ໄດ້ຮັບມອບໝາຍໜ້າທີ່ ຢູ່ ອາຟຣິກກາກາງ ແຕ່ເດືອນ ມິຖຸນາ 2019, ພັນໂທ ຫງວຽນທິລຽນ ແລະ ເພື່ອນຮ່ວມງານ ຕ້ອງປະເຊີນໜ້າ ກັບຄວາມຫຍຸ້ງຍາກນາໆ ປະການ, ພິເສດແມ່ນໃນສະພາບການປະທະກັນ ດ້ວຍອາວຸດ ແລະ ຄວາມບໍ່ສະຫງົບ ທາງການເມືອງ, ໃນຂະນະການແຜ່ລະບາດໂຄວິດ-19 ກຳ ລັງລຸກລາມໄປທ່ົວທຸກແຫ່ງ.
ວຽກງານ ຢູ່ຄະນະປະຕິບັດງານ ຄືດັ່ງນັ້ນ, ເມື່ອມີເວລາຫວ່າງ, ພັນໂທ ລຽນ ໄດ້ຊອກຫາວິທີ ເພື່ອຊ່ວຍເຫຼືອ, ສ້າງຄວາມປອງດອງກັນ ພ້ອມກັບປະຊາຊົນ ທ້ອງຖິ່ນ. ໃນຄັ້ງໜຶ່ງເກັບມ້ຽນຄ້າງຜັກປັງ ຂອງ ເພື່ອນຮ່ວມງານແຕ່ຊຸດກ່ອນ, ໃບຜັກທີ່ຫ່ຽວ ແຫ້ງ ເປັນຕາຖິ້ມ, ແຕ່ຊາວທ້ອງຖິ່ນ ຍາດກັນເອົາ. ສັງເກດ ເຫັນເຂົາເຈົ້າມັກຜັກປັງ, ພັນໂທ ລຽນ ຈິ່ງເກີດຄວາມຄິດປູກຜັກປັງ ໃຫ້ບັນດາຄອບຄົວຂອງເຂົາເຈົ້າ.
ເພື່ອເຮັດໃຫ້ຄວາມຄິດນີ້ ປະກົດຜົນເປັນຈິງ, ພົບກັບ ໃຜບົນສາຍທາງເດີນ ພັນໂທ ລຽນ ກໍຊອກວິທີສຳຜັດ ເພື່ອອາໄສ ຄວາມຊ່ວຍເຫຼືອ. ພັນໂທ ລຽນ ຫວນຄືນຈຸດເວລາ ເລີ່ມທຳ ຄວາມລື້ງເຄີຍ ແລະ ສະໜິດກັບຊາວທ້ອງຖິ່ນ: “ຂ້າພະເຈົ້າ ລົມກັບເຂົາວ່າ ຂ້າພະເຈົ້າມີຕົ້ນໄມ້ແນວພັນນີ້ ຢາກປູກ ຢູ່ເທິງດິນຕອນນີ້. ຫຼັງຈາກນັ້ນເຂົາໄດ້ຊ່ວຍຂ້າພະເຈົ້າໃນການປັບ ປຸງດິນ”.
ຄອບຄົວໃດມີທີ່ດິນ, ພັນໂທ ລຽນ ກໍສົ່ງເສີມປູກຜັກ. ຜົນປາ ກົດວ່າ ບັນດາຄອບຄົວທີ່ຢູ່ອ້ອມຂ້າງພື້ນທີ່ ພັນໂທ ລຽນ ອາໃສຢູ່ ຕ່າງກໍມີສວນປູກຜັກບົ້ງ, ມີສວນປູກຜັກປັງ, ມີສວນປູກໝາກນໍ້າເຕົ້າແນວພັນ ຫວຽດນາມ... ເພື່ອໃຊ້ເປັນອາຫານ ປະຈຳວັນ.
ໂດຍບັງເອີນ, ມີຄັ້ງໜຶ່ງ ພັນໂທ ລຽນ ຖອກຖີ້ມ ເມັດຖົ່ວຂຽວ ທີ່ບໍ່ອອກງອກ, ແຕ່ເມັດຖົ່ວຂຽວນີ້ໄດ້ອອກງອກ ແລ້ວລາມຂຶ້ນເປັນຕົ້ນໄມ້. “ຂ້າພະເຈົ້າຢຸດການເຮັດຖົ່ວງອກ ແລະ ໃຊ້ຖົ່ວຂຽວ ນັ້ນເພື່ອປູກໝາກຖົ່ວຂຽວ”. ພັນໂທ ລຽນ ໄດ້ກ່າວກ່ຽວກັບແຜນການໃໝ່ ເພື່ອສາມາດເຮັດໃຫ້ຊີວິດການເປັນຢູ່ ຂອງ ປະຊາຊົນ ຕາມທິດໝັ້ນຄົງຍິ່ງຂຶ້ນ. ແຕ່ວ່າ, ຜັກຂຽວ ເປັນອາຫານໄລຍະສັ້ນ, ສິ່ງທີ່ເຂົາເຈົ້າຍັງຂາດນັ້ນ ແມ່ນທັນຍາຫານ.
ແຜນການປູກພືດພັນທັນຍາຫານ ຖືກຜັນຂະຫຍາຍ ຫຼັງຈາກນັ້ນບໍ່ດົນ ກັບຕົ້ນໄມ້ສອງຊະຊິດຄື: ສາລີ ແລະ ໝາກຖົ່ວ. ອາໄສການຊ່ວຍເຫຼືອຈາກປະຊາຊົນ, ພັນໂທ ລຽນ ໄດ້ມີທີ່ດິນ 5 ໄຮ່ ເພື່ອການປູກສາລີ ແລະ ໝາກຖົ່ວ.
“ໝາກຖົ່ວ ເປັນປະເພດມັກແດດ, ທັງປູກຢູ່ດິນໃໝ່, ເພາະສະ ນັ້ນເຖິງລະດູເກັບກ່ຽວ, ຄອບຄົວໃດ ກໍມີໝໍ້ໝາກຖົ່ວ ໃຫຍ່ເທົ່າກັບໝໍ້ຕົ້ມເຂົ້າຕົ້ມໃນບຸນເຕັດຢູ່ ຫວຽດນາມ. ຫຼັງຈາກນັ້ນ, ພັນໂທ ລຽນ ໄດ້ສອນໃຫ້ຊາວທ້ອງຖິ່ນ ວິທີເຮັດເຂົ້າໜົມມັນຕົ້ນໃຈຖົ່ວຂຽວ, ເດັກນ້ອຍໄດ້ກິນນົມຖົ່ວຂຽວ ຊຶ່ງມີທາດບຳລຸງທີ່ດີ.
ເຖິງລະດູເກັບກ່ຽວສາລີ, ພັນໂທ ລຽນ ໄດ້ຫວນຄືນຄວາມຫຼັງທີ່ເຕັມໄປດ້ວຍຄວາມຮູ້ສຶກຈົນນໍ້າຕາຄອງເບົ້າວ່າ: “ເມື່ອຂ້າພະ ເຈົ້າມາ, ເຂົາເຈົ້າເອີ້ນຂ້າພະເຈົ້າ ໄປບ່ອນບໍ່ມີຄົນ, ຍັດໃສ່ມືຂ້າພະເຈົ້າ ບັນດາຝັກສາລີ ແຊບທີ່ສຸດຂອງລະດູເກັບກ່ຽວ. ເຖິງວ່າ ຊີວິດຍັງມີຄວາມອຶດຢາກຂາດເຂີນຫຼາຍກໍຕາມ, ແຕ່ເຂົາບໍ່ເອົາໄວ້ ໝົດສິ່ງທີ່ເກັບກ່ຽວໄດ້, ແຕ່ຍັງຄິດເຖິງ ແລະເກັບໄວ້ສ່ວນໜຶ່ງຜົນລະປູກ ໃຫ້ຂ້າພະເຈົ້າ”.
ວິທີເຂົ້າເຖິງຊາວທ້ອງຖິ່ນ ຂອງ ຜູ້ຍິງຄົນນີ້ສຸດງ່າຍ: “ຖ້າເຈົ້າ ເຂົ້າຫາເຂົາດ້ວຍໃຈ, ເຈົ້າຈະຕ້ອງສໍາຜັດໄດ້ເຖິງໃຈ ຂອງເຂົາ ເຈົ້າ”. ດ້ວຍເຫດນັ້ນ ພັນໂທ ລຽນ ຍັງໄດ້ເພື່ອນຮ່ວມງານເຜີຍ ແຜ່ໃຫ້ກັນວ່າ: “ຢູ່ອາຟຣິກກາກາງ, ຕ້ອງການຊອກຫາເຄື່ອງມືຫຍັງ, ຕ້ອງການອາໄສຫຍັງຈາກປະຊາຊົນ, ບອກ madam ລຽນ ຈະຮູ້ໝົດ”. ນັ້ນແມ່ນເຫດຜົນ ໃນເງື່ອນໄຂຊີວິດການເປັນຢູ່ຍັງຂາດເຂີນ ແລະ ຫຍຸ້ງຍາກຫຼາຍ, ແຕ່ດ້ວຍກຽດຕິຍົດຂອງຕົນ, ພັນໂທ ລຽນ ໄດ້ຈັດງານລ້ຽງອາຫານ ຊຶ່ງມີ ກວ່າ 20 ປະເທດເຂົ້າຮ່ວມ.
ການແຜ່ລະບາດ ໂຄວິດ-19 ເກີດຂຶ້ນ ຫຼັງລະດູເກັບກ່ຽວໝາກ ຖົ່ວ. ພັນໂທ ລຽນ ຍັງຈໍາຝັງໃຈ ຈຸດເວລາການແຜ່ລະບາດໂຄວິດ-19 ເກີດຂຶ້ນຢູ່ ອາຟຣິກກາກາງ: “ຂະນະນັ້ນທົ່ວປະເທດບໍ່ມີຜ້າອັດປາກ ຈັກອັນ”. ເຫັນຄວາມຈິງນັ້ນ, ພັນໂທ ລຽນ ໄດ້ຄິດເຖິງການຫຍິບຜ້າອັດປາກ ມອບໃຫ້ປະຊາຊົນ.
ໃຊ້ເວລາໜຶ່ງເດືອນ, ພັນໂທ ລຽນ ຫຍິບຜ້າອັດປາກໄດ້ 400 ອັນ. ແຕ່ວ່າ, ຫຼັງຈາກຜ້າອັດປາກ ຖືກຫຍິບສຳເລັດ, ພັນໂທ ລຽນ ໄດ້ປະສົບກັບບັນຫາ, ນັ້ນແມ່ນຊາວ ອາຟຣິກກາກາງ ບໍ່ເຄີຍໃສ່ຜ້າອັດປາກ. ຊໍ້າບໍ່ໜຳ ເຂົາເຈົ້າຍັງຈຳແນກການປະ ພຶດຕໍ່, ຫຼີກອອກຫ່າງ ຈາກຜູ້ໃສ່ຜ້າອັດປາກ ອີກດ້ວຍ.
ຫຼັງຈາກນັ້ນ ພັນໂທ ລຽນ ໄດ້ຫາວິທີຂົນຂວາຍ ໃຫ້ປະຊາຊົນ ໃສ່ຜ້າອັດປາດ ດ້ວຍຄວາມສະໝັກໃຈ, ໄດ້ໂອ້ລົມກັບ ປະຊາ ຊົນວ່າ: “ຂ້າພະເຈົ້າຫຍິບຜ້າອັດປາກ ເພື່ອຊ່ວຍພວກເພື່ອນປ້ອງກັນການລະບາດ. ຂ້າພະເຈົ້າ ທັງສິ້ນເປືອງຜ້າແພ, ທັງສິ້ນເປືອງແຮງງານ ແຕ່ບໍ່ຖືສຳຄັນ, ຂ້າພະເຈົ້າຮູ້ສຶກເສົ້າໃຈຫຼາຍ”. ຫຼັງຈາກນັ້ນ, ພັນໂທ ລຽນ ໄດ້ແຈກຢາຍ ຜ້າອັດປາກໃຫ້ຜູ້ທີ່ມີຄວາມຕ້ອງການໃຊ້ມັນ.
ການກະທໍາດັ່ງກ່າວ ຂອງ ພັນໂທ ລຽນ ໄດ້ພົນຕີ Daniel Traore, ຫົວໜ້າກອງບັນຊາການ ກໍາລັງການທະຫານ ຄະນະປະຕິບັດງານ MINUSCA ມອບໃບຍ້ອງຍໍ ກັບແຖວໜັງສື: “ນໍ້າໃຈເມດຕາ ແລະ ເຈດຕະນາດີ ຂອງ ທ່ານນາງ ສະແດງໃຫ້ເຫັນບັນດາຄຸນຄ່າແກນຫຼັກ ຂອງ ສະຫະປະຊາຊາດ. ພັນໂທ ລຽນ ສົມເປັນທູດທີ່ດີເລີດ ຂອງ ຫວຽດນາມ”.
ຕໍ່ຈາກນັ້ນ, ພັນໂທ ລຽນ ໄດ້ສືບຕໍ່ຫຍິບຜ້າອັດປາກ ຕື່ມອີກ 300 ອັນ ໃຫ້ພິທີປຸກລະດົມການຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ຂອງ ຄະນະປະຕິບັດງານ MINUSCA ທາງພົນລະເຮືອນຂອງສະຫະປະຊາຊາດ ກັບ ອົງການໜັງສືພິມ ວິທະຍຸ ກວ່າ 10 ແຫ່ງຢູ່ ສ ອາຟຣິກກາ ກາງ ທີ່ Bangui.
ພາຍຫຼັງ ພັນໂທ ລຽນ ໄດ້ກາຍເປັນຕົວລະຄອນ ຊຶ່ງໄດ້ບັນດາສຳນັກສື່ມວນຊົນ ລົງຂ່າວ: “ນັກການທູດ ສັນຕິພາບ ຫວຽດ ນາມ ເຂົ້າຮ່ວມການປ້ອງກັນ ແລະ ສະກັດກັ້ນການແຜ່ ລະ ບາດ ເຊື້ອພະຍາດໂຄວິດ-19 ທີ່ ສ ອາຟຣິກາກາງ”. ບົດສາ ລະຄະດີ ກ່ຽວກັບພັນໂທ ລຽນ ຫຼັງນັ້ນໄດ້ສຳນັກງານສື່ມວນ ຊົນ ຂອງ UN ລົງຂ່າວຄືນໃໝ່.

ຮັບໜ້າທີ່ແຕ່ເດືອນ ມິຖຸນາ 2019, ພັນໂທ ຫງວຽນທິລຽນ ເປັນບຸກຄະລາກອນ ທາງທະຫານຍິງ ຫວຽດນາມ ໜຶ່ງດຽວ ເຂົ້າຮ່ວມກອງກຳລັງຮັກສາສັນຕິພາບ ທີ່ ສ ອາຟຣິກກາກາງ. ພາບ: ກົງດາດ/VNP ພັນໂທ ຫງວຽນທິລຽນ ກ່າວປາໄສ ໃນຫົວຂໍ້ ສົ່ງເສີມຜູ້ຍິງ ເຂົ້າຮ່ວມ ກອງກຳລັງຮັກສາສັນຕິພາບ ຂອງ ສະຫະປະຊາຊາດ. ພາບ: ກົງດາດ/VNP ![]() ພັນໂທ ຫງວຽນທິລຽນ ກຳລັງເຮັດວຽກ ພ້ອມກັບເພື່ອນຮ່ວມ ງານ ຢູ່ຄະນະປະຕິບັດງານ MINUSCA. ພາບ: ໂດຍຜູ້ກ່ຽວ ສະໜອງໃຫ້ ![]() ພັນໂທ ລຽນ ມອບຜ້າອັດປາກ ໃຫ້ພິທີປຸກລະດົມການຕ້ານ ແລະສະກັດກັ້ນ ການແຜ່ລະບາດເຊື້ອພະຍາດໂຄວິດ-19ຂອງ ຄະນະປະຕິບັດງານ MINUSCA ທາງພົນລະເຮືອນ ຂອງສະຫະປະຊາຊາດ ກັບອົງການໜັງສືພິມ ວິທະຍຸ ກວ່າ 10 ແຫ່ງຢູ່ ສ ອາຟຣິກກາກາງ ທີ່ Bangui. ພາບ: ໂດຍຜູ້ກ່ຽວສະໜອງໃຫ້ ![]() ພັນໂທ ຫງວຽນທິລຽນ (ຜູ້ທີສີ່ຈາກຊ້າຍ) ຖ່າຍຮູບກັບ ເພື່ອນ ຮ່ວມງານ ທີ່ MINUSCA. ພາບ: ໂດຍຜູ້ກ່ຽວສະໜອງໃຫ້ ![]()
ພັນໂທ ຫງວຽນທິລຽນ (ຜູ້ທີສອງຈາກຂວາ) ຖ່າຍຮູບກັບເພື່ອນຮ່ວມງານ ທີ່ MINUSCA. ພາບ: ໂດຍຜູ້ກ່ຽວສະໜອງໃຫ້
![]() |
ຄອບຄົວໃດມີທີ່ດິນ, ພັນໂທ ລຽນ ກໍສົ່ງເສີມປູກຜັກ. ຜົນປາ ກົດວ່າ ບັນດາຄອບຄົວທີ່ຢູ່ອ້ອມຂ້າງພື້ນທີ່ ພັນໂທ ລຽນ ອາໃສຢູ່ ຕ່າງກໍມີສວນປູກຜັກບົ້ງ, ມີສວນປູກຜັກປັງ, ມີສວນປູກໝາກນໍ້າເຕົ້າແນວພັນ ຫວຽດນາມ... ເພື່ອໃຊ້ເປັນອາຫານ ປະຈຳວັນ.
ໂດຍບັງເອີນ, ມີຄັ້ງໜຶ່ງ ພັນໂທ ລຽນ ຖອກຖີ້ມ ເມັດຖົ່ວຂຽວ ທີ່ບໍ່ອອກງອກ, ແຕ່ເມັດຖົ່ວຂຽວນີ້ໄດ້ອອກງອກ ແລ້ວລາມຂຶ້ນເປັນຕົ້ນໄມ້. “ຂ້າພະເຈົ້າຢຸດການເຮັດຖົ່ວງອກ ແລະ ໃຊ້ຖົ່ວຂຽວ ນັ້ນເພື່ອປູກໝາກຖົ່ວຂຽວ”. ພັນໂທ ລຽນ ໄດ້ກ່າວກ່ຽວກັບແຜນການໃໝ່ ເພື່ອສາມາດເຮັດໃຫ້ຊີວິດການເປັນຢູ່ ຂອງ ປະຊາຊົນ ຕາມທິດໝັ້ນຄົງຍິ່ງຂຶ້ນ. ແຕ່ວ່າ, ຜັກຂຽວ ເປັນອາຫານໄລຍະສັ້ນ, ສິ່ງທີ່ເຂົາເຈົ້າຍັງຂາດນັ້ນ ແມ່ນທັນຍາຫານ.
ແຜນການປູກພືດພັນທັນຍາຫານ ຖືກຜັນຂະຫຍາຍ ຫຼັງຈາກນັ້ນບໍ່ດົນ ກັບຕົ້ນໄມ້ສອງຊະຊິດຄື: ສາລີ ແລະ ໝາກຖົ່ວ. ອາໄສການຊ່ວຍເຫຼືອຈາກປະຊາຊົນ, ພັນໂທ ລຽນ ໄດ້ມີທີ່ດິນ 5 ໄຮ່ ເພື່ອການປູກສາລີ ແລະ ໝາກຖົ່ວ.
“ໝາກຖົ່ວ ເປັນປະເພດມັກແດດ, ທັງປູກຢູ່ດິນໃໝ່, ເພາະສະ ນັ້ນເຖິງລະດູເກັບກ່ຽວ, ຄອບຄົວໃດ ກໍມີໝໍ້ໝາກຖົ່ວ ໃຫຍ່ເທົ່າກັບໝໍ້ຕົ້ມເຂົ້າຕົ້ມໃນບຸນເຕັດຢູ່ ຫວຽດນາມ. ຫຼັງຈາກນັ້ນ, ພັນໂທ ລຽນ ໄດ້ສອນໃຫ້ຊາວທ້ອງຖິ່ນ ວິທີເຮັດເຂົ້າໜົມມັນຕົ້ນໃຈຖົ່ວຂຽວ, ເດັກນ້ອຍໄດ້ກິນນົມຖົ່ວຂຽວ ຊຶ່ງມີທາດບຳລຸງທີ່ດີ.
ເຖິງລະດູເກັບກ່ຽວສາລີ, ພັນໂທ ລຽນ ໄດ້ຫວນຄືນຄວາມຫຼັງທີ່ເຕັມໄປດ້ວຍຄວາມຮູ້ສຶກຈົນນໍ້າຕາຄອງເບົ້າວ່າ: “ເມື່ອຂ້າພະ ເຈົ້າມາ, ເຂົາເຈົ້າເອີ້ນຂ້າພະເຈົ້າ ໄປບ່ອນບໍ່ມີຄົນ, ຍັດໃສ່ມືຂ້າພະເຈົ້າ ບັນດາຝັກສາລີ ແຊບທີ່ສຸດຂອງລະດູເກັບກ່ຽວ. ເຖິງວ່າ ຊີວິດຍັງມີຄວາມອຶດຢາກຂາດເຂີນຫຼາຍກໍຕາມ, ແຕ່ເຂົາບໍ່ເອົາໄວ້ ໝົດສິ່ງທີ່ເກັບກ່ຽວໄດ້, ແຕ່ຍັງຄິດເຖິງ ແລະເກັບໄວ້ສ່ວນໜຶ່ງຜົນລະປູກ ໃຫ້ຂ້າພະເຈົ້າ”.
ວິທີເຂົ້າເຖິງຊາວທ້ອງຖິ່ນ ຂອງ ຜູ້ຍິງຄົນນີ້ສຸດງ່າຍ: “ຖ້າເຈົ້າ ເຂົ້າຫາເຂົາດ້ວຍໃຈ, ເຈົ້າຈະຕ້ອງສໍາຜັດໄດ້ເຖິງໃຈ ຂອງເຂົາ ເຈົ້າ”. ດ້ວຍເຫດນັ້ນ ພັນໂທ ລຽນ ຍັງໄດ້ເພື່ອນຮ່ວມງານເຜີຍ ແຜ່ໃຫ້ກັນວ່າ: “ຢູ່ອາຟຣິກກາກາງ, ຕ້ອງການຊອກຫາເຄື່ອງມືຫຍັງ, ຕ້ອງການອາໄສຫຍັງຈາກປະຊາຊົນ, ບອກ madam ລຽນ ຈະຮູ້ໝົດ”. ນັ້ນແມ່ນເຫດຜົນ ໃນເງື່ອນໄຂຊີວິດການເປັນຢູ່ຍັງຂາດເຂີນ ແລະ ຫຍຸ້ງຍາກຫຼາຍ, ແຕ່ດ້ວຍກຽດຕິຍົດຂອງຕົນ, ພັນໂທ ລຽນ ໄດ້ຈັດງານລ້ຽງອາຫານ ຊຶ່ງມີ ກວ່າ 20 ປະເທດເຂົ້າຮ່ວມ.
![]() ພັນໂທ ລຽນ ຫຍິບຜ້າອັດປາກຊ່ວຍ ປະຊາຊົນ ສ ອາຟຣິກກາ ກາງ ເພື່ອການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ເຊື້ອພະຍາດໂຄວິດ-19. ພາບ: ໂດຍຜູ້ກ່ຽວສະໜອງໃຫ້ ![]() ພັນໂທ ຫງວຽນທິລຽນ (ຜູ້ທຳອິດຈາກຂວາ) ຖ່າຍຮູບເປັນທີ່ລະນຶກ ພ້ອມກັບ ປະຊາຊົນ ອາຟຣິກກາກາງ ໃນບັນດາຜືນເສື້ອທຸງແດງດາວເຫຼືອງ ຂອງ ຫວຽດນາມ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້ ![]() ພັນໂທ ລຽນ ໄດ້ຮັບຄວາມນັບຖື ຮັກແພງຈາກຊາວທ້ອງຖິ່ນ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້ ![]() ເດັກນ້ອຍ ຢູ່ ສ ອາຟຣິກກາ ກາງ ໄດ້ກິນແປ້ງຖົ່ວຂຽວຈາກ ການເກັບກ່ຽວໝາກຖົ່ວ ໂດຍ ພັນໂທ ລຽນ ເປັນຜູ້ລິເລີ່ມປູກ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້ ![]() ໃນເງື່ອນໄຂຊີວິດການເປັນຢູ່ຍັງຂາດເຂີນ ແລະ ຫຍຸ້ງຍາກຫຼາຍ, ແຕ່ດ້ວຍກຽດຕິຍົດຂອງຕົນ, ພັນໂທ ລຽນ ໄດ້ຈັດງານລ້ຽງອາຫານ ຊຶ່ງມີ ກວ່າ 20 ປະເທດເຂົ້າຮ່ວມ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້ ![]() ພັນໂທ ລຽນ ກຳລັງ ຮັບປະທານອາຫານ ຂອງ ຊາວທ້ອງຖິ່ນ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້ |
ການແຜ່ລະບາດ ໂຄວິດ-19 ເກີດຂຶ້ນ ຫຼັງລະດູເກັບກ່ຽວໝາກ ຖົ່ວ. ພັນໂທ ລຽນ ຍັງຈໍາຝັງໃຈ ຈຸດເວລາການແຜ່ລະບາດໂຄວິດ-19 ເກີດຂຶ້ນຢູ່ ອາຟຣິກກາກາງ: “ຂະນະນັ້ນທົ່ວປະເທດບໍ່ມີຜ້າອັດປາກ ຈັກອັນ”. ເຫັນຄວາມຈິງນັ້ນ, ພັນໂທ ລຽນ ໄດ້ຄິດເຖິງການຫຍິບຜ້າອັດປາກ ມອບໃຫ້ປະຊາຊົນ.
ໃຊ້ເວລາໜຶ່ງເດືອນ, ພັນໂທ ລຽນ ຫຍິບຜ້າອັດປາກໄດ້ 400 ອັນ. ແຕ່ວ່າ, ຫຼັງຈາກຜ້າອັດປາກ ຖືກຫຍິບສຳເລັດ, ພັນໂທ ລຽນ ໄດ້ປະສົບກັບບັນຫາ, ນັ້ນແມ່ນຊາວ ອາຟຣິກກາກາງ ບໍ່ເຄີຍໃສ່ຜ້າອັດປາກ. ຊໍ້າບໍ່ໜຳ ເຂົາເຈົ້າຍັງຈຳແນກການປະ ພຶດຕໍ່, ຫຼີກອອກຫ່າງ ຈາກຜູ້ໃສ່ຜ້າອັດປາກ ອີກດ້ວຍ.
ຫຼັງຈາກນັ້ນ ພັນໂທ ລຽນ ໄດ້ຫາວິທີຂົນຂວາຍ ໃຫ້ປະຊາຊົນ ໃສ່ຜ້າອັດປາດ ດ້ວຍຄວາມສະໝັກໃຈ, ໄດ້ໂອ້ລົມກັບ ປະຊາ ຊົນວ່າ: “ຂ້າພະເຈົ້າຫຍິບຜ້າອັດປາກ ເພື່ອຊ່ວຍພວກເພື່ອນປ້ອງກັນການລະບາດ. ຂ້າພະເຈົ້າ ທັງສິ້ນເປືອງຜ້າແພ, ທັງສິ້ນເປືອງແຮງງານ ແຕ່ບໍ່ຖືສຳຄັນ, ຂ້າພະເຈົ້າຮູ້ສຶກເສົ້າໃຈຫຼາຍ”. ຫຼັງຈາກນັ້ນ, ພັນໂທ ລຽນ ໄດ້ແຈກຢາຍ ຜ້າອັດປາກໃຫ້ຜູ້ທີ່ມີຄວາມຕ້ອງການໃຊ້ມັນ.
ການກະທໍາດັ່ງກ່າວ ຂອງ ພັນໂທ ລຽນ ໄດ້ພົນຕີ Daniel Traore, ຫົວໜ້າກອງບັນຊາການ ກໍາລັງການທະຫານ ຄະນະປະຕິບັດງານ MINUSCA ມອບໃບຍ້ອງຍໍ ກັບແຖວໜັງສື: “ນໍ້າໃຈເມດຕາ ແລະ ເຈດຕະນາດີ ຂອງ ທ່ານນາງ ສະແດງໃຫ້ເຫັນບັນດາຄຸນຄ່າແກນຫຼັກ ຂອງ ສະຫະປະຊາຊາດ. ພັນໂທ ລຽນ ສົມເປັນທູດທີ່ດີເລີດ ຂອງ ຫວຽດນາມ”.
ຕໍ່ຈາກນັ້ນ, ພັນໂທ ລຽນ ໄດ້ສືບຕໍ່ຫຍິບຜ້າອັດປາກ ຕື່ມອີກ 300 ອັນ ໃຫ້ພິທີປຸກລະດົມການຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ຂອງ ຄະນະປະຕິບັດງານ MINUSCA ທາງພົນລະເຮືອນຂອງສະຫະປະຊາຊາດ ກັບ ອົງການໜັງສືພິມ ວິທະຍຸ ກວ່າ 10 ແຫ່ງຢູ່ ສ ອາຟຣິກກາ ກາງ ທີ່ Bangui.
ພາຍຫຼັງ ພັນໂທ ລຽນ ໄດ້ກາຍເປັນຕົວລະຄອນ ຊຶ່ງໄດ້ບັນດາສຳນັກສື່ມວນຊົນ ລົງຂ່າວ: “ນັກການທູດ ສັນຕິພາບ ຫວຽດ ນາມ ເຂົ້າຮ່ວມການປ້ອງກັນ ແລະ ສະກັດກັ້ນການແຜ່ ລະ ບາດ ເຊື້ອພະຍາດໂຄວິດ-19 ທີ່ ສ ອາຟຣິກາກາງ”. ບົດສາ ລະຄະດີ ກ່ຽວກັບພັນໂທ ລຽນ ຫຼັງນັ້ນໄດ້ສຳນັກງານສື່ມວນ ຊົນ ຂອງ UN ລົງຂ່າວຄືນໃໝ່.
ບົດ: ຖາວວີ-ພາບ: ກົງດາດ, ໂດຍຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ