
ດ້ວຍການຊ່ວຍເຫຼືອຈາກທ້ອງຖິ່ນ ແລະ ສະມາຄົມ ເກີບໜັງ ຫວຽດນາມ, ຊາວບ້ານ ຝູ໋ອຽນ ຫຼາຍຄົນໄດ້ຫັນການເຄື່ອນໄຫວ
ເຮັດທຸລະກິດ ແຕ່ຂະໜາດນ້ອຍມາເປັນຂະໜາດໃຫຍ່. ພາບ: ແທງຢາງ/VNP
ຮູບແບບເກີບໜັງ ຢູ່ ຝູ໋ອຽນ ກໍາລັງໃນຂັ້ນຕອນສໍາເລັດ. ພາບ: ແທງຢາງ/VNP.
ທີ່ໂຮງງານຜະລິດຂອງນາງ ຫງວຽນທິຍ້ານ, ບັນດາຂັ້ນຕອນ ການຜະລິດຕາມແບບຫັດຖະກຳ ໃນເມ່ືອກ່ອນ, ປັດຈຸ ບັນ ໄດ້ປ່ຽນແທນ ດ້ວຍລະບົບເຄື່ອງຈັກ ທີ່ຜະລິດ ແບບອັດຕະໂນມັດ. ພາບ: ແທງຢາງ/VNP
ພື້ນເກີບ ໄດ້ຫຍິບດ້ວຍເຄື່ອງຈັກ. ພາບ: ແທງຢາງ/VNP
ໝູ່ບ້ານ ອາຊີບແຫ່ງນີ້ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຫຼາຍຄົນ. ພາບ: ແທງຢາງ/VNP
|
ພວກຂ້າພະເຈົ້າຮູ້ປະຫຼາດໃຈ ເມື່ອໄດ້ຟັງ ທ່ານ ຫງວຽນດ້ານຮວານ, ເລຂາຄະນະພັກຕາແສງ
ຝູ໋ອຽນ ກ່າວກ່ຽວກັບລາຍຮັບ ຕໍ່ຫົວຄົນ ໂດຍໃຫ້ຮູ້ວ່າ ເງິນເດືອນ ຂອງ ຜູ້ທຳອາຊີບຜະລິດ ເກີບ ຢູ່ທີ່ນີ້ແມ່ນ 7-10 ລ້ານ ດົ່ງຕໍ່ເດືອນ. ພິເສດ, ໃນຂັ້ນຕອນ ການຜະລິດ, ບັນດາຄອບຄົວ ທີ່ທຳອາຊີບຜະລິດເກີບ ໃນຕາແສງ ລ້ວນແຕ່ ປະຕິບັດຂໍ້ກຳນົດ ກ່ຽວກັບການປ້ອງກັນ ແລະ ຕ້ານການແຜ່ລະບາດ ຂອງ ໂຄວິດ-19 ຂອງລັດຖະບານ ຢ່າງເຂັ້ມງວດ, ສະນັ້ນເຖິງປັດຈຸບັນ, ໃນຕາແສງ ຍັງບໍ່ມີກໍລະນີໃດ ຕິດພະຍາດ ໂຄວິດ-19.
ໝູ່ບ້ານອາຊີບ ຜະລິດເກີບໜັງ ມູນເຊື້ອ ຢູ່ຕາແສງ
ຝູ໋ອຽນ ໄດ້ ຫຼາຍຄົນຮູ້ຈັກຕັ້ງແຕ່ສະໄໝ ຝຣັ່ງ. ອີງຕາມການບອກເລົ່າ ຂອງ ຊາວບ້ານໃຫ້ຮູ້ວ່າ ດັ້ງເດີມເຈົ້າຂອງ ຜະລິດເກີບ ເປັນນັກຕະຫຼົກ ຢູ່ ຫາຍຝ່ອງ, ແຕ່ຈາກຄວາມຕ້ອງການ ຂອງ ສັງຄົມ ທ່ີ ນັບມື້ສູງຂຶ້ນໃນສະໄໝນັ້ນ, ທ່ານ ຫງວຽນເລືອງມາກ ໄດ້ມີ ການສຶກສາ ແລະ ຫັນຈາກການຜະລິດເກີບຜ້າ ມາຜະລິດ ເກີບໜັງ. ຫຼັງຈາກນັ້ນ ເພິ່ນໄດ້ຖ່າຍທອດອາຊີບ ຄືນໃຫ້ ແກ່ລູກຫຼານ ແລະ ພັດທະນາອາຊີບ ດັ່ງກ່າວຈົນເຖິງປັດຈຸບັນ.
ປີ 1960, ຝູ໋ອຽນ ຈຶ່ງສ້າງຕັ້ງສະຫະກອນຜະລິດ ແລະ ສົ່ງອອກ ເກີບທຸກປະເພດ ໄປຍັງບັນດາປະເທດ ເອີຣົບຕາເວັນອອກ. ຫຼັງປີ 1986, ໝູ່ບ້ານອາຊີບ ຜະລິດເກີບໜັງ
ຝູ໋ອຽນ ເລີ່ມມີ ບາດກ້າວພັດທະນາໃໝ່ ພ້ອມກັບ ກິດຈະການປ່ຽນແປງໃໝ່ ຂອງ ປະເທດຊາດ. ແຕ່ປີ 1996, ໝູ່ບ້ານອາຊີບຜະລິດເກີບໜັງ
ຝູ໋ອຽນ ຈຶ່ງພັດທະນາຢ່າງ ແຂງແຮງ. ປະລິມານການຜະລິດເກີບ ສາມາດບັນລຸ 5-6 ລ້ານຄູ່ຕໍ່ປີ. ປັດຈຸບັນ, ເກີບໜັງ
ຝູ໋ອຽນ ໄດ້ມີຂາຍຢູ່ທົ່ວທຸກແຂວງ, ນະຄອນ ຢູ່ພາຍໃນ ແລະ ຍັງສົ່ງອອກໄປຍັງບັນດາປະເທດພວມພັດທະນາຄື: ລາວ, ກຳປູເຈຍ, ທະວີບ ອາຟຣິກກາ...

ເກີບ ໄດ້ເຮັດຈາກ ໜັງ ທີ່ມີຄຸນນະພາບສູງ ແລະ ມີຫຼາກຫຼາຍປະເພດ. ພາບ: ແທງຢາງ/VNP
ຜະລິດຕະພັນເກີບ ທີ່ໄດ້ເຮັດຢູ່ ຝູ໋ອຽນ. ພາບ: ແທງຢາງ/VNP
ຜະລິດຕະພັນ ເກີບ ຂອງ ຝູ໋ອຽນ ຮັບໃຊ້ໃຫ້ແກ່ລູກຄ້າທັງຜູ້ຊາຍ ແລະ ຜູ້ຍິງ ດ້ວຍຮູບແບບ ແລະ ປະເພດແຕກຕ່າງກັນ. ພາບ: ແທງຢາງ/VNP
ລູກຄ້າເລືອກຊື້ ຜະລິດຕະພັນເກີບ ຢູ່ໂຮງງານຜະລິດ ເກີບ ຢຽນວຸຍ-ຝູ໋ຊວຽນ. ພາບ: ແທງຢາງ/VNP
|
ພິເສດ, ການພັດທະນາຂອງໝູ່ບ້ານຜະລິດເກີບໜັງ
ຝູ໋ອຽນ ມີລະບົບການຄຸ້ມຄອງທີ່ເຂັ້ມແຂງ, ເປີດເຜີຍ ແລະ ເຄັ່ງຂັດ. ຕາມການແບ່ງປັນຂອງທ່ານ ຫງວຽນດ້າຍຮວານ ແລ້ວ, ທາງ ຕາແສງ ໄດ້ມີຫຼາຍແຜນການ ຈັດຕັ້ງ, ຊີ້ນຳຢ່າງ ມີປະສິດທິຜົນ ເພື່ອໃຫ້ປະຊາຊົນ ປະຕິບັດວຽກງານປ້ອງກັນ ແລະ ຕ້ານການແຜ່ລະບາດຂອງ ໂຄວິດ-19 ຢ່າງເດັດຂາດ, ຮັບປະກັນ ເປົ້າໝາຍຄູ່ຂອງລັດຖະບານ “ທັງຕ້ານ ພະຍາດ, ທັງເຄື່ອນ ໄຫວຜະລິດ”. ປີ 2020, ທົ່ວຕາແສງ ມີ 4 ຜະລິດຕະພັນ OCOP ບັນລຸມາດຕະຖານ 4 ດາວ. ຄາດວ່າ ໃນປີ 2021, ຕາແສງ ຈະຈົດທະບຽນ 5 ຜະລິດຕະພັນ OCOP.
ປັດຈຸບັນ, ທົ່ວຕາແສງ ມີໂຮງງານຜະລິດກວ່າ 100 ແຫ່ງ ໄດ້ ຈົດທະບຽນລິຂະສິດ ຜະລິດເກີບໜັງ ກັບກົມ ຊັບສິນທາງ ປັນຍາ. ຕາມທ່ານ ຮວານ ແລ້ວ, ນອກຈາກ ບັນດາຕະຫຼາດ ທີ່ເຄີຍ ສົ່ງອອກ, ໝູ່ບ້ານຫັດຖະກໍາແຫ່ງນີ້ ຍັງຢາກສົ່ງ ອອກຜະລິດຕະພັນໄປຍັງຕະຫຼາດໃໝ່ຄື: ອິນເດຍ, ໄທ, ມາເລເຊຍ, ສປ ຈີນ... ດ້ວຍຄວາມຫວັງ, ໃນເວລາຈະມາເຖິງ, ເກີບໜັງ
ຝູ໋ອຽນ ສາມາດສົ່ງອອກໄປຍັງບັນດາປະເທດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ຕະຫຼາດຈຳນວນ ໜຶ່ງອີກດ້ວຍ.