• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊຽນ

ອາຊຽນ ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ, ໃຫ້ຄໍາໝັ້ນສັນຍາພ້ອມກັນສ້າງປະຊາຄົມສາມັກຄີ ແລະເຂັ້ມແຂງ

ຫວ່າງແລ້ວນີ້, ຢູ່ Cebu, ຟີລິບປິນ, ໄດ້ດຳເນີນກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ, ເຊິ່ງເປັນການເລີ່ມຕົ້ນປີອາຊຽນ 2026 ຢ່າງເປັນທາງການ.
ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ 2026 ຈັດຂຶ້ນທີ່ປະເທດຟີລິບປິນ. ພາບ: baoquocte.vn

ນີ້ແມ່ນການເຄື່ອນໄຫວສຳຄັນຄັ້ງທຳອິດໃນປີປະທານອາຊຽນ ຂອງຟີລິບປິນ, ໂດຍທ່ານນາງ Maria Theresa Lazaro ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ ເປັນປະທານ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກ ແລະເລຂາທິການໃຫຍ່ອາຊຽນ. ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານ ເລຮວ່າຍຈຸງ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ.

ແລກປ່ຽນທີ່ກອງປະຊຸມ, ບັນດາລັດຖະມົນຕີອາຊຽນ ໄດ້ຕີລາຄາສູງຕໍ່ຫົວຂໍ້ "ຮ່ວມກັນນຳພາອະນາຄົດລວມ" ຂອງການເປັນປະທານອາຊຽນ 2026 ຂອງຟີລິບປິນ, ພ້ອມກັບບັນດາບຸລິມະສິດໃນການປັບປຸງສັນຕິພາບ ແລະຄວາມໝັ້ນຄົງ, ການເປີດກວ້າງກອບວັດທະນາຖາວອນ ແລະຊຸກຍູ້ການມອບສິດໃຫ້ແກ່ປະຊາຊົນ.

ບັນດາປະເທດໄດ້ຢືນຢັນສະໜັບສະໜູນ ແລະສົມທົບກັນຢ່າງແໜ້ນແຟ້ນກັບຟີລິບປິນ ໃນການຜັນຂະຫຍາຍບັນດາບຸລິມະສິດຂອງປີ, ຜ່ານນັ້ນຮັກສາທ່າຮ່ວມມື ແລະການຮ່ວມສຳພັນໃນພາກພື້ນ, ພ້ອມທັງປະກອບສ່ວນເຂົ້າໃນການປະຕິບັດວິໄສທັດອາຊຽນ 2045 ຢ່າງມີປະສິດທິຜົນ.

ບັນດາລັດຖະມົນຕີອາຊຽນ ໄດ້ແບ່ງປັນການຕີລາຄາວ່າ ສະພາບການສາກົນ ແລະພາກພື້ນກຳລັງໄດ້ເຫັນກັບຕາຕໍ່ການຜັນແປຢ່າງເລິກເຊິ່ງ, ດ້ວຍການແກ່ງແຍ້ງຍຸດທະສາດລະຫວ່າງປະເທດມະຫາອຳນາດທີ່ເພີ່ມຂຶ້ນ, ການປະທະກັນດ້ວຍອາວຸດເກີດຂຶ້ນຢູ່ຫຼາຍບ່ອນ ແລະສິ່ງທ້າທາຍຂ້າມຊາດນັບມື້ນັບສັບສົນເພີ່ມຂຶ້ນ.

ໃນສະພາບການນັ້ນ, ບັນດາລັດຖະມົນຕີ ໄດ້ເນັ້ນໜັກວ່າ ອາຊຽນ ຄວນສືບຕໍ່ປັບປຸງຄວາມສາມັກຄີ, ເສີມຂະຫຍາຍບົດບາດໃຈກາງ, ເພີ່ມທະວີການຮ່ວມມືພາຍໃນກຸ່ມ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ  ແລະເປັນເຈົ້າຕົນເອງທາງດ້ານຍຸດທະສາດ. ພ້ອມດຽວກັນນັ້ນ ອາຊຽນ ຄວນເປີດກວ້າງ ແລະເຮັດໃຫ້ການພົວພັນກັບຄູ່ຮ່ວມມືເລິກເຊິ່ງເພື່ອແນໃສ່ສ້າງຂົງເຂດໃຫ້ແກ່ການຮ່ວມມື, ລະດົມແຫຼ່ງກໍາລັງໃຫ້ແກ່ການສ້າງປະຊາຄົມອາຊຽນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລຮວ່າຍຈຸງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແບ່ງປັນໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ໂດຍເນັ້ນໜັກເຖິງແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບການເປັນເຈົ້າຕົນເອງທາງດ້ານຍຸດທະສາດ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພັດທະນາກວມລວມ ແລະຍືນຍົງ, ນະວັດຕະກໍາ, ການຫັນເປັນດີຈີຕອນ ແລະຫັນເປັນສີຂຽວ, ສອດຄ່ອງກັບບັນດາເປົ້າໝາຍຂອງວິໄສທັດອາຊຽນ 2045.

ທ່ານລັດຖະມົນຕີ ຢືນຢັນວ່າ ອາຊຽນ ສືບຕໍ່ເປັນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ ແລະ ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າຈະພ້ອມກັບບັນດາປະເທດອື່ນສ້າງປະຊາຄົມອາຊຽນ ສາມັກຄີ ແລະເຂັ້ມແຂງ.

ຊົມເຊີຍຫົວຂໍ້ ແລະບັນດາບຸລິມະສິດ ປີ 2026 ຂອງຟີລິບປິນ, ພ້ອມທັງຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນປີປະທານ 2025 ຂອງມາເລເຊຍ, ທ່ານລັດຖະມົນຕີ ເນັ້ນໜັກວ່າ ອາຊຽນ ຕ້ອງສືບຕໍ່ປັບປຸງຄວາມສາມັກຄີ ແລະບົດບາດໃຈກາງ, ຍົກສູງກົດໝາຍສາກົນ, ລັດທິຫຼາຍຝ່າຍ ແລະຫຼັກການແກ່ນສານ.

ບັນຍາກາດທີ່ກອງປະຊຸມ. ຮູບພາບ: baoquocte.vn

ໄປຄຽງຄູ່ເສົາຄໍ້າທາງດ້ານການເມືອງ-ຄວາມໝັ້ນຄົງ, ທ່ານລັດຖະມົນຕີ ຖືວ່າ ອາຊຽນ ຕ້ອງຍູ້ແຮງການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແລະນະວັດຕະກໍາ, ໂດຍສຸມໃສ່ການເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງ, ພະລັງງານ ແລະດີຈີຕອນ, ນຳໃຊ້ບັນດາກໍາລັງໜູນເຕີບໂຕໃໝ່ ເຊັ່ນ: ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ ແລະປັນຍາປະດິດ, ໃນນັ້ນໃຫ້ບຸລິມະສິດປັບປຸງສັນຍາແມ່ອາຊຽນ ກ່ຽວກັບເສດຖະກິດດີຈີຕອນ (DEFA) ແລະປັບປຸງລະບົບຕ່ອງໂສ້ການສະໜອງໃຫ້ສຳເລັດໂດຍໄວ.

ກ່ຽວກັບການພົວພັນຕ່າງປະເທດ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກເຖິງລະດັບຄວາມສໍາຄັນຂອງການຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືຕາມທິດແທດຈິງ ແລະດຸ່ນດ່ຽງກວ່າ, ຮັບປະກັນບັນດາຂົງເຂດບຸລິມະສິດຂອງອາຊຽນ ກໍ່ຄືນໍາໃຊ້ທ່າແຮງຂອງແຕ່ລະຄູ່ຮ່ວມມື.

ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະພາກພື້ນ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກເຖິງບົດບາດຫຼັກແຫຼ່ງຂອງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ ໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ.

ກ່ຽວກັບບັນຫາທະເລຕາເອັນອອກ, ທ່ານລັດຖະມົນຕີ ໄດ້ຢັ້ງຢືນ, ໃຫ້ຄໍາໝັ້ນສ້າງພາກພື້ນສັນຕິພາບ, ສະຖຽນລະພາບ ແລະການຮ່ວມມື, ຊຸກຍູ້ການປັບປຸງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ປະກາດວ່າ ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງເວທີປາໄສອະນາຄົດອາຊຽນ ຄັ້ງທີສາມ (AFF 2026) ໃນໄຕມາດທີສອງຂອງປີ 2026, ຂອບໃຈຕໍ່ການສະໜັບສະໜູນຂອງບັນດາປະເທດໃນເວທີປາໄສຄັ້ງທີ່ຜ່ານມາ ແລະໄດ້ເຊື້ອເຊີນບັນດາປະເທດສົ່ງຜູ້ຕາງໜ້າຂັ້ນສູງເຂົ້າຮ່ວມ.

* ວັນທີ 29 ມັງກອນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ ຢູ່ Cebu, ປະເທດຟີລິບປິນ, ທ່ານ ເລຮວ່າຍຈຸງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Vivian Balakrishnan ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ແລະທ່ານ Bendito dos Santos Freitas ລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມື ຕີມໍ ແລັດສະເຕ.

ທີ່ການພົບປະກັບລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາທີ່ເຂັ້ມແຂງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສິງກະໂປ; ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍໂຄງການກະທໍາໄລຍະ 5 ປີ 2025-2030 ຢ່າງມີປະສິດທິຜົນ; ໃຫ້ບຸລິມະສິດສູງຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນການເປີດກວ້າງຂົງເຂດພັດທະນາຂອງສິງກະໂປ ຢູ່ ຫວຽດນາມ ໂດຍຜ່ານການຍົກລະດັບເຄືອຂ່າຍເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ (VSIP) ລຸ້ນທີສອງ, ສູ້ຊົນໃຫ້ບັນລຸ 30 VSIP ໃນປີ 2026 ເພື່ອແນໃສ່ສະເຫຼີມສະຫຼອງ 30 ປີແຫ່ງການປະກົດຕົວຂອງ VSIP ຢູ່ຫວຽດນາມ.

ທ່ານ ເລຮ່ວາຍຈຸງ ລັດຖະມົນຕີການຕ່າງປະເທດຫວຽດນາມ ເຮັດວຽກກັບທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ. ພາບ: baoquocte.vn

ທີ່ການພົບປະກັບລັດຖະມົນຕີກະຊວງການຕ່າງປະເທດ ແລະການຮ່ວມມື ຕີມໍ ແລັດສະເຕ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າໃນການຮ່ວມມືສອງຝ່າຍ; ເຫັນດີເປັນເອກະພາບຄົ້ນຄວ້າສ້າງຕັ້ງກົນໄກການຮ່ວມມືສອງຝ່າຍ ເຊັ່ນ: ຄະນະກຳມະການຮ່ວມ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ຫຼື ອະນຸກຳມະການດ້ານການຄ້າລວມ... ພ້ອມທັງເຈລະຈາ, ລົງນາມໃນຂໍ້ຕົກລົງການຮ່ວມມືໂດຍໄວ, ເປັນຕົ້ນແມ່ນສັນຍາຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທຳມະດາເພື່ອແນໃສ່ສ້າງກອບນິຕິກໍາຊຸກຍູ້ການຮ່ວມມືທີ່ແທດຈິງ, ມຸ່ງໄປເຖິງເລື່ອງນຳການພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ ໜັງສືພິມປະຊາຊົນ)

ໄທ ຍົກເລີກ ບັດເຫຼືອງ IUU: ວິວັດການປະຕິຮູບຂະແໜງສິນໃນນ້ຳຢ່າງຮອບດ້ານ

ໄທ ຍົກເລີກ “ບັດເຫຼືອງ” IUU: ວິວັດການປະຕິຮູບຂະແໜງສິນໃນນ້ຳຢ່າງຮອບດ້ານ

ໄທ ໄດ້ເປັນເຈົ້າການເປີດກວ້າງບົດບາດຂອງຕົນ ດ້ວຍການກາຍເປັນສູນປະສານງານຂອງເຄືອຂ່າຍ ອາຊຽນ ຕ້ານການຂຸດຄົ້ນ IUU (AN- IUU).

Top