• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ທ່ຽວຊົມແມ່ນຳ້ ເຮືອງ ດ້ວຍເຮືອມັງກອນ

ທ່ຽວຊົມແມ່ນຳ້ ເຮືອງ (ເທື່ອທຽນ ເຫວ້) ດ້ວຍເຮືອມັງກອນ ພວມ ເປັນຮູບແບບການທ່ອງທ່ຽວ ທີ່ຈັບໃຈ ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ. ຈຸດພິເສດໃນຮູບແບບການທ່ອງທ່ຽວນີ້ ແມ່ນນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຊົມ ທັດສະນີຍະພາບ ທີ່ສວຍ ງາມ ຂອງແມ່ນຳ້ ເຮືອງ ເທົ່ານັ້ນ, ແຕ່ຍັງໄດ້ ເຈືອຈານເຂົ້າກັບ ບັນດາຈັງຫວະຂັບລຳພື້ນເມືອງຂອງ ເຫວ້ ອີກດ້ວຍ. 
ສະໄໝກ່ອນ, ເຮືອມັງກອນ ໄດ້ນຳໃຊ້ສະເພາະໃຫ້ແກ່ເຈົ້າຊີວິດ ໃນເວລາເດີນທາງດ້ວຍທາງນຳ້. ປັດຈຸບັນ, ເຮືອມັງກອນ ໄດ້ ກາຍເປັນພາຫະນະຮັບໃຊ້ນັກທ່ອງທ່ຽວໄປທ່ຽວຊົມບັນດາສະ ຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ ເຫວ້ ຄື ວັດ ທຽນມູ້, ວັງ ຮ່ອນແຈນ, ສຸສານ ເຈົ້າຊີວິດ ຄາຍດິ້ງ, ສຸສານເຈົ້າຊີວິດ ມິງມ້າງ ຫຼື ແມ່ນຳ້ ເຮືອງ. ຄ່າບໍລິການຈະມີລາຄາແຕ່ 100.000-700.000 ດົ່ງ/ຄົນ ແລ້ວແຕ່ເວລາ ແລະ ບໍລິການຕ່າງໆ.
ການທ່ອງທ່ຽວ ດ້ວຍເຮືອມັງກອນ ເທິງແມ່ນໍ້າ ເຮືອງ ຊຶ່ງນັກທ່ອງ ທ່ຽວຕີລາຄາວ່າ ເປັນຮູບແບບການທ່ອງທ່ຽວໜຶ່ງທີ່ ໜ້າຈັບໃຈ ແລະ ເຕັມໄປດ້ວຍສີສັນຂອງຊາດ. ນັກທ່ອງທ່ຽວ ສາມາດຊົມ ເບິ່ງທິວທັດ ທີ່ສວຍງາມຂອງແມ່ນຳ້ ເຮືອງ, ໄດ້ໄປຢ້ຽມຊົມວັດ ທຽນມູ້ ຫຼື ມາຢ້ຽມຢາມສະຖານສຸສານ ບັນດາເຈົ້າຊີວິດຂອງ ລາຊະວົງ ຫງວຽນ. 

ໃຜໄດ້ມາທ່ຽວຊົມເທິງແມ່ນຳ້ ເຮືອງ ພຽງຄັ້ງໜຶ່ງ ຈະບໍ່ສາມາດ ລືມໄດ້ຮູບພາບຍິງສາວ ເຫວ້ ຫຼາຍຄົນທີ່ໜ້າຮັກ, ເຂົາເຈົ້າ ບໍ່ ພຽງແຕ່ເປັນຄົນມີກິລິຍາມາລະຍາດດີເທົ່ານັ້ນ, ແຕ່ຍັງເປັນຜູ້ ທີ່ ມີນໍ້າສຽງ ໃນການຮ້ອງເພງທີ່ມ່ວນອີກດ້ວຍ. ເວົ້າແນວນັ້ນ ເພາະ ວ່າ ນັກທ່ອງທ່ຽວນອກຈາກການ ມາທ່ຽວຊົມທັດສະນີຍະພາບຢູ່ ທີ່ນີ້ ເທິງເຮືອມັງກອນ, ເຂົາເຈົ້າຍັງມີໂອກາດໄດ້ຮັບຟັງບັນດາ ບົດເພງ ທີ່ມ່ວນໆ ຂອງ ເຫວ້ ອີກດ້ວຍ. 

ການທ່ອງທ່ຽວ ດ້ວຍເຮືອມັງກອນ ເທິງແມ່ນໍ້າ ເຮືອງ ຊຶ່ງນັກ ທ່ອງທ່ຽວ ຕີລາຄາວ່າ ເປັນຮູບແບບການທ່ອງທ່ຽວໜຶ່ງ
ທີ່ ໜ້າປະທັບໃຈ ແລະ ເຕັມໄປດ້ວຍສີສັນ. 



ປັດຈຸບັນ, ທ່ຽວຊົມແມ່ນຳ້ ເຮືອງ (ເທື່ອທຽນ ເຫວ້) ດ້ວຍ ເຮືອມັງກອນ
ພວມ ເປັນຮູບແບບການທ່ອງທ່ຽວ ທີ່ປະທັບໃຈ ສຳລັບນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ. 



ເຮືອມັງກອນ ພານັກທ່ອງທ່ຽວໄປທ່ຽວຊົມບັນດາສະຖານ ທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ ເຫວ້ ຕາມແມ່ນນຳ້ ເຮືອງ.


ນັກທ່ອງທ່ຽວສາມາດໄປຕາມຄະນະ ຫຼື ເຊົ່າເຮືອໄປຄົນດຽວ. 


ທ່າເຮືອ ຕັ້ງຢູ່ຖະໜົນ ເລເລີ້ຍ. 


ນັກທ່ອງທ່ຽວຈະຮູ້ສຶກສະຫງົບໃຈໃນຍາມແລງ.


ຖ້າໄປທ່ຽວຊົມແມ່ນຳ້ ເຮືອງ ໃນຕອນຄຳ່, ນັກທ່ອງທ່ຽວຈະໄດ້ຊົມເບິ່ງຂົວ ຈ່າງຕ່ຽນ ລະຍິດລະຍັບດ້ວຍແສງໄຟສີ.


ນັກທ່ອງທ່ຽວໄດ້ຮັບຟັງບັນດາບົດເພງທີ່ອ່ອນຊ້ອຍ ຂອງ ເຫວ້ .


ນັກທ່ອງທ່ຽວໄດ້ຮັບຟັງບັນດາບົດເພງທີ່ອ່ອນຊ້ອຍ ຂອງ ເຫວ້ ເທິງເຮືອມັງກອນ.


ນັກທ່ອງທ່ຽວສາມາດຊື້ເຄື່ອງທີ່ລະນຶກທີ່ໄດ້ວາງຂາຍຢູ່ເທິງເຮືອນຳທ່ຽວ.


ປ່ອຍ ໂຄມໄຟ, ໜຶ່ງໃນບັນດາຈຸດພິເສດດ້ານວັດທະນະທຳຂອງ ເຫວ້.


ນັກທ່ອງທ່ຽວຮູ້ສຶກປະທັບໃຈຕໍ່ການທ່ຽວຊົມແມ່ນຳ້ ເຮືອງ ດ້ວຍເຮືອ ມັງກອນ. 

ເມື່ອແສງຕາເວັນຄ້ອຍຄໍ່າລົງແລງ, ນັ່ງເທິງເຮືອມັງກອນ, ນັກ ທ່ອງທ່ຽວ ຈະຮູ້ສຶກໄດ້ບັນຍາກາດທີ່ງຽບສະຫງົບຢ່າງ ບອກບໍ່ ຖືກ. ຖ້ານັ່ງເທິງເຮືອນຳທ່ຽວໃນຕອນຄໍ່າ, ນັກທ່ອງທ່ຽວ ຈະຮູ້ສຶກ ປະທັບໃຈຕໍ່ຮູບພາບທີ່ສວຍສົດງົດງາມເໝືອດັ່ງໃນຝັນ ຂອງນະ ຄອນ ເຫວ້ ໃນຍາມຄໍ່າຄືນ.

ຊາວນະຄອນຫຼວງເກົ່າ ເປັນຄົນນັບຖື ແລະ ປົກປັກຮັກສາຄວາມງາມຂອງການຂັບລຳພື້ນເມືອງ ເຫວ້ ເທິງແມ່ນຳ້ ເຮືອງ ຄືເປັນ ຊັບສົມບັດດ້ານວັດທະນະທຳທີ່ລຳ້ຄ່າ ຂອງເມືອງ ເຫວ້. ຜ່ານ ການຜັນແປຂອງປະຫວັດສາດ, ຂັບລຳ ເຫວ້ ຍັງຍືນຍົງ ຕາມ ການເວລາເຖິງປັດຈຸບັນ ແລະ ອະນາຄົດ. ການຟັງຂັບລຳ ພື້ນ ເມືອງ ເຫວ້ ເທິງເຮືອມັງກອນ ຄືເປັນຄວາມເພິ່ງພໍໃຈ, ເປັນ ອາ ຫານທາງໃຈ ເຊິ່ງນັກທ່ອງທ່ຽວເມື່ອມາ ເຫວ້, ຜູ້ໃດກໍ່ຢາກ ໄດ້ ເພີດເພີນ ກັບລົດຊາດ ທ່ີເປັນເອກະລັກນີ້.  
ຂັບລຳ ເຫວ້ ເປັນຮູບແບບດົນຕີພື້ນເມືອງປະເພດໜຶ່ງຂອງ ເຫວ້, ລວມມີ ຂັບ ແລະ ຫຼິ້ນດົນຕີ, ໄດ້ກຳເນີດເກີດຂຶ້ນຈາກ 2 ປະເພດ ດົນຕີ ແມ່ນດົນຕີພື້ນເມືອງ ແລະ ດົນຕີທີ່ໃຊ້ສະແດງໃນ ພະລາ ຊະວັງ. ຂັບລໍາ ເຫວ້ ມີບົດເພງ ແລະ ບົດດົນຕີທັງໝົດ ປະມານ 60 ລາຍການ, ສ່ວນຫຼາຍແມ່ນທຳນອງຂອງພາກເໜືອ ແລະ ພາກໃຕ້. ທຳນອງຂອງພາກເໜືອ ແມ່ນມີຈັງຫວະ ທີ່ມ່ວນຊື່ນ, ເຄັ່ງຂຶມ, ສ່ວນທຳນອງຂອງພາກໃຕ້ແມ່ນ ມີຈັງຫວະອະລົມທີ່ ໂສກເສົ້າ ແລະ ຮູ້ສຶກ.

ປະຕິບັດ: ຫງວຽນລວນ

ຂຶ້ນ ຫຼັງຄາ ພາກໃຕ້

ຂຶ້ນ “ຫຼັງຄາ ພາກໃຕ້”

ຕັ້ງຢູ່ໃນລະດັບຄວາມສູງ 986 ມ, ພ້ອມອາກາດສົດຊື່ນ, ເຢັນສະ ບາຍ ແລະ ທິວທັດແສນສວຍງາມ, ພູ ບ່າແດນ ໄດ້ຮັບຂະໜານນາມວ່າ “ພູສູງອັນດັບໜຶ່ງ ຂອງ ພາກໃຕ້”, “ຫຼັງຄາ ພາກໃຕ້”. ດ້ວຍຄວາມອຸດົມ ສົມບູນ ຈາກທຳມະຊາດ ແລະ ການລົງທຶນ, ສ້າງຈາກສອງມື ແລະ ມັນສະໝອງ ຂອງ ມະນຸດ, ພູບ່າແດນ ໄດ້ກາຍເປັນຈຸດໝາຍປາຍທາງ ຂອງ ການທ່ອງທ່ຽວທີ່ໜ້າສົນໃຈ ແລະ ບໍ່ຄວນພາດສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດເມື່ອເດີນທາງມາຍັງ ແຂວງ ໄຕນິງ.

Top