• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

25 ປີ ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ: ສາກົນຕີລາຄາສູງ ບົດບາດ ຂອງ ຫວຽດນາມ

ເນື່ອງໃນໂອກາດ ສະເຫຼີມສະຫຼອງ 25 ປີ ຫວຽດນາມ ເຂົ້າເປັນ ສະມາຊິກ ອາຊຽນ (28-7-1995/2020), ບັນດາເອກອັກຄະລັດ ຖະທູດ, ຜູ້ຊ່ຽວຊານ, ນັກຮຽນຮູ້ ຫຼາຍທ່ານ ໃນພາກພື້ນ ແລະ ສາ ກົນ ໄດ້ຕີລາສູງ ກ່ຽວກັບ ບົດບາດ ຂອງ ຫວຽດນາມ ໃນອາຊຽນ ກໍຄື ການປະກອບສ່ວນ ຂອງ ຫວຽດນາມ ໃນວຽກງານ  ສ້າງປະ ຊາຄົມ ອາຊຽນ ນັບມື້ນັບເຂັ້ມແຂງ. 
ຟີລິບປິນ ຕີລາຄາ ຫວຽດນາມ ເປັນ “ສະມາຊິກ ທີ່ລໍ້າຄ່າ” ຂອງ ປະຊາຄົມ ບັນດາປະເທດ ອາຊຽນ

ໃນການໃຫ້ສຳພາດ ຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະ ຈຳ ຈາກາກຕາ, ທ່ານ Noel Servigon, ເອກອັກຄະລັດຖະທູດ, ຫົວໜ້າຄະນະ ຜູ້ຕາງໜ້າ ຟີລິບປິນ ປະຈໍາ ສະມາຄົມບັນດາປະ ເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຕີລາຄາວ່າ ຫວຽດ ນາມ ເປັນ “ສະມາຊິກ ທີ່ລໍ້າຄ່າ”  ຂອງ ປະຊາຄົມ ບັນດາປະເທດ ອາຊຽນ.

ນັກການທູດ ຟີລິປິນ ໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ຕັ້ງໜ້າ ສະ ເໜີ ຂໍ້ລິເລີ່ມທີ່ສຳຄັນຫຼາຍຂໍ້, ພ້ອມກັນນັ້ນ ນຳພາບັນດາ ຄວາມ ພະຍາຍາມ ເພື່ອເຮັດໃຫ້ອຸດົມສົມບູນ ຍິ່ງຂຶ້ນ ໃຫ້ລາຍການ ດຳ ເນີນກອງປະຊຸມ ແລະ ບົດຮຽນ ຂອງ ອາຊຽນ.

ຕີລາຄາກ່ຽວກັບ ຖານະຕຳແໜ່ງ ອາຊຽນ 2020, ກໍຄື ບັນດາ ວຽກ ງານ ທີ່ ຫວຽດນາມ ຕ້ອງປະຕິບັດ ເພື່ອສືບຕໍ່ ສ້າງປະຊາຄົມ ອາ ຊຽນ, ທ່ານ ເອກອັກຄະລັດຖະທູດ Noel ໄດ້ໃຫ້ຄວາມເຫັນວ່າ ປີນີ້ ອາຊຽນ ມີໜ້າທີ່ເຈລະຈາ ແຜນການເຄື່ອນໄຫວ ຫຼາຍຢ່າງ ໃນຕໍ່ໜ້າ ກັບບັນດາປະເທດ ຄູ່ຮ່ວມມື ສົນທະນາ, ກໍຄື ກັບ ສະຫະ ປະຊາຊາດ. ທ່ານ ເອກອັກຄະລັດ ຖະທູດ Noel ກ່າວຢ້ຳວ່າ ຟີ ລິບປີນ ຕີລາຄາສູງ ຕໍ່ການນຳພາ ຂອງ ຫວຽດນາມ ແນໃສ່ ຮັບປະ ກັນ ໃຫ້ບັນດາແຜນການ ເຄື່ອນໄຫວນີ້ ໄດ້ສຳເລັດ ແລະ ປະກອບ ສ່ວນ ເພີ່ມທະວີຍິ່ງຂຶ້ນ ການພົວພັນ ກັບຕ່າງປະເທດ ຂອງ ອາ ຊຽນ ກໍຄືຮັກສາໄວ້ ບົດບາດ ເປັນໃຈກາງ ຂອງ ອາຊຽນ ອີກດ້ວຍ.


ເອກອັກຄະລັດຖະທູູດ ອິນໂດເນເຊຍ ປະຈຳ ອາຊຽນ ຍົກສູງ ຄວາມສາມາດນຳພາ ຂອງ ຫວຽດນາມ

"ຫວຽດນາມ ນັບມື້ກາຍເປັນ “ແວ່ນແຍງ” ທ່ີ ສະທ້ອນເຖິງອຸດົມ ການ ແລະ ຄຸນຄ່າ ທີ່ ອາຊຽນ ສາມາດ ນຳມາ ໃຫ້ແກ່ ປະຊາຊົນ ບັນດາປະເທດ ໃນພາກພື້ນ".
ທ່ານ Ahmad Ibrahim Almutaqqi - ຜູ້ອໍານວຍການ ໂຄງການ ຄົ້ນຄວ້າ ອາຊຽນ ສັງກັດສູນ Habibie (ອິນໂດເນເຊຍ)
ທ່ານ Ade Padmo Sarwono, ເອກອັກຄະລັດຖະທູດ, ຫົວໜ້າ ຄະນະຜູ້ຕາງໜ້າ ອິນໂດເນເຊຍ ປະຈຳອາຊຽນ ໃນຖານະເປັນປະ ທານ ອາຊຽນ ພວມປະຈໍາການ ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ສະແດງໃຫ້ເຫັນ ຄວາມສາມາດ ໃນການນຳພາ ອາຊຽນ ໃນ ເມື່ອມີຄວາມທ້າທາຍ  ແບບບໍ່ເຄີຍມີມາກ່ອນ.

ທ່ານ Ade ເຫັນວ່າ ປະທານ ອາຊຽນ 2020 ບໍ່ພຽງແຕ່ສົ່ງເສີມຜົນ ປະໂຫຍດ ຂອງ ບັນດາປະເທດສະມາຊິກ ເທົ່ານັ້ນ, ແຕ່ຍັງສ້າງ ຄວາມເຂັ້ມແຂງ ແລະ ສົ່ງເສີມອຸດົມການ ຂອງ ອາຊຽນ ໃນການ ສ້າງພາກພື້ນໃຫ້ຈະເລີນພັດທະນາ ກວ່າເກົ່າ, ພ້ອມກັນນັ້ນ ສືບຕໍ່ ຮັກສາສັນຕິພາບ ແລະ ສະຖຽນລະພາບ ອີກດ້ວຍ.

ນັກການທູດ ອິນໂດເນເຊຍ ເຫັນວ່າ ການປະກອບສ່ວນ ຂອງ ຫວຽດນາມ ພາຍຫຼັງ 25 ເຂົ້າເປັນສະມາຊິກອາຊຽນ ໄດ້ເປີດທາງ ໃຫ້ແກ່ ການພັດທະນາ ທີ່ໝັ້ນຄົງ ຂອງ ພາກພື້ນ. ພ້ອມດຽວກັນ, ຫວຽດນາມ ກໍເປັນປະເທດ ສະໜັບສະໜູນຢ່າງແຂງແຮງ ໃນວຽກ ງານສົ່ງເສີມການຮ່ວມມື ລະຫວ່າງອາຊຽນ ກັບບັນດາ ຄູ່ຮ່ວມມື ພາຍນອກ.



ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຂັ້ນສູງ ອາຊຽນ XVI  ແລະ  XVII ທີ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນປີ ຫວຽດນາມ ດໍາ ລົງຕໍາແໜ່ງ ເປັນປະທານ ອາຊຽນ 2020 ແລະ ສະເຫຼີມສະຫຼອງ 15 ປີ
ເຂົ້າຮ່ວມ ອາຊຽນ. ນັບຕັ້ງແຕ່ ເປັນສະມາຊິກ ອາຊຽນ, ຫວຽດນາມ ໄດ້ປະກອບສ່ວນຫຼາຍຢ່າງ ທີ່ສຳຄັນ ໃນ 4 ຂົງເຂດ ຮ່ວມມື ຂອງ ອາຊຽນ ກ່ຽວກັບ ດ້ານການເມືອງ-ຄວາມສະຫງົບ,
ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ພົວພັນການຕ່າງປະ ເທດ. ພາບ: ດຶກຕ໋າມ/VNA



ຜູ້ນຳຂັ້ນສູງ ບັນດາປະເທດ ອາຊຽນ ເຂົ້າຮ່ວມພິທີ ລົງນາມ ໃນຖະ ແຫຼງການ Kuala Lumpur ກ່ຽວກັບ ການ ສ້າງກົດບັດອາຊຽນ, ໃນວັນທີ 12 ທັນວາ 2015,
ທີ່ນະຄອນຫຼວງ Kuala Lumpur, ປະເທດ ມາເລເຊຍ. ພາບ: VNA



ພິທີຊັກທຸງ ອາຊຽນ ສູ່ຍອດເສົາ ເນື່ອງໃນໂອກາດ ສ້າງຕັ້ງ ສະມາ ຄົມ ອາຊຽນ (ວັນທີ 31ທັນວາ 2015), ໃນຕອນເຊົ້າວັນທີ 31 ທັນ ວາ 2015, ທີ່ ຮ່າໂນ້ຍ. ພາບ: ຖົ໋ງເຍິດ/VNA


ຊາວໜຸ່ມ ບັນດາປະເທດ ອາຊຽນ ເຂົ້າຮ່ວມ ລາຍການ ພົບປະສັງ ສັນ ຊາວໜຸ່ມ ອາຊຽນ- ສປ ຈີນ ທີ່ ແຂວງ ຊຽມຣຽບ, ກຳປູເຈຍ ແຕ່ວັນທີ 26 ມິຖຸນາ - 1 ກໍລະກົດ 2016. ພາບ: ຟ້າມກຽນ/VNA


ເນື່ອງໃນໂອກາດ 50 ປີ ວັນສ້າງຕັ້ງ ອາຊຽນ ແລະ 22 ປີ  ຫວຽດ ນາມ ເປັນສະມາຊິກອາຊຽນ, ຕອນຄໍ່າວັນທີ 21 ກັນຍາ 2017, ທີ່ສວນສາທາລະນະ 23 ກັນຍາ, ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ປະສານສົມທົບກັບ ກົງສູນ ບັນດາປະເທດ ອາຊຽນ ຈັັດພິທີໄຂເຫດການ “ໝູ່ບ້ານ ອາຊຽນ ທີ່ນະຄອນ ໂຮ່ຈີ ມິນ” ປີ 2017. ພາບ: ແທງຫວູ/VNA


ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດລາຍ ການ “ວັນຄອບຄົວ ອາຊຽນ 2018”. ເຂົ້າຮ່ວມລາຍການດັ່ງກ່າວ ມີ ບັນດາເອກອັກຄະລັດຖະທູດ, ອຸປະທູດ ພ້ອມດ້ວຍສາມີ,
ພັນ ລະຍາ ແລະ ບັນດາພະນັກງານ, ລັດຖະກອນສະຖານທູດ ບັນດາ ປະເທດ ອາຊຽນ ປະຈຳ ຮ່າໂນ້ຍ. ພາບ: ເຢືອງຢາງ/VNA



ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ ໄດ້ປະສານສົມທົບກັບ ຄະນະກຳມະການ ປະຊາຊົນ ນະຄອນ ເກິ່ນເທີ ຈັດງານ ວາງສະ ແດງ “ຮູບຖ່າຍ ແລະ ຮູບເງົາສາລະຄະດີ-ເອກະສານ
ໃນປະຊາ ຄົມ ອາຊຽນ ທີ່ ຫວຽດນາມ” ປີ 2019. ພາບ: ຫງອກທ້ຽນ/VNA



ທຸງຊາດ ຂອງ ຄະນະກິລາ ຫວຽດນາມ ພ້ອມກັບ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ປິວສະບັດ ຢູ່ SEA Games 25. ພາບ: VNA


ທີ່ບາງກອກ/ນົນທະບູຣີ, ໄທ, ທ່ານ ຫງວຽນຊວນຟຸກ, ນາຍົກ ລັດ ຖະມົນຕີແຫ່ງ ສສ ຫວຽດນາມ ເຂົ້າຮ່ວມພິທີ ປິດ ກອງປະຊຸມ ຂັ້ນ ສູງ ອາຊຽນ ຄັ້ງທີ 35 ແລະ ຮັບຕຳແໜ່ງປະທານ ອາຊຽນ
ຂອງ ຫວຽດນາມ ປີ 2020.  ພາບ: ຖົ໋ງເຍິດ/VNA



ທີ່ ຮ່າໂນ້ຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ, ປະທານ ອາຊຽນ 2020 ເປັນປະທານ ກອງປະຊຸມຂັ້ນສູງພິເສດ ລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື ສ ເກົາຫຼີ,
ຍີ່ປຸ່ນ ແລະ ສປ ຈີນ (ອາ ຊຽນ + 3) ຜ່ານທາງໄກ ກ່ຽວກັບ ການຮັບມື ກັບ ການແຜ່ລະບາດ ຂອງ ໂຄວິດ-19. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ, ປະທານອາຊຽນ ເປັນປະທານກອງປະຊຸມຂັ້ນສູງພິເສດ ອາຊຽນ ກ່ຽວກັບ ການຮັບ ມື ກັບການແຜ່ລະບາດ ໂຄວິດ-19,
ໃນວັນທີ 14 ເມສາ 2020. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ, ປະທານອາຊຽນ 2020 ແລະ ບັນດາຜູ້ແທນ ທໍາພິທີເປີດເວັບໄຊ ອາຊຽນ 2020, ໃນວັນທີ 6 ມັງກອນ 2020,
ທີ່ ຮ່າໂນ້ຍ, ໃນພິທີເປີດ ປີ ປະທານ ອາຊຽນ 2020. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເຂົ້າຮ່ວມ ກອງປະຊຸມ ຂັ້ນສູງອາຊຽນ-ຍີ່ປຸ່ນ ຄັ້ງທີ 21, ໃນລາຍການເຂົ້າຮ່ວມ ກອງປະ ຊຸມຂັ້ນສູງ ອາຊຽນ ຄັ້ງທີ 33
ແລະ ບັນດາກອງປະຊຸມຂັ້ນສູງ ທີ່ ກ່ຽວຂ້ອງ ຢູ່ ສິງກະໂປ ໃນວັນທີ 14 ພະຈິກ 2018. ພາບ: ຖົ໋ງເຍິດ/VNA



ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກີມເງິນ ຮັບຕຳ ແໜ່ງປະທານ  AIPA 41 ຕໍ່ຈາກ ໄທ ໃນພິທີປິດ ກອງປະຊຸມສະ ມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງທີ 40
ແລະ ຮັບຕຳແໜ່ງ ປະທານສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 41 (AIPA 41) ໃນວັນທີ 29 ສິງຫາ 2019,
ຢູ່ນະ ຄອນຫຼວງ ບາງກອກ (ໄທ). ພາບ: ຈ້ອງດຶກ/VNA



ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຈະເລີນກ້າວໜ້າ ຂ້າມປາຊີຟິກ (CPTPP) ໄດ້ຮັບການລົງນາມຢ່າງເປັນທາງການ ທີ່ ປະເທດ ຈີ ເລ ໃນວັນທີ 8 ມີນາ 2018. ເຂົ້າຮ່ວມພິທີລົງນາມດັ່ງກ່າວ
ລວມ ມີ ຜູ້ຕາງໜ້າ ຂອງ 11 ປະເທດຄື: ອົດສະຕຣາລີ, ບຣູໄນ, ການາ ດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ແມັກຊິກໂກ, ນິວຊີແລນ, ເປຣູ, ສິງ ກະໂປ ແລະ ຫວຽດນາມ.
ທ່ານ ເຈິ່ນຕ໋ວນແອງ ລັດຖະມົນຕີກະ ຊວງ ອຸດສາຫະກຳ-ການຄ້າໄດ້ເຂົ້າຮ່ວມພິທີດັ່ງກ່າວ.ພາບ: VNA



ວັນທີ 3 ເມສາ 2020, ທີ່ ຮ່າໂນ້ຍ, ທ່ານ ຫງວຽນກວກຢຸ໊ງ ຮອງ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ມອບອຸປະກອນດ້ານ ສາທາລະນະສຸກ ຈາກລັດຖະບານ
ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານ ການລະບາດໂຄວິດ-19.  ພາບ: ເຢືອງຢາງ/VNA




ວັນທີ 3 ເມສາ 2020, ທີ່ ຮ່າໂນ້ຍ, ທ່ານ ຫງວຽນກວກຢຸ໊ງ ຮອງ ລັດຖະມົນຕີ ກະຊວງການຕ່າງປະເທດໄດ້ມອບອຸປະກອນ ດ້ານ ສາທາລະນະສຸກ ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ
ໃຫ້ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ເພື່ອປ້ອງກັນ ແລະ ຕ້ານການລະບາດໂຄວິດ-19. ພາບ: ເຢືອງຢາງ/VNA



ວັນທີ 18 ພຶດສະພາ 2020, ທີ່ ຮ່າໂນ້ຍ, ທ່ານ ຫງວຽນກວກຢຸ໊ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ມອບອຸປະກອນ ດ້ານສາທາລະນະສຸກ ຈາກລັດຖະບານ ແລະ ປະຊາຊົນ ຫວຽດ ນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ມາເລເຊຍ ເພື່ອປ້ອງ ກັນ ແລະ ຕ້ານການລະບາດໂຄວິດ-19. ພາບ: ວັນດຽບ/VNA

ຜູ້ຊ່ຽວຊານ ມາເລເຊຍ ຕີລາຄາສູງ ຫວຽດນາມ ໃນບົດບາດ ເປັນ ປະທານ ອາຊຽນ ແລະ ກຳຈັດການແຜ່ລະບາດ ຂອງ ໂຄວິດ-19

ທ່ານ Hoo Chew-Ping, ອາຈານສອນຂັ້ນສູງ ກ່ຽວກັບ ການຄົ້ນ ຄວ້າ ຍຸດທະສາດ ແລະ ການພົວພັນສາກົນ, ມະຫາວິທະຍາໄລ ແຫ່ງຊາດ ມາເລເຊຍ ໃຫ້ຂໍ້ສັງເກດວ່າ ນັບຕັ້ງແຕ່ເຂົ້າເປັນສະມາ ຊິກ ອາຊຽນ ມາເຖິງປັດຈຸບັນ, ຫວຽດນາມ ສາມາດນໍາໃຊ້ຜົນປະ ໂຫຍດສູງສຸດ ຂອງ ບັນດາພື້ນຖານ ອາຊຽນ, ລວມທັງການເຊື່ອມ ໂຍງ ພາກພື້ນ, ຄວາມສະໜິດຕິດພັນ ໃນພາກພື້ນ ແລະ ການໄກ່ ເກ່ຍ ດ້ານການເມືອງ ຊ່ຶງບໍ່ພຽງແຕ່ ສົນທະນາ ພາຍໃນອາຊຽນ ເທົ່ານັ້ນ, ແຕ່ຍັງສົນທະນາ ກັບບັນດາ ຄູ່ຮ່ວມມື ອາຊຽນ ອີກດ້ວຍ.

ສຈ ຊາວ ມາເລເຊຍ Yeah Kim Leng, ຜູ້ຊ່ຽວຊານ ເສດຖະກິດ ຈາກ ມະຫາວິທະຍາໄລ Sunway ທັງເປັນ ຜູ້ອໍານວຍການ ໂຄງ ການຄົ້ນຄວ້າເສດຖະກິດ Jeffrey Cheah, ມາເລເຊຍ ໃຫ້ຂໍ້ສັງ ເກດວ່າ ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດ ອາຊຽນ ນຳໜ້າ ໃນການດຶງດູດການລົງທຶນ ຕ່າງປະເທດ ຢູ່ພາກພື້ນ. ຕາມ ທ່ານແລ້ວ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນ ໃນການພັດ ທະນາ ຢ່າງໃຫຍ່ຫຼວງ ໃນຊຸມປີ ຕໍ່ໜ້າ ເນື່ອງຈາກວ່າ ເປັນປະເທດ ທ່ີໜ້າສົນໃຈທີສຸດ ໃນປະຊາຄົມ ເສດຖະກິດ ອາຊຽນ ເນື່ອງຈາກ ຂະບວນການ ຍົກຍ້າຍ ລະບົບຕ່ອງໂສ້ ການສະໜອງ ທົ່ວໂລກ ພວມມີຄວາມຫຼາກຫຼາຍຮູບແບບ.


ຜູ້ຊ່ຽວຊານ ໄທ ຕີລາຄາວ່າ ຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າ ແລະ ຖານະບົດບາດ ນັບມື້ສູງເດັ່ນ ຢູ່ ອາຊຽນ

ປອ Balaz Szanto, ອາຈານສອນ ພາກວິຊາ ການພົວພັນ ສາ ກົນ, ມະຫາວິທະຍາໄລ Webster ຂອງ ໄທ ໄດ້ໃຫ້ຂໍ້ສັງເກດວ່າ ຕັ້ງແຕ່ເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ໄດ້ສະແດງໃຫ້ ເຫັນບົດບາດ ທີ່ຕັ້ງໜ້າ ໃນການສ້າງ ປະຊາຄົມລວມ, ກັບຫຼາຍ ຂໍ້ເລີ່ມ ທີ່ມີລັກສະນະສ້າງສັນ ແລະ ມີຄວາມເປັນໄປໄດ້ສູງ.

ຕາມ ປອ Szanto, ໃນຊຸມປີມໍ່ໆ ນີ້, ໃນຖານະນັບມື້ ສູງເດັ່ນ, ຫວຽດນາມ ໄດ້ສະແດງໃຫ້ເຫັນ ບົດບາດນຳພາ ໃນເວທີປາໄສ ພາກພື້ນສຳຄັນນີ້ ຢ່າງບໍ່ຢຸດຢັ້ງ. ທ່ານ ໃຫ້ຂໍ້ສັງເກດວ່າ ປີ 2020 ແນ່ນອນວ່າ ຈະເປັນປີ ທີ່ເຕັມໄປດ້ວຍສິ່ງທ້າທາຍ ຕໍ່ໂລກ ແລະ ພາກພື້ນ, ເພາະສະນັ້ນ ອາຍຸການ ປະທານ ອາຊຽນ ຂອງ ຫວຽດ ນາມ ໃນປີນີ້ ກໍຈະປະສົບກັບຄວາມຫຍຸ້ງຍາກ ຫຼາຍປະການ.  ທ່ານເຫັນວ່າ ຫວຽດນາມ ຈະຮັກສາບົດບາດ ນຳພາ ຊຶ່ງລວມມີ ການສົ່ງເສີມ ອາຊຽນ ໃຫ້ເປັນອັນໜຶ່ງ ອັນດຽວ ໃນບັນດາບັນຫາ ທີ່ກຳລັງພົ້ນເດັ່ນ ຂອງ ພາກພື້ນ.


ສິງກະໂປ ຖືວ່າ ຫວຽດນາມ ເປັນສະມາຊິກ ທ່ີໜ້າເຄົາລົບ, ໜ້າ ໄວ້ວາງໃຈ ແລະ ມີລັກສະນະສ້າງສັນ

ປອ Frederick Kliem, ຜູ້ຊ່ຽວຊານ ຄົ້ນຄວ້າ ສັງກັດ ສູນຄົ້ນຄວ້າ ລັດທິຫຼາຍຝ່າຍ, ສະຖາບັນຄົ້ນຄວ້າສາກົນ S.Rajaratnam ໄດ້ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ເປັນສະມາຊິກ ທ່ີໜ້າເຄົາລົບນັບຖື, ໜ້າໄວ້ວາງໃຈ ແລະ ມີລັກສະນະສ້າງສັນ ໃນສະມາຄົມບັນດາ ປະເທດ ອາຊີຕາເວັນອອກສ່ຽງໃຕ້ ອາຊຽນ.

ປອ Frederick Kliem ກ່າວວ່າ ໃນ 25 ປີ ຜ່ານມາ, ນັບແຕ່ ເຂົ້າ ເປັນສະມາຊິກ ອາຊຽນ, ຫວຽດນາມ ໄດ້ກາຍເປັນພາກສ່ວນໜຶ່ງ ທີ່ສຳຄັນ ຂອງ ອົງການຈັດຕັ້ງພາກພື້ນນີ້. ຫວຽດນາມ ບໍ່ແມ່ນ ປະ ເທດສະມາຊິກ ໃນເບື້ອງຕົ້ນ ຂອງ ອາຊຽນ, ແຕ່ມີການພັດທະນາ ໄວທ່ີສຸດ. ຫວຽດນາມ ເປັນສະມາຊິກ ທ່ີໜ້າເຄົາລົບນັບຖື, ໜ້າໄວ້ ວາງໃຈ ແລະ ມີລັກສະນະສ້າງສັນ ໃນອາຊຽນ. ຫວຽດນາມ ເປັນ ຂົວຕໍ່ລະຫວ່າງ 5 ປະເທດອາຊຽນ ເບື້ອງຕົ້ນ ແລະ ບັນດາປະເທດ CLM (ກຳປູເຈຍ, ລາວ ແລະ ມຽນມາ) ຊຶ່ງເປັນປະເທດ ເຂົ້າຮ່ວມ ອາຊຽນ ຕາມຫຼັງ. ຫວຽດນາມ ໄດ້ມີການປະກອບສ່ວນ ຢ່າງສຳຄັນທີສຸດ ໃນການ ເຊື່ອມຕໍ່ລະຫວ່າງບັນດາປະເທດ ດັ່ງກ່າວ.

ປອ Frederick ຕີລາຄາວ່າ ຫວຽດນາມ ມີບົດບາດ ຢ່າງຕັ້ງໜ້າ ໃນປະຊາຄົມ ຄວາມໝັ້ນຄົງທາງການເມືອງ, ພິເສດແມ່ນ ຄວາມ ໝັ້ນຄົງໃນພາກພື້ນ, ຄວາມໝັ້ນຄົງທາງທະເລ. ຫວຽດນາມ ຢູ່ ແຖວໜ້າສະເໝີ ໃນຂົງເຂດນີ້. ທ່ານ ກ່າວວ່າ ດ້ວຍຄວາມເຄົາ ລົບ ທີ່ ຫວຽດນາມ ບັນລຸໄດ້ ໃນບັນດາປະເທດ ອາຊຽນ ແລະ ໃນ ປະຊາຄົມໂລກ, ຫວຽດນາມ ສາມາດ ເປັນຜູ້ນຳພາ ໃນຂົງເຂດ ນີ້ຢ່າງແທ້ຈິງ.


ຜູ້ຊ່ຽວຊານ ສ ລັດເຊຍ ຕີລາຄາສູງ ການປະກອບສ່ວນ ຢ່າງໃຫຍ່ຫຼວງ ຂອງ ຫວຽດນາມ ຕໍ່ ອາຊຽນ

ຜູ້້ຊ່ຽວຊານ ສ ລັດເຊຍ Grigory Pavlovich Trofimchuk, ປະ ທານສະພາ ຜູ້ຊ່ຽວຊານ ກອງທຶນ ຄົ້ນຄວ້າ ແນວຄວາມຄິດ ອາຊີ-ເອີຣົບ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ກຳລັງ ມີການປະກອບສ່ວນ ຍົກສູງຖານະບົດບາດ ຂອງ ອາຊຽນ, ໂຄສະນາ ເຜີຍແຜ່ ພາບພົດ ຂອງ ອົງການຈັດຕັ້ງນີ້ ສູ່ໂລກພາຍນອກ ແລະ ໃນຂອບເຂດສາ ກົນ ອີກດ້ວຍ. ທ່ານ Grigory Pavlovich Trofimchuk ກ່າວວ່າ “ບໍ່ພຽງແຕ່ ສ ລັດເຊຍ ຕ້ອງສະແດງຄວາມຂອບໃຈເທົ່ານັ້ນ, ແຕ່ ອາຊຽນ ກໍຕ້ອງສະແດງ ຄວາມຂອບໃຈຕໍ່ ຫວຽດນາມ ກ່ຽວກັບ ວຽກງານນີ້ ອີກດ້ວຍ”.

ຕີລາຄາ ກ່ຽວກັບການ ສົມທົບເຄື່ອນໄຫວ ລະຫວ່າງ ຫວຽດນາມ ແລະ  ສ ລັດເຊຍ ໃນບັນຫາ ທີ່ກ່ຽວພັນເຖິງ ອາຊຽນ, ຜູ້ຊ່ຽວຊານ Trofimchuk ເຫັນວ່າ ຫວຽດນາມ ໄດ້ເຮັດຫຼາຍສິ່ງຫຼາຍຢ່າງຊ່ວຍ ເຫຼືອ ສ ລັດເຊຍ, ມີການຮ່ວມມືຢ່າງມີປະສິດທິຜົນ ໃນຂອບເຂດ ອາຊຽນ ແລະ ຊຸກຍູ້ ບັນດາຜົນປະໂຫຍດ ຂອງ ສ ລັດເຊຍ ຢູ່ເຂດ ນີ້. ໂດຍອາໄສສັນຍາການຄ້າເສລີ ກັບ ຫວຽດນາມ, ສະຫະພັນ ເສດຖະກິດ ອາຊີ-ເອີຣົບ ໄດ້ເປີດກວ້າງ ສາຍພົວພັນຂອງຕົນ ສູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.


ສຈ ຍີ່ປຸ່ນ ຍົກສູງບົດບາດຂອງ ຫວຽດນາມ ໃນການເຈລະຈາ RCEP

ສຈ Ryo Ikebe, ຜູ້ຊ່ຽວຊານດ້ານການຄ້າສາກົນ ຂອງ ມະຫາ ວິ ທະຍາໄລ Senshu (ຍີ່ປຸ່ນ) ໃນຕອບສຳພາດ ຕໍ່ນັກຂ່າວ ຂອງ ສຳນັກຂ່າວສານ ຫວຽດນາມ ປະຈຳ ໂຕກຽວ ກ່ຽວກັບບົດບາດ ຂອງ ຫວຽດນາມ ໃນການເຈລະຈາ ສັນຍາຄູ່ຮ່ວມມື ເສດຖະກິດ ຮອບດ້ານພາກພື້ນ (RCEP) ໄດ້ໃຫ້ຂໍ້ສັງເກດວ່າ ໃນ ພາກພື້ນອາ ຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ເປັນປະເທດນຳໜ້າ ໃນບັນ ດາ ສັນຍາການຄ້າເສລີ. ດ້ວຍເຫດນັ້ນ, ຫວຽດນາມ ຖືບົດບາດ ເປັນປະເທດ ເຕົ້າໂຮມ ກະບອກສຽງ ຂອງ 10 ປະເທດ ສະມາຊິກ ອາຊຽນ ແລະ ເຮັດໃຫ້ ກະທັດລັດ ບັນດາເນື້ອໃນເຈລະຈາ. ລັກ ສະນະໃຈກາງ ຂອງ ອາຊຽນ ຊຶ່ງສະແດງໃຫ້ເຫັນ ໂດຍ ຜ່ານກະ ບອກສຽງ ຂອງ 10 ປະເທດ ສະມາຊິກ ໄດ້ຮັບຄວາມເອົາໃຈໃສ່ ທີສຸດ ໃນການ ເຈລະຈາ RCEP.

ຕາມ ສຈ Ikebe, ເປັນປະເທດນໍາໜ້າ ໃນບັນດາສັນຍາ FTA, ຫວຽດນາມ ກຳລັງເສີມຂະຫຍາຍໄດ້ຄວາມສາມາດ ໃນການເປັນ ກະບອກສຽງຍ່ິ່ງຂຶ້ນ. ໃນເວລາດຽວກັນ ກໍ່ມີປະເທດຈຳນວນໜ່ຶງ ເດີນສວນທາງ ກັບລັດທິ ການຄ້າເສລີ (ເຊັ່ນ ສ ອາເມລິກາ, ອັັງ ກິດ) ແລະ ລັດທິປົກປ້ອງ ຊຶ່ງສ້າງຄວາມເປັນຫ່ວງ ຕໍ່ຄວາມເປັນ ລະບຽບ ດ້ານການຄ້າໂລກ, RCEP ກັບໃຈກາງແມ່ນ ອາຊີ ຖ້າ ຫາກ ໄດ້ບັນດາປະເທດເຊັນສັນຍາ ຈະສາມາດ ໂຄສະນາເຜີຍ ແຜ່ໃຫ້ໂລກເຫັນ ຮູບພາບ ພາກພື້ນອາຊີີ ກ້າວໄປເຖິງການຄ້າ ເສລີ.


ຜູ້ຊ່ຽວຊານ ອົດສະຕຣາລີ ຕີລາຄາສູງ ຕໍ່ການປະກອບສ່ວນ ທີ່ມີ ຄວາມໝາຍ ຂອງ ຫວຽດນາມ

ສຈ Carl Thayer ແຫ່ງມະຫາວິທະຍາໄລ New South Wales (ອົດສະຕຣາລີ) ໃນການໃຫ້ສຳພາດ ຕໍ່ນັກຂ່າວ ຂອງ ສຳນັກ ຂ່າວ ສານ ຫວຽດນາມ ປະຈຳ Sydney ກ່ຽວກັບ ຂະບວນການ 25 ປີ ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ, ໄດ້ຕີລາຄາ ຫວຽດນາມ ເລີ່ມຕົ້ນອາຍຸການ ປະທານ ອາຊຽນ ດ້ວຍການປະກາດ ຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການ ໃນການປັບຕົວ” ແລະ ວາງ ອອກ 5 ເປົ້າໝາຍພື້ນຖານ. ແຕ່ວ່າ ການລະບາດ ຂອງ  ອັກເສບ ປອດ ຍ້ອນເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (ໂຄວິດ-19) ໄດ້ ບັງຄັບ ຫວຽດນາມ ຕ້ອງຢຸດ ບັນດາເນື້ອໃນ ຕາມປົກກະຕິ ແລະ ສຸມໃສ່ ໃນການຄຸ້ມຄອງວິກິດການ ໂດຍຜ່ານກອງປະຊຸມຜ່ານ ທາງໄກ. ຫວຽດນາມ ໄດ້ຈັດຕັ້ງການ ປະຊຸມ ຂອງ ບັນດາເຈົ້າໜ້າ ທີ່ ສາທາລະນະສຸກ ອາຊຽນ ຢ່າງໄວ ເພື່ອຊຸກຍູ້ ບັນດາ ມາດຕະການຮ່ວມມື ເພື່ອຮັບມືກັບ ການລະບາດ ໃນກ່ອນນັ້ນ  ແລະ ລິເລີ່ມການຮ່ວມມືບົນພື້ນຖານພາກພື້ນ. ໃນຕໍ່ໜ້າ, ສຈ Thayer ເຫັນວ່າ ຫວຽດນາມ ແລະ ບັນດາປະເທດສະມາຊິກ ຕ້ອງກະກຽມ ໄລຍະຫຼັງການລະບາດ ໂຄວິດ... 
ບົດ ແລະ ພາບ: VNA

ເສີມຂະຫຍາຍຄຸນຄ່າ ນະຄອນສະອາດ ASEAN ຂອງ ຫວຽດນາມ

ເສີມຂະຫຍາຍຄຸນຄ່າ ນະຄອນສະອາດ ASEAN ຂອງ ຫວຽດນາມ

ຕົ້ນ​ປີ 2024, ສະມາຄົມ ​ບັນດາປະເທດ ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN) ​ໄດ້​ໃຫ້​ກຽດ​ແກ່​ບັນດາ​ຜະລິດ​ຕະພັນ ​ແລະ ການ​ບໍລິ ການ​ທ່ອງ​ທ່ຽວ​ ທີ່​ມີ​ຄຸນ​ນະພາ​ບສູງ. ​ໃນນັ້ນ ໜ້າສົນໃຈ ແມ່ນ 3 ນະຄອນ​ຂອງ​ ຫວຽດນາມ ຄື: ນະຄອນ​ ຫວຸ໊ງເຕົ່າ (ແຂວງ ບ່າ​ເຣ້ຍ-ຫວຸ໊ງເຕົ່າ), ​ນະຄອນ ​ເຫວ້, (ແຂວງ ​ເທື່ອ​ທຽນ​ເຫວ້) ​ແລະ ນະ ຄອນ ກຸຍ​ເຍີນ, (ແຂວງ ບິ່ງ​ດິ້ງ) ​ໄດ້​ຮັບ​ກຽດ​ເປັນ​ນະຄອນ​ທ່ອງ​ທ່ຽວ​ສະອາດ ASEAN. ໃນ​ໜຶ່ງປີ ທີ່​ຜ່ານ​ມາ, ສາມ​ນະຄອນ​ດັ່ງ​ກ່າວ​ ໄດ້​ ແລະ ພວມປະ​ກອບ​ສ່ວນ​ເພື່ອ​ເຊີດຊູ ​ແລະ ​ພັດ​ທະ​ນາ​ເຄື່ອງ​ໝາຍ​ການ​ທ່ອງ​ທ່ຽວ​ ຄຸນ​ນະ​ພາບ​ສູງ​ ໃນ​ພາກ​ພື້ນ.

Top