“ໃນການຮ່ວມມືກັບ ສີລັງກາ, ຫວຽດນາມ ໄດ້ຖືລັກສະນະສະຖຽນລະພາບ ແລະ ຄວາມສາມາດຄາດຄະເນນະໂຍບາຍມີຄວາມສຳຄັນເປັນພິເສດ..."
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)
“ການຮ່ວມມືລະຫວ່າງ ຫວຽດນາມ - ສີລັງກາ ຕ້ອງໄດ້ເບິ່ງໃນພື້ນທີກວ້າງກວ່າ, ພື້ນທີຂອງມະຫາສະໝຸດອິນເດຍ ປາຊີຟິກ, ອາຊີໃຕ້ ແລະ ບັນດາລະບົບສະໜອງທົ່ວໂລກ ທີ່ພວມໄດ້ຮັບການສ້າງຕັ້ງຂຶ້ນ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໃນເວທີປາໄສການຮ່ວມມືດ້ານການຄ້າ - ການລົງທຶນ - ການທ່ອງທ່ຽວ ຫວຽດນາມ - ສີລັງກາ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 08 ພຶດສະພາ, ດ້ວຍການເປັນປະທານຮ່ວມຂອງທ່ານນາງ Harini Amarasuriya ນາຍົກລັດຖະມົນຕີ ສີລັງກາ.
ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລ້ວ, ການຮ່ວມມື ຫວຽດນາມ - ສີລັງກາ ຕ້ອງໄດ້ຮັບການຜັນຂະຫຍາຍຕາມວິທີເຂົ້າເຖິງທີ່ມີປະສິດທິຜົນ ແລະ ມຸ່ງໄປເຖິງໝາກຜົນລະອຽດ.
“ໃນການຮ່ວມມືກັບ ສີລັງກາ, ຫວຽດນາມ ໄດ້ຖືລັກສະນະສະຖຽນລະພາບ ແລະ ຄວາມສາມາດຄາດຄະເນນະໂຍບາຍມີຄວາມສຳຄັນເປັນພິເສດ. ພວກຂ້າພະເຈົ້າພວມມີການຫັນປ່ຽນແບບວິທີຄຸ້ມຄອງຕາມທິດຮັບໃຊ້, ໜູນຊ່ວຍວິສາຫະກິດຢ່າງແຮງ, ສ້າງເງື່ອນໄຂເພື່ອໃຫ້ທຸກໂຄງການທີ່ຖືກຕ້ອງຕາມກົດໝາຍໄດ້ຮັບການຜັນຂະຫຍາຍຢ່າງສະດວກ ແລະ ມີປະສິດທິຜົນ. ວິສາຫະກິດຕ້ອງສວມບົດບາດເປັນໃຈກາງນຳໜ້າໃນການຮ່ວມມືລະຫວ່າງສອງປະເທດ. ຂ້າພະເຈົ້າປາດຖະໜາວ່າ ປະຊາຄົມວິສາຫະກິດ ຫວຽດນາມ ແລະ ສີລັງກາ ຈະເປັນເຈົ້າການກວ່າ, ກ້າຫານກວ່າໃນການເຊື່ອມຕໍ່ການລົງທຶນ, ເປີດກວ້າງຕະຫຼາດ”.
(ແຫຼ່ງຄັດຈາກ VOV)