້ ວິທະຍາສາດ ຕາມຕົວແບບ STEM (Science-ວິທະຍາສາດ, Technology-ເຕັກໂນໂລຊີ, Engineering-ເຕັກ ນິກ, Mathematics-ຄະນິດສາດ) ຂອງ ເດັກນ້ອຍເຍົາວະຊົນນະຄອນ ໂຮ່ຈີມິນ. 

ມີເນື້ອທີ່ເກືອບ 450 ຕະລາງແມັດ, S.hub Kids ໄດ້ອອກແບບ ເປັນຫຼາຍຂົງເຂດແຕກຕ່າງກັນຄື: ຫ້ອງຮຽນ STEM, ຫ້ອງດາລາສາດ, ຫ້ອງອ່ານປື້ມ ແລະ ປະຕິບັດດ້ານວິທະຍາສາດ...ເນື້ອໃນ STEM ແມ່ນອຸດົມສົມບູນ ບັນດາປຶ້ມ STEM, ຫ້ອງຮຽນ STEM Lego Robotics, STEM ວິທະຍາສາດ ແລະ ບັນດາແຜນການບຳລຸງ, ກໍ່ສ້າງຊັບພະຍາກອນມະນຸດ. S.hub Kids ໄດ້ຕິດຕັ້ງບັນດາ ເຄື່ອງມືອຸປະກອນ ເອເລັກໂຕຣນິກ ທີ່ທັນສະໄໝ ຂອງ Samsung ຄື: ກະດານ ເອເລັກໂຕຣນິກ, ກະດານ Flip Chart ເອເລັກໂຕຣນິກ ແລະ ເຄື່ອງມື Lego Robots ທີ່ທັນສະໄໝ ເພື່ອໃຫ້ທຸກຄົນ ສາມາດນຳໃຊ້ໄດ້ຢ່າງສະດວກ ໃນການຮຳ່ຮຽນຜ່ານທາງອິນເຕີເນັດ, ອ່ານປື້ມ, ຊອກຫາຂໍ້ມູນຂ່າວສານ ແລະ ອື່ນໆ. 


ບັນຍາກາດຢູ່ໃນຫ້ອງສະໝຸດ S.hub Kids  


S.hub Kids ເປັນຫໍສະໝຸດ ເອເລັກໂຕຣນິກ ແຫ່ງທຳອິດສຳລັບໃຫ້ແກ່ເດັກນ້ອຍຂອງນະຄອນ ໂຮ່ຈີມິນ.  


STEM ເປັນໜຶ່ງໃນບັນດາຕົວແບບການສຶກສາທົ່ວໄປໃນ ໂລກ,
ສ້າງ ຄວາມປະທັບໃຈໃຫ້ແກ່ເດັກນ້ອຍ ຕໍ່ບັນດາເຕັກ ໂນໂລຊີໃໝ່. 
 

ການຫຼິ້ນ ຈະເຮັດໃຫ້ບັນດານັກຮຽນເກີດ ມີຫົວຄິດປະດິດສ້າງ.  

ບັນດານັກຮຽນຈະໄດ້ຊອກຮູ້ ສິ່ງປະທັບໃຈຢູ່ S.hub Kids.
 
ມາຍັງ S.hub Kids, ເດັກນ້ອຍຈະໄດ້ນຳໃຊ້ບັນດາເຄື່ອງເອເລັກໂຕຣນິກທີ່ທັນສະໄໝ.

S.hub Kids ຍັງເປັນບ່ອນເຮັດໃຫ້ເດັກນ້ອຍເກີດມີຫົວຄິດປະດິດສ້າງ.

ຫ້ອງສະໝຸດມີປຶ້ມຫຼາຍພັນຫົວ ສຳລັບໃຫ້ແກ່ເດັກນ້ອຍ. 
 

ທຸກໆ ອາທິດ, ຫໍສະໝຸດ S.hub Kids ໄດ້ປະກອບເພີ່ມເຕີມປຶ້ມໃໝ່ 300 ຫົວ. 
 
ຮູບຈຳລອງ ວິທະຍາສາດອາວະກາດ ຢູ່ S.hub Kids. 

ທີ່ນີ້ ຈະເຮັດໃຫ້ເດັກນ້ອຍເກີດ ມີຫົວຄິດປະດິດສ້າງ.  

S.hub Kids ມີເນື້ອທີ່ລວມ 450 ຕະລາງແມັດ, ໄດ້ແບ່ງເປັນຫຼາຍຂົງເຂດ.

ທ່ານ ບຸ່ຍຊວນດຶກ, ຜູ້ອຳນວຍການຫໍສະໝຸດ ວິທະຍາສາດ ສັງ ລວມ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ຫວັງວ່າ ຈະ ມີພື້ນທ່ີ ເຕັກໂນໂລຊີ ໃດໜຶ່ງເພື່ອໃຫ້ພວກນ້ອງນ້ອຍ ມີບ່ອນຫຼິ້ນ ແລະ ຮຳ່ຮຽນຢ່າງມີຜົນປະໂຫຍດ. ປັດຈຸບັນ, ສິ່ງດັ່ງ ກ່າວ ໄດ້ກາຍເປັນຄວາມຈິງ ແລະ S.hub Kids ຈະກາຍເປັນ ສະຖານທີ່ໜ້າຈັບໃຈຂອງບັນດານັກຮຽນຢູ່ນະຄອນ ໂຮ່ຈີມິນ”. 

ບົນພື້ນຖານວັດຖຸທີ່ທັນສະໄໝ, ບັນດາຫ້ອງຮຽນ ແລະ ການ ເຄື່ອນໄຫວຕ່າງໆ ຂອງ STEM ໄດ້ຜັນຂະຫຍາຍເພື່ອຮັບໃຊ້ໃຫ້ແກ່ຄວາມຕ້ອງການ ແລະ ຄວາມມັກຂອງບັນດາເດັກນ້ອຍ ເຍົາວະຊົມ ທີ່ມາຫ້ອງສະໝຸດແຫ່ງນີ້, ກາຍເປັນຫ້ອງຮຽນຢູ່ນອກແຜນການສຶກສາທີ່ໜ້າຈັບໃຈຂອງບັນດາເດັກນ້ອຍ ເຍົາວະຊົມ. 

ຫຼັກສູດຮຽນຂອງ STEM ໄດ້ມີການພັດທະນາ, ປ່ຽນແປງໃໝ່ ຢູ່ເລື້ອຍໆ​ ເພື່ອຊ່ວຍເຮັດໃຫ້ເດັກເຍົາວະຊົນມີຄວາມສາມາດໃນ ການແກ້ໄຂບັນຫາ, ມີຫົວຄິດປະດິດສ້າງ, ການແລກປ່ຽນ ແລະ ຮ່ວມມື... ໃນນັ້ນ STEM ວິທະຍາສາດ ໄດ້ດຶງດູດໃຈເດັກເຍົາວະຊົນຈາກບັນດາເຄື່ອງໃຊ້ຂອງສອຍທີ່ຊິນເຄີຍ, ປະກົດການທີ່ເກີດຂຶ້ນໃນຊີວິດ ປະຈຳວັນ, STEM Robotics ແລະ ໂປຼແກຼມ ທີ່ເປັນພື້ນຖານ. 

ນອກຈາກນັ້ນ, ດ້ວຍບັນດາຫຼັກສູດການສິດສອນຕາມຕົວແບບ STEM, ບັນດາຄູອາຈານສາມາດປະຕິບັດ, ຝຶກຝົນວິທີການສິດສອນ, ສ້າງຄວາມຮູ້ສຶກຢາກຮຽນ ແລະ ສ້າງກິດຈະກໍາ ນອກຫຼັກສູດໃຫ້ນັກຮຽນ ໄດ້ເຄື່ອນໄຫວນອກແຜນ. 

ນາງ ຫງວຽນທິທູ (ເມືອງ ກໍ່ເວິບ) ໃຫ້ຮູ້ວ່າ ຫຼັງຈາກໄດ້ຮູ້ຈັກ S.hub kids, ລາວມາລົງທະບຽນໃຫ້ລູກໄດ້ເຂົ້າຮ່ວມໃນການ ຮຽນຢູ່ຫ້ອງຮຽນ STEM ໃນໄລຍະທ້າຍອາທິດ ພ້ອມທັງກ່າວວ່າ: “ແຜນການດັ່ງກ່າວມີ ຜົນປະໂຫຍດຫຼາຍຢ່າງ, ມັນເປັນ ຄວາມແປກໃໝ່ ແລະ ດຶງດູດໃຈເດັກນ້ອຍ. ລູກຂອງຂ້າພະເຈົ້າຮູ້ສຶກດີໃຈເມື່ອໄດ້ມາເຂົ້າຮ່ວມໃນ ຫ້ອງຮຽນແຫ່ງນີ້”.

ປະຕິບັດ: ທົງຫາຍ

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ອາຊີບຕ່ຳຫູກ ຂອງ ຊາວເຜົ່າ ລື້

ຕັ້ງຫຼາຍເຊ່ັນຄົນມາແລ້ວ, ຊາວເຜົ່າ ລື້ ຢູ່ຕາແສງ ບ້ານຮອນ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ໄດ້ຖືອາຊີບ ຕໍ່າຜ້າພື້ນເມືອງ ເປັນສິ່ງວັດແທກຄວາມຄ່ອງແຄ້ວ ແລະ  ເກັ່ງວຽກບ້ານການເຮືອນ ຂອງແມ່ ຍິງ. ເພາະສະນັ້ນ, ກີ່ຕໍ່າຜ້າພື້ນເມືອງ ຈຶ່ງແມ່ນເຄື່ອງ ໃຊ້ທີ່ສຳຄັນ ແລະ ຂາດບໍ່ໄດ້ໃນຄອບຄົວຊາວເຜົ່າ ລື້. 

Top