• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ໝູ່ບ້ານຕໍ່າຜ້າ ລຸ່ງຕ໋າມ

ໝູ່ບ້ານຕໍ່າຜ້າ ປໍປ່ານ ລຸ່ງຕ໋າມ (ຕາແສງ ລຸ່ງຕ໋າມ, ເມືອງ ກວາງ ບ້າ) ເປັນທ່ີນິຍົມ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດ. ມາຍັງໝູ່ບ້ານຕໍ່າຜ້າ ປໍປ່ານ ລຸ່ງຕ໋າມ, ນອກຈາກການຊື້ ຂອງຂວັນ, ພວກເຮົາຍັງສາມາດ ຊອກຮູ້ ຈຸດພິເສດຂອງໝູ່ບ້ານ ອາຊີບຕໍ່າແພພື້ນເມືອງເກົ່າແກ່ສຸດ ຂອງຊາວເຜົ່າ ມົ້ງ ທີ່ອາໄສ ເທິງເຂດພູພຽງຫີນ ດົ່ງວັນ-ຮ່າຢາງ. 
ມາຍັງໝູ່ບ້ານຕໍ່າຜ້າ ລຸ່ງຕ໋າມ, ນັກທ່ອງທ່ຽວຈະໄດ້ເຫັນກັບຕາ ຄວາມຂະຫຍັນຜຽນ ໃນຊີວິດປະຈຳວັນຂອງ ຊາວທ້ອງຖິ່ນ ຢູ່ທີ່ ນີ້. ແມ່ຍິງຊົນເຜົ່າ ມົ້ງ ທ່ີຂະຫຍັນໝັ່ນພຽນ ນັ່ງຢູ່ຕໍ່ໜ້າກີ່ຕໍ່າຫູກ, ຜະລິດອອກມາ ບັນດາ ຜືນຜ້າພື້ນເມືອງ ທີ່ສວຍງາມ. ສຳລັບ ແມ່ຍິງເຜົ່າ ມົ້ງ, ຜະລິດໄດ້ຜ້າ ປໍປ່ານ ທີ່ດີຜືນໜຶ່ງ ແມ່ນຄວາມ ເອກອ້າງທະນົງໃຈ. 

ວັດຖຸດິບຕົ້ນຕໍ ເພື່ອຕໍ່າຜ້າ ຢູ່ ລຸ່ງຕ໋າມ ແມ່ນເສັ້ນ ປໍປ່ານ. ແມ່ຍິງ ເຜົ່າ ມົ້ງ ເມື່ອເປັນຜູ້ໃຫຍ່ແລ້ວ ຈະມີໄຮ່ ເປັນຂອງຕົນເອງ ເພື່ອ ປູກ ປໍປ່ານ. ປໍປ່ານ ຫຼັງຈາກທີ່ເກັບມາ ຈະໄດ້ຄັດເລືອກຢ່າງລະ ອຽດ ແລ້ວເອົາໄປແຊ່ນໍ້າ ແລະ ດຶງເປັນເສັ້ນໄຍນ້ອຍໆ. ຈາກນັ້ນ, ເສັ້ນ ປໍປ່ານ ຈະໄດ້ມ້ວນໃສ່ບັນດາກອບໝູນ. ເພື່ອເຮັດໃຫ້ເສັ້ນ ປໍປ່ານ ໄດ້ອ່ອນນຸ້ມ, ແມ່ຍິງເຜົ່າ ມົ້ງ ມັກເອົາໄປລວກ ຫຼື ໜຶ້ງ. ຊາວບ້ານ ລຸ່ງຕ໋າມ ຍ້ອມສີໃຫ້ເສັ້ນ ປໍປ່ານ ດ້ວຍສີທີ່ມີຈາກທຳ ມະຊາດເຊັ່ນ: ໃບໄມ້ທ່ີນໍາມາຈາກປ່າ, ໄມ້ ແລະ ຮັບປະກັນບໍ່ ນຳໃຊ້ສານເຄມີ. 


ວັດຖຸດິບຕົ້ນຕໍ່ ເພື່ອຜະລິດແພພື້ນເມືອງ ແມ່ນເສັ້ນ ປໍປ່ານ. ຕົ້ນ ປໍປ່ານ ໄດ້ປູກຢູ່ຕາແສງ ຫຼື ເຂດແຄ້ວນທີ່ໃກ້ຄຽງ ແລະ ໄດ້ ຄັດເລືອກຢ່າງລະອຽດ, ຫຼັງຈາກເອົາໄປແຊ່ນໍ້າແລ້ວ ຈະດຶງ ເປັນເສັ້ນໄຍນ້ອຍໆ. ພາບ: ແທງຢາງ/VNP


ການ​ຖັກ​ແສ່ວ​ຢູ່​ໝູ່ບ້ານຕໍ່າຜ້າ ປໍປ່ານ ລຸ່ງຕ໋າມ ​ຮ່າ​ຢາງ​ ອາຊີບຫັດຖະກຳໜຶ່ງ​ທີ່​ມີ​ປະ​ຫວັດ​ສາດ​ມາ​ແຕ່​ດົນ​ນານ, ບໍ່​ພຽງ​ແຕ່​ກໍ່​ສ້າງ​ລາຍ​ຮັບ​ໃຫ້​ບັນດາຄອບ​ຄົວ​ຢູ່​ໝູ່ບ້ານຕໍ່າຜ້າ ປໍປ່ານ ລຸ່ງຕ໋າມ ເທົ່າ​ນັ້ນ. ​ແຕ່​ຍັງ​ປະກອບສ່ວນ​ອະນຸລັກ​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ ມົ້ງ ອີກດ້ວຍ. ພາບ: ແທງຢາງ/VNP


ຂັ້ນຕອນການຜະລິດເສັ້ນໄຍ. ພາບ: ແທງຢາງ/VNP


ເພື່ອໃຫ້ໄດ້ຜະລິດຕະພັນສໍາເລັດຮູບ, ມັນຈໍາເປັນຕ້ອງຜ່ານຂັ້ນຕອນທີ່ລະອຽດອ່ອນຫຼາຍ. ພາບ: ແທງຢາງ/VNP


ຈຸດ​ເດັ່ນ​ຂອງ​ຜະ​ລິດ​ຕະ​ພັນ​ແມ່ນ​ຜ້າ​ ປໍປ່ານ 100% ແລະ​ ແມ່ນ​ເຮັດ​ດ້ວຍ​ມື​. ພາບ: ແທງຢາງ/VNP


ຊາວ​ເຜົ່າ ​ມົ້ງ​ ຢູ່​ ລຸ່ງຕ໋າມ ​ມັກ​ຜ້າ​ ປໍປ່ານ​ ກວ່າຝ້າຍ, ​ເຊື່ອ​ວ່າ​ຜ້າ​ ປໍປ່ານ ​ແມ່ນ​ທົນ​ທານ​ກວ່າ​ຝ້າຍ.
ຍິ່ງໄປກວ່ານັ້ນ, ໃນທາງວິນຍານ, ພວກເຂົາຄິດວ່າ ຜ້າ​ ປໍປ່ານ ແມ່ນຂົວເຊື່ອມຕໍ່ລະຫວ່າງມະນຸດ ແລະ ໂລກທາງວິນຍານ. ພາບ: ແທງຢາງ/VNP


ຊາວເຜົ່າ ມົ້ງ ຢູ່ ລຸ່ງຕ໋າມ ຍັງມີເຕັກນິກການຍ້ອມສີ ດ້ວຍ ນຳ້ຄາມ ທີ່ບໍ່ມີບ່ອນໃດມີ. ຍ້ອມສີດ້ວຍນຳ້ຄາມ ເປັນວຽກເຮັດ ທີ່ຍາກ, ໃຊ້ເວລາຫຼາຍ ແລະ ຕ້ອງມີຄວາມອົດທົນສູງ. ພາບ: ແທງຢາງ/VNP


ຊາວບ້ານ ລຸ່ງຕ໋າມ ຍ້ອມສີໃຫ້ເສັ້ນ ປໍປ່ານ ດ້ວຍສີທີ່ມີຈາກທຳ ມະຊາດເຊັ່ນ: ໃບໄມ້ທ່ີນໍາມາຈາກປ່າ, ໄມ້ ແລະ ຮັບປະກັນບໍ່ ນຳໃຊ້ສານເຄມີ. ພາບ: ແທງຢາງ/VNP
 

ຊາວເຜົ່າ ມົ້ງ ຕໍ່າຜ້າ ດ້ວຍກີ່ຕໍ່າຫູກ. ຫຼັງຈາກທີ່ຕໍ່າອອກມາ ຜ້າ ຜືນໜຶ່ງ, ເຂົາເຈົ້າຈະເອົາໄປຊັກຫຼາຍເທື່ອເພື່ອໃຫ້ມັນຂາວ. ຕໍ່ ຈາກນັ້ນ ຈະວາງເທິງໄມ້ທ່ອນກົມ ແລ້ວໃສ່ຫີນ ຕິດຂີ້ເຜີ້ງ ຖູໄປ ຖູມາ ຈົນເຖິງຜືນຜ້າອ່ອນນຸ້ມ ແລະ ເສັ້ນໄຍເຫຼື້ອມຍິ່ງຂຶ້ນ. ຕໍ່ໄປ ແມ່ນນໍາເອົາ ຜືນຜ້າ ໄປແຊ່ໃນນໍ້າຄາມ ປະມານ 1 ຊົ່ວໂມງ ແລ້ວ ເອົາໄປຕາກ, ຫຼັງຈາກຜືນຜ້າສະເດັດນໍ້າແລ້ວ ຈະເອົາໄປ ແຊ່ ໃນນໍ້າຄາມຕໍ່, ຂັ້ນຕອນດັ່ງກ່າວ ໄດ້ເຮັດໄປເຮັດມາ 5-6 ເທື່ອ. ຫຼັງຈາກນັ້ນ, ຜືນຜ້າ ຈະໄດ້ເອົາໄປຍ້ອມສີ, ການຍ້ອມສີ ຈະຂຶ້ນກັບສະພາບອາກາດ, ຖ້າອາກາດຮ້ອນ ໃຊ້ເວລາພຽງ 3-4 ມື້ກໍ່ແຫ້ງ, ຖ້າຝົນຕົກ ອາດຈະຕ້ອງແກ່ຍາວເຖິງ 2-3 ເດືອນ. ກໍ່ຍ້ອນຂັ້ນຕອນການຍ້ອມສີ ໄດ້ປະຕິບັດຢ່າງລະອຽດ ຮອບຄອບ ເຊິ່ງເຮັດໃຫ້ສີຄາມ ເທິງຜືນຜ້າ ຂອງຊົນເຜົ່າ ມົ້ງ ມີສີສັນທີ່ສົດໃສ ແລະ ມີຄວາມທົນທານສູງ. 

ໜຶ່ງໃນບັນດາຈຸດພິເສດ ຂອງ ປໍປ່ານ ລຸ່ງຕ໋າມ ແມ່ນການຕົກ ແຕ່ງ ລາຍດອກ. ບັນດາລວດລາຍລ້ວນແຕ່ໄດ້ ເຮັດແບບຫັດຖະ ກຳ. ຊົນເຜົ່າ ມົ້ງ ປະດິດສ້າງວິທີການນຳໃຊ້ຂີ້ເຜີ້ງ ເພື່ອ ແຕ້ມໃສ່ ຜືນຜ້າສີຂາວ ຕາມຮູບທໍ່ກົມ ຫຼື ຮູບຈະຕຸລັດ, ສົມສ່ວນກັນຊ່ວຍ ເຮັດໃຫ້ລາຍດອກເທິງຜ້າທຸກຜືນ ມີຄວາມທົນທານສູງ. ນີ້ແມ່ນ ຂັ້ນຕອນຍາກ, ຮຽກຮ້ອງໃຫ້ມີຄວາມລະອຽດລະອໍ, ຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງ ຂອງນາຍຊ່າງ. 


ບັນດາຜະລິດຕະພັນຂອງໝູ່ບ້ານຕໍ່າຜ້າ ປໍປ່ານ ລຸ່ງຕ໋າມ ຢູ່ ຮ່າຢາງ ສ່ວນຫຼາຍແມ່ນສົ່ງອອກໄປຕະຫຼາດຕ່າງປະເທດ, ບໍ່ຄ່ອຍປະກົດຕົວຢູ່ຕະຫຼາດພາຍໃນ.
ສະນັ້ນ, ຫຼາຍຄົນອາດບໍ່ຮູ້ຈັກເຄື່ອງຫັດຖະກຳທີ່ງົດງາມເຫຼົ່ານີ້. ພາບ: ແທງຢາງ/VNP








ບັນດາຜະລິດຕະພັນຂອງໝູ່ບ້ານຕໍ່າຜ້າ ປໍປ່ານ ລຸ່ງຕ໋າມ ຄື: ໂສ້ງເສື້ອ, ກະເປົ້າເງິນ, ຜ້າພັນຄໍ, ຜ້າຫົ່ມ, ຜ້າປູໂຕະ... ພາບ: ແທງຢາງ/VNP

ໝູ່ບ້ານອາຊີບຕໍ່າແພພື້ນເມືອງ ລຸ່ງຕ໋າມ ປັດຈຸບັນ ມີຜະລິດຕະ ພັນຫຼາຍປະເພດເຊັ່ນ: ໂສ້ງ-ເສື້ອ, ກະເປົາຫີ້ວ, ກະເປົາເງິນ.. ຜະລິດຕະພັນ ແຕ່ລະຢ່າງ ລ້ວນແຕ່ໄດ້ຊາວທ້ອງຖິ່ນ ເຮັດແຕ່ຂັ້ນ ຕອນທຳອິດ, ສະແດງໃຫ້ເຫັນວັດທະນະທຳ ຂອງຜູ້ຄົນທີ່ອາໄສ ເທິງ ເຂດພູພຽງຫີນ ຮ່າຢາງ. 

ບໍ່ພຽງແຕ່ຕິດຕາມນັກທ່ອງທ່ຽວ ໄປຍັງທຸກແຫ່ງຫົນ ໃນທົ່ວ ປະເທດເທົ່ານັ້ນ, ຜະລິດຕະພັນ ຂອງ ໝູ່ບ້ານອາຊີບ ຕໍ່າຜ້າ ລຸ່ງ ຕ໋າມ ຍັງໄດ້ສົ່ງອອກໄປຍັງກວ່າ 20 ປະເທດໃນໂລກເຊັ່ນ: ສ ອາ ເມລິກາ, ຍີ່ປຸ່ນ, ສະວິດ... ເຖິງຈະຢູ່ໃສ, ບັນດາຜະລິດຕະພັນ ຂອງ ຊາວບ້ານ ລຸ່ງຕ໋າມ ກໍ່ໄດ້ຮັບຄວາມນິຍົມຊົມຊອບ ດ້ວຍຈຸດ ພິເສດ ນັບແຕ່ວັດຖຸດິບ ເຖິງລາຍດອກທີ່ສົດໃສ. 
 
ບົດ: ກົງດາດ - ພາບ: ແທງຢາງ - ແປໂດຍ: ຢືຟຽນ

ວັງ ກ໋ຽນຈຸງ ທີ່ງົດງາມ

ວັງ ກ໋ຽນຈຸງ ທີ່ງົດງາມ

ພາຍຫຼັງ 70 ປີແຫ່ງການຄົງຕົວໃນ ຊາກສະຫຼັກຫັກພັງ, ໃນລະດູບານ ໃໝ່ ປີ 2024, ວັງ ກ໋ຽນຈູງ, ໜຶ່ງໃນ 5 ກິດຈະການ ສະຖາປັດຕະຍະ ກຳ ຂະໜາດໃຫຍ່ ທີ່ຕັ້ງ ຢູ່ເທິງແກນ ຊິນໂຕ (Shinto) ໃນ ຕື໊ເກີ໋ມ ແທ່ງ (ພາຍໃນ ວັງຕ້ອງຫ້າມ) ເຫວ້ ໄດ້ ກັບຄືນມາ ວາດຊົງທີ່ໃຫຍ່ໂຕ ແລະ ສວຍງົດງາມ ຄືໃນສະໄໝກ່ອນ ເພື່ອສືບຕໍ່ເລົ່າເລື່ອງທີ່ໜ້າສົນ ໃຈ ກ່ຽວກັບຊີວິດຢູ່ ວັງໃນ ສະໄໝ ລາຊະວົງ ຫງວຽນ ແລະ ບັນດາ ເຫດການ ທີ່ເປັນຂີດໝາຍ ປະຫວັດສາດ ຂອງປະເທດ.

Top