• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ທ່າແຮງຈາກໃບນັດ ເກົ່າດຸກ

ໃນທ່າອ່ຽງທີ່ຂະແໜງກະສິກຳ ພວມມີການຫັນປ່ຽນຢ່າງແຂງແຮງ ໄປສູ່ທິດທາງການພັດທະນາ ແບບຍືນຍົງ ແລະ ເພີ່ມມູນຄ່າ, ຮູບແບບການຜະລິດເສັ້ນໄຍ ຈາກໃບນັດ ຢູ່ ຕາແສງ ຫວາລື້ວ, ນະຄອນ ເກີ່ນເທີ ພວມກາຍເປັນຕົວແບບທີ່ດີເດັ່ນຂອງເສດຖະກິດໝູນວຽນ. ຮູບແບບນີ້ບໍ່ພຽງແຕ່ ຊ່ວຍໃຫ້ ປະຊາຊົນປ່ຽນແປງຄວາມຊິນເຄີຍການຜະລິດແບບເກົ່າທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງໄດ້ເປີດທິດທາງໃໝ່, ປ່ຽນສິ່ງເສດເຫຼືອທາງການກະສິກຳ ໃຫ້ກາຍເປັນວັດຖຸດິບທີ່ມີຄ່າ ເພື່ອຜະລິດເປັນເສັ້ນໄຍທີ່ທົນທານ.
• ເສັ້ນໄຍນັດ ຫຼັງຈາກການປອກແລ້ວ, ແມ່ນໄດ້ຮັບການລ້າງເພື່ອທຳຄວາມສະອາດ. ພາບ: ທູຮຽນ – VNA
• ເສັ້ນໄຍນັດ ໄດ້ຮັບການລ້າງຢ່າງລະອຽດດ້ວຍນ້ຳສະອາດ ກ່ອນທີ່ຈະນຳເຂົ້າຈັກປັ່ນແຫ້ງ. ພາບ: ທູຮຽນ – VNA

ແຕ່ດົນນານມາແລ້ວ, ໝາກນັດ ເກົ່າດຸກ ແມ່ນມີຊື່ສຽງໂດ່ງດັງດ້ວຍລົດຊາດທີ່ຫວານເປັນເອກະລັກ, ແຕ່ຫຼັງຈາກການເກັບກ່ຽວໃນແຕ່ລະລະດູ, ໃບນັດຫຼາຍພັນໂຕນມັກຈະຖືກຖິ້ມ ຫຼື ເຜົາທຳລາຍ, ເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ. ດ້ວຍການນຳໃຊ້ເຕັກໂນໂລຊີແຍກເສັ້ນໄຍ, ໃບນັດເຫຼົ່ານີ້ໄດ້ “ປ່ຽນໂສມໃໝ່” ກາຍເປັນເສັ້ນໄຍລະດັບສູງ. ຂັ້ນຕອນການຜະລິດແມ່ນໄດ້ຮັບການປະຕິບັດຢ່າງລະອຽດລະອໍ ນັບຕັ້ງແຕ່ການຄັດເລືອກໃບ, ການປອກເສັ້ນໄຍດ້ວຍຈັກສະເພາະ, ຈົນເຖິງການກຳຈັດສິ່ງເຈືອປົນ ແລະ ຕາກແຫ້ງແບບທຳມະຊາດ ເພື່ອຮັກສາຄວາມທົນທານ ແລະ ສີຂາວທີ່ເປັນເອກະລັກ.

ເສັ້ນໄຍນັດ ໄດ້ຮັບການຕັດແຕ່ງເພື່ອເອົາສິ່ງເຈືອປົນອອກ ກ່ອນທີ່ຈະນຳໄປຕາກແດດ. ພາບ: ທູຮຽນ – VNA
ເສັ້ນໄຍນັດແຫ້ງ 1 ກິໂລກຣາມ ແມ່ນຜະລິດມາຈາກໃບນັດສົດ 60 ກິໂລກຣາມ ທີ່ມີອາຍຸ 3 ຫາ 4 ປີ. ພາບ: ທູຮຽນ – VNA
• ເສັ້ນໄຍນັດ ແມ່ນວັດຖຸດິບສີຂຽວ ໃນທ່າອ່ຽງແຟຊັນແບບຍືນຍົງຂອງໂລກ. ພາບ: ທູຮຽນ – VNA

ເສັ້ນໄຍນັດບໍ່ພຽງແຕ່ມີຄວາມທົນທານສູງ ແລະ ມີຄວາມສາມາດຕ້ານເຊື້ອຈຸລິນຊີ ແບບທຳມະຊາດ ເທົ່ານັ້ນ, ແຕ່ຍັງເປັນມິດກັບຜິວໜັງນຳອີກ. ການປ່ຽນ “ຂີ້ເຫຍື້ອກະສິກຳ” ໃຫ້ກາຍເປັນເສັ້ນໄຍ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນ, ໂດຍສະເພາະແມ່ນແມ່ຍິງໃນຊົນນະບົດ. ໃນທ່າອ່ຽງທີ່ໂລກພວມມຸ່ງໄປສູ່ແຟຊັນແບບຍືນຍົງ, ເສັ້ນໄຍນັດ ເກົ່າດຸກ ບໍ່ພຽງແຕ່ ຢຸດຢູ່ທີ່ ວັດຖຸດິບເທົ່ານັ້ນ, ແຕ່ຍັງນຳເອົາຄວາມມຸ່ງຫວັງກ່ຽວກັບຜະລິດຕະພັນເຄື່ອງນຸ່ງລະດັບສູງ, ປະກອບສ່ວນຍົກສູງມູນຄ່າຜະລິດພັນກະສິກຳຂອງ ນະຄອນ ກັນເທີ ແຫ່ງໃໝ່ ແລະ ຢັ້ງຢືນເຖິງຄວາມຄິດສ້າງສັນຂອງຊາວນາພາກຕາເວັນຕົກ ໃນແຜນທີ່ເສດຖະກິດໝູນວຽນ.

ປະຕິບັດໂດຍ: VNA/VNP

ເກາະ ໄຂ່ມຸກ ຝູ໋ກວັກ - ຈຸດນັດພົບ ສັບປະດາຂັ້ນສູງ APEC 2027

“ເກາະ ໄຂ່ມຸກ” ຝູ໋ກວັກ - ຈຸດນັດພົບ ສັບປະດາຂັ້ນສູງ APEC 2027

ເດືອນ ກັນຍາ, ເຂດພິເສດ ຝູ໋ກວັກ (ແຂວງ ອານຢາງ) ຈະກ້າວເຂົ້າສູ່ ລະດູທະເລທ່ີສວຍງາມ ດ້ວຍແສງແດດອ່ອນໆ, ຟອງນ້ຳທະເລສີຄາມ ແລະ ອາກາດເຢັນສະບາຍ. ຍ້ອນມີ ທັດສະນີຍະພາບ ທຳມະຊາດ ທີ່ໂດດເດັ່ນ ພ້ອມກັບລະບົບ ເຂດພັກຜ່ອນ, ທ່ອງທ່ຽວ, ບັນເທີງ ທີ່ນັບມື້ທັນສະໄໝ, “ເກາະ ຫງອກ” (ເກາະ ໄຂ່ມຸກ) ກຳລັງກຽມໂສມໜ້າໃໝ່ ເພື່ອເປັນ ຈຸດນັດພົບ ຂອງ ສັບປະດາ ຂັ້ນສູງ APEC 2027.

Top