ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ທ່າແຮງຈາກໃບນັດ ເກົ່າດຸກ

ໃນທ່າອ່ຽງທີ່ຂະແໜງກະສິກຳ ພວມມີການຫັນປ່ຽນຢ່າງແຂງແຮງ ໄປສູ່ທິດທາງການພັດທະນາ ແບບຍືນຍົງ ແລະ ເພີ່ມມູນຄ່າ, ຮູບແບບການຜະລິດເສັ້ນໄຍ ຈາກໃບນັດ ຢູ່ ຕາແສງ ຫວາລື້ວ, ນະຄອນ ເກີ່ນເທີ ພວມກາຍເປັນຕົວແບບທີ່ດີເດັ່ນຂອງເສດຖະກິດໝູນວຽນ. ຮູບແບບນີ້ບໍ່ພຽງແຕ່ ຊ່ວຍໃຫ້ ປະຊາຊົນປ່ຽນແປງຄວາມຊິນເຄີຍການຜະລິດແບບເກົ່າທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງໄດ້ເປີດທິດທາງໃໝ່, ປ່ຽນສິ່ງເສດເຫຼືອທາງການກະສິກຳ ໃຫ້ກາຍເປັນວັດຖຸດິບທີ່ມີຄ່າ ເພື່ອຜະລິດເປັນເສັ້ນໄຍທີ່ທົນທານ.
• ເສັ້ນໄຍນັດ ຫຼັງຈາກການປອກແລ້ວ, ແມ່ນໄດ້ຮັບການລ້າງເພື່ອທຳຄວາມສະອາດ. ພາບ: ທູຮຽນ – VNA
• ເສັ້ນໄຍນັດ ໄດ້ຮັບການລ້າງຢ່າງລະອຽດດ້ວຍນ້ຳສະອາດ ກ່ອນທີ່ຈະນຳເຂົ້າຈັກປັ່ນແຫ້ງ. ພາບ: ທູຮຽນ – VNA

ແຕ່ດົນນານມາແລ້ວ, ໝາກນັດ ເກົ່າດຸກ ແມ່ນມີຊື່ສຽງໂດ່ງດັງດ້ວຍລົດຊາດທີ່ຫວານເປັນເອກະລັກ, ແຕ່ຫຼັງຈາກການເກັບກ່ຽວໃນແຕ່ລະລະດູ, ໃບນັດຫຼາຍພັນໂຕນມັກຈະຖືກຖິ້ມ ຫຼື ເຜົາທຳລາຍ, ເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ. ດ້ວຍການນຳໃຊ້ເຕັກໂນໂລຊີແຍກເສັ້ນໄຍ, ໃບນັດເຫຼົ່ານີ້ໄດ້ “ປ່ຽນໂສມໃໝ່” ກາຍເປັນເສັ້ນໄຍລະດັບສູງ. ຂັ້ນຕອນການຜະລິດແມ່ນໄດ້ຮັບການປະຕິບັດຢ່າງລະອຽດລະອໍ ນັບຕັ້ງແຕ່ການຄັດເລືອກໃບ, ການປອກເສັ້ນໄຍດ້ວຍຈັກສະເພາະ, ຈົນເຖິງການກຳຈັດສິ່ງເຈືອປົນ ແລະ ຕາກແຫ້ງແບບທຳມະຊາດ ເພື່ອຮັກສາຄວາມທົນທານ ແລະ ສີຂາວທີ່ເປັນເອກະລັກ.

ເສັ້ນໄຍນັດ ໄດ້ຮັບການຕັດແຕ່ງເພື່ອເອົາສິ່ງເຈືອປົນອອກ ກ່ອນທີ່ຈະນຳໄປຕາກແດດ. ພາບ: ທູຮຽນ – VNA
ເສັ້ນໄຍນັດແຫ້ງ 1 ກິໂລກຣາມ ແມ່ນຜະລິດມາຈາກໃບນັດສົດ 60 ກິໂລກຣາມ ທີ່ມີອາຍຸ 3 ຫາ 4 ປີ. ພາບ: ທູຮຽນ – VNA
• ເສັ້ນໄຍນັດ ແມ່ນວັດຖຸດິບສີຂຽວ ໃນທ່າອ່ຽງແຟຊັນແບບຍືນຍົງຂອງໂລກ. ພາບ: ທູຮຽນ – VNA

ເສັ້ນໄຍນັດບໍ່ພຽງແຕ່ມີຄວາມທົນທານສູງ ແລະ ມີຄວາມສາມາດຕ້ານເຊື້ອຈຸລິນຊີ ແບບທຳມະຊາດ ເທົ່ານັ້ນ, ແຕ່ຍັງເປັນມິດກັບຜິວໜັງນຳອີກ. ການປ່ຽນ “ຂີ້ເຫຍື້ອກະສິກຳ” ໃຫ້ກາຍເປັນເສັ້ນໄຍ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນ, ໂດຍສະເພາະແມ່ນແມ່ຍິງໃນຊົນນະບົດ. ໃນທ່າອ່ຽງທີ່ໂລກພວມມຸ່ງໄປສູ່ແຟຊັນແບບຍືນຍົງ, ເສັ້ນໄຍນັດ ເກົ່າດຸກ ບໍ່ພຽງແຕ່ ຢຸດຢູ່ທີ່ ວັດຖຸດິບເທົ່ານັ້ນ, ແຕ່ຍັງນຳເອົາຄວາມມຸ່ງຫວັງກ່ຽວກັບຜະລິດຕະພັນເຄື່ອງນຸ່ງລະດັບສູງ, ປະກອບສ່ວນຍົກສູງມູນຄ່າຜະລິດພັນກະສິກຳຂອງ ນະຄອນ ກັນເທີ ແຫ່ງໃໝ່ ແລະ ຢັ້ງຢືນເຖິງຄວາມຄິດສ້າງສັນຂອງຊາວນາພາກຕາເວັນຕົກ ໃນແຜນທີ່ເສດຖະກິດໝູນວຽນ.


top