ບ້ານກ່າວ ແມ່ນແຫ່ງຜະລິດເສັ້ນລ້ອນມັນສາຄູດ້ວຍມືທີ່ມີຊື່ສຽງຂອງຕາແສງ ໂກນມິນ, ແຂວງ ໄທງວຽນ. ໃນວິວັດການຮັກສາ ແລະ ພັດທະນາຜະລິດຕະພັນພື້ນເມືອງນີ້, ບັນດາແມ່ຍິງສວມບົດບາດຫຼັກແຫຼ່ງ, ທັງຮັກສາອາຊີບ, ທັງປະກອບສ່ວນປັບປຸງຊີວິດເສດຖະກິດຄອບຄົວ ແລະ ໂສມໜ້າເຂດບ້ານນາ.
ແມ່ຍິງບ້ານກ່າວຮັກສາອາຊີບພື້ນເມືອງ (ພາບ: VOV)
ບ້ານກ່າວ ມີເກືອບ 70 ຄອບຄົວ, ໃນນັ້ນ, ກ່ວາ 95% ແມ່ນຊາວເຜົ່ານຸ່ງ. ໃນບ້ານມີກວ່າ 10 ຄອບຄົວເຮັດເສັ້ນລ້ອນມັນສາຄູຖອກດ້ວຍມື. ນັບແຕ່ດົນນານມາແລ້ວ, ເສັ້ນລ້ອນມັນສາຄູບ້ານກ່າວ ໄດ້ກາຍເປັນອາຫານພິເສດທີ່ໄດ້ຮັບຄວາມນິຍົມຈາກຫຼາຍຄົນຍ້ອນລົດຊາດຫອມແຊບ, ເສັ້ນລ້ອນນຸ່ມໜຽວ. ພິເສດ, ລ້ອນໄດ້ຖອກດ້ວຍມືທັງໝົດຕາມແບບຫັດຖະກຳ. ໂດຍໄດ້ຕິດພັນກັບອາຊີບນີ້ມາເປັນເວລາກວ່າສິບປີມານີ້, ປ້າ ຮ່າທິຮວາ ໃຫ້ຮູ້ວ່າ: ຄວາມຕ້ອງການຊື້ເສັ້ນລ້ອນນັບມື້ນັບເພີ່ມຂຶ້ນສູງ, ອັນໄດ້ສ້າງເປັນກຳລັງໜູນເພື່ອໃຫ້ຄອບຄົວປ້າ ລົງທຶນຜະລິດ, ສະໜອງໃຫ້ຕະຫຼາດຢູ່ພາຍໃນ ແລະ ນອກແຂວງຄື: ໄທງວຽນ, ຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ ແລະ ແຂວງພາກໃຕ້ຈຳນວນໜຶ່ງ… ປ້າ ຮ່າທິຮວາ ແບ່ງປັນວ່າ:
ເສັ້ນລ້ອນເຮັດແບບຫັດຖະກຳແມ່ນອາຊີບພື້ນເມືອງຂອງພວກຂ້າພະເຈົ້າ, ຄອບຄົວຂ້າພະເຈົ້າໄດ້ເຮັດອາຊີບນີ້ມາເປັນເວລາກວ່າ 10 ປີແລ້ວ. ເສັ້ນລ້ອນເຮັດແບບຫັດຖະກຳຈະແຊບກວ່າ, ຮັບປະກັນປອດສານພິດ, ເສັ້ນລ້ອນນີ້ເມື່ອຕົ້ມຈະໜຽວ, ບໍ່ເລະ ແລະ ໄດ້ຮັບຄວາມນິຍົມຈາກ ປຊຊ ທີ່ສຸດ, ປີໃດກໍ່ໄດ້ຂາຍຈົນໝົດກ້ຽງ.
ເສັນລ້ອນເຮັດດ້ວຍມືໄດ້ຮັບຄວາມນິຍົມທີ່ສຸດ (ພາບ: VOV)
ອາຊີບເຮັດເສັ້ນລ້ອນດ້ວຍມືຢູ່ບ້ານກ່າວ ໄດ້ມີມາແຕ່ດົນນານແລ້ວ. ເພື່ອເຮັດບັນດາເສັ້ນລ້ອນທີ່ບັນລຸຄຸນນະພາບດີໄດ້, ຜູ້ເຮັດອາຊີບຕ້ອງຜ່ານຫຼາຍຂັ້ນຕອນທີ່ລະອຽດລະອໍ. ປະຈຸບັນ, ຢູ່ ຫຼາຍທ້ອງຖິ່ນ, ການຜະລິດເສັ້ນລ້ອນມັນສາຄູໄດ້ໃຊ້ເຄື່ອງຈັກໃນເກືອບທຸກຂັ້ນຕອນຄື: ບົດແປ້ງ, ຕົ້ມ, ຕັດເສັ້ນ, ອົບແຫ້ງ… ແຕ່ແມ່ຍິງບ້ານກ່າວ ຍັງເດັດດຽວຮັກສາວິທີເຮັດເສັ້ນລ້ອນແບບຫັດຖະກຳ. ຍ້ອນວ່າ ຕາມເຂົາເຈົ້າແລ້ວ, ເສັ້ນລ້ອນຖອກດ້ວຍມືຍັງມີລົດຊາດສະເພາະ ແລະ ຕະຫຼາດຍັງໄດ້ນິຍົມຜະລິດຕະພັນພື້ນເມືອງນີ້ທີ່ສຸດ.
ໃນໂອກາດທ້າຍປີ, ເມື່ອຄວາມຕ້ອງການໃນທ້ອງຕະຫຼາດໄດ້ເພີ່ມຂຶ້ນສູງ, ເອື້ອຍນ້ອງແມ່ຍິງໃນບ້ານຕ້ອງລະດົມຜູ້ມາເຮັດຕື່ມອີກ, ເພີ່ມສະມັດຕະພາບການຜະລິດ, ສະເລ່ຍເຮັດເສັ້ນລ້ອນແຫ້ງໄດ້ປະມານແຕ່ 40-50 ໂລ/ວັນເພື່ອຮັບໃຊ້ຜູ້ບໍລິໂພກໃຫ້ທັນໃນໂອກາດບຸນເຕັດ. ປ້າ ລຸກທິບັ່ງ ຊາວບ້ານກ່າວ ໃຫ້ຮູ້ວ່າ:
ແຕ່ລະປີ, ເສັ້ນລ້ອນທີ່ເຮັດດ້ວຍມືໄດ້ຈຳໜ່າຍໃນທ້ອງຕະຫຼາດກໍ່ເປັນປົກກະຕິພໍສົມຄວນ. ມາຮອດຈຸດເວລານີ້, ພວກຂ້າພະເຈົ້າກໍ່ຂາຍໄດ້ 600-700 ໂລແລ້ວ, ນັບແຕ່ນີ້ຮອດບຸນເຕັດຍັງປະມານແຕ່ 600-700 ໂລອີກ. ຫຼາຍຄົນຊື້ເພື່ອເປັນຂອງຕ້ອນຍາມບຸນເຕັດ, ກິນໃນບຸນເຕັດ. ນັບແຕ່ເມື່ອເຮັດເສັ້ນລ້ອນ, ລາຍຮັບຂອງແຕ່ລະຄອບຄົວກໍ່ດີຂຶ້ນ. ໝູ່ບ້ານໄດ້ຮັບຮູ້ວ່າເປັນໝູ່ບ້ານອາຊີບ, ດັ່ງນັ້ນ ກໍ່ຂາຍໄດ້ດີກວ່າ.
ບັນດາເອື້ອຍນ້ອງໃນບ້ານຄື: ເອື້ອຍ ລຸກທິຖວາ, ຮ່າທິລຽນ ກໍ່ມີຄວາມພາກພູມໃຈເມື່ອໃນໂອກາດທ້າຍປີ, ຈຳນວນແຂກສັ່ງຊື້ເສັ້ນລ້ອນເພື່ອຮັບໃຊ້ບຸນເຕັດນັບມື້ນັບເພິ່ມຂຶ້ນ:
ໃນໂອກາດທ້າຍປີ ຫຸ້ມຫໍ່ກໍ່ຈົນບໍ່ທັນ, ສິນຄ້າມີບໍ່ພໍຂາຍ. ດັ່ງນັ້ນ, ເພື່ອຮັບໃຊ້ຕະຫຼາດຍາມບຸນເຕັດ, ຂ້າພະເຈົ້າກໍ່ພະຍາຍາມເຮັດໝົດສະມັດຕະພາບ.
ປະຈຸບັນ, ຮາກຖານຜະລິດກໍ່ໄດ້ໃຊ້ເຄື່ອງຈັກທີ່ທັນສະໄໝກວ່າ ແລະ ເຮັດໄວກວ່າ, ຜະລິດຕະພັນເຮັດອອກມາງາມກວ່າ ແລະ ມີຄຸນນະພາບດີກວ່າ, ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກ.
ປະຈຸບັນ, ບ້ານກ່າວ ໄດ້ຮັບຮູ້ວ່າແມ່ນໝູ່ບ້ານອາຊີບເຮັດເສັ້ນລ້ອນມັນສາຄູດ້ວຍມືແບບພື້ນເມືອງ. ບໍ່ພຽງແຕ່ໄດ້ນຳມາເຊິ່ງລາຍຮັບເທົ່ານັ້ນ, ອາຊີບເຮັດເສັ້ນລ້ອນມັນສາຄູຍັງຊ່ວຍໃຫ້ແມ່ຍິງບ້ານກ່າວ ມີຄວາມໝັ້ນໃຈໃນຊີວິດອີກດ້ວຍ. ບັນດາໜ່ວຍຮ່ວມມືຜະລິດເສັ້ນລ້ອນໄດ້ຮັບການສ້າງຕັ້ງຂຶ້ນ, ສ້າງວຽກເຮັດງານທຳທີ່ເປັນປົກກະຕິໃຫ້ແກ່ແຮງງານຍິງຢູ່ທ້ອງຖິ່ນນັບສິບໆຄົນ. ຍ້ອນເຫດນັ້ນ, ຊີວິດຂອງ ປຊຊ ໃນບ້ານໄດ້ຮັບການປົວແປງເທື່ອລະກ້າວ, ອັດຕາສ່ວນຄອບຄົວທຸກຍາກໄດ້ຫລຸດລົງເຫຼືອພຽງ 10%, ຈຳນວນຜູ້ມີລາຍຮັບດີ, ຮັ່ງມີນັບມື້ນັບເພີ່ມຂຶ້ນ. ທ່ານ ໂລກວັນຕວັນ, ນາຍບ້ານກ່າວ ໃຫ່ຮູ້ວ່າ:
ເມື່ອກ່ອນ ປຊຊ ປະສົບກັບຄວາມຫຍຸ້ງຍາກຫຼາຍ, ບໍ່ມີລາຍຮັບຍາມທ້າຍປີ. ປະຈຸບັນ, ຊີວິດຂອງ ປຊຊ ໄດ້ດີຂຶ້ນແລ້ວ. ບັນດາຄອບຄົວພັດທະນາອາຊີບເຮັດເສັ້ນລ້ອນມີຊີວິດທີ່ເປັນປົກກະຕິກວ່າເກົ່າ, ເຂົາເຈົ້າໄດ້ສ້ອມແປງເຮືອນຢູ່ໃຫ້ໃຫຍ່ໂຕ, ສວຍງາມ ແລະ ລົງທຶນຮາກຖານການຜະລິດໃຫ້ດີກວ່າ.
ໃນຊຸມວັນທ້າຍປີ, ບັນຍາກາດການອອກແຮງງານໃນບ້ານພັດຮີບເຮັ່ງກວ່າ ຂະນະທີ່ບັນດາຄອບຄົວໃນບ້ານໄດ້ຫ້າວຫັນຜະລິດເພື່ອເຮັດຕາມໃບສັ່ງຊື້ສິນຄ້າໃຫ້ສຳເລັດ. ບັນດາເສັ້ນລ້ອນເຮັດດ້ວຍມືໄດ້ນຳມາເຊິ່ງແຫຼ່ງລາຍຮັບທີ່ເປັນປົກກະຕິ, ປົວແປງຊີວິດຄອບຄົວ ແລະ ຊ່ວຍໃຫ້ແມ່ຍິງບ້ານກ່າວ ຍິ່ງມີຄວາມສະໜິດຕິດພັນກັບອາຊີບພື້ນເມືອງຂອງທ້ອງຖິ່ນກວ່າອີກ./.