ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຄຽງບ່າຄຽງໄຫຼ່ກັບ AIPA, ຫັນວິໄສທັດ ແລະ ຄວາມມຸ່ງຫວັງ ຂອງ ASEAN ໃຫ້ກາຍເປັນຄວາມຈິງ
ວັນທີ 18 ກັນຍາ 2025, ທີ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ໃນຂອບເຂດກອງປະຊຸມ ສະມັດຊາໃຫຍ່ ລັດຖະສະ ພາ ລະຫວ່າງຊາດ ASEAN ຄັ້ງທີ 46 (AIPA-46), ປະທານສະ ພາແຫ່ງຊາດ ເຈິ່ນແທັງເໝີ໊ນ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະ ນະຄັ້ງທໍາອິດ. ທີ່ນີ້, ປະທານສະພາແຫ່ງຊາດ ໄດ້ມີຄຳກ່າວ ປາໄສທີ່ສຳຄັນ, ຢືນຢັນ ຢ່າງໜັກແໜ້ນ ຂໍ້ຄວາມທີ່ວ່າ: ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຄຽງບ່າຄຽງໄຫຼ່ກັບ AIPA ເພື່ອຫັນວິໄສທັດ ແລະ ຄວາມມຸ່ງຫວັງ ຂອງ ASEAN ໃຫ້ ກາຍເປັນຄວາມຈິງ.
ກ່າວຄຳເຫັນ ຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 1, ປະທານ ສະພາແຫ່ງຊາດ ເຈິ່ນແທັງເໝີ໊ນ ໄດ້ຢືນຢັນການສະໜັບສະໜູນ ຫົວຂໍ້ຂອງກອງປະຊຸມ ສະມັດຊາໃຫຍ່ AIPA-46: “ສະພາແຫ່ງຊາດຢູ່ແຖວໜ້າເພື່ອ ASEANທີ່ມີການເຕີບໂຕ ແບບຮອບດ້ານ ແລະ ຍືນຍົງ”. ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ໊ນ ໄດ້ເນັ້ນໜັກ ວ່າ AIPAພ້ອມດ້ວຍບັນດາ ລັດຖະສະພາ/ສະພາແຫ່ງຊາດ ສະມາຊິກ ພວມເສີມຂະຫຍາຍ ບົດບາດບຸກເບີກ ໃນການສ້າງ ອະນາຄົດ ຂອງໂອກາດ ການພັດທະນາ ທີ່ສະເໝີພາບ ແລະ ຈະ ເລີນຮຸ່ງເຮືອງ ຮ່ວມກັນ ສຳລັບປະຊາຊົນ ASEANທຸກຄົນ.
ຄຽງຄູ່ກັບ ASEAN ໃນທຸກໄລຍະການພັດທະນາ, AIPA ໄດ້ ປະກອບສ່ວນສຳຄັນ, ຊ່ວຍເຫຼືອລັດຖະບານຕ່າງໆ ໃນການຈັດ ຕັ້ງປະຕິບັດຂໍ້ຕົກລົງ, ຄຳໝັ້ນສັນຍາ ຮ່ວມມື ໃນພາກພື້ນ, ສ້າງ ສະພາບແວດລ້ອມທາງດ້ານກົດໝາຍ ທີ່ເອື້ອອຳນວຍ ແລະ ຮັບປະກັນວ່າ ສຽງຂອງປະຊາຊົນ ໄດ້ຖືກສະທ້ອນໃຫ້ເຫັນ ໃນການຕັດສິນໃຈຕ່າງໆ ຂອງ ASEAN.
ໃນສະພາບການ ທີ່ສະຖານະການໂລກ ແລະ ພາກພື້ນ ມີການ ປ່ຽນແປງຢ່າງວ່ອງໄວ ແລະ ສັບສົນ, ເພື່ອສືບຕໍ່ ເສີມຂະຫຍາຍ ບົດບາດ ແລະ ທ່າແຮງພິເສດ ຂອງ ການຕ່າງປະເທດ ລັດຖະສະພາ, ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ໊ນ ໄດ້ສະເໜີ 3 ຂົງເຂດບູລິມະສິດ ສຳຄັນທີ່ AIPA ຄວນສຸມໃສ່ ໃນໄລຍະຕໍ່ໜ້າ.
ໜຶ່ງ: AIPA ຄວນເສີມຂະຫຍາຍບົດບາດ ໃນການຊຸກຍູ້ ການ ຮ່ວມມືໃນພາກພື້ນ ໃຫ້ມີປະສິດທິຜົນກວ່າເກົ່າ, ໃນນັ້ນເພີ່ມທະ ວີບົດບາດ ເຊື່ອມຕໍ່, ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ທຸກຊັ້ນຄົນ ໃນສັງຄົມ, ທຸກພາກສ່ວນເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດ ວິໄສທັດປະຊາຄົມ ASEAN 2045; ນຳໜ້າໃນການ ສ້າງກົດບັນຢັດ, ນະໂຍບາຍ ເພື່ອຊ່ວຍໃຫ້ບັນ ດາ ຄຳໝັ້ນສັນຍາ, ຂໍ້ຕົກລົງໃນພາກພື້ນ ໄດ້ຖືກຈັດຕັ້ງ ປະຕິບັດຕົວຈິງ, ໂດຍສະເພາະໃນການພັດທະນາວິທະຍາສາດ ເຕັກໂນໂລຊີ, ການປະດິດສ້າງໃໝ່, ການຫັນປ່ຽນ ດີຈີຕອນ...
ສອງ: AIPA ຄວນຕັ້ງໜ້າເຂົ້າຮ່ວມ ໃນການເສີມສ້າງ ພື້ນຖານ ສັງຄົມໃຫ້ໝັ້ນຄົງກວ່າເກົ່າ ສຳລັບການຮ່ວມມືໃນພາກພື້ນ, ໂດຍຜ່ານການສົ່ງເສີມ, ສ້າງ ແລະ ຈັດຕັ້ງ ປະຕິບັດບັນດາກິດ ຈະກຳປູກຝັງ ແລະ ເຜີຍແຜ່ຈິດສຳນຶກ, ເອກະລັກ ຂອງ ປະຊາຄົມ, ເພີ່ມທະວີການສື່ສານ, ການຮ່ວມມື ດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ການຈັດຕັ້ງ ກິດຈະກຳພົບປະແລກປ່ຽນ...
ສາມ: AIPA ຄວນຕັ້ງໜ້າຂະຫຍາຍ ແລະ ເຮັດໃຫ້ສາຍພົວພັນ ຕ່າງປະເທດ ເລິກເຊິ່ງກວ່າເກົ່າ, ຜ່ານນັ້ນຊ່ວຍເສີມສ້າງບົດບາດ ຂອງASEAN ໃຫ້ເປັນໃຈກາງ ໃນເຄືອຂ່າຍ ການເຊື່ອມໂຍງ, ການຮ່ວມມືໃນພາກພື້ນ ກໍຄືທົ່ວໂລກ.
ເນັ້ນໜັກວ່າ ປີ 2025 ແມ່ນປີ ທີ່ມີຫຼາຍເຫດການສຳຄັນ, ໃນນັ້ນ ມີການສະເຫຼີມສະຫຼອງຄົບຮອບ 30 ປີ ຫວຽດນາມ ເຂົ້າເປັນສະ ມາຊິກ ASEAN ແລະ ເຂົ້າຮ່ວມ AIPA, ປະທານ ສະພາແຫ່ງຊາດ ເຈິ່ນແທັງເໝີ໊ນ ໄດ້ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຄຽງບ່າຄຽງໄຫຼ່ກັບ AIPA ເພື່ອຫັນວິໄສທັດ ແລະ ຄວາມມຸ່ງຫວັງ ຂອງ ASEAN ໃຫ້ກາຍເປັນຄວາມຈິງ, ສ້າງປະຊາຄົມທີ່ມີການພັດທະນາ ແບບຮອບດ້ານ, ຍືນຍົງ, ເພິ່ງຕົນເອງ, ສ້າງສັນ, ຂະຫຍັນຂັນເຂື່ອນ ແລະ ຖືເອົາປະຊາຊົນ ເປັນໃຈກາງຢ່າງແທ້ຈິງ.
ປະຕິບັດ: VNA/VNP - ແປໂດຍ: ຢືຟຽນ