• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ໝູ່​ບ້ານ​ຊາວ​ເຜົ່າ​ນຸ່ງ ຮັກ​ສາ​ອາ​ຊີບ​ເຮັດ​ເສັ້ນ​ລ້ອນ​ແບບ​ຫັດ​ຖະ​ກຳ

ບ້ານກ່າວ ແມ່ນແຫ່ງຜະລິດເສັ້ນລ້ອນມັນສາຄູດ້ວຍມືທີ່ມີຊື່ສຽງຂອງຕາແສງ ໂກນມິນ, ແຂວງ ໄທງວຽນ. ໃນວິວັດການຮັກສາ ແລະ ພັດທະນາຜະລິດຕະພັນພື້ນເມືອງນີ້, ບັນດາແມ່ຍິງສວມບົດບາດຫຼັກແຫຼ່ງ, ທັງຮັກສາອາຊີບ, ທັງປະກອບສ່ວນປັບປຸງຊີວິດເສດຖະກິດຄອບຄົວ ແລະ ໂສມໜ້າເຂດບ້ານນາ.
 
ແມ່ຍິງບ້ານກ່າວຮັກສາອາຊີບພື້ນເມືອງ (ພາບ: VOV)

 ບ້ານກ່າວ ມີເກືອບ 70 ຄອບຄົວ, ໃນນັ້ນ, ກ່ວາ 95% ແມ່ນຊາວເຜົ່ານຸ່ງ. ໃນບ້ານມີກວ່າ 10 ຄອບຄົວເຮັດເສັ້ນລ້ອນມັນສາຄູຖອກດ້ວຍມື. ນັບແຕ່ດົນນານມາແລ້ວ, ເສັ້ນລ້ອນມັນສາຄູບ້ານກ່າວ ໄດ້ກາຍເປັນອາຫານພິເສດທີ່ໄດ້ຮັບຄວາມນິຍົມຈາກຫຼາຍຄົນຍ້ອນລົດຊາດຫອມແຊບ, ເສັ້ນລ້ອນນຸ່ມໜຽວ. ພິເສດ, ລ້ອນໄດ້ຖອກດ້ວຍມືທັງໝົດຕາມແບບຫັດຖະກຳ. ໂດຍໄດ້ຕິດພັນກັບອາຊີບນີ້ມາເປັນເວລາກວ່າສິບປີມານີ້, ປ້າ ຮ່າທິຮວາ ໃຫ້ຮູ້ວ່າ: ຄວາມຕ້ອງການຊື້ເສັ້ນລ້ອນນັບມື້ນັບເພີ່ມຂຶ້ນສູງ, ອັນໄດ້ສ້າງເປັນກຳລັງໜູນເພື່ອໃຫ້ຄອບຄົວປ້າ ລົງທຶນຜະລິດ, ສະໜອງໃຫ້ຕະຫຼາດຢູ່ພາຍໃນ ແລະ ນອກແຂວງຄື: ໄທງວຽນ, ຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ ແລະ ແຂວງພາກໃຕ້ຈຳນວນໜຶ່ງ… ປ້າ ຮ່າທິຮວາ ແບ່ງປັນວ່າ:

   ເສັ້ນລ້ອນເຮັດແບບຫັດຖະກຳແມ່ນອາຊີບພື້ນເມືອງຂອງພວກຂ້າພະເຈົ້າ, ຄອບຄົວຂ້າພະເຈົ້າໄດ້ເຮັດອາຊີບນີ້ມາເປັນເວລາກວ່າ 10 ປີແລ້ວ. ເສັ້ນລ້ອນເຮັດແບບຫັດຖະກຳຈະແຊບກວ່າ, ຮັບປະກັນປອດສານພິດ, ເສັ້ນລ້ອນນີ້ເມື່ອຕົ້ມຈະໜຽວ, ບໍ່ເລະ ແລະ ໄດ້ຮັບຄວາມນິຍົມຈາກ ປຊຊ ທີ່ສຸດ, ປີໃດກໍ່ໄດ້ຂາຍຈົນໝົດກ້ຽງ.

ເສັນລ້ອນເຮັດດ້ວຍມືໄດ້ຮັບຄວາມນິຍົມທີ່ສຸດ (ພາບ: VOV)

 ອາຊີບເຮັດເສັ້ນລ້ອນດ້ວຍມືຢູ່ບ້ານກ່າວ ໄດ້ມີມາແຕ່ດົນນານແລ້ວ. ເພື່ອເຮັດບັນດາເສັ້ນລ້ອນທີ່ບັນລຸຄຸນນະພາບດີໄດ້, ຜູ້ເຮັດອາຊີບຕ້ອງຜ່ານຫຼາຍຂັ້ນຕອນທີ່ລະອຽດລະອໍ. ປະຈຸບັນ, ຢູ່ ຫຼາຍທ້ອງຖິ່ນ, ການຜະລິດເສັ້ນລ້ອນມັນສາຄູໄດ້ໃຊ້ເຄື່ອງຈັກໃນເກືອບທຸກຂັ້ນຕອນຄື: ບົດແປ້ງ, ຕົ້ມ, ຕັດເສັ້ນ, ອົບແຫ້ງ… ແຕ່ແມ່ຍິງບ້ານກ່າວ ຍັງເດັດດຽວຮັກສາວິທີເຮັດເສັ້ນລ້ອນແບບຫັດຖະກຳ. ຍ້ອນວ່າ ຕາມເຂົາເຈົ້າແລ້ວ, ເສັ້ນລ້ອນຖອກດ້ວຍມືຍັງມີລົດຊາດສະເພາະ ແລະ ຕະຫຼາດຍັງໄດ້ນິຍົມຜະລິດຕະພັນພື້ນເມືອງນີ້ທີ່ສຸດ.

ໃນໂອກາດທ້າຍປີ, ເມື່ອຄວາມຕ້ອງການໃນທ້ອງຕະຫຼາດໄດ້ເພີ່ມຂຶ້ນສູງ, ເອື້ອຍນ້ອງແມ່ຍິງໃນບ້ານຕ້ອງລະດົມຜູ້ມາເຮັດຕື່ມອີກ, ເພີ່ມສະມັດຕະພາບການຜະລິດ, ສະເລ່ຍເຮັດເສັ້ນລ້ອນແຫ້ງໄດ້ປະມານແຕ່ 40-50 ໂລ/ວັນເພື່ອຮັບໃຊ້ຜູ້ບໍລິໂພກໃຫ້ທັນໃນໂອກາດບຸນເຕັດ. ປ້າ ລຸກທິບັ່ງ ຊາວບ້ານກ່າວ ໃຫ້ຮູ້ວ່າ:

    ແຕ່ລະປີ, ເສັ້ນລ້ອນທີ່ເຮັດດ້ວຍມືໄດ້ຈຳໜ່າຍໃນທ້ອງຕະຫຼາດກໍ່ເປັນປົກກະຕິພໍສົມຄວນ. ມາຮອດຈຸດເວລານີ້, ພວກຂ້າພະເຈົ້າກໍ່ຂາຍໄດ້ 600-700 ໂລແລ້ວ, ນັບແຕ່ນີ້ຮອດບຸນເຕັດຍັງປະມານແຕ່ 600-700 ໂລອີກ. ຫຼາຍຄົນຊື້ເພື່ອເປັນຂອງຕ້ອນຍາມບຸນເຕັດ, ກິນໃນບຸນເຕັດ. ນັບແຕ່ເມື່ອເຮັດເສັ້ນລ້ອນ, ລາຍຮັບຂອງແຕ່ະຄອບຄົວກໍ່ດີຂຶ້ນ. ໝູ່ບ້ານໄດ້ຮັບຮູ້ວ່າເປັນໝູ່ບ້ານອາຊີບ, ດັ່ງນັ້ນ ກໍ່ຂາຍໄດ້ດີກວ່າ.

   ບັນດາເອື້ອຍນ້ອງໃນບ້ານຄື: ເອື້ອຍ ລຸກທິຖວາ, ຮ່າທິລຽນ ກໍ່ມີຄວາມພາກພູມໃຈເມື່ອໃນໂອກາດທ້າຍປີ, ຈຳນວນແຂກສັ່ງຊື້ເສັ້ນລ້ອນເພື່ອຮັບໃຊ້ບຸນເຕັດນັບມື້ນັບເພິ່ມຂຶ້ນ:

    ໃນໂອກາດທ້າຍປີ ຫຸ້ມຫໍ່ກໍ່ຈົນບໍ່ທັນ, ສິນຄ້າມີບໍ່ພໍຂາຍ. ດັ່ງນັ້ນ, ເພື່ອຮັບໃຊ້ຕະຫຼາດຍາມບຸນເຕັດ, ຂ້າພະເຈົ້າກໍ່ພະຍາຍາມເຮັດໝົດສະມັດຕະພາບ.

    ປະຈຸບັນ, ຮາກຖານຜະລິດກໍ່ໄດ້ໃຊ້ເຄື່ອງຈັກທີ່ທັນສະໄໝກວ່າ ແລະ ເຮັດໄວກວ່າ, ຜະລິດຕະພັນເຮັດອອກມາງາມກວ່າ ແລະ ມີຄຸນນະພາບດີກວ່າ, ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກ.

    ປະຈຸບັນ, ບ້ານກ່າວ ໄດ້ຮັບຮູ້ວ່າແມ່ນໝູ່ບ້ານອາຊີບເຮັດເສັ້ນລ້ອນມັນສາຄູດ້ວຍມືແບບພື້ນເມືອງ. ບໍ່ພຽງແຕ່ໄດ້ນຳມາເຊິ່ງລາຍຮັບເທົ່ານັ້ນ, ອາຊີບເຮັດເສັ້ນລ້ອນມັນສາຄູຍັງຊ່ວຍໃຫ້ແມ່ຍິງບ້ານກ່າວ ມີຄວາມໝັ້ນໃຈໃນຊີວິດອີກດ້ວຍ. ບັນດາໜ່ວຍຮ່ວມມືຜະລິດເສັ້ນລ້ອນໄດ້ຮັບການສ້າງຕັ້ງຂຶ້ນ, ສ້າງວຽກເຮັດງານທຳທີ່ເປັນປົກກະຕິໃຫ້ແກ່ແຮງງານຍິງຢູ່ທ້ອງຖິ່ນນັບສິບໆຄົນ. ຍ້ອນເຫດນັ້ນ, ຊີວິດຂອງ ປຊຊ ໃນບ້ານໄດ້ຮັບການປົວແປງເທື່ອລະກ້າວ, ອັດຕາສ່ວນຄອບຄົວທຸກຍາກໄດ້ຫລຸດລົງເຫຼືອພຽງ 10%, ຈຳນວນຜູ້ມີລາຍຮັບດີ, ຮັ່ງມີນັບມື້ນັບເພີ່ມຂຶ້ນ. ທ່ານ ໂລກວັນຕວັນ, ນາຍບ້ານກ່າວ ໃຫ່ຮູ້ວ່າ:

   ເມື່ອກ່ອນ ປຊຊ ປະສົບກັບຄວາມຫຍຸ້ງຍາກຫຼາຍ, ບໍ່ມີລາຍຮັບຍາມທ້າຍປີ. ປະຈຸບັນ, ຊີວິດຂອງ ປຊຊ ໄດ້ດີຂຶ້ນແລ້ວ. ບັນດາຄອບຄົວພັດທະນາອາຊີບເຮັດເສັ້ນລ້ອນມີຊີວິດທີ່ເປັນປົກກະຕິກວ່າເກົ່າ, ເຂົາເຈົ້າໄດ້ສ້ອແປງເຮືອນຢູ່ໃຫ້ໃຫຍ່ໂຕ, ສວຍງາມ ແລະ ລົງທຶນຮາກຖານການຜະລິດໃຫ້ດີກວ່າ.

(ພາບ: VOV)

ໃນຊຸມວັນທ້າຍປີ, ບັນຍາກາດການອອກແຮງງານໃນບ້ານພັດຮີບເຮັ່ງກວ່າ ຂະນະທີ່ບັນດາຄອບຄົວໃນບ້ານໄດ້ຫ້າວຫັນຜະລິດເພື່ອເຮັດຕາມໃບສັ່ງຊື້ສິນຄ້າໃຫ້ສຳເລັດ. ບັນດາເສັ້ນລ້ອນເຮັດດ້ວຍມືໄດ້ນຳມາເຊິ່ງແຫຼ່ງລາຍຮັບທີ່ເປັນປົກກະຕິ, ປົວແປງຊີວິດຄອບຄົວ ແລະ ຊ່ວຍໃຫ້ແມ່ຍິງບ້ານກ່າວ ຍິ່ງມີຄວາມສະໜິດຕິດພັນກັບອາຊີບພື້ນເມືອງຂອງທ້ອງຖິ່ນກວ່າອີກ./.

(ແຫຼ່ງຄັດຈາກ VOV)

ເກາະ ໄຂ່ມຸກ ຝູ໋ກວັກ - ຈຸດນັດພົບ ສັບປະດາຂັ້ນສູງ APEC 2027

“ເກາະ ໄຂ່ມຸກ” ຝູ໋ກວັກ - ຈຸດນັດພົບ ສັບປະດາຂັ້ນສູງ APEC 2027

ເດືອນ ກັນຍາ, ເຂດພິເສດ ຝູ໋ກວັກ (ແຂວງ ອານຢາງ) ຈະກ້າວເຂົ້າສູ່ ລະດູທະເລທ່ີສວຍງາມ ດ້ວຍແສງແດດອ່ອນໆ, ຟອງນ້ຳທະເລສີຄາມ ແລະ ອາກາດເຢັນສະບາຍ. ຍ້ອນມີ ທັດສະນີຍະພາບ ທຳມະຊາດ ທີ່ໂດດເດັ່ນ ພ້ອມກັບລະບົບ ເຂດພັກຜ່ອນ, ທ່ອງທ່ຽວ, ບັນເທີງ ທີ່ນັບມື້ທັນສະໄໝ, “ເກາະ ຫງອກ” (ເກາະ ໄຂ່ມຸກ) ກຳລັງກຽມໂສມໜ້າໃໝ່ ເພື່ອເປັນ ຈຸດນັດພົບ ຂອງ ສັບປະດາ ຂັ້ນສູງ APEC 2027.

Top