ວາລະປະຊຸມເທື່ອທີ 7 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄຂຂຶ້ນໃນຕອນບ່າຍວັນທີ 01 ຕຸລາ, ຢູ່ ຮ່າໂນ້ຍ. ຄາດວ່າ ວາລະປະຊຸມນີ້ຈະດຳເນີນເປັນສອງບັ້ນຄື: ບັ້ນທີ 1: ຕອນບ່າຍຂອງວັນທີ 01 ແລະ 02 ຕຸລາ. ບັ້ນທີ 2: ຕອນບ່າຍຂອງວັນທີ 10 ຕຸລາ.
ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ຮ່າງກົດໝາຍຫຼາຍສະບັບ, ຄື: ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ); ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ); ກົດໝາຍວ່າດ້ວຍເອກະສານກຳນົດກົດໝາຍ; ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບລວມ).
ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ບັນດາບົດລາຍງານຂອງລັດຖະບານ, ໃນນັ້ນມີບົດລາຍງານກ່ຽວກັບຜົນຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2026, ການຄາດຄະເນແຜນພັດທະນາເສດຖະກິດ-ສັງຄົມ ປີ 2027, ປະກອບຄຳເຫັນໃສ່ຮ່າງບົດລາຍງານລວບລວມຄຳເຫັນ ແລະ ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ຈະຍື່ນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 16...
ກໍ່ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນ ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16.
(ແຫຼ່ງຄັດຈາກ VOV)