• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ໝາກໂກ ແຫ້ງ ດ່າລາດ

ເຖິງເດືອນ ຕຸລາ ທຸກໆ ປີ, ສວນຕົ້ນໝາກໂກຫຼາຍແຫ່ງ ຢູ່ນະຄອນ ດ່າລາດ ເຕັມໄປດ້ວຍສີແດງ ຂອງໝາກໂກສຸກ. ນີ້ ກໍ່ແມ່ນໄລຍະ ຫຼາຍຄອບຄົວຢູ່ນະຄອນແຫ່ງນີ້ ເລີ່ມຕົ້ນການຜະລິດໝາກໂກແຫ້ງ, ຜະລິດຕະພັນໜຶ່ງທີ່ເປັນສັນຍະລັກຂອງນະຄອນ ດ່າລາດ. 
ໝາກໂກ ດ່າລາດ ສຸກຈະມີສີເຫຼືອງແດງ, ເວລາກິນຈະຮູ້ສຶກກອບ ແລະ ຫວານ. ນີ້ແມ່ນປະເພດຕົ້ນໝາກໄມ້ຂອງເຂດອຸ່ນ, ມັກອາກາດທີ່ເຢັນດີ, ໄດ້ຄົນ ຝຣັ່ງ ເອົາມາປູກແຕ່ຕົ້ນສະຕະວັດທີ XX.

ແຕ່ກ່ອນ, ຕົ້ນໝາກໂກ ສ່ວນຫຼາຍໄດ້ປູກນຳຕົ້ນໄມ້ປະເພດຕ່າງໆ ຫຼື ເພື່ອເຮັດເປັນຕົ້ນໄມ້ປະດັດເອ້. ລະດູໝາກໂກສຸກ ຈະແກ່ຍາວແຕ່ເດືອນ ກໍລະກົດ ຫາເດືອນ ທັນວາ, ແຕ່ສຸກຫຼາຍກວ່າໝູ່ແມ່ນໃນເດືອນ ຕຸລາ ແລະ ພະຈິກ, ໝາກໂກຕົ້ນໜຶ່ງຈະໃຫ້ໝາກແຕ່ 100-200 ກິໂລກຣາມ. ເມື່ອເຫັນຕົ້ນໝາກໄມ້ ປະເພດນີ້ ປູກໄດ້ງ່າຍ, ໃຫ້ໝາກຫຼາຍ ແລະ ມີລົດຊາດຫອມແຊບ, ຊາວນະຄອນ ດ່າລາດ ຈຶ່ງຊວນກັນປູກຫຼາຍກວ່າ.

ເຖິງປີ 2017, ຈາກກາຍຊ່ວຍເຫຼືອຂອງອົງການ JICA ແລະ ບັນດານັກຊ່ຽວຊານ ມາຈາກປະເທດ ຍີ່ປຸ່ນ, ຄະນະກຳມະການ ປະຊາຊົນນະຄອນ ດ່າລາດ ຈຶ່ງຈັດຕັ້ງໄດ້ບັນດາຊຸດຝຶກອົບຮົມ ກ່ຽວກັບວິທີການຜະລິດໝາກໂກແຫ້ງ ຕາມເຕັກໂນໂລຊີ ຂອງ ຍີ່ປຸ່ນ ໃຫ້ແກ່ປະຊາຊົນ. 

ປະເພດໝາກໂກ ດ່າລາດ ມີລົດລາດຫວານ, ສະນັ້ນ ຈຶ່ງໄດ້ນຳໃຊ້ເພື່ອປຸງແຕ່ງເປັນຜະລິດຕະພັນໝາກໂກແຫ້ງ. ພາບ: ແທງຮ່ວາ


ໝາກໂກ ດ່າລາດ ສຸກຫຼາຍກວ່າໝູ່ໃນເດືອນຕຸລາ ແລະ ເດືອນ ພະຈິກ. ພາບ: ແທງຮ່ວາ


ໝາກໂກ ໄດ້ເກັບມາເພື່ອເອົາໄປປຸງແຕ່ເປັນຜະລິດຕະພັນ ໝາກໂກແຫ້ງ. ພາບ: ແທງຮ່ວາ


ໝາກໂກ ໄດ້ປອກເປືອກອອກກ່ອນທີ່ໄດ້ເອົາໄປຕາກລົມ.ພາບ: ແທງຮ່ວາ


ບັນດາຂັ້ນຕອນການປຸງແຕ່ງໝາກໂກແຫ້ງ.​ ພາບ: ແທງຢາງ


ໝາກໂກ ໄດ້ປອກເປືອກອອກກ່ອນທີ່ໄດ້ເອົາໄປຕາກລົມ.ພາບ: ແທງຢາງ


ໝາກໂກ ໄດ້ຕາກຢູ່ບ່ອນທີ່ມີອາກາດຜ່ອງໃສປອດໂປ່ງ ເພື່ອໃຫ້ໝາກໂກແຫ້ງ ມີຄຸນນະພາບດີທີ່ສຸດ. ພາບ: ແທງຢາງ


ນັກທ່ອງທ່ຽວ ຊີມໝາກໂກແຫ້ງ ດ່າລາດ. ພາບ: ແທງຢາງ


ນັກທ່ອງທ່ຽວ ຖ່າຍຮູບນຳສວນໝາກໂກສຸກ. ພາບ: ແທງຢາງ

ພາຍຫຼັງການຜະລິດໝາກໂກແຫ້ງຢ່າງສຳເລັດຜົນ, ເມື່ອເຫັນວ່າ ໝາກໂກແຫ້ງ ເປັນຜະລິດຕະພັນທີ່ມີຄຸນນະພາບ, ມີຜົນປະໂຫຍດດ້ານເສດຖະກິດສູງ, ສະນັ້ນ ສະຫະກອນ ແລະ ປະຊາຊົນຈຳນວນໜຶ່ງ ເລີ່ມກໍ່ສ້າງເຄື່ອງໝາຍການຄ້າ ໃຫ້ແກ່ຜະລິດຕະພັນໝາກໂກແຫ້ງ.

ເພື່ອເຮັດໃຫ້ໝາກໂກແຫ້ງ ກາຍເປັນຜະລິດຕະພັນພິເສດ, ດ່າລາດ ໄດ້ກໍ່ສ້າງຂົງເຂດປູກ ແລະ ປຸງແຕ່ງຜະລິດຕະພັນໝາກໂກແຫ້ງ ຈຳນວນໜຶ່ງ ຄືຢູ່ ຖະໜົນ ແຄແຊງ, ຖະໜົນ ຈ້ຽວວຽດເວືອງ, ຈ້າຍມາດ, ຕີນຮ່ອມພູ ມີໂມຊາ, ຕາແສງ ຊວນເຈື່ອງ ແລະ ອື່ນໆ.

ສະຖານທີ່ ຜະລິດ ແລະ ຈຳໜ່າຍຜະລິດຕະພັນໝາກໂກແຫ້ງ ມີຊື່ສຽງຈຳນວນໜຶ່ງຢູ່ນະຄອນ ດ່າລາດ:
- ສວນປູກຕົ້ນໝາກໂກ ເຫຼເວີນ, ເຮືອເລກທີ 45, ຖະໜົນ ແຄແຊງ, ນະຄອນ ດ່າລາດ
- ໂຮງງານຜະລິດໝາກໂກແຫ້ງ ຈ້າມແຫ່ງ, ເຮືອເລກທີ 007/1, ຖະໜົນ ຈ້າມແຫ່ງ, ຕາແສງ ຈ້າມແຫ່ງ, ນະຄອນ ດ່າລາດ

- ລະບົບຮ້ານຊັບພະສິນຄາ L'angfarm Store ດ້ວຍຮ້ານຄ້າກວ່າ 30 ແຫ່ງ ຢູ່ນະຄອນ ດ່າລາດ, ນະຄອນ ໂຮ່ຈີມິນ, ນະຄອນ ຍາຈາງ, ນະຄອນ ດ່າໜັງ ແລະ ນະຄອນ ຫວູງເຕົ່າ. 
ໝາກໂກຢູ່ທີ່ນີ້ ໄດ້ປູກຕາມແບບທຳມະຊາດ, ບໍ່ນຳໃຊ້ ຢາຂ້າແມງໄມ້, ເວລາໝາກໂກສຸກ ຈະໄດ້ເກັບລົງມາ ແລະ ເອົາໄປລ້າງສະອາດ, ປອກເປືອກອອກ ແລ້ວເອົາໄປຕາກລົມ ໃນເຮືອນແກ້ວ. ເວລາໝາກໂກ ແຫ້ງດີແລ້ວ, ເຂົາເຈົ້າຈະເກັບລົງມາ ແລ້ວເອົາໃສ່ຖົງ, ຕິດຍີ່ຫໍ້ ແລະ ເອົາໄປຈຳໜ່າຍ.

ໝາກໂກແຫ້ງ ຈະມີລາຄາແຕ່ 350.000-500.000 ດົ່ງຕໍ່ກິໂລກຣາມໜຶ່ງ. ຜະລິດຕະພັນນີ້ ອາດສາມາດເອົາໄວ້ໄດ້ເຖິງ 1 ປີ ຖ້າຮັກສາດີ. ຕະຫຼາດຈຳໜ່າຍໝາກໂກແຫ້ງ ຕົ້ນຕໍ່ແມ່ນນະຄອນ ໂຮ່ຈີມິນ, ແຂວງ ແຄ໋ງຮ່ວາ, ນະຄອນ ດ່າໜັງ.

ປັດຈຸບັນ, ຖ້າມາທ່ອງທ່ຽວນະຄອນ ດ່າລາດ ໃນລະດູໝາກໂກສຸກ, ນັກທ່ອງທ່ຽວສາມາດມາຢ້ຽມຢາມບັນດາໂຮງງານຜະລິດໝາກໂກແຫ້ງ ເພື່ອຊອກຊື້ໝາກໄມ້ຊະນິດນີ້ ມາເປັນຂອງຕ້ອນ, ນອກຈາກນັ້ນ ຍັງມີໂອກາດ ໄດ້ໄປຢ້ຽມຢາມບັນດາສວນໝາກໂກສຸກ ແລະ ຊອກຮູ້ວິທີຜະລິດໝາກໂກແຫ້ງ ຂອງຊາວນະຄອນ ດ່າລາດ ອີກດ້ວຍ.
 
ບົດ: ແທງຮ່ວາ
ພາບ: ແທງຮ່ວາ, ແທງຢາງ

ອາຊີບເຮັດເຂົ້າປຸ້ນແຫ້ງ ຢູ່ ດ່າໜັງ

ອາຊີບເຮັດເຂົ້າປຸ້ນແຫ້ງ ຢູ່ ດ່າໜັງ

ດ່າໜັງ ເປັນດິນແດນ ທີ່ມີຫຼາຍອາຊີບຫັດຖະກຳພື້ນເມືອງ ທີ່ມີ ຊື່ ສຽງໂດ່ງດັງ ທົ່ວປະເທດ ເຊັ່ນ: ແກະສະຫຼັກຫີນ ຫງູ໊ແຫ່ງເຊີນ, ຕໍ່າ ສາດຢູ່ ເກີມເນ, ນ້ຳປາ ນາມໂອ, ເຂົ້າຂຽບ ຕຸຍລວານ, ເຂົ້າໜົມ ແມສືງ ປ້າ ຫຼຽ໊ວ (ເຂົ້າໜົມ ພື້ນເມືອງ ຜະລິດ ທົ່ວໄປຢູ່ ດ່າໜັງ ແລະ ເຫວ້)… ແລະ ຍັງມີ ອາຊີບເຮັດເຂົ້າປຸ້ນແຫ້ງ ຢູ່ ຮວ່າວາງ ອີກດ້ວຍ. ​ເຖິງ​ວ່າ​ອາຊີບ​ເຮັດ​ເຂົ້າປຸ້ນແຫ້ງ​ ຈະມີລາຍ​ຮັບ​ບໍ່ຫຼາຍ​, ​ແຕ່​ຜະລິດ​ຕະພັນດັ່ງກ່າວ ​ໄດ້​ຮັບ​ຄວາມ​ນິຍົມ ​ຈາກ​ຜູ້ບໍລິໂພກເປັນ ຈໍານວນຫຼາຍ ​ເພາະ​ແມ່ນ​ເຄື່ອງ​ປະກອບ​ອາຫານ​ພື້ນ​ເມືອງ​ຫຼາຍ​ເຍື່ອງ​ຂອງ​ຊາວ​ເມືອງ ກວ໋າງນາມ, ​ເພາະສະ​ນັ້ນ, ຊາວ​ເມືອງ ຮວ່າ ວາງ ​ຍັງ​ຄົງ​ຮັກສາ​ອາຊີບ​ ເກົ່າ​ໄວ້ໄດ້.

Top