• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ​ງວຽນ​ ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ຕົ້ນ​ຊາ​ ໃຫ້ບັນ​ລຸ​ມູນ​ຄ່າ​ນັບ​ຕື້​ USD

ໄທງວຽນ, ເມືອງເອກແຫ່ງການປູກຕົ້ນຊາຂອງທົ່ວປະເທດ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍທິດທາງພັດທະນາຕົ້ນຊາ ບໍ່ພຽງແຕ່ແມ່ນຕົ້ນປູກຫຼັກເທົ່ານັ້ນ ຫາກຍັງແມ່ນເຄື່ອງໝາຍການຄ້າຂອງຊາດອີກດ້ວຍ, ບືນຕົວຂຶ້ນຢ່າງແຮງ ດ້ວຍເປົ້າໝາຍບັນລຸຍອດມູນຄ່າຜະລິດຕະພັນຈາກຕົ້ນຊາໃຫ້ໄດ້ 1 ຕື້ USD ໃນໄລຍະ 2025 – 2030. ນີ້ບໍ່ພຽງແຕ່ແມ່ນທິດທາງທີ່ມີລັກສະນະຍຸດທະສາດເທົ່ານັ້ນ ຫາກຍັງແມ່ນການເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບທີ່ມີຢູ່ ແລ້ວຂອງເຂດດິນແດນໂດຍທຳມະຊາດເອື້ອອຳນວຍໃຫ້, ແຫ່ງທີ່ປະຊາຊົນມີມູນເຊື້ອປູກ ແລະ ປຸງແຕ່ງຊາທີ່ມີຄຸນນະພາບສູງມາແຕ່ດົນນານ ໃຫ້ຫຼາຍທີ່ສຸດ.
ທາງແຂວງໄທງວຽນພວມມີການລົງທຶນຢ່າງແຮງເຂົ້າໃນການຍົກສູງຄຸນນະພາບ, ມາດຖານການຫັນວິທີການປູກຝັ່ງຕາມທິດອົງຄະທາດ VietGAP ແລະ GlobalGAP

ໄທງວຽນ ໃນປັດຈຸບັນແມ່ນແຂວງທີ່ມີເນື້ອທີ່, ມີສະມັດຕະພາບ, ປະລິມານການຜະລິດ, ແລະລາຍຮັບຈາກຕົ້ນຊາໃຫຍ່ທີ່ສຸດໃນທົ່ວປະເທດ. ພາຍຫຼັງໂຮມຫົວໜ່ວຍປົກຄອງ (ແຂວງໄທງວຽນ ແລະ ແຂວງບັກກ້ານ ໃນເມື່ອກ່ອນ), ແຂວງມີເນື້ອທີ່ປູກຕົ້ນຊາເກືອບ 24.000 ເຮັກຕາ. ໃນນັ້ນ, ເນື້ອທີ່ປູກຊາໃຫ້ຜະລິດຕະພັນເກືອບ 23.000 ເຮັກຕາ, ສະມັດຕະພາບປະລິມານການຜະລິດສະເລ່ຍບັນລຸເກືອບ 18.000 ກີໂລ/ເຮັກຕາ. ທາງແຂວງໄດ້ພັດທະນາ 207 ຜະລິດຕະພັນຈາກຊາ ທີ່ໄດ້ຮັບການຮັບຮອງ ຜ່ານລາຍການ ໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) ແຕ່ 3 – 5 ດາວ. ດ້ວຍຫຼາຍກົນໄກນະໂຍບາຍໜູນຊ່ວຍທີ່ມີປະສິດທິຜົນ, ມູນຄ່າຜະລິດຕະພັນຊາຂອງແຂວງ ໄລ່ສະເພາະ 6 ເດືອນຕົ້ນປີ 2025 ບັນລຸກວ່າ 14.500 ຕື້ດົ່ງ (ກວ່າ 550 ລ້ານ USD). ທາງແຂວງວາງເປົ້າໝາຍຮອດປີ 2025, ເນື້ອທີ່ປູກຊາຈະບັນລຸ 23.500 ເຮັກຕາ, ປະລິມານຍອດຊາສົດ ບັນລຸ 273.000 ໂຕນ. ພິເສດ, ມູນຄ່າຜະລິດຕະພັນ ບັນລຸ 350 ລ້ານດົ່ງ/ເຮັກຕາ (ກວ່າ 13.200 USD).

ເພື່ອຫັນຄວາມຄາດຫວັງດັ່ງກ່າວ ໃຫ້ປະກົດຜົນເປັນຈິງ, ທາງແຂວງໄທງວຽນ ໄດ້ປະກາດໃຊ້ມະຕິເລກທີ 11 ລົງວັນທີ 3 ກຸມພາ 2025 ກ່ຽວກັບການພັດທະນາຂະແໜງຊາ ໄທງວຽນ ໄລຍະ 2025 – 2030 ແລະ ຕົກລົງລົງທຶນກວ່າ 500 ຕື້ດົ່ງ (ເກືອບ 19.000 USD) ເພື່ອໜູນຊ່ວຍການພັດທະນາຂະແໜງຊາໃນໄລຍະນີ້. ນີ້ແມ່ນ “ການຊຸກຍູ້” ສຳຄັນ, ສ້າງກຳລັງໜູນເພື່ອໃຫ້ຂະແໜງຊາພັດທະນາແບບຍືນຍົງ ແລະ ມີປະສິດທິຜົນ. ທ່ານ ຫງວຽນຕ້າ, ຫົວໜ້າກົມປູກຝັງ ແລະ ປ້ອງກັນພຶກສາຂາ ແຂວງໄທງວຽນ ຢັ້ງຢືນວ່າ:

ໄທງວຽນ ມີນະໂຍບາຍຮອບດ້ານທີ່ສຸດ, ນັບແຕ່ຂັ້ນຕອນປູກຝັງ, ບົວລະບັດ, ປຸງແຕ່ງຍົກສູງມູນຄ່າຂອງຜະລິດຕະພັນດ້ວຍເຄື່ອງໝາຍການຄ້າ OCOP ຕະຫຼອດຮອດຕະຫຼາດສົ່ງເສີມການຄ້າ, ສົ້ນອອກໃຫ້ແກ່ຜະລິດຕະພັນໃນ 34 ແຂວງ, ນະຄອນ ແລະ ແນະນຳອອກສູ່ຕະຫຼາດໂລກ. ນີ້ອາດສາມາດແມ່ນໜຶ່ງໃນບັນດານະໂຍບາຍຮອບດ້ານ, ອາດເວົ້າໄດ້ວ່າ ບໍ່ມີທ້ອງຖິ່ນໃດມີນະໂຍບາຍບຸກທະລຸກ່ຽວກັບການພັດທະນາຂະແໜງຊາຄືແຂວງໄທງວຽນ.

ບັນດາເນື້ອໃນໜູນຊ່ວຍຈຸດສຸມຕາມມະຕິເລກທີ 11 ລວມມີ: ຍູ້ແຮງການຄົ້ນຄ້ວາ ແລະ ໝູນໃຊ້ແນວພັນໃໝ່, ມີສະມັດຕະພາບສູງ ແລະ ມີຄຸນນະພາບດີກວ່າ, ໝູນໃຊ້ເຕັກໂນໂລຢີທີ່ກ້າວໜ້າເພື່ອປຸງແຕ່ງບັນດາຜະລິດຕະພັນຊາທີ່ມີຄຸນນະພາບສູງ, ນຳມາຊິ່ງມູນຄ່າສູງ; ເພີ່ມທະວີການຮ່ວມສຳພັນລະຫວ່າງບັນດາຄອບຄົວກະສິກອນ, ສະຫະກອນ ແລະ ວິສາຫະກິດເພື່ອສ້າງຕ່ອງໂສ້ມູນຄ່າຄົບວົງຈອນ ນັບແຕ່ຂັ້ນຕອນການຜະລິດຈົນຮອດການຈຳໜ່າຍ, ບຳລຸງກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ລົງທຶນເຂົ້າໃນພື້ນຖານໂຄງລ່າງການຜະລິດ. ບັນດານະໂຍບາຍກໍ່ສຸມໃສ່ໜູນຊ່ວຍການປູກຊາ, ຢັ້ງຢືນມາດຖານປະຕິບັດການຜະລິດກະສິກຳດີ VietGAP, ການຜະລິດບັນລຸມາດຖານອົງຄະທາດ, ສ້າງການຢັ້ງຢືນລະບົບຄຸ້ມຄອງທີ່ມີຄຸນນະພາບ, ອອກລະຫັດເຂດປູກ, ໝູນໃຊ້ລະບົບຫົດນ້ຳແບບປະຢັດ, ອັດສະລິຍະ ແລະ ພັດທະນາການທ່ອງທ່ຽວເຂດຊຸມຊົນຊີວະພາບ ຕິດພັນກັບເຂດປູກຊາ.

ພ້ອມກັບການໜູນຊ່ວຍຈາກແຂວງ, ຜູ້ຜະລິດຊາ ໄທງວຽນ ກໍ່ພວມຕັ້ງໜ້າປ່ຽນແປງໃໝ່ຈິນຕະນາການ ແລະ ວິທີການຜະລິດ. ມີວິສາຫະກິດ, ສະຫະກອນຫຼາຍແຫ່ງໄດ້ເລືອກເອົາທິດທາງຜະລິດອົງຄະທາດ ເພື່ອພັດທະນາແບບຍືນຍົງ, ແນໃສ່ເພີ່ມມູນຄ່າຜະລິດຕະພັນ ແລະ ເຂົ້າເຖິງຕະຫຼາດລະດັບສູງກວ່າ, ດ້ວຍລາຄາຂາຍອາດເພີ່ມຂຶ້ນແຕ່ 30 – 40% ເມື່ອທຽບໃສ່ກັບເມື່ອກ່ອນ. ທ່ານນາງ ດ່າວແທັງຫ໋າວ, ຜູ້ອຳນວຍການ ສະຫະກອນ ຊາ ຫ໋າວດາດ ແບ່ງປັນກ່ຽວກັບການປ່ຽນແປງໃນຈິນຕະນາການຜະລິດຊາ ວ່າ:

ໃນເມື່ອກ່ອນ ພໍ່ແມ່ປະຊາຊົນຜະລິດຕາມແບບເກົ່າ, ແຕ່ປັດຈຸບັນຜະລິດຕາມວິທະຍາສາດ. ກໍ່ຢາກພັດທະນາເປີດກວ້າງເຄື່ອງໝາຍການຄ້າ, ເປັນຕົ້ນແມ່ນ ຊາ ເຕິນເກືອງ, ມັນແມ່ນຜະລິດຕະພັນພົ້ນເດັ່ນພິເສດ. ພວກຂ້າພະເຈົ້າຜະລິດຕາມວິທະຍາສາດ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ. ຄວາມຫວັງຂອງແຂວງ ແມ່ນພັດທະນາຕົ້ນຊາໃຫ້ບັນລຸມູນຄ່ານັບຕື້ USD. ດັ່ງນັ້ນ, ພວກຂ້າພະເຈົ້າຈະປ່ຽນໃໝ່ວິທີການບົວລະບັດ, ຈິນຕະນາການ ເພື່ອໃຫ້ຜະລິດຕະພັນຊາບໍ່ພຽງແຕ່ເພື່ອຊົມໃຊ້ເທົ່ານັ້ນ ຫາກຍັງນຳມາເຊິ່ງຫຼາຍຜະລິດຕະພັນອື່ນໆອີກຕົວຢ່າງຄື: ຊາມາດຊະ (matcha) ຫຼືເຄື່ອງສຳອາງສະກັດຈາກຊາທີ່ມີມູນຄ່າສູງ.

ການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນກໍ່ພວມໄດ້ຮັບການຍູ້ແຮງ. ຊາວທ້ອງຖິ່ນມີຄວາມຫວັງນຳຕົ້ນຊາກາຍເປັນກຳລັງໜູນເພື່ອສ້າງຄວາມຮັ່ງມີ. ພ້ອມກັນນັ້ນ, ບັນດາສະຫະກອນ ແລະ ວິສາຫະກິດຊາໃນແຂວງ ນັບມື້ນັບເອົາໃຈໃສ່ເປັນພິເສດເຖິງການພັດທະນາຜະລິດຕະພັນທີ່ມີມູນຄ່າເພີ່ມສູງ. ທ່ານນາງ ຫງວຽນທິຫ໋າຍ, ຜູ້ອຳນວຍການສະຫະກອນ ລາບັ່ງ, ຕາແສງ ລາບັ່ງ ແບ່ງປັນວ່າ:

ໃນຊຸມປີກ່ອນ, ຜະລິດຕະພັນບັນລຸໄດ້ພຽງ OCOP 4 ດາວ, ແຕ່ຄຸນຄ່າຂອງການຢັ້ງຢືນນີ້ ໄດ້ແຜ່ກະຈາຍ ແລະ ໄດ້ຮັບການຕອບຮັບຈາກຜູ້ບໍລິໂພກເປັນຢ່າງດີ. ສະຫະກອນຈະພະຍາຍາມເພື່ອໃຫ້ຜະລິດຕະພັນບັນລຸ OCOP 5 ດາວ, ນີ້ແມ່ນໂອກກາດເພື່ອໃຫ້ຊາ ລາບັ່ງ ບືນຕົວອອກໄປສູ່ໂລກ.

ດ້ວຍການຮ່ວມເດີນທາງຂອງອົງການແຫ່ງລັດ ໃນການໜູນຊ່ວຍ, ເຊື່ອມຕໍ່ນັບແຕ່ການຜະລິດຈົນຮອດການຈຳໜ່າຍ, ພ້ອມກັບການຮ່ວມແຮງຈາກບັນດາແຫຼ່ງໜູນຊ່ວຍອື່ນໆນັ້ນ ໄດ້ສ້າງແຫຼ່ງກຳລັງສຳຄັນຕື່ມອີກ ເພື່ອໃຫ້ບັນດາວິສາຫະກິດ, ສະຫະກອນ ແລະ ຜູ້ຜະລິດຊາ ໄທງວຽນ ຫັນຄວາມຄາດຫວັງຍົກມູນຄ່າຕົ້ນຊາໃຫ້ປະກົດຜົນເປັນຈິງ. ຕົ້ນຊາ ແລະຜະລິດຕະພັນຈາກຕົ້ນຊາໄທງວຽນບໍ່ພຽງແຕ່ໄດ້ຮັບການພັດທະນາຢ່າງແຮງຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງບືນຕົວອອກສູ່ໂລກອີກດ້ວຍ, ກາຍເປັນເຄື່ອງໝາຍການຄ້າທີ່ໄດ້ຮັບຄວາມເຊື່ອໝັ້ນ, ນຳມາເຊິ່ງມູນຄ່າທາງດ້ານເສດຖະກິດແບບຍືນຍົງ, ສ້າງການປະກອບສ່ວນສຳຄັນໃຫ້ແກ່ແຂວງໄທງວຽນ ໃນວິວັດການຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງ. ເຂດດິນແດນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໄດ້ ແລະ ພວມພັດທະນາຕົ້ນຊາໃຫ້ບັນລຸມູນຄ່ານັບຕື້ USD ໃນອະນາຄົດໃກ້ໆນີ້.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top