• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ກາວ​ບັ່ງ ເພີ່ມ​​ຄວາມ​ໄວ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່​ຂັ້ນ​ຮາກ​ຖານ

ຈາກແຂວງພູດອຍທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບພື້ນຖານໂຄງລ່າງ, ແຂວງ ກາວບັ່ງ ໄດ້ຕັດສິນໃຈປະຕິບັດການຫັນເປັນດີຈີຕອນ. ເລື່ອງສ້າງໜ່ວຍຫັນເປັນດີຈີຕອນຊຸມຊົນ, ຕະຫຼອດຮອດຮູບແບບ “ປະຊາສຶກສາດີຈີຕອນ”, ຫຼືຜັນຂະຫຍາຍ platform ພົນລະເມືອງດີຈີຕອນ, ການຊຳລະແບບບໍ່ໃຊ້ເງິນສົດ… ພວມຊ່ວຍໃຫ້ວິວັດທະນາການຫັນເປັນດີຈີຕອນຢູ່  ກາວບັ່ງ ຄ່ອຍໆເຂົ້າສູ່ລວງເລິກ, ພິເສດແມ່ນຢູ່ຂັ້ນຕາແສງ, ບ່ອນທີ່ມີການສຳຜັດກັບປະຊາຊົນໂດຍກົງ.
ຊຸດຝຶກອົບຮົມກ່ຽວກັບທັກສະດີຈີຕອນ ໃຫ້ແກ່ລັດຖະກອນຢູ່ແຂວງ ກາວບັ່ງ

ແຂວງ ກາວບັ່ງ ກຳນົດວ່າ ການຫັນເປັນດີຈີຕອນກາຍເປັນໜ້າທີ່ລຸລ່ວງ, ຕິດພັນກັບການສັບຊ້ອນປັບປຸງກົງຈັກການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ເຊິ່ງເປັນບາດກ້າວທີ່ມີລັກສະນະຍຸດທະສາດ, ທັງເປັນມີຂີດໝາຍສະເພາະຂອງທ້ອງຖິ່ນເຂດພູດອຍຊາຍແດນ. ກາວບັ່ງ ໄດ້ນຳເອົາບັນດາ platform  ດີຈີຕອນ ເຂົ້າເຄື່ອນໄຫວ, ເຊັ່ນ: ລະບົບຂໍ້ມູນແກ້ໄຂລະບຽບການບໍລິຫານ, ລະບົບຄຸ້ມຄອງເອກະສານ ແລະ ບໍລິຫານ, platform ເກັບໂຮມ ແລະ ແບ່ງປັນຂໍ້ມູນ (LGSP), platform “ພົນລະເມືອງດີຈີຕອນ ກາວບັ່ງ”. ບັນດາ platform ນີ້ ໄດ້ເຊື່ອມຕໍ່ກັບຖານຂໍ້ມູນແຫ່ງຊາດຢ່າງຄົບຊຸດ, ຮັບປະກັນແບ່ງປັນຂໍ້ມູນຮັບໃຊ້ການຊີ້ນຳນຳພາ, ບໍລິຫານຢ່າງມີປະສິດທິຜົນ. ໄລ່ມາຮອດປັດຈຸບັນ, 100% ລະບຽບການບໍລິຫານທີ່ມີເງື່ອນໄຂຄົບຖ້ວນ ໄດ້ຮັບການແກ້ໄຂທາງອອນໄລ; 85% ສຳເນົາເອກະສານວຽກງານຂັ້ນຕາແສງ ໄດ້ຮັບການແກ້ໄຂທາງອອນໄລ; 91% ຫົວໜ່ວຍປະຕິບັດກົນໄກ “4 ກັບບ່ອນ”; ອັດຕາຄວາມເພິ່ງພໍໃຈຂອງປະຊາຊົນບັນລຸກວ່າ 95%. ເອື້ອຍ ວີທິທິ່ງ (ຢູ່ຕາແສງ ນຸ່ງຈີກາວ) ແບ່ງປັນວ່າ:

“ພາຍຫຼັງໂຮມຕາແສງເຂົ້າກັນ ແລະ ເມື່ອໄປເຮັດໜັງສື, ຂ້າພະເຈົ້າເຫັນວ່າ ທຸກລະບຽບການໄດ້ຮັບການແກ້ໄຂຢ່າງວ່ອງໄວກວ່າ. ຂ້າພະເຈົ້າໄປເຮັດຊີວະປະຫວັດ ເສຍເວລາພຽງແຕ່ປະມານ 10 ນາທີເທົ່ານັ້ນ. ເມື່ອໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາສິ່ງເລັກໆນ້ອຍໆທີ່ສຸດນັ້ນ ກໍແມ່ນສິ່ງທີ່ພວກຂ້າພະເຈົ້າຍາມໃດກໍລໍຄອຍ ແລະ ຮູ້ສຶກວ່າດີໃຈທີ່ສຸດ”.

ຊຸດຝຶກອົບຮົມກ່ຽວກັບການໝູນໃຊ້ປັນຍາປະດິດ AI

ປັດຈຸບັນ, ພື້ນຖານໂຄງລ່າງດີຈີຕອນຂອງແຂວງ ກາວບັ່ງ ພວມໄດ້ຮັບການລົງທຶນຢ່າງຄົບຊຸດ ແລະ ແຂງແຮງ. ພາຍຫຼັງປະຕິບັດສຳເລັດການສັບຊ້ອນ, ຈັດຕັ້ງກົງຈັກອຳນາດການປົກຄອງຕາມຮູບແບບ 2 ຂັ້ນ, 100% ຕາແສງ ມີໂຄງລ່າງສາຍກາບໃຍແກ້ວ, ລະບົບອິນເຕີເນັດເພື່ອສົ່ງຂໍ້ມູນສະເພາະ, ລະບົບປະຊຸມແບບທາງໄກ; ສ່ວນຫຼາຍໄດ້ປະກອບຄອມພິວເຕີ, ລາຍເຊັນດີຈີຕອນລັດຖະການ ແລະ ສັບຊ້ອນພະນັກງານປະຕູດຽວ. ທົ່ວແຂວງມີສະຖານີຮັບສົ່ງສັນຍານຫຼາຍກວ່າ 1.200 ແຫ່ງ; 100% ວິສາຫະກິດຂະໜາດນ້ອຍ ແລະ ກາງ ນຳໃຊ້ລະຫັດ QR ໃນການຊຳລະ; 97% ປະຊາຊົນມີບັນຊີສຸຂະພາບແບບເອເລັກໂຕນິກ…. ຈຸດເນັ້ນໜັກທີ່ມີລັກສະນະບຸກທະລຸໃນຍຸດທະສາດນີ້ຂອງແຂວງ ກາວບັ່ງ ແມ່ນຊ່ວຍໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການສາທາລະນະໄດ້ຢ່າງວ່ອງໄວ. ເອື້ອຍ ນົງຖຸ່ຍຢຸງ (ຢູ່ຕາແສງ ເຕີນຢາງ) ໄປເຮັດເອກະສານສ່ວນຕົວຢູ່ທ້ອງຖິ່ນ ໄດ້ແບ່ງປັນວ່າ:

“ເມື່ອກ່ອນນີ້, ລະບຽບການບໍລິຫານມີຫຼາຍຂັ້ນຕອນ, ຫຼາຍເອກະສານພໍສົມຄວນ, ສະນັ້ນ ປະຊາຊົນຕ້ອງໄປມາຫຼາຍເທື່ອ, ແຕ່ປັດຈຸບັນນີ້ສະດວກກວ່າຫຼາຍແລ້ວ. ພະນັກງານໄດ້ໃຫ້ການແນະນຳຢ່າງລອບຄອບຖີ່ຖ້ວນ. ໂດຍເປັນພົນລະເມືອງຜູ້ໜຶ່ງ, ເມື່ອຮູ້ເປົ້າໝາຍລວມຂອງແຂວງ ແມ່ນມຸ່ງໄປເຖິງຄວາມຜາສຸກຂອງປະຊາຊົນນັ້ນ, ພວກຂ້້າພະເຈົ້າກໍມີຄວາມເຫັນດີເຫັນພ້ອມ ແລະ ດີໃຈທີ່ສຸດ”.

ເຖິງວ່າບັນລຸໄດ້ຫຼາຍໝາກຜົນກໍຕາມ, ແຕ່ໃນວິວັດທະນາການຫັນເປັນດີຈີຕອນຂອງ ກາວບັ່ງ ຍັງປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ສິ່ງທ້າທາຍໃຫຍ່ທີ່ສຸດແມ່ນໄລຍະຫ່າງກ່ຽວກັບພື້ນຖານໂຄງລ່າງ ແລະ ທັກສະດີຈີຕອນ. ປັດຈຸບັນ, ແຂວງ ກາວບັ່ງ ຍັງມີ 138 ບ້ານ ຍັງບໍ່ທັນມີສັນຍານໂທລະສັບມືຖື ແລະ 29 ບ້ານ ຍັງບໍ່ທັນມີຕາໜ່າງໄຟຟ້າ; ອັດຕາຄອບຄົວທີ່ມີອິນເຕີເນັດມີສາຍບັນລຸພຽງປະມານ 60% ເທົ່ານັ້ນ, ຕ່ຳກວ່າລະດັບສະເລ່ຍຂອງທົ່ວປະເທດ. ບໍ່ພຽງແຕ່ເທົ່ານັ້ນ, ແຫຼ່ງບຸກຄະລາກອນດີຈີຕອນ, ພິເສດແມ່ນຢູ່ຂັ້ນຕາແສງ, ຍັງຂາດແຄນ ແລະ ອ່ອນແອ; ເລື່ອງດຶງດູດບັນດາວິສາຫະກິດເຕັກໂນໂລຢີໃຫຍ່ມາລົງທຶນເຂົ້າແຂວງ ແມ່ນຍັງຈຳກັດຢູ່…

ໄປຊະນີ ກາວບັ່ງ ສົມທົບກັບ ຄະນະກຳມະການປະຊາຊົນຕາແສງ ທຸກຝານ ຊ່ວຍເຫຼືອປະຊາຊົນເຮັດລະບຽບການບໍລິຫານ

ເພາະສະນັ້ນ, ໄລຍະ 2025 – 2030, ແຂວງ ກວາບັ່ງ ກຳນົດການຫັນເປັນດີຈີຕອນແມ່ນເສົາຄ້ຳຍຸດທະສາດເພື່ອຫັນຄວາມຄາດຫວັງພັດທະນາໃຫ້ປະກົດຜົນເປັນຈິງ, ສຸມໃສ່ເປົ້າໝາຍເຊື່ອມຕໍ່ຢ່າງຄົບຊຸດ, ວ່ອງໄວ, ມີປະສິດທິຜົນຂອງຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ. ທ່ານນາງ ນົງທິແທັງຮວ່ຽນ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຢີ ແຂວງ ກາວບັ່ງ, ໃຫ້ຮູ້ວ່າ ການກຳນົດທິດຮອດປີ 2030, ທ້ອງຖິ່ນວາງເປົ້າໝາຍປະຕິບັດສຳເລັດອຳນາດການປົກຄອງດີຈີຕອນ, ພັດທະນາເສດຖະກິດດີຈີຕອນ ແລະ ສ້າງສັງຄົມດີຈີຕອນຮອບດ້ານຢ່າງແຂງແຮງ, ໃນນັ້ນ ຖືປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ:

“ທາງພະແນກໄດ້ສົມທົບກັບບັນດາຕາແສງໃນການຜັນຂະຫຍາຍບັນດາ platform, ຊອບແວທີ່ໃຊ້ຮ່ວມກັນເພື່ອຮັບໃຊ້ການຄຸ້ມຄອງ, ບໍລິຫານ ແລະ ສະໜອງການບໍລິການສາທາລະນະແບບທາງໄກ, ປະກອບສ່ວນຍົກສູງປະສິດທິຜົນເຮັດວຽກຂອງອຳນາດການປົກຄອງຂັ້ນຮາກຖານ. ພ້ອມດຽວກັນນັ້ນ, ກໍເພີ່ມທະວີການຜັນຂະຫຍາຍປະສິດທິຜົນຂອງໜ່ວຍງານເຕັກໂນໂລຢີດີຈີຕອນຊຸມຊົນ, ເສີມຂະຫຍາຍບົດບາດເປັນແຂນຕໍ່ຍາວຂອງອຳນາດການປົກຄອງໃນການໂຄສະນາເຜີຍແຜ່, ແນະນຳ, ໜູນຊ່ວຍປະຊາຊົນ, ວິສາຫະກິດ. ພວກຂ້າພະເຈົ້າກໍສົມທົບກັບສະຖາບັນເຕັກໂນໂລຢີ ໄປສະນີໂທລະຄົມມະນາຄົມ ສ້າງບັນດາແບບຟອມສຳຫຼວດຄວາມສາມາດນໍາໃຊ້ດີຈີຕອນຂອງພະນັກງານ, ລັດຖະກອນຂັ້ນຕາແສງ, ຈາກນັ້ນ ກໍຈັດຊຸດ, ຝຶກອົບຮົມກ່ຽວກັບການຫັນເປັນດີຈີຕອນຢູ່ແຂວງ ກາວບັ່ງ ໃນໄລຍະຈະມາເຖິງ”. 

ການຫັນເປັນດີຈີຕອນຢູ່ ກາວບັ່ງ ບໍ່ພຽງແຕ່ແມ່ນການປະຕິວັດທາງດ້ານເຕັກໂນໂລຢີເທົ່ານັ້ນ, ຫາກຍັງແມ່ນວິວັດທະການປ່ຽນແປງຈິນຕະນາການ, ຫັນສິ່ງທ້າທາຍດ້ານພູມີສາດກາຍເປັນກຳລັງໜູນເພື່ອໃຫ້ທ້ອງຖິ່ນບຸກທະລຸ, ບືນຕົວຂຶ້ນກາຍເປັນແບບຢ່າງ “ແຂວງດີຈີຕອນເຂດຊາຍແດນ”./.

(ແຫຼ່ງຄັດຈາກ VOV)

ເກາະ ໄຂ່ມຸກ ຝູ໋ກວັກ - ຈຸດນັດພົບ ສັບປະດາຂັ້ນສູງ APEC 2027

“ເກາະ ໄຂ່ມຸກ” ຝູ໋ກວັກ - ຈຸດນັດພົບ ສັບປະດາຂັ້ນສູງ APEC 2027

ເດືອນ ກັນຍາ, ເຂດພິເສດ ຝູ໋ກວັກ (ແຂວງ ອານຢາງ) ຈະກ້າວເຂົ້າສູ່ ລະດູທະເລທ່ີສວຍງາມ ດ້ວຍແສງແດດອ່ອນໆ, ຟອງນ້ຳທະເລສີຄາມ ແລະ ອາກາດເຢັນສະບາຍ. ຍ້ອນມີ ທັດສະນີຍະພາບ ທຳມະຊາດ ທີ່ໂດດເດັ່ນ ພ້ອມກັບລະບົບ ເຂດພັກຜ່ອນ, ທ່ອງທ່ຽວ, ບັນເທີງ ທີ່ນັບມື້ທັນສະໄໝ, “ເກາະ ຫງອກ” (ເກາະ ໄຂ່ມຸກ) ກຳລັງກຽມໂສມໜ້າໃໝ່ ເພື່ອເປັນ ຈຸດນັດພົບ ຂອງ ສັບປະດາ ຂັ້ນສູງ APEC 2027.

Top