
ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມຂັ້ນສູງ ອາຊຽນ XVI ແລະ XVII ທີ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນປີ ຫວຽດນາມ ດໍາ ລົງຕໍາແໜ່ງ ເປັນປະທານ ອາຊຽນ 2020 ແລະ ສະເຫຼີມສະຫຼອງ 15 ປີ
ເຂົ້າຮ່ວມ ອາຊຽນ. ນັບຕັ້ງແຕ່ ເປັນສະມາຊິກ ອາຊຽນ, ຫວຽດນາມ ໄດ້ປະກອບສ່ວນຫຼາຍຢ່າງ ທີ່ສຳຄັນ ໃນ 4 ຂົງເຂດ ຮ່ວມມື ຂອງ ອາຊຽນ ກ່ຽວກັບ ດ້ານການເມືອງ-ຄວາມສະຫງົບ,
ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ພົວພັນການຕ່າງປະ ເທດ. ພາບ: ດຶກຕ໋າມ/VNA

ຜູ້ນຳຂັ້ນສູງ ບັນດາປະເທດ ອາຊຽນ ເຂົ້າຮ່ວມພິທີ ລົງນາມ ໃນຖະ ແຫຼງການ Kuala Lumpur ກ່ຽວກັບ ການ ສ້າງກົດບັດອາຊຽນ, ໃນວັນທີ 12 ທັນວາ 2015,
ທີ່ນະຄອນຫຼວງ Kuala Lumpur, ປະເທດ ມາເລເຊຍ. ພາບ: VNA

ພິທີຊັກທຸງ ອາຊຽນ ສູ່ຍອດເສົາ ເນື່ອງໃນໂອກາດ ສ້າງຕັ້ງ ສະມາ ຄົມ ອາຊຽນ (ວັນທີ 31ທັນວາ 2015), ໃນຕອນເຊົ້າວັນທີ 31 ທັນ ວາ 2015, ທີ່ ຮ່າໂນ້ຍ. ພາບ: ຖົ໋ງເຍິດ/VNA

ຊາວໜຸ່ມ ບັນດາປະເທດ ອາຊຽນ ເຂົ້າຮ່ວມ ລາຍການ ພົບປະສັງ ສັນ ຊາວໜຸ່ມ ອາຊຽນ- ສປ ຈີນ ທີ່ ແຂວງ ຊຽມຣຽບ, ກຳປູເຈຍ ແຕ່ວັນທີ 26 ມິຖຸນາ - 1 ກໍລະກົດ 2016. ພາບ: ຟ້າມກຽນ/VNA

ເນື່ອງໃນໂອກາດ 50 ປີ ວັນສ້າງຕັ້ງ ອາຊຽນ ແລະ 22 ປີ ຫວຽດ ນາມ ເປັນສະມາຊິກອາຊຽນ, ຕອນຄໍ່າວັນທີ 21 ກັນຍາ 2017, ທີ່ສວນສາທາລະນະ 23 ກັນຍາ, ຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ປະສານສົມທົບກັບ ກົງສູນ ບັນດາປະເທດ ອາຊຽນ ຈັັດພິທີໄຂເຫດການ “ໝູ່ບ້ານ ອາຊຽນ ທີ່ນະຄອນ ໂຮ່ຈີ ມິນ” ປີ 2017. ພາບ: ແທງຫວູ/VNA

ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດລາຍ ການ “ວັນຄອບຄົວ ອາຊຽນ 2018”. ເຂົ້າຮ່ວມລາຍການດັ່ງກ່າວ ມີ ບັນດາເອກອັກຄະລັດຖະທູດ, ອຸປະທູດ ພ້ອມດ້ວຍສາມີ,
ພັນ ລະຍາ ແລະ ບັນດາພະນັກງານ, ລັດຖະກອນສະຖານທູດ ບັນດາ ປະເທດ ອາຊຽນ ປະຈຳ ຮ່າໂນ້ຍ. ພາບ: ເຢືອງຢາງ/VNA

ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ ໄດ້ປະສານສົມທົບກັບ ຄະນະກຳມະການ ປະຊາຊົນ ນະຄອນ ເກິ່ນເທີ ຈັດງານ ວາງສະ ແດງ “ຮູບຖ່າຍ ແລະ ຮູບເງົາສາລະຄະດີ-ເອກະສານ
ໃນປະຊາ ຄົມ ອາຊຽນ ທີ່ ຫວຽດນາມ” ປີ 2019. ພາບ: ຫງອກທ້ຽນ/VNA

ທຸງຊາດ ຂອງ ຄະນະກິລາ ຫວຽດນາມ ພ້ອມກັບ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ປິວສະບັດ ຢູ່ SEA Games 25. ພາບ: VNA

ທີ່ບາງກອກ/ນົນທະບູຣີ, ໄທ, ທ່ານ ຫງວຽນຊວນຟຸກ, ນາຍົກ ລັດ ຖະມົນຕີແຫ່ງ ສສ ຫວຽດນາມ ເຂົ້າຮ່ວມພິທີ ປິດ ກອງປະຊຸມ ຂັ້ນ ສູງ ອາຊຽນ ຄັ້ງທີ 35 ແລະ ຮັບຕຳແໜ່ງປະທານ ອາຊຽນ
ຂອງ ຫວຽດນາມ ປີ 2020. ພາບ: ຖົ໋ງເຍິດ/VNA

ທີ່ ຮ່າໂນ້ຍ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ, ປະທານ ອາຊຽນ 2020 ເປັນປະທານ ກອງປະຊຸມຂັ້ນສູງພິເສດ ລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື ສ ເກົາຫຼີ,
ຍີ່ປຸ່ນ ແລະ ສປ ຈີນ (ອາ ຊຽນ + 3) ຜ່ານທາງໄກ ກ່ຽວກັບ ການຮັບມື ກັບ ການແຜ່ລະບາດ ຂອງ ໂຄວິດ-19. ພາບ: ຖົ໋ງເຍິດ/VNA

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ, ປະທານອາຊຽນ ເປັນປະທານກອງປະຊຸມຂັ້ນສູງພິເສດ ອາຊຽນ ກ່ຽວກັບ ການຮັບ ມື ກັບການແຜ່ລະບາດ ໂຄວິດ-19,
ໃນວັນທີ 14 ເມສາ 2020. ພາບ: ຖົ໋ງເຍິດ/VNA

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ, ປະທານອາຊຽນ 2020 ແລະ ບັນດາຜູ້ແທນ ທໍາພິທີເປີດເວັບໄຊ ອາຊຽນ 2020, ໃນວັນທີ 6 ມັງກອນ 2020,
ທີ່ ຮ່າໂນ້ຍ, ໃນພິທີເປີດ ປີ ປະທານ ອາຊຽນ 2020. ພາບ: ຖົ໋ງເຍິດ/VNA

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ເຂົ້າຮ່ວມ ກອງປະຊຸມ ຂັ້ນສູງອາຊຽນ-ຍີ່ປຸ່ນ ຄັ້ງທີ 21, ໃນລາຍການເຂົ້າຮ່ວມ ກອງປະ ຊຸມຂັ້ນສູງ ອາຊຽນ ຄັ້ງທີ 33
ແລະ ບັນດາກອງປະຊຸມຂັ້ນສູງ ທີ່ ກ່ຽວຂ້ອງ ຢູ່ ສິງກະໂປ ໃນວັນທີ 14 ພະຈິກ 2018. ພາບ: ຖົ໋ງເຍິດ/VNA

ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກີມເງິນ ຮັບຕຳ ແໜ່ງປະທານ AIPA 41 ຕໍ່ຈາກ ໄທ ໃນພິທີປິດ ກອງປະຊຸມສະ ມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງທີ 40
ແລະ ຮັບຕຳແໜ່ງ ປະທານສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 41 (AIPA 41) ໃນວັນທີ 29 ສິງຫາ 2019,
ຢູ່ນະ ຄອນຫຼວງ ບາງກອກ (ໄທ). ພາບ: ຈ້ອງດຶກ/VNA

ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຈະເລີນກ້າວໜ້າ ຂ້າມປາຊີຟິກ (CPTPP) ໄດ້ຮັບການລົງນາມຢ່າງເປັນທາງການ ທີ່ ປະເທດ ຈີ ເລ ໃນວັນທີ 8 ມີນາ 2018. ເຂົ້າຮ່ວມພິທີລົງນາມດັ່ງກ່າວ
ລວມ ມີ ຜູ້ຕາງໜ້າ ຂອງ 11 ປະເທດຄື: ອົດສະຕຣາລີ, ບຣູໄນ, ການາ ດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ແມັກຊິກໂກ, ນິວຊີແລນ, ເປຣູ, ສິງ ກະໂປ ແລະ ຫວຽດນາມ.
ທ່ານ ເຈິ່ນຕ໋ວນແອງ ລັດຖະມົນຕີກະ ຊວງ ອຸດສາຫະກຳ-ການຄ້າໄດ້ເຂົ້າຮ່ວມພິທີດັ່ງກ່າວ.ພາບ: VNA

ວັນທີ 3 ເມສາ 2020, ທີ່ ຮ່າໂນ້ຍ, ທ່ານ ຫງວຽນກວກຢຸ໊ງ ຮອງ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ມອບອຸປະກອນດ້ານ ສາທາລະນະສຸກ ຈາກລັດຖະບານ
ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອປ້ອງກັນ ແລະ ຕ້ານ ການລະບາດໂຄວິດ-19. ພາບ: ເຢືອງຢາງ/VNA

ວັນທີ 3 ເມສາ 2020, ທີ່ ຮ່າໂນ້ຍ, ທ່ານ ຫງວຽນກວກຢຸ໊ງ ຮອງ ລັດຖະມົນຕີ ກະຊວງການຕ່າງປະເທດໄດ້ມອບອຸປະກອນ ດ້ານ ສາທາລະນະສຸກ ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ
ໃຫ້ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ເພື່ອປ້ອງກັນ ແລະ ຕ້ານການລະບາດໂຄວິດ-19. ພາບ: ເຢືອງຢາງ/VNA

ວັນທີ 18 ພຶດສະພາ 2020, ທີ່ ຮ່າໂນ້ຍ, ທ່ານ ຫງວຽນກວກຢຸ໊ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ມອບອຸປະກອນ ດ້ານສາທາລະນະສຸກ ຈາກລັດຖະບານ ແລະ ປະຊາຊົນ ຫວຽດ ນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ ມາເລເຊຍ ເພື່ອປ້ອງ ກັນ ແລະ ຕ້ານການລະບາດໂຄວິດ-19. ພາບ: ວັນດຽບ/VNA |